ນະຄອນຫຼວງ ຕຣຽມໃຫ້ 8 ເມືອງ ຫຼຸດພົ້ນ ຄວາມທຸກຍາກ

ຄົນທີ່ໄປເຝົ້າ ຍາຕິພີ່ນ້ອງ ຢູ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນກັນຍາ ປີ 2022.
ຄົນທີ່ໄປເຝົ້າ ຍາຕິພີ່ນ້ອງ ຢູ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນກັນຍາ ປີ 2022. (ນັກຂ່າວ ພົລເມືອງ)

0:00 / 0:00

ທ່ານ ອາ​ນຸ​ພາບ ຕຸ​ນາ​ລົມ ຄະ​ນະ​ເລ​ຂາ​ທິ​ການ ​ສູນ​ກາງ​ພັກ, ເລ​ຂາ​ທິ​ການ​ພັກ ພັ​ທ​ນາ​ນ​ະ​ຄອນ​ຫລວງວຽງ​ຈັນ ໄດ້​ຣາຍ​ງານ ວ່າ 5 ປີ ໄດ້​ລົບ​ລ້າງ (ຄວາມທຸກຍາກຢູ່) 8 ເມືອງ ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ໃຫ້ພົ້ນ​ທຸກ.

ເມືອງ​ດັ່ງ​ກ່າວປະ​ກອບ​ມີ:

  1. ເມືອງ​ຈັນ​ທະ​ບູ​ລີ
  2. ເມືອງ​ສີ​ໂຄດ​ຕະ​ບອງ
  3. ເມືອງ​ໄຊ​ເສດ​ຖາ
  4. ເມືອງ​ສີ​ສັດ​ຕະ​ນາກ
  5. ເມືອງ ນາ​ຊາຍ​ທອງ
  6. ເມືອງ​ໄຊ​ທາ​ນີ
  7. ເມືອງ​ຫາດ​ຊາຍ​ຟອງ ແລະ
  8. ເມືອງ​ສັງ​ທອງ

ແຕ່ ເຫຼືອພຽງ ​ເມືອງປາກ​ງື່ມ ທີ່​ເປັນ​ເມືອງ​ທີ່​ຍັງ​ບໍ່​ເຖິງ​ຂັ້ນ ຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ໃນ​ວັນ​ທີ 22 ກັນ​ຍາ ນີ້​ວ່າ:

"ເຮົາ ໄລ່ ເປັນ ໄລ ຍະ 5 ປີ ຄືນ ຫຼັງ , 5 ປີ ໄປ ໜ້າ ຊິີ້ນ່າ ໂດຍ ການ ວັດ ເຣີ່ມ ຈາກ ຄອບ ຄົວນີ້ ລະວັດ ໄປ ແຕ່ ລະ ບ້ານ ແຕ່ ລະ ບ້ານ. ເຂົາ ໄລ່ GDP ຂອງ ລາຍ ໄດ້ ຫັ້ນ ແຫຼະ ຕໍ່ ຫົວ ຄົນ ນັ້ນ. ໄຟ ຟ້ານີ້ ຖື ວ່າ ບໍ່ ມີ ຜູ້ ໃດ ໄຕ້ ຕະ ກຽງ ແລ້ວດຽວນີ້ ນ່າ ຜູ້ ບໍ່ ມີ ຣົ ໃຫຍ່ ກໍ ມີ ຣົ ຈັກ. ປະ ມານ ທ້າຍໆ ປີ ພຸ້ນ ລະ ."

ອີງ​ຕາມ​ຜົ​ລ​ການ​ປະ​ເມີນ, ດຳ​ຣັ​ຖ​ສະ​ບັບ​ເລກ​ທີ 348 ລົງ​ວັນ​ທີ 16 ພຶ​ສ​ຈິ​ກາ 2017 ວ່າ ດ້ວຍ​ມາ​ຕ​ຖານ​ພົ້ນ​ທຸກ ແລະ ມາ​ຕ​ຖານ​ພັ​ທ​ນາ ມາ​ຮອດ​ປັດ​ຈຸ​ບັນ. ໃນ​​ນະ​ຄອນ​ຫລວງວຽງ​ຈັນ ມີ​ຄອບ​ຄົວ ພົ້ນ​ທຸກ 150,000 ປາຍ ຄອບ​ຄົວ, ແລະ ບໍ່​ບັນ​ລຸ ປະ​ມານ 4,000 ປາຍ ​ຄອບ​ຄົວ. ມີ​ຄອບ​ຄົວ​ທີ່​ພັ​ທ​ນາ ຈຳ​ນວນ 140,000 ປາຍ ຄອບ​ຄົວ ແລະ ຍັງ​ບໍ່​ບັນ​ລຸ 16,000 ປາຍ ຄອບ​ຄົວ. ມີ​ບ້ານ​ພົ້ນ​ທຸກ 478 ບ້ານ, ແຕ່ ຍັງ​ບໍ່​ບັນ​ລຸ 3 ບ້ານ.

ທຸກ​ຂ​ແນງ​ການ​ທີ່​ກ່ຽວ​ຂ້ອງ ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ທຸກ​ເມືອງ ທຸກ​ບ້ານ ຕາມ 8 ເງື່ອນ​ໄຂ ທີ່​ທາງ​ການ​ກຳ​ນົດ​ໃຫ້​ເປັນ​ບ້ານ​ພົ້ນ​ທຸກ​ນັ້ນ ຄື ມີ​ການ​ເຂົ້າ​ເຖິງ​ໂຮງ​ຮຽນ​ປະ​ຖົມ ໂຮງ​ຮຽນ​ມັ​ທ​ຍົມຕອນ​ຕົ້ນ, ມີກ​ານ​ເຂົ້າ​ເຖິງ​ສຸ​ຂ​ສາ​ລາ ການ​ບໍ​ຣິ​ການ​ສຸ​ຂ​ພາບ ​ຂັ້ນ​ພື້ນ​ຖານ, ມີ​ແຫຼ່ງ​ນ້ຳ​ສະ​ອາດ, ມີ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ທີ່​ສາ​ມາດ​ທຽວ​ໄດ້​ຕ​ລອດ​ປີ, ມີ​ການ​ເຂົ້າ​ເຖິງ​ການ​ບໍ​ຣິ​ການ ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະການ​ຂົນ​ສົ່ງ, ມີ​ການ​ເຂົ້າ​ເຖິງ​ການ​ຊື້​ຂາຍ ແລະ ແລກ​ປ່ຽນ​ສິນ​ຄ້າ ຫຼືຕ​ລາດ, ມີ​ຕະ​ຂ່າຍ​ໄຟ​ຟ້າໃນ​ລະ​ບົບ, ມີ​ຄອບ​ຄົວ​ພົ້ນ​ທຸກໃນ​ອັດ​ຕ​ຣາ 70 ເປີ​ເຊັນ ຂຶ້ນ​ໄປ ຂອງ​ຄອບ​ຄົວ​ ທັງ​ໝົດ​ພາຍ​ໃນ​ບ້ານ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານດັ່ງ​ກ່າວ ໄດ້​ກ່າວ​ຕື່ມ​ວ່າ:

" ມາ ເບິ່ງ ແທ້ ຈິງ ມັນ ພຸ້ນ ແຫຼະ ເນາະ ແຕ່ ວ່າ ໃນ ນັ້ນ ຫັ້ນ ກວດ ແທ້ ກໍ ຍັງ ມີ ຢູ່ ບໍ່ ທັນໝົດ ດອກ ຈຸດ ດີ ກໍ ຄື ວ່າ ນຶ່ງ ແມ່ນ ນັກ ລົງ ທຶນ ເຂົາ ກໍ ສຸມ ໃສ່ ເຂົາ ກໍ ສຸມ ໃສ່ ຫຼາຍ ໂຮງ ຈັກ ໂຮງ ງານ ມາ ໃຫ້ ປະ ຊາ ຊົນມີ ວຽກ ເຮັດ ງານ ທຳ ເດ້ ໃຫ້ ປະ ຊາ ຊົນ ມີ ລາຍ ຮັບ ສ່ວນ ຫຼາຍ ຢູ່ ບ້ານເຮົາ ອອກ ໄປ ເຮັດ ວຽກ ຢູ່ ຕ່າງ ປະ ເທດ ຫຼາຍ ໄປ ເຮັດ ຢູ່ ພຸ້ນຄັນ ຜູ້ ໃດ ບໍ່ ຕັ້ງ ໃຈ ກະ ທຸກ ມາ ຫັ້ນ ແຫຼະ ."

ແຕ່​ ໃນ​ສ່ວນ​ຂອງ​ປະ​ຊາ​ຊົນ​ເຫັນ​ວ່າ ການ​ປະ​ກ​າດ​ປະ​ຊາ​ຊົນ​ພົ້ນ​ທຸກ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ຍັງ​ບໍ່​ສອດ​ຄ່ອງ ແລະ ຍັງ​ບໍ່​ເໝາະ​ສົມ.

ປະ​ຊາ​ຊົນ ຢູ່​ເມືອງ​ສີ​ໂຄ​ດ​ຕະ​ບອງ ໄດ້​ກ່າວ​ວ່າ:

"ອີງ ຕາມ ຊີ ວິດ ການ ເປັນ ຢູ່ ແບບນີ້ ເຮົາ ວ່າ ຍັງ ບໍ່ ທັນ ສອດ ຄ່ອງ ເທື່ອ ນ່າ ມັນ ຍັງ ຢູ່ ຫ່າງ ໄກ ຈາກ ຄຳ ວ່າ ພົ້ນ ທຸກ ກຸ່ມ ຄົນ ທີ່ ອາ ສັຍ ຢູ່ໃນ ນະ ຄອນ ຫລວງວຽງ ຈັນ ມັນ ມີ ຫຼາຍ ຊົນ ຊັ້ນ ມີ ທັງ ຜູ້ ມີ ວຽກ ເຮັດ ງານ ທຳ ແບບ ໝັ້ນ ຄົງ ທັງ ແບບ ຜູ້ ຫາ ກິນ ແບບ ໄປ ວັນ ພໍ ໄດ້ ກຸ້ມມື້ ໄປ ກະ ມີ ຫັ້ນ ນ່າ ການ ເປັນ ຢູ່ ຂອງ ປະ ຊາ ຊົນ ສະ ພາບ ຂອງ ທາງ ດ້ານ ການ ເງິນ ເຮົາ ມາ ສົມ ທຽບ ໃສ່ ປັດຈຸ ບັນ ກຳ ລັງ ຊື້ ຂອງ ເຮົາ ຫຼຸດ ລົງ ຢູ່ ຫັ້ນ ເນາະ ."

ຢູ່​ເມືອງ​ປາກ​ງື່ມ ປະ​ຊາ​ຊົນ ກໍ​ຍັງ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ແຫຼ່ງ​ນ້ຳ​ສະ​ອາດ ແລະ ຫຼາຍ​ຄອບ​ຄົວ ຍັງ​ໃຊ້​ນ້ຳ​ບາ​ດານ​ຢູ່.

ປະ​ຊາ​ຊົນ​ເມືອງ​ປາກ​ງື່ມ ໄດ້​ກ່າວ​ວ່າ:

"ອັນ ເຂດ ປາກ ງື່ມ ນ້ຳ ສະ ອາດ ກໍ ຍັງ ບໍ່ ທັນ ໄດ້ ທົ່ວ ເຖິງ ກະ ນອກ ເມືອງ ກໍ ຍັງ ບໍ່ ທັນ ມີ ນ້ຳ ປະ ປາ ນ່າ ມີ ແຕ່ ນ້ຳ ບາ ດານ ແຫຼະ ສ່ວນ ຫຼາຍ ໃຊ້ ນ້ຳ ບາ ດານ ທາງ ດ້ານ ເສ ກິ ຊອກ ຢູ່ ຫາ ກິນນີ້ ແຫຼະ ກະ ຍັງ ບໍ່ ທັນ ໄດ້ ເສັ້ນ ທາງ ກະ ຖື ວ່າ ໄປ ມາ ສະ ດວກ ບາງ ບ້ານ ກໍ ຍັງ ຝືດ ເຄືອງ ຢູ່ ."

ຢູ່​ເມືອງ​ຫາດ​ຊາຍ​ຟອງ ປະ​ຊາ​ຊົນ ກໍ​ເຂົ້າ​ເຖິງ​ຣະ​ບົບ​ນ້ຳ​ສະ​ອາດ ແຕ່ກໍ​ຍັງ​ມີ​ບາງ​ຄອບ​ຄົວ ຍັງ​ທຸກ​ຍາກ​ຢູ່. ປະ​ຊາ​ຊົນ ຢູ່ ເມືອງ​ຫາດ​ຊາຍ​ຟອງ ໄດ້​ກ່າວ​ວ່າ:

" ໂຕ ຈິງ ມັນ ເປັນ ແນວ ນັ້ນ ນ້ຳ ສະ ອາດ ອັນ ໃດ ກໍ ເຂົ້າ ເຖິງ ໝົດ ແລ້ວ ແຕ່ ມັນ ກໍ ຍັງ ມີ ບາງ ຄອບ ຄົວ ຍັງ ຂາດ ເຂີນ ຢູ່ ກະ ເວົ້າ ຮ້ອຍ ມັນ ກໍ ຮ້ອຍບໍ່ ໄດ້ ຊິບໍ່ ມີ ຜູ້ ທຸກ ຜູ້ ຍາກ ມັນ ເປັນ ໄປ ບໍ່ ໄດ້ ດອກ ມັນ ຍັງ ມີ ຢູ່ ."

ທ່ານ ທອງ​ສະ​ລິດ ມັງ​ໜໍ່​ເມກ ຫົວ​ໜ້າ​ຫ້ອງ​ການ​ສູນ​ກາງ​ພັກ ຣາຍ​ງານ​ແຕ່​ວັນ​ທີ 14-15 ກັນ​ຍາ 2022 ວ່າ ແຕ່ ປີ 2016-2021 ທາງ​ການ​ລາວ ສາ​ມາດ​ລົບ​ລ້າງ​ຄວາມ​ທຸກ​ຍາກ ເກືອບ 14,000 ຄອບ​ຄອບ ຈາກ​ຈຳ​ນວນ 76,000 ຄອບ​ຄົວ ໃນ​ທົ່ວ​ປະ​ເທດ ລົບ​ລ້າງ​ບ້ານ​ທຸກ​ຍາກ​ໄດ້ 260 ປາຍບ້ານ ຈາກ​ຈຳ​ນວນ​ເກືອບ 1,700 ບ້ານ.