ຍີ່ປຸ່ນ ສນັບສນູນ ການສ້າງສູນ ຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ
2022.09.13

ຣັຖບານຍີ່ປຸ່ນ ສນັບສນູນ ການສ້າງສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ແຂວງ ຈຳປາສັສັກ ແຂວງບໍຣິຄໍາໄຊ ແລະແຂວງອັດຕະປື ຜ່ານກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື United Nations Population Fund (UNFPA).
ສະເພາະ ຢູ່ແຂວງບໍຣິຄໍາໄຊ ບໍ່ພຽງແຕ່ແມ່ຍິງ ແລະເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິຕໃຈ, ທາງເພດ ແລະທາງຊັບສິນ ຈະໄດ້ມາພັກຢູ່ທີ່ສູນນີ້ ເພື່ອເອົາຂໍ້ມູນ ປະເມີນຄວາມສ່ຽງ, ບໍາບັດຈິຕໃຈ ກ່ອນຈະສົ່ງກັບຄືນ ສູ່ຄອບຄົວເທົ່ານັ້ນ ແຕ່ຮວມເຖິງ ແມ່ຍິງແລະເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ຈາກການຄ້າປະເວນີນໍາດ້ວຍ ເນື່ອງຈາກທີ່ຜ່ານມາ ແຂວງບໍຣິຄໍາໄຊ ໄດ້ຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ຫຼາຍຮູບແບບ ຈໍານວນຫຼາຍ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍຣິຄໍາໄຊ ຄົນທີ 1 ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 13 ກັນຍາ ນີ້ວ່າ:
“ເປົ້າໝາຍເຮົາສ້າງຫັ້ນ ແມ່ນອັນນຶ່ງ ແມ່ຍິງທີ່ຖືກໃຊ້ຄວາມຮຸນແຮງ ໃນການປະເວນີເນາະ ຂອງເຮົາ ແລ້ວເອົາມາພັກຢູ່ນີ້ ເພື່ອເອົາຂໍ້ມູນບໍາບັດຈິຕໃຈມິຫຍັງຕ່າງໆ. ແລ້ວໆພວກເຮົາ ກໍສົ່ງປະເມີນຄວາມສ່ຽງຂອງຂະເຈົ້າຫັ້ນແຫຼະ ກໍເພື່ອສົ່ງກັບຄືນສູ່ຄອບຄົວ-ສັງຄົມ. ການຄ້າປະເວນີ ກໍແມ່ນ ການໃຊ້ຄວາມຮຸນແຮງ ໃນຄອບຄົວກໍແມ່ນ ກໍຣະນີວ່າ ຜົວ-ເມັຍຕີ (ກັນ) ມິຫຍັງນ່າ. ມາຢູ່ນໍາພວກເຮົາ ຫຼືວ່າ ເດັກນ້ອຍບໍ, ພໍ່ແມ່ບັງຄັບມິຫຍັງຕ່າງໆ. ມັນກໍມີຫຼາຍກໍຣະນີທີ່ເກີດຂຶ້ນຢູ່ ພວກເຮົາໃນໄລຍະຜ່ານມານີ້.”
ຍານາງກ່າວຕື່ມວ່າ ສູນນີ້ບໍ່ໄດ້ແມ່ນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ພາຍໃນແຂວງ ທີ່ຖືກໃຊ້ຄວາມຮຸນແຮງເທົ່ານັ້ນ ແຕ່ຈະຊ່ອຍເຫືອ ແມ່ຍິງແລະເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ມາຈາກທຸກບ່ອນ.
ສູນຊ່ອຍເຫຼືອແມ່ຍິງ ແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ແຂວງບໍຣິຄໍາໄຊນີ້ ຈະມີການສ້າງສູນຝຶກອົບຮົມວິຊາຊີບ ເປັນຕົ້ນ ເສີມສວຍ ຫຼືປຸງແຕ່ງອາຫານ ໃຫ້ນໍາດ້ວຍ ຫາກໄດ້ຮັບທຶນສນັບສນູນ ຈາກອົງກອນສາກົລ ພາຍຫຼັງສູນສ້າງສໍາເຣັດ ເນື່ອງຈາກໄດ້ຂຽນແຜນຂໍທຶນໄປແລ້ວ ອີກທັງ ສູນນີ້ ຈະສ້ອມແປງຕຶກສະຫະພັນແມ່ຍິງເກົ່າ ຢູ່ບ້ານອະນຸສອນໄຊ ເມືອງປາກຊັນ ແຂວງບໍຣິຄໍາໄຊ ພ້ອມຕໍ່ເຕີມສູນນໍາດ້ວຍ ເພື່ອໃຫ້ມີພື້ນທີ່ຮອງຮັບ ວຽກງານແມ່ຍິງ ແລະເດັກນ້ອຍ ທີ່ຖືກຄວາມຮຸນແຮງຫຼາຍຂຶ້ນ ແລະຄາດວ່າ ພາຍໃນປີ 2022 ນີ້ ສູນຈະສ້າງສໍາເຣັດ ຕາມເປົ້າໝາຍທີ່ວາງໄວ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍຣິຄໍາໄຊ ຄົນທີ່ 2 ກ່າວໃນມື້ດຽວກັນນີ້ວ່າ:
“ມີຕຶກເກົ່າ ແລ້ວເພິ່ນສ້ອມແປງຄືນ ແລ້ວກໍເຮັດອອກອີກຫັ້ນນ່າ ໄທເຮົາໃຫ້ສໍາເຣັດທ້າຍປີນີ້ຫັ້ນນ່າ ຕາມເປົ້າໝາຍຫັ້ນນ່າ ມີແຕ່ເພິ່ນກະກຽມລົງມືແລ້ວ ເພາະວ່າ ບໍຣິສັດເພິ່ນຮັບເໝົາ ກໍມາປະມູນແລ້ວລ່າ ສູນກາງມາຫວ່າງນຶ່ງ ເພິ່ນໄປກວດສໍາຣວດເບິ່ງແລ້ວ ແຕ່ເພິ່ນກໍເຮັດບ່ອນຝຶກອົບຮົມ ວິຊາຊີບຢູ່ຫັ້ນເລີຍ.”
ສໍາລັບສູນຊ່ອຍເຫຼືອແມ່ຍິງ ແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາການໃຊ້ຄວາມຮຸນແຮງ ແຂວງອັດຕະປື ຈະຮອງຮັບ ແມ່ຍິງແລະເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ 4 ຮູບແບບ ປະກອບດ້ວຍ:
- ຄວາມຮຸນແຮງທາງຮ່າງກາຍ (ຖືກທຸບຕີ),
- ທາງຈິຕໃຈ (ເວົ້າສຽດສີ),
- ທາງເພດ (ກະທໍາຊາເລົາ) ແລະ
- ທາງຊັບສິນ (ວັດຖຸ-ສິ່ງຂອງ ທີ່ີເຮັດໃຫ້ແມ່ຍິງບໍ່ໄດ້ຮັບຜົນປໂຍດ)
ເນື່ອງຈາກຢູ່ແຂວງອັດຕະປື ຄວາມຮຸນແຮງດັ່ງກ່າວ ຈະຖືກແກ້ໄຂແຕ່ຂັ້ນບ້ານ ບໍ່ຮອດຂັ້ນແຂວງ ຈຶ່ງເຮັດໃຫ້ຄວາມຮຸນແຮງ ບໍ່ຖືກແກ້ໄຂຢ່າງຈິງຈັງ ແມ່ຍິງແລະເດັກນ້ອຍ ຕ້ອງໄດ້ຜະເຊີນຫຼາຍເທື່ອ ທາງການອົງການສາກົລ ຈຶ່ງໄດ້ເຂົ້າມາສນັບສນູນສ້າງສູນນີ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:
“ແມ່ຍິງກັບເດັກນ້ອຍ ທີ່ຖືກໃຊ້ຄວາມຮຸນແຮງ ທາງດ້ານຮ່າງກາຍຈິຕໃຈ ວັດຖຸສິ່ງຂອງ ມິຫຍັງຕ່າງໆ ພວກເອື້ອຍກໍປົກປ້ອງ ບາງເທື່ອເຂົາເຈົ້າເປັນພຍາດແນວນັ້ນແນວນີ້. ປິ່ນປົວນໍາທ່ານໝໍ ປົກປ້ອງທາງດ້ານກົດໝາຍ ເພື່ອດໍາເນີນຄະດີ ກັບຜູ້ທີ່ກະທໍາຄວາມຜິດຫັ້ນແຫຼະ. ເຮົາກໍຫາທາງອອກໃຫ້ເຂົາເຈົ້າໄດ້ ຢູ່ແຂວງອັດຕະປື ເຣື່ອງຄວາມຮຸນແຮງ ເຂົາເຈົ້າຈະແກ້ໄຂຂັ້ນບ້ານ ເຂົາເຈົ້າປະສົບມາຫັ້ນນ່າ.”
ຍານາງກ່າວຕື່ມວ່າ ສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ແຂວງອັດຕະປື ຍັງຢູ່ໃນໄລຍະການອອກແບບ ແລະຄິດໄລ່ງົບປະມານ ການສ້າງສູນຊ່ອຍເຫຼືອແມ່ຍິງ ແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ໄດ້ເອກກະພາບກັບແຂວງແລ້ວ ວ່າຈະເອົາເນື້ອທີ່ ເຂດບ້ານຫຼັກ 3 ເມືອງສາມັກຄີໄຊ ເປັນເຂດຕັ້ງສູນດັ່ງກ່າວ.
ການສ້າງສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ແຂວງບໍຣິຄໍາໄຊ ແລະແຂວງອັດຕະປືນັ້ນ ຖືເປັນເຣື່ອງທີ່ດີ ເນື່ອງຈາກເປັນວຽກງານທີ່ສໍາຄັນ ອີກທັງ ບັນຫາຄວາມຮຸນແຮງຕໍ່ ແມ່ຍິງແລະເດັກນ້ອຍ ມັກຈະເກີດຂຶ້ນໃນຄອບຄົວ ແລ້ວຜູ້ທີ່ຕົກຢູ່ໃນຄວາມຮຸນແຮງ ຈະບໍ່ກ້າເປີດເຜີຍໃຫ້ຜູ້ໃດຮັບຮູ້ ຍ້ອນອາຍ ແລະບໍ່ຮູ້ວ່າ ຈະໄປປຶກສາໃຜ ແລະຖືກເປົ້າໝາຍ ຫຼືບໍ່ ຫາກມີສູນດັ່ງກ່າວນີ້ ກໍຈະເຮັດໃຫ້ຜູ້ທີ່ຕົກຢູ່ໃນຄວາມຮຸນແຮງ ມີທາງເລືອກ ແລະມີຄວາມໝັ້ນໃຈວ່າ ເຣື່ອງຂອງໂຕເອງຈະຖືກປິດເປັນຄວາມລັບ.
ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ຫຼືອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ໄດ້ເຮັດວຽກດ້ານສົ່ງເສີມສຸຂພາບ ຄອບຄົວໃນລາວ ກ່າວໃນມື້ດຽວກັນນີ້ວ່າ:
“ດີ! ເພາະວ່າວຽກນີ້ ກໍແຫ່ງສໍາຄັນ ເພາະວ່າ ບັນຫາຂອງຄອບຄົວມັນກໍຫຼາຍໆ ໃນແຕ່ລະຄອບຄົວ ເຂົາເຈົ້າກໍບໍ່ສາມາດທີ່ວ່າ ຈະເປີດເຜີຍ ບໍ່ກ້າທີ່ວ່າຈະໄປປຶກສາຢູ່ໃສຫັ້ນນ່າ ແລ້ວເຂົາເຈົ້າກໍບໍ່ຮູ້ວ່າ ຈະໄປປຶກສາຖືກເປົ້າບໍ່ ແລ້ວກໍວ່າເວົ້າເຣື່ອງ ການເກັບຄວາມລັບຫັ້ນນ່າ.”
ນັກສຶກສາ ມະຫາວິທຍະລັຍແຫ່ງຊາຕ ຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ ໃນສັງຄົມລາວ ຈະເຫັນ ແມ່ຍິງແລະເດັກນ້ອຍ ຖືກໃຊ້ຄວາມຮຸນແຮງຫຼາຍກວ່າຜູ້ຊາຍ ເນື່ອງຈາກຜູ້ຊາຍ ມີກໍາລັງແຮງຫຼາຍສຸດ ສະນັ້ນ ໃນຖານະທີ່ໂຕເອງເປັນນັກສຶກສາ ແລະຮຽນກ່ຽວກັບສັງຄົມສົງເຄາະ ກໍຈະເປັນສ່ວນນຶ່ງ ໃນການຕໍ່ຕ້ານຄວາມຮຸນແຮງຕໍ່ ແມ່ຍິງແລະເດັກນ້ອຍ ດ້ວຍການເຜີຍແຜ່ຂໍ້ມູນຂ່າວສານ ແລະຄວາມຮູ້ກ່ຽວກັບການລະເມີດສິດທິຂອງ ແມ່ຍິງແລະເດັກນ້ອຍ ລົງທາງສື່ສັງຄົມອອນລາຍນ໌ ຮວມເຖິງ ຈະເວົ້າໃຫ້ຜູ້ທີ່ຢູ່ໃກ້ໂຕເອງຟັງ ວ່າການໃຊ້ຄວາມຮຸນແຮງ ຄືການລະເມີດສິດທິ ເພື່ອສົ່ງຕໍ່ຂໍ້ມູນ ຕໍ່ໄປເລື້ອຍໆ:
“ສ່ວນຫຼາຍ ກໍຈະເຫັນແມ່ຍິງ ເປັນສ່ວນຫຼາຍ ກັບເດັກນ້ອຍ ເພາະວ່າ ທ່າແຮງຜູ້ຊາຍ ເຂົາຈະມີກໍາລັງຫຼາຍກວ່າຜູ້ຍິງ, ເດັກນ້ອຍ ກໍຄົນທີ່ມີອໍານາດໜ້ອຍ. ຜູ້ໃຫຍ່ເຂົາມັກຈະໃຊ້ອໍານາດ ໃສ່ເດັກນ້ອຍ ສິ່ງທີ່ເຮັດໄດ້ນະຕອນນີ້ ກໍຄືເຜີຍແຜ່ໂຄສະນາ ຄື ນ້ອງ ໄດ້ຝຶກອົບຮົມຕ່າງໆມາ, ນ້ອງກໍຈະແຊຣ໌ສິ່ງນັ້ນ ລົງໃນຜ່ານສື່ສັງຄົມອອນລາຍນ໌ ຫຼືວ່າ ເວົ້າຕໍ່ໆກັນໄປວ່າ ເອີ່, ເຮັດແບບນີ້ ມັນບໍ່ດີເດີ້ ມັນລະເມີດສິດທິຂອງເດັກນ້ອຍ ຫຼືວ່າ ມັນເປັນການໃຊ້ຄວາມຮຸນແຮງ.”
ສໍາລັບການສ້າງສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ຢູ່ແຂວງອັດຕະປື ແລະແຂວງບໍຣິຄໍາໄຊນັ້ນ ຖືວ່າເປັນຄັ້ງທໍາອິດ ທີ່ 2 ແຂວງ ມີສູນດັ່ງກ່າວ.
ການສະກັດກັ້ນ ການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຄວາມໝາຍໝັ້ນ ຂອງປະເທດລາວ ຕໍ່ກອງປະຊຸມສາກົລ ກ່ຽວກັບປະຊາກອນ ແລະການພັທນາ ICPD25 ທີ່ນະຄອນໄນໂຣບີ ປະເທດເຄນຢາ ແລະການສ້າງສູນດັ່ງກ່າວ ຍັງສນັບສນູນ ໃຫ້ປະເທດລາວ ໃນການຈັດຕັ້ງປະຕິບັດຄໍາໝາຍໝັ້ນ ດ້ານສິດທິມະນຸສ ໃນເວທີສາກົລ ທີ່ກ່ຽວຂ້ອງກັບຄວາມສເມີພາບລະຫວ່າງຍິງ-ຊາຍ ເພື່ອໃຫ້ແມ່ຍິງ ແລະເດັກນ້ອຍ ຜູ້ລອດຊີວິຕ ຈາກຄວາມຮຸນແຮງ ຕິດຕໍ່ຫາ ເພື່ອຂໍຮັບການປິ່ນປົວທີ່ຈໍາເປັນ ຢ່າງເປັນມືອາຊີບ ຫຼັງຈາກໄດ້ຮັບຄວາມຮຸນແຮງ ໂດຍສະເພາະ ຄວາມຮຸນແຮງທາງດ້ານຮ່າງກາຍ ແລະທາງເພດ ແລະສົ່ງຕໍ່ຜູ້ລອດຊີວິຕ ໃຫ້ການບໍຣິການອື່ນໆທີ່ຈໍາເປັນ ເຊັ່ນ ການບໍຣິການທາງສັງຄົມ ຕໍາຣວດ ແລະຍຸຕິທັມ ເພື່ອປົກປ້ອງຄວາມປອດພັຍ ແລະສວັດດີການ ຂອງຜູ້ລອດຊີວິຕນໍາດ້ວຍ.