ເຣື້ອງທີ່ເກັບບັນທຶກໄວ້
2021-11-16
ທາງການລາວ ຣາຍງານ ໃນມື້ວັນທີ 16 ພຶສຈິການີ້ວ່າ ກວດພົບ ຜູ້ຕິດໂຄວິດ-19 ແລະ ເສັຽຊີວິດ ເພື່ມສູງທີ່ສຸດ ເກືອບວ່າ ທັງໝົດແມ່ນ ຕິດຢູ່ໃນຊຸມຊົນ, ນໍາເຂົ້າພຽງ 10 ປາຍຄົນ ຖືວ່າ ເປັນໂຕເລກ ສູງທີ່ສຸດ ທີ່ເຄີຍມີມາ.
2021-11-15
ສະຖານະການ ໂຄວິດໃນປັດຈຸບັນ ທີ່ຣັຖບານກຽມ ເປີດປະເທດ ໃນຂນະທີ່ການຕົວເລ ກຜູ້ຕິດເຊື້ອກໍຍັງສູງຢູ່.
2021-11-13
ກຸ່ມຄົນລາວ ແລະ ຄົນຈີນ ທີ່ມົ້ວສຸມ ສິງມືນເມົາ ຢູ່ຮ້ານບັນເທີງແຫ່ງນຶ່ງໃນ ຄະນອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ຈັບ ແລະ ນຳໂຕໄປກວດຫາ ເຊື້ອໂຄວິດ-19 ຈາກນັ້ນ ກໍຈະຕ້ອງ ຖືກດຳເນີນຄະດີ ຕາມກົດລາວ.
2021-11-12
ທາງການລາວ ໄດ້ຮັບມອບ ອາຄານ ໂຮງໝໍມະໂຫສົດ ຫຼັງໃໝ່ ຈາກຣັຖບານຈີນ ໂດຍຕັ້ງເປົ້າໝາຍໃຫ້ ເປັນໂຮງໝໍ ທີ່ທັນສມັຍທີ່ສຸດ ໃນປະເທດ ດ້ວຍຂີດຈຳກັດ ຄຸນພາບບຸກຄະລາກອນ ແລະເຄື່ອງມື ເຮັດໃຫ້ງານບໍຣິການ ມີບັນຫາຫຼາຍດ້ານ.
2021-11-12
ມີຄຳສັ່ງລ໊ອກດາວ ເດັດຂາດຕັ້ງແຕ່ ມື້ວັນທີ 10 ພຶສຈິກາ ນີ້ເປັນຕົ້ນໄປ ຈົນກວ່າ ຈະສາມາດ ຄວບຄຸມ ສະພາບການ ຣະບາດຂອງໂຄວິດ-19 ໃຫ້ຫຼຸດລົງ ເພາະປັດຈຸບັນນີ້ ມີຄົນຕິດເຊື້ອເພີ່ມຂຶ້ນຫຼາຍ.
2021-11-12
ເກີດເຫດ ກຸ່ມວັຍລຸ້ນຕີກັນ ຢູ່ຕລາດດາວເຮືອງ ເບື້ອງຕົ້ນ ມີຜູ້ໄດ້ຮັບບາດເຈັບ 2 ຄົນ ແຕ່ຍັງບໍ່ຮູ້ ສາເຫດຄັກ ແນ່ວ່າ ເປັນຍ້ອນຫຍັງ ກັນແທ້, ຊຶ່ງຍັງຢູ່ໃນ ຂັນຕອນ ການສອບສວນ.
2021-11-10
ຄົນງານລາວ ທີ່ເຄີຍເຮັດວຽກສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງງວຽງ ເສັຍຊີວິດຢ່າງອະນາຖາ ຍ້ອນນາຍຈ້າງປ່ອຍປະ ເຮັດໃຫ້ຜູ້ເສັຽຊີວິດ ບໍ່ເງີນຄ່າປິ່ນປົວ ຍາມເຈັບປ່ວຍ ແລະຄ່າອາຫານ.
2021-11-10
ນັບແຕ່ທາງການລາວ ປະກາດ ລ໊ອກດາວ ປະເທດ ເພື່ອຄວບຄຸມ ເຊື້ອໂຄວິດ-19, ນອກຈາກບໍ່ສາມາດຄວບຄຸມໄດ້ແລ້ວ ຍັງມີບັນຫາອື່ນໆ ຕາມມາເຊັ່ນ ປະຊາຊົນບໍ່ສາມາດ ດຳຣົງຊີວິດໄດ້ ຕາມປົກຕິ, ລາຄາສິນຄ້າ ແພງຂຶ້ນທຸກໆ ມື້.
2021-11-04
ນັບວັນຍິ່ງເພີ່ມຂຶ້ນ ສຳລັບຜູ້ຕິດເຊື້ອໂຄວິດ-19 ຊຶ່ງຍັງເບິ່ງບໍ່ເຫັນແສງສະວ່າງທີ່ປາຍອຸມົງ ວ່າລາວຈະຜ່ານຜ່າວິກິຈຄັ້ງນີ້ ໄປແນວທິດທາງໃດ, ເສຖກິຈມືດມົນ ປະຊາຊົນໂຫຍຫວນ ຮຽກຮ້ອງ ຂໍຄວາມຊ່ອຍເຫຼືອ.
2021-11-03
ໃກ້ເຖິງກຳໜົດປົດລ໊ອກດາວປະເທດແລ້ວ ແຕ່ທາງການລາວຍັງພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃນແຕ່ລະມື້ ແລະ ປະຊາຊົນ ເຣິ່ມເບື່ອ ກັບການກັກໂຕແລ້ວ ເພາະມັນເຮັດໃຫ້ການດຳເນີນຊີວິດ ພົບບັນຫາຫຼາຍຢ່າງ.
2021-11-02
ເຖິງແມ່ນວ່າທາງການລາວ ມີມາຕການ ລ໊ອກດາວມາໄດ້ໄລຍະນຶ່ງແລ້ວ ແຕ່ບໍ່ສາມາດຄວບຄຸມການຣະບາດ ໃຫ້ຢູ່ໃນວົງຈຳກັດໄດ້, ເມື່ອປະເທດຕົກຢູ່ໃນສະພາວະຄຸມເຄືອ ເຮັດໃຫ້ປະຊາຊົນຜູ້ຫາເຊົ້າກິນຄ່ຳ ໄດ້ຮັບຄວາມລຳບາກ ດ້ວຍເຫດນີ້ ຈຶ່ງຢາກໃຫ້ ປົດລ໊ອກດາວປະເທດ.
2021-11-01
ທາງການລາວ ອອກແຈ້ງການສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ຕື່ມອີກ 15 ມື້ ຍ້ອນອັຕຣາ ການຕິດເຊື້ອໂຄວິດ-19 ຍັງບໍ່ຫຼຸດລົງໃນແຕ່ລະມື້, ທີ່ສຳຄັນ ພາກຣັຖຍັງບໍ່ມີມາຕການ ຊ່ອຍເຫຼືອປະຊາຊົນ ຄວບຄູ່ກັບການປິດບ້ານປິດເມືອງ.
2021-10-29
ການແຜ່ຣະບາດ ຂອງໂຄວິດ-19 ຢູ່ລາວ ຍັງໜ້າເປັນຫ່ວງ, ມີຄົນຕິດເຊື້ອ ຫຼາຍຢ່າງຕໍ່ເນື່ອງ ແລະ ສໍາລັບ ມື້ວັນທີ 29 ຕຸລານີ້ ທາງການລາວ ປະກາດວ່າ ມີຜູ້ຕິດເຊື້ອໃໝ່ 447 ຄົນ, ໃນນັ້ນ ຍັງຫຼາຍແຂວງ ຂອງລາວ ພົບຜູ້ຕິດເຊື້ອ ເພີ່ມຂຶ້ນ.
2021-10-29
ສວນກ້ວຍຈີນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ມີການໃຊ້ແຮງງານເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ຊຶ່ງຜິດຕໍ່ຣະບຽບກົດໝາຍການຈ້າງງານ ເພາະວ່າເຮັດວຽກຢູ່ສະຖານທີ່ ທີ່ມີຄວາມສ່ຽງ ຊຶ່ງໄດ້ສໍາຜັດກັບສານເຄມີ ທີ່ເປັນອັນຕລາຍຕໍ່ສຸຂພາບ.
2021-10-28
ຊາວລາວ ຢາກໃຫ້ຣັຖ ອອກງົບປະມານ ຊື້ນ້ຳຢາ ຫຼືເຄື່ອງກວດໂຄວິດ-19 ໃຫ້ປະຊາຊົນ ເພື່ອທີ່ຈະສາມາດຮູ້ວ່າ ຈະຕິດເຊື້ອ ຫຼືບໍ່ຕິດເຊື້ອໂຄວິດ-19 ໄດ້ທັນເວລາ ແລ້ວບໍ່ໃຫ້ມີອາການຮຸນແຮງ ແລະ ບໍ່ແຜ່ເຊື້ອໃຫ້ຄົນອື່ນ