ມີຜູ້ຕິດເຊື້ອເດືອນນີ້ ສູງທີ່ສຸດ ເທົ່າທີເຄີຍກວດພົບ

ໄຊຍາ
2021.11.03
ມີຜູ້ຕິດເຊື້ອເດືອນນີ້ ສູງທີ່ສຸດ ເທົ່າທີເຄີຍກວດພົບ 3 ພືສຈິກາ 2021 ນີ້ ໂຕເລກຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 1,000 ປາຍຄົນ
ນັກຂ່າວ ພົລເມືອງ

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນວັນທີ 3 ພືສຈິກາທັງໝົດ 1,062 ຄົນ ແລະ ເປັນໂຕເລກທີ່ສູງທີ່ສຸດ ນັບແຕ່ມີການຣະບາດເປັນຕົ້ນມາ. ຈຳນວນ ໂຕເລກຜູ້ຕິດເຊື້ອດັ່ງກ່າວຢູ່ນະຄອນຫຼວງວຽງຈັນມີຈຳນວນ 520 ຄົນຊຶ່ງສາເຫດທີ່ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍນັ້ນຍ້ອນຍັງມີປະຊາຊົນ ບາງກຸ່ມຍັງຖືເບົາ ບໍ່ປະຕິບັດມາຕການປ້ອງກັນໂຄວິດ-19 ເຖິງແມ່ນວ່າເຈົ້າໜ້າທີ່ ຈະໃຊ້ມາຕການປັບໃໝກໍຍັງມີຜູ້ຣະເມີດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ທີ່ຂໍສງວນສື່ແລະຕຳແໜ່ງກ່າວໃນວັນທີ 3 ພືສຈິການີ້ວ່າ:

ສ່ວນຫຼາຍ ມັນເປັນຈັ່ງຊີ້ ລັກສະນະວ່າ ບາງຄົນເຂົາເຈົ້າກໍບໍ່ໄດ້ນັບຖືກົດ ໝາຍຕາມນາຍົກຫັ້ນເນາະຮ້ານບັນຖອກບັນເທີງບໍ່ໃຫ້ເປີດ ໃຫ້ຫຍັງມັນໄປມົ້ວຢູ່ຮ້ານບັນເທີງ ສາຍພັນເດລຕ້ານີ້ ນ່າເສຍຊີວິດສ່ວນຫຼາຍມີແຕ່ຜູ້ທີ່ວ່າມີພະຍາດປະຈຳໂຕເວົ້າງ່າຍໆ ດອກ.

ສາເຫດອີກສ່ວນນຶ່ງ ເກີດຈາກຜູ້ສັມພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ບໍ່ຍອມກັກໂຕ ຕາມມາຕການປ້ອງກັນແລະຍັງອອກໄປນອກເຮືອນ ຫາຊື້ອາຫານການກິນ ທັງທີ່ມີເຈົ້າໜ້າທີ່ຢູ່ແຕ່ບໍ່ແຈ້ງ ເຈົ້າໜ້າທີ່ວ່າຕ້ອງການໄປຊື້ອາຫານ ຈຶ່ງເຮັດໃຫ້ເຊື້ອແຜ່ກະຈາຍໄປໃສ່ຜູ້ອື່ນ. ດັ່ງເຈົ້າ ໜ້າທີ່ສະເພາະກິຈ ນະຄອນຫຼວງວຽງຈັນກ່າວວ່າ:

ແມ່ນວ່າຄົນປະໝາດຫັ້ນແຫຼະ ສ່ວນຫຼາຍຖືເບົາບັນຫາຂອງມັນ ຄືແນວນີ້ນີ້ຄັນສົມມຸດວ່າຢູ່ໃນຄອບຄົວຂອງເຈົ້າມີຜູ້ຕິດເຊື້ອ ຂໍໃຫ້ເຈົ້າກັກບໍຣິເວນບໍ່ໃຫ້ໄປທາງໃດ ເຮົາຂໍຄວາມຮ່ວມມືວ່າຢ່າອອກໄປໃສໃນກຸ່ມຊ່ຽງຄັນເຮົາເວົ້າແລ້ວພັດບໍ່ໃຫ້ຄວາມຮ່ວມມືເຂົາເຈົ້າ ບໍ່ສົນໃຈເຂົາເຈົ້າບໍ່ໃຫ້ຄວາມຮ່ວມມືລັກໄປເຂົ້າເຈົ້າໄປກວດເຊື້ອເຈົ້າຕິດນີ້ນ່າ.

ຂນະທີ່ຊາວບ້ານ ໃນນະຄອນຫຼວງວຽງຈັນ ຫຼາຍຄົນກໍບໍ່ໄດ້ຢ້ານ ເຊື້ອໂຄວິດ-19 ຄືແຕ່ກ່ອນແລ້ວ ເພາະເຄີຍຊິນກັບຜູ້ຕິດເຊື້ອໂຄວິດ-19. ໃນແຕ່ລະມື້ ສາມາດຢູ່ກັບມັນໄດ້ ແລະຮູ້ຈັກວິທີປ້ອງກັນຕົນເອງ ແຕ່ຖ້າຫາກ ໂຕເລກສູງເຖິງຫຼັກພັນຂນາດນີ້ ແນ່ນອນວ່າຫຼາຍຄົນກໍຕ້ອງຕື່ນໂຕ ບໍ່ປະໝາດໄປມາຫາສູ່ກັນຄືແຕ່ກ່ອນ ເພາະຜູ້ໃດກໍຢາກໃຫ້ຫຼຸດລົງ ຈະໄດ້ໄປມາຫາສູ່ກັນໄດ້ສະດວກ. ຊາວບ້ານໃນນະຄອນຫຼວງວຽງຈັນກ່າວວ່າ:

ພະຍາຍາມຢູ່ກັບມັນ ຫັ້ນແຫຼະຈະໃຫ້ມັນເຊົາແບບສະນິດເລີຍ ມັນກໍຄືຈະບໍ່ເຊົາດອກມື້ນຶ່ງສອງສາມຮ້ອຍມັນເຣີ່ມຊິນແລ້ວນ່າ ຄວາມຮູ້ສຶກປະຊາຊົນເນາະ ມັນຕືນໄປເປັນພັນບາດດຽວ ກໍຊິພາກັນຢ້ານແດ່ບາດນີ້ຊິບໍ່ກ້າອອກຮອດບ້ານພຸ້ນແຫຼະ ບາດນີ້ກໍຈະເຣີ່ມຕື່ນໂຕຫຼາຍຂື້ນ. ປະຊາຊົນນີ້ແລ້ວ ຕ້ອງຕື່ນໂຕເອງຣະມັດຣະວັງກັນເອງ ຄັນວ່າເຈົ້າຍັງນັ້ນຍັງນີ້ໄປຫາກັນ ມັນກາສ່ຽງຫຼາຍຢູ່.

ການຕິດເຊື້ອໂຄວິດ-19 ພາຍໃນຊຸມຊົນນີ້ກໍຍັງມີເຣື້ອຍໆ ຊຶ່ງຕ້ອງຮູ້ຈັກປ້ອງກັນຕົນເອງ ບໍ່ປະໝາດຣະມັດຣະວັງໂຕເອງດີທີ່ສຸດ. ຊາວບ້ານໃນນະຄອນຫຼວງວຽງຈັນອີກທ່ານ ນຶ່ງໄດ້ກ່າວວ່າ:

ຮັກສາປ້ອງກັນ ເອົາຊິໄປຊິມາຕ້ອງມີສະຕິ ປ້ອງກັນໂຕເອງ ແມ່ນນຶ່ງຖືເຈວ ຖືຫຍັງໄປສອງລະແມ່ນຜ້າອັດປາກອັດດັງຢູ່ຕລອດແນວນັ້ນລະ.

ພ້ອມດຽວກັນນີ້ ກະຊວງສາທາຣະນະສຸຂ ໄດ້ແຈ້ງເຕືອນເຖິງພໍ່ແມ່ພີ່ນ້ອງ ປະຊາຊົນອີກເທື່ອນຶ່ງໃນວັນທີ 2 ພືສຈິກາຜ່ານມາ ຢ່າໄປຊື້ເຄື່ອງກວດຫາ ເຊື້ອໂຄວິດ-19 ແບບດ່ວນຕາມອອນລາຍ ເພື່ອໄປກວດເອງເພາະບໍ່ໄດ້ປະສິດທິຜົລ ດີຄືກັບເຈົ້າໜ້າທີ່ແພດໝໍກວດໃຫ້.

 ການໄປຊື້ເຄື່ອງກວດຫາເຊື້ອໂຄວິດ-19 ແບບໄວມາກວດເອງມັນກໍມີທັງຂໍ້ດີ ແລະ ຂໍ້ເສຍເຊີ່ງຂໍ້ດີກໍເຮັດໃຫ້ສະດວກບໍ່ສ່ຽງທີ່ຈະນໍາເຊື້ອໂຄວິດ-19 ໄປແຜ່ໃສ່ຄົນອື່ນສ່ວນຂໍ້ເສຍຜູ້ທີ່ຊື້ ມາກວດເອງອາດຈະເຮັດບໍ່ຖືກຕ້ອງຜົລການກວດອາດຜິດພາດ. ຢ່າງໃດກໍຕາມຜູ້ທີ່ຈະນຳ ເຄື່ອງກວດຫາເຊື້ອໂຄວິດ-19 ແບບໄວ ໄປຂາຍທາງອອນລາຍນ໌ ກໍຄວນໄປຂື້ນທະບຽນ ກັບກະຊວງສາທາຣະນະສຸຂ ເພື່ອຄວາມໝັ້ນໃຈວ່າຖືກກົດໝາຍ. ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

ມັນກໍມີສອງມຸມເນາະ ກໍມຸມແຣກກໍຄືເຮັດໃຫ້ສະດວກສະບາຍຂື້ນ ແລະກາບໍ່ໄດ່ແຜ່ເຊື້ອໃສ່ຜູ້ອື່ນທີສອງກາຈະເປັນສິນຄ້າບໍ່ໄດ້ມາຕຖານ ບາງຄົນກວດດ້ວຍຕົນເອງອາດບໍ່ຖືກວິທີ ໃຊ້ບໍ່ໄດ້ຜົລຈັ່ງຊິນ່າພວກທີ່ຈະຂາຍຕ້ອງເອົາຂອງແທ້ ມາຂາຍເນາະເອົາໃບອະນຸຍາດ ຈາກກະຊວງສາທາຣະນະສຸກເນາະ.

ຫຼາຍຄົນກໍໄດ້ຮັບຮູ້ ເຖິງການແຈ້ງເຕືອນນີ້ແລ້ວ ແຕ່ກໍມີບາງຄົນເທົ່ານັ້ນ ທີ່ໄປຊື້ເຄື່ອງກວດຫາ ເຊື້ອໂຄວິດ-19 ແບບໄວ ທາງອອນລາຍນ໌ ຊຶ່ງກໍເປັນເຣື່ອງທີ່ບໍ່ຄວນໄປຊື້ ເພາະເຈົ້າໜ້າທີ່ເຕືອນຢູ່ວ່າ ຜົລການກວດຫາເຊື້ອ ອາດຈະຜິດພາດ ບໍ່ໄດ້ຕາມມາຕຖານ. ຊາວບ້ານໃນນະຄອນຫຼວງວຽງຈັນອີກທ່ານນຶ່ງໄດ້ກ່າວວ່າ:

ອັນນີ້ກາຮູ້ແລ້ວ ເພິ່ນກໍລົງແຈ້ງການວ່າ ບໍ່ຢາກໃຫ້ໄປຊື້ ມາກວດເອງກໍຍັງມີ ບາງບຸກຄົນທີ່ໄປຫາຊື້ມາຢູ່ ຜົລກວດອອກມາ ມັນກໍບໍ່ຊັດເຈນທັມມະດາ ກໍໄປກວດໂຮງໝໍແຫຼະເນາະ.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ວັນທີ 3 ພືສຈິກາ ມີຜູ້ຕິດເຊື້ອໃນຊຸມຊົນທັງໝົດ 1,056 ຄົນ, ຕິດເຊື້ອຈາກກໍຣະນີນຳເຂົ້າທັງໝົດ 6 ຄົນ, ຜູ້ເສຍຊີວິດສະສົມ 73 ຄົນ, ຕິດເຊື້ອສະສົມ 42,891 ຄົນ, ກຳລັງປິ່ນປົວ 7,864 ຄົນ ແລະ ປິ່ນປົວເຊົາ 34,954 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.