ລາວ ກຽມເປີດປະເທດ ແຕ່ໂຄວິດ-19 ຍັງມາແຮງ
2021.11.15
ທາງການລາວ ກຳລັງກະກຽມຈະເປີດປະເທດ ໃນຕົ້ນປີ 2022 ໃນຂນະທີ່ ຈຳນວນຜູ້ຕິດເຊື້ອໂຄວິດ-19 ລາຍວັນຍັງສູງຢູ່. ສ່ວນເຈົ້າໜ້າທີ່ຜູ້ເຮັດວຽກຢູ່ອົງການຂອງຣັຖ ກໍພາກັນກັບໄປເຮັດວຽກແລ້ວ ແລະ ປະຊາຊົນກໍຄຸ້ນເຄີຍກັບສະຖານະການແລ້ວ ແຕ່ ຫຼາຍຄົນກໍມີຄວາມລະມັດລະວັງ.
ເຈົ້າໜ້າທີ່ຣັຖກອນທ່ານນຶ່ງ ໄດ້ໃຫ້ສໍາພາດແຕໍ່ເອເຊັຽເສຣີ ວ່າ:
“ເຈົ້າໜ້າທີ່: ໂອ້ຂັ້ນມັນເກີດກະເວົ້າເລື່ອງວ່າ ບໍ່ຟັງຊັ້ນເທາະໄປ໋ ບໍ່ມີມາດຕະການສ່ວນຫຼາຍກະເປັນເຈົ້າໜ້າທີ່ ທີ່ມີເງິນມີຄຳຫັ້ນແຫຼະ ກະຢາກເຮັດຫັ້ນ ເຮັດນີ້ ຫັ້ນແຫຼະ ກະລາມໄປ ບັນຫາມັນເກີດຄືແນວນັ້ນ. ປະຊາຊົນຫັ້ນ ບໍ່ມີບັນຫາ. ບັນຫາພະຍາດທີ່ວ່າມັນເກີດນີ້ ເນາະ ມັນແຜ່ລາມຫັ້ນນ່າ.”
ນັກຂ່າວ: ເຮົາໄດ້ໄປການປົກຕິລະຫວະ?
ເຈົ້າໜ້າທີ່: ເອີເລື່ອງໄປການ ໄປການປົກຕິດອກ ແຕ່ວ່າ ເຈົ້າໜ້າທີ່ຫັ້ນ ຜູ້ທີ່ມັນມີລາຍຮັບຫັ້ນນ່າ ມີເງິນມີຄຳແດ່ ຊວນໝູ່ມາຈັດວັນເກີດ ວັນອີ່ສັງໄປ ແຜ່ລາມໄປເລີຍ. ບ້ານເຮົາຊູ່ມື້ນີ້ ມັນເປັນແນວນັ້ນ.
ນັກຂ່າວ: ໄປການໄດ້ລະວັງບໍ່ ເພິ່ນໃຫ້ໄປການປົກຕິ ນີ້?
ເຈົ້າໜ້າທີ່: ເອີ ກະໄປການປົກຕິ ກະລະວັງໃຜ ລະວັງມັນຫັ້ນແລະ. ກະໃສ່ຜ້າອັດປາກຄືກັນຫັ້ນແລະ.
ນັກຂ່າວ: ທາງຫ້ອງການເພິ່ນກະໃຫ້ໄປທຸກມື້ເບາະ ຫຼືວ່າ ບາງມື້ໄປ?
ເຈົ້າໜ້າທີ່: ບໍ່ ບໍ່ ໄປທຸກມື້ ໄປທຸກມື້. ເປີດກອງປະຊຸມນີ້ ໄດ້ໄປກວດເຊັກຄັກແນ່ລະກະ ກຽມເປີດກອງປະຊຸມ ແຕ່ຂ້ອຍຫາກບໍ່ໄດ້ຮ່ວມ ເພາະວ່າ ເຮົາຢູ່ຫ່າງໄກເດ້ ເປີດກອງປະຊຸມລອບນີ້ເນາະ.
ນັກຂ່າວ: ເຮົາເຫັນຈັ່ງໃດນີ້ ເພິ່ນມີແຜນການເປີດປະເທດ?
ເຈົ້າໜ້າທີ່: ເອີ ເປີດແທ້ໄດ໋. ເປີດ ມີແຜນການເປີດເນາະ.
ນັກຂ່າວ: ທັງທັງ ທີ່ຕົວເລກມັນສູງຂຶ້ນຈັ່ງຊີ້?
ເຈົ້າໜ້າທີ່: ຄັນເວົ້າວ່າ ບໍ່ເຫັນດີເປີດນີ້ ມັນກະເປັນໄປບໍ່ໄດ້. ເພາະວ່າ ບ້ານເຮົານີ້ເນາະ ບ້ານເຮົານີ້ ມັນບໍ່ແມ່ນວ່າຄວາມສ່ຽງ ແມ່ນຢູ່ວ່າ ຕົວເລກມັນສູງຂຶ້ນ. ຕົວເລກສູງມັນຢູ່ໃນກຸ່ມຂອງເຂົາດອກ. ເຂົາຈະຕັດໂລດ ຫ້າມບໍ່ໃຫ້ໄປໃສ ມັນເປັນແນວນັ້ນ ເລື່ອງເປີດນີ້ ມັນເປີດໄດ້. ພວກບໍ່ສຳຜັດໃກ້ຊິດກະບໍ່ໄປຕິດອີກພວກນີ້. ແນວເຮົາຮັບຮູ້ກ່ອນລະເດ້ ເພາະວ່າ ບ້ານເຮົາຈັ່ງຊີ້ໄດ໋ ແຕ່ລະແຂວງ ແຕ່ລະແຂວງ ເວລາຕິດໝົດຢູ່ໃນກຸ່ມ ຄືຢູ່ໃນດ່ານ ຄື ຢູ່ສາລະວັນນີ້ນ່າ ຄືຢູ່ໃນດ່ານລາໄລນີ້ນ່າ ຕັດໝົດໂລດ ພວກເຄື່ອນໄຫວໃກ້ຊິດກະຕັດບໍ່ໃຫ້ໄປໃສໄດ໋. ແນວນັ້ນ ມັນສະກັດກັ້ນໄດ້ໂຕນີ້. ອັນນ່າ ໂຕນີ້ ມັນຈັ່ງບໍ່ລາມ.
ນັກຂ່າວ: ໜ່ວຍງານຂອງຣັຖເຮົາໄດ້ກຽມໂຕຈັ່ງໃດ ສຳລັບການເປີດນີ້?
ເຈົ້າໜ້າທີ່: ສຳລັບການເປີດນີ້ ທາງໜ່ວຍງານຂອງຣັຖພວກເຮົາກະກຽມເປີດແຫຼ ກຽມ. ບັນຫາຫຼັກໆ ກະໄດ້ຜ່ານການກວດກາຄືກັນອັນນີ້. ຕ່າງປະເທດມາ ກະໄດ້ຜ່ານການກວດກາຄືກັນ ຄັນຜູ້ໃດມີເຊື້ອໄຂ້ ເຊື້ອຫຍັງ ຄັນປົກຕິ ກະປ່ອຍໄປຄືເກົ່າ.
ນັກຂ່າວ: ໄດ້ຍິນວ່າຊິເປີດນີ້ ຄົນຢ້ານເບາະ ຄືຈັ່ງໃດ ຄືຄົນກຽມໃສ່ຊິເປີດນີ້?
ເຈົ້າໜ້າທີ່: ບໍ່ບໍ່ ບໍ່ຢ້ານໃຫ້ເປີດດີກວ່າ ສ່ວນໃຫຍ່ນີ້ ພວກທີ່ບໍ່ໄດ້ຮັບວັກຊີນເນາະ ພວກທີ່ຢູ່ຫ່າງໄກສອກຫຼີກຫັ້ນນ່າ ກະບໍ່ເປັນຫຍັງ ເພາະວ່າ ເວລາ ກະແມ່ນພວກໄດ້ຮັບວັກຊີນໝົດເນາະ. ພວກຕິດເຊື້ອຕິດຫຍັງມາ ກະປິ່ນປົວກະເປັນທັມດາແຫຼ. ການປິດ ແລະ ລອກດາວ ກໍບໍ່ສາມາດຫ້າມປະຊາຊົນອອກຈາກເຮືອນໄດ້.
ນັກວິຊາການລາວ ທ່ານນຶ່ງກ່າວວ່າ: “ປິດກິປິດ ໂອ້ຍແຕ່ສະພາບມາເບິ່ງ ຣົດເຕັມໄຟແດງແຫ້ຍກັນ ຕະພຶດຕະພື ອອກໄປຄືເກົ່າ ຫ້າມແຕ່ປາກ ແຕ່ພຶດຕິກັມຕົວຈິງ ບໍ່ໄດ້ ບໍ່ໄດ້ ເວົ້າໄປຄືຊື່ໆດອກ.”
ສ່ວນວ່າ ປະຊາຊົນຊາວນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດວ່າ ຕ້ອງໄດ້ລະມັດລະວັງຮັກສາຕົວເອງ:
ນັກຂ່າວ: ເຮົາຢູ່ຈັ່ງໃດນີ້?
ປະຊາຊົນ: ແມ່ນກະຕ້ອງຮັກສາຕົວເອງຫັ້ນແຫຼຕອນນີ້ນ່າ ບໍ່ຢາກໃຫ້ອອກນອກບ້ານດຸຫຼາຍ ຄັນບໍ່ຈຳເປັນແມ່ນບໍ່ຢາກໃຫ້ໄປ ຊ້ວງກ່ອນເພິ່ນລະລອກດອກ ແຕ່ວ່າ ປະຊາຊົນ ເພິ່ນພັດຈົ່ມວ່າ ພວກຫາເຊົ້າກິນຄ່ຳ ບໍ່ມີເຂົ້າຫຍັງກິນຫຍັງຫັ້ນນ່າ ຍັງໝົ້ນໄປຢູ່ ດຽວນີ້ ເພິ່ນປ່ອຍລະ.
ເພິ່ນປ່ອຍ ແຕ່ວ່າ ຄັນຖ້າວ່າເປັນຫັ້ນປົວຢູ່ເຮືອນເອົາ. ໃຫ້ກັກໂຕຢູ່ບ້ານຄັນເປັນຫັ້ນນ່າ. ຄັນວ່າ ໄປໂຮງໝໍນີ້ ຕ້ອງໄດ້ເສັຽເງິນເອງເພິ່ນວ່າ ຈັ່ງຊັ້ນເດ້ ເວົ້າບໍ່ຟັງຫັ້ນນ່າ. ຄົນລາວ ຄັນເອົາເຊືອກກັນໄວ້ ມັນກະມ້າງເຊືອກອອກ.
ນັກຂ່າວ: ເປັນຈັ່ງໃດ ເຮົາຕື່ນຕະໜັກຢູ່ເບາະ ຫຼືວ່າ ທັມດາ ຫຼືວ່າ ເຮົາລະວັງຕົວເຮົາເອງ?
ປະຊາຊົນ: ມັນເປັນມາແບບນີ້ ກະຢາກວ່າລຶ້ງແລ້ວ ແຕ່ຕ້ອງໄດ້ຮັກສາຕົວເອງ ບໍ່ໄດ້ຕື່ນຫຼາຍດອກ.
ນັກຂ່າວ: ວຽກຂອງເຮົາເອງ ທຸຣະກິດຂອງເຮົາເອງ ເຮົາກະໄດ້ໄປເຮັດຢູ່ເບາະ?
ປະຊາຊົນ: ໂອໂຕນັ້ນ ບາງສ່ວນເພິ່ນກະປ່ອຍໃຫ້ໄປເຮັດຢູ່ ແຕ່ສ່ວນຫຼາຍຫັ້ນລະແມ່ນບໍ່ໄປເອງ ເຂົາຢ້ານ ເຂົາບໍ່ໄປເອງ. ເຮົາເອງຫັ້ນລະແມ່ນ ຂ້ອຍກະບໍ່ໄດ້ຄຸມປານໃດຫັ້ນນ່າ.
ໃນຂນະທີ່ ປະຊາຊົນຈຳນວນນຶ່ງ ກໍເກັບຕົວຢູ່ໃນເຮືອນຂອງຕົນເອງ, ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:
ປະຊາຊົນ: ກະຢູ່ແນວນີ້ແຫຼ ເພາະເຂົາເຈົ້າລ໊ອກດາວເດ້ ມີແຕ່ໄປຊື້ອາຫານການກິນຫັ້ນແຫຼ ກັນ ລະກະຢູ່ຢ້າວຢູ່ເຮືອນນ່າ.
ນັກຂ່າວ: ເພິ່ນຫຍັງຈຳກັດ ເພິ່ນຍັງຄວບຄຸມຢູ່ເນາະ ປົດລ໊ອກແລ້ວ ພັດຕໍ່ໄປອີກຕື່ມ.
ນັກຂ່າວ: ການໄປການມາເພິ່ນຈຳກັດບໍ່?
ປະຊາຊົນ: ກະຫາກວ່າ ບໍ່ຈຳກັດປານໃດ. ຖ້າວ່າ ເຮົາມີວຽກອັນໃດຈຳເປັນເຂົາກະຫາກໃຫ້ໄປຢູ່ ແຕ່ວ່າ ເຮົາໄດ້ລະມັດລະວັງແຫຼ ໃສ່ໜ້າກາກ ອັດປາກ ອັດດັງຫັ້ນແຫຼ ຕລອດແຫຼະ.
ນັກຂ່າວ: ຕ້ອງໄປແຈ້ງບ້ານຊັ້ນເທາະ ຂັ້ນຖ້າວ່າ ເຮົາຊິໄປບ່ອນໃດນະ?.
ປະຊາຊົນ: ເອີ ກະບໍ່ຈຳເປັນຕ້ອງໄປແຈ້ງບ້ານດອກ ກະມີແຕ່ວ່າ ເຮົາຫາກລະມັດລະວັງໂຕເອງ ໃຜລາວຫັ້ນແຫຼ. ມີແຕ່ວ່າ ເຂດແດງເຂົາຍາມຕລອດ 24 ຊົ່ວໂມງ. ຂັ້ນບໍ່ແມ່ນເຂດແດງ ກະໄປມາຈຳເປັນນີ້ ເຮົາໄດ້ຢູ່.
ເຈົ້າໜ້າທີ່ຄະນະສເພາະກິດຄວບຄຸມໂຄວິດ-19 ໄດ້ຣາຍງານໃນວັນທີ 12 ພຶສຈິກາ ວ່າ: ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ໂຄວິດ-19 ແມ່ນທັງໝົດແມ່ນ 6,729 ຕົວຢ່າງ ໃນນັ້ນກວດພົບເຊື້ອ 1,198 ຄົນ ຕິດເຊື້ອພາຍໃນມີ 1,196 ຄົນ ແລະ ຕິດເຊື້ອນຳເຂົ້າ 2 ຄົນ.
ຫຼ້າສຸດໃນວັນທີ 12 ພຶສຈິກາ 2021 ຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 1,198 ຄົນ ຈຳນວນຜູ້ທີ່ຕິດເຊື້ອສະສົມ 52,175 ຄົນ, ເສັຽຊີວິດສະສົມ 94 ຄົນ, ແຕ່ຕົວເລກຍັງຈະເພີ່ມຂຶ້ນອີກໃນມື້ຕໍ່ໄປ.
ຈຳນວນທີ່ກຳລັງປິ່ນປົວ 10,422 ຄົນ. ຈຳນວນທີ່ໄດ້ຮັບວັກຊີນເຂັມ 1 ແມ່ນ 3,504,434 ຄົນ ຈຳນວນທີ່ໄດ້ຮັບວັກຊີນເຂັມທີ 2 ແມ່ນ 2,960, 257 ຄົນ.