ແມ່ຍິງລາວ ໄດ້ຮັບບາດເຈັບໜັກ ຈາກເຫດການກາດຍິງ ໃນຫ້າງດັງ ທີ່ບາງກອກ
2023.10.04

ໃນວັນທີ 3 ຕຸລາ 2023 ທີ່ຜ່ານມານີ້, ເກີດເຫດການເດັກອາຍຸ 14 ປີ ກາດຍິງຜູ້ຄົນ ໂດຍບໍ່ເລືອກວ່າໃຜເປັນໃຜ ໃນຫ້າງສັພສິນຄ້າ ສະຢາມພາຣາກອນ ທີ່ນະຄອນຫຼວງບາງກອກ ປະເທດໄທຍ ເຮັດໃຫ້ມີຜູ້ເສັຽຊີວິດ 2 ຄົນ. ໃນນັ້ນ, ເປັນຄົນຈີນ, ພະມ້າ ແລະ ມີຜູ້ໄດ້ຮັບບາດເຈັບ 5 ຄົນ ລວມແມ່ຍິງລາວ 1 ຄົນ ຊື່ນາງ ຄຳ ພູອີ, ອາຍຸ 28 ປີ ເຮັດວຽກແມ່ບ້ານ ແລະ ຂໍບໍ່ເປີດເຜີຍວ່າ ເປັນຄົນແຂວງໃດ ໄດ້ຮັບບາດເຈັບສາຫັດ ຖືກຍິງໃຕ້ຂີ້ແຮ້ ແລະ ຫົວໄຫຼ່ ແລະ ມີບາດແຜຢູ່ຄໍ ເຈົ້າໜ້າທີ່ກູ້ໄພ ຮີບນຳໂຕສົ່ງໂຮງໝໍກຸງເທພ ຄຣິສຕຽນ.
ຕໍ່ມາ ໃນວັນທີ 4 ຕຸລາ 2023, ອາການຫຼ້າສຸດ ຂອງນາງຄຳ ຜູ້ຖືກຍິງ ປອດໄພແລ້ວ, ແຕ່ຍັງຢູ່ໃນຫ້ອງໄອຊີຢູ ໂດຍມີຍາດພີ່ນ້ອງ ມາຄອຍເຝົ້າຢູ່ຂ້າງນອກຫ້ອງໄອຊີຢູ ດ້ວຍຄວາມເປັນຫ່ວງ ເພື່ອເບິ່ງອາການຕໍ່ໄປ. ດັ່ງຜູ້ອຳນວຍການ ໂຮງໝໍກຸງເທພຄຣິສຕຽນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ຕຸລາ ນີ້ວ່າ:
“ອາການຕອນນີ້ ກໍຄົງທີ່ແລ້ວ, ແຕ່ວ່າກໍຍັງບໍ່ພົ້ນຂີດອັນຕຣາຍ ຍັງຕ້ອງໃຊ້ເຄື່ອງພະຍຸງຊີບຢູ່, ເຄື່ອງຊ່ອຍຫາຍໃຈ ເຮົາ. ເຮົາກໍຈະເບິ່ງໂຕວິໄຈ ຈາກເຄື່ອງມືເຮົາວັດໄດ້ ອາການມັນລວມໆ ມັນດີຂຶ້ນ ຍາດລໍຢູ່ຂ້າງໜ້າຫ້ອງໄອຊີຢູ ເຂົາກໍຢູ່ເບິ່ງອາການ ດ້ວຍຄວາມເປັນຫ່ວງ.”
ສ່ວນການຢຽວຢາ ຜູ້ເສັຽຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບ ທາງກົມຄຸ້ມຄອງສິດ ຂອງກະຊວງຍຸຕິທັມ ຂອງໄທຍ ຈະເຂົ້າມາຄຸ້ມຄອງ ແລະ ຢຽວຢາຕາມກົດໝາຍ ໃນໄທຍຢູ່ແລ້ວ.
ດັ່ງພັນຕຳຣວດໂທ ຈະເຣີນສິດ ຈົງອິດ, ຮອງຜູ້ກຳກັບການສອບສວນ ສະຖານີຕຳຣວດປະທຸມວັນ ນະຄອນຫຼວງບາງກອກ ກ່າວວ່າ:
(Thai): “ມີແນ່ນອນ ມີໃນສ່ວນຂອງສິດ ຂອງຜູ້ເສັຽຫາຍ ທີ່ໄດ້ຮັບຜົລກະທົບ ຈາກການກະທຳຜິດ ມັນຈະມີກົມຄຸ້ມຄອງສິດ ຂອງກະຊວງຍຸຕິທັມ ເຂົ້າມາເບິ່ງແຍງກັນຢູ່ແລ້ວ. ຕອນສອບປາກຄຳຄົນເຈັບ ກໍຕ້ອງແຈ້ງສິດ ຂອງເຂົາຢູ່ແລ້ວ ວ່າເຂົາຈະມີສິດໄດ້ຮັບອີ່ຫຍັງແດ່ ມີການຊ່ອຍເຫຼືອກັນຢູ່ແລ້ວ.”
ຂະນະທີ່ ພົລຕຳຣວດຕຣີ ນະຄະຣິນ ສຸຄົນທະວິດ, ຜູ້ບັງຄັບການຕຳຣວດນະຄອນບານ 6 ໃຫ້ສັມພາດຕໍ່ສື່ມວນຊົນໃນໄທຍ ວັນທີ 4 ຕຸລາ 2023 ວ່າ ພາຍຫຼັງທີ່ໄດ້ຈັບຜູ້ກໍ່ເຫດ ໃນວັນທີ 3 ຕຸລາ 2023 ກໍມີການຕັ້ງຄວາມຜິດ 5 ຂໍ້ຫາ ຄື ຂ້າຜູ້ອື່ນ, ແຕ່ຍັງຕ້ອງພິຈາຣະນາກ່ອນ, ພະຍາຍາມຂ້າຜູ້ອື່ນ, ມີອາວຸດປືນໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ, ພົກອາວຸດປືນໃນທີ່ສາທາຣະນະ ໂດຍບໍ່ໄດ້ຮັບອະນຸຍາດ, ແລະ ຍິງປືນໃນທີ່ສາທາຣະນະ. ສ່ວນຈະມີການແຈ້ງຂໍ້ຫາອື່ນເພີ່ມຕື່ມ ຫຼືບໍ່ນັ້ນ ແມ່ນຢູ່ລະຫວ່າງຫາຫຼັກຖານເພີ່ມຕື່ມ.
ດັ່ງທ່ານກ່າວວ່າ:
“ກໍໄດ້ກ່າວໄວ້ໃນ 5 ຂໍ້ຫາ ກໍຄືຂ້າຜູ້ອື່ນ ພະຍາຍາມຂ້າ ມີອາວຸດປືນ ພົກພາໂດຍບໍ່ໄດ້ຮັບອະນຸຍາດ ແລ້ວກໍຍິງປືນໃນທີ່ສາທາຣະນະ, ເຊິ່ງຈາກການສອບສວນ ຖ້າສົມມຸດວ່າ ມີພະຍານຫຼັກຖານພາດພິງ ຫຼືມີຂໍ້ຫາທີ່ຈະສູງຂຶ້ນ ຈະມີການກ່າວຫາ ດຳເນີນຄະດີຕໍ່ໄປ.”
ພົລຕຳຣວດຕຣີ ນະຄະຣິນ ຍັງກ່າວຕື່ມວ່າ ສຳລັບຄະດີດັ່ງກ່າວນີ້ ຢູ່ລະຫວ່າງສອບສວນວ່າ ຜູ້ປົກຄອງ ຈະເຂົ້າຂ່າຍຄວາມຜິດ ກົດໝາຍຄຸ້ມຄອງເດັກ ຫຼືບໍ່, ແຕ່ໃນມື້ວານ ການສອບປາກຄຳ ໄດ້ມີການເຊີນໝໍຈິຕແພດ ຈາກໂຮງໝໍຕຳຣວດ, ນັກຈິຕວິທຍາ ແລະ ອັຍການ ເຂົ້າຮ່ວມດ້ວຍ. ເບື້ອງຕົ້ນ, ຜູ້ກໍ່ເຫດ ໃຫ້ການວົກວົນ ເຊື່ອວ່າ ມີອາການທາງຈິຕ ແລະ ແພດ-ໝໍ ກໍຢືນຢັນວ່າ ຜູ້ກໍ່ເຫດ ຍັງບໍ່ພ້ອມໃຫ້ການສອບສວນ.
ໃນວັນທີ 4 ຕຸລາ 2023 ນີ້, ເຈົ້າໜ້າທີ່ຕຳຣວດ ໄດ້ນຳໂຕຜູ້ກໍ່ເຫດ ໄປຍັງສານເຍົາວະຊົນ ແລະ ຄອບຄົວກາງແລ້ວ, ໂດຍມີການຳຄວາມເຫັນ ຂອງແພດ-ໝໍ ປະກອບຄຳຮ້ອງຝາກຂັງ, ເຊິ່ງຈະຕ້ອງລໍຖ້າຄວາມເຫັນ ຈາກແພດ-ໝໍ ອີກເທື່ອນຶ່ງນຳດ້ວຍ ໃນການດຳເນີນຄະດີ ຕາມຂະບວນການ.
ນອກຈາກນີ້, ຜູ້ກໍ່ເຫດ ຮູ້ໂຕວ່າ ເຮັດຫຍັງລົງໄປ, ແຕ່ມີບາງໄລຍະອາລົມ ບໍ່ສາມາດຄອບຄຸມໂຕເອງໄດ້, ຕລອດການສອບສວນ ກໍຍັງມີອາການຫູແວ່ວຕລອດ. ສ່ວນການຄົ້ນພາຍໃນຫ້ອງ ຂອງຜູ້ກໍ່ເຫດ ພົບປືນ ແລະ ລູກປືນຈຳນວນນຶ່ງ ຍັງບໍ່ສາມາດລະບຸໄດ້ວ່າ ເປັນຂອງໃຜ, ເຊິ່ງຢູ່ລະຫວ່າງການກວດກາຕໍ່ໄປ.
ກ່ຽວກັບເຣື່ອງດັ່ງກ່າວນີ້, ຊາວລາວຫຼາຍຄົນ ເມື່ອໄດ້ຍິນຂ່າວ ກໍຮູ້ສຶກຕົກໃຈ ທີ່ຄົນງານລາວ ໄປເຮັດວຽກໃນໄທຍ ເພື່ອຫາເງິນສົ່ງໃຫ້ຄອບຄົວ ຖືກຍິງບາດເຈັບສາຫັດ ແລະ ຢາກໃຫ້ ໃນຫ້າງສັພສິນຄ້າໃນໄທຍ ຄວນເຂັ້ມງວດກວດກາໃຫ້ຄັກແນ່ ກວ່ານີ້ ເພາະໃນຫ້າງ ຈະເປັນສູນລວມ ຂອງຄົນຈຳນວນຫຼາຍ ແລະ ຢາກໃຫ້ຄົນລາວ ທີ່ໄປເຮັດວຽກໃນໄທຍ ລະມັດລະວັງໂຕນຳດ້ວຍ ເພາະໃນໄທຍ ເກີດເຫດກາດຍິງກັນຫຼາຍເທື່ອ.
ດັ່ງຊາວລາວທ່ານນຶ່ງ ກ່າວວ່າ:
“ກະເປັນຂ່າວທີ່ໜ້າຫົດຫູ່ເນາະ ກໍຢາກໃຫ້ມີຄວາມປອດໄພ, ໃຫ້ມີ ຣປພ (ຮັກສາຄວາມປອດໄພ) ແບບກວດອຸປະກອນ ອາວຸດທີ່ມັນເປັນອັນຕຣາຍ ຕັ້ງແຕ່ກ່ອນເຂົ້າຫ້າງເລີຍ, ຫັ້ນແຫຼະ. ກໍຢາກໃຫ້ທຸກຄົນ ທີ່ໄປເຮັດວຽກຢູ່ໄທຍຫັ້ນ ໄດ້ລະມັດລະວັງໂຕຕື່ມ.”
ພ້ອມດຽວກັນນີ້ ຊາວລາວໃນໄທຍ ທ່ານນຶ່ງ ກໍກ່າວວ່າ ກໍຮູ້ສຶກຢ້ານ ເມື່ອໄດ້ຍິນຂ່າວວ່າ ມີຄົນລາວຖືກຍິງ ບາດເຈັບສາຫັດ,ເຊິ່ງກໍບໍ່ຢາກໃຫ້ເກີດຂຶ້ນ ເພາະຄິດວ່າ ຄົນທີ່ຖືກຍິງ ໜ້າຈະເປັນເສົາຫຼັກ ຂອງບ້ານ ເພື່ອມາຫາເງິນ ສົ່ງໃຫ້ຄອບຄົວ, ເຊິ່ງກໍຢາກໃຫ້ມີການຢຽວຢາ ໃຫ້ເງິນຊ່ອຍເຫຼືອຄອບຄົວ ແກ້ຜູ້ປະສົບເຫດນຳດ້ວຍ. ກວ່າຈະຟື້ນໂຕ ຄ່າໃຊ້ຈ່າຍກໍຫຼາຍ.
“ຮູ້ສຶກເປັນຕາຢ້ານເດ້. ສົມມຸດເຮົາມາ ເຮົາກໍເປັນເສົາຫຼັກ ຂອງຄອບຄົວເນາະ ຢາກໃຫ້ເພິ່ນຊ່ອຍເຫຼືອ ໃຫ້ຢຽວຢາທັງຄອບຄົວ, ທາງຄອບຄົວ ຂອງຜູ້ເສັຽຫາຍນຳ. ເຂົາເກີດອຸບັດຕິເຫດຈັ່ງຊີ້ ແລະ ເຂົາກະທຳງານບໍ່ທັນໄດ້ເນາະ ຕ້ອງພັກຟື້ນ, ຈັ່ງຊີ້ນ່າ ມັນກໍຕ້ອງເສັຽຄ່າໃຊ້ຈ່າຍ ນັ້ນນີ້ອີກເນາະ.”
ເຖິງຢ່າງໃດກໍຕາມ, ຜູ້ກໍ່ເຫດ ຍັງເປັນເຍົາວະຊົນຢູ່ ເພາະອາຍຸບໍ່ເຖິງ 15 ປີ ແລະ ໃນໄທຍ ກໍຍັງມີກົດໝາຍ ຄຸ້ມຄອງເດັກນ້ອຍນຳດ້ວຍ ຈຶ່ງເຮັດໃຫ້ບໍ່ສາມາດ ດຳເນີນຄະດີອາຍາ ໄດ້ທັນທີ. ເຖິງແມ່ນວ່າ ຈະຈັບໂຕໄດ້ ແລະ ມີຫຼັກຖານແລ້ວກໍຕາມ ຍັງຈະຕ້ອງມີການສອບສວນເພີ່ມຕື່ມ ເຖິງສາເຫດທີ່ແທ້ຈິງ, ແຮງຈູງໃຈໃຫ້ກໍ່ເຫດ ເພື່ອໃຫ້ສານເຍົາວະຊົນ ແລະ ຄອບຄົວກາງ ພິຈາຣະນາຄະດີ ຕາມຂະບວນການກົດໝາຍຕໍ່ໄປ.
ນອກຈາກນີ້, ຜູ້ກໍ່ເຫດ ມີອາການປ່ວຍທາງຈິຕນຳດ້ວຍ ປິ່ນປົວຢູ່ໂຮງໝໍຣາດຊະວິຖີ, ແຕ່ບໍ່ໄດ້ກິນຢາຕໍ່ເນື່ອງ, ໂດຍໄລຍະທີ່ເກີດເຫດ ຜູ້ກໍ່ເຫດປະສາດຫຼອນ ຄ້າຍຈະມີຄົນມາທຳຮ້າຍຕົນເອງ ແລະ ໄດ້ກາດຍິງ ແຕ່ຊັ້ນ G ຊັ້ນ M, ໄປຈົນເຖິງຊັ້ນ 3 ດ້ວຍປືນ 9 ມມ ແລະ ຍັງມີຣາຍງານວ່າ ຜູ້ກໍ່ເຫດ ມີການຫຼິ້ນເກມນຳດ້ວຍ ເປັນບາງເທື່ອ. ສ່ວນພໍ່ແມ່ຜູ້ກໍ່ເຫດ ເຈົ້າໜ້າທີ່ໄປທີ່ບ້ານແລ້ວ ໃນວັນທີ 3 ຕຸລາ 2023, ແຕ່ບໍ່ພົບໂຕ, ແຕ່ເບື້ອງຕົ້ນ ສາມາດຕິດຕໍ່ພໍ່ແມ່ຜູ້ກໍ່ເຫດໄດ້ແລ້ວ.