ຂຍາຍໄລຍະເວລາ ລ໊ອກດາວ ອີກ 15 ມື້
2021.11.01

ໃນວັນທີ່ 30 ຕຸລາ ທີ່ຜ່ານມາ ຫ້ອງການສໍານັກງານ ນາຍົກຣັຖມົນຕຣີ ໄດ້ແຈ້ງການສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ຕື່ມອີກ 15 ມື້ ຕັ້ງແຕ່ວັນທີ່ 31 ຕຸລາ ຫາ ວັນທີ່ 14 ພຶສຈິກາ 2021 ຍ້ອນຜູ້ຕິດເຊື້ອໂຄວິດ-19 ໃນແຕ່ລະມື້ໂຕເລຂຍັງສູງຢູ່ ແລະກໍຕິດຢູ່ໃນຊຸມຊົນຫຼາຍ ໂຕຢ່າງໃນວັນທີ່ 30 ຕຸລາ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 858 ຄົນ, ວັນທີ່ 31 ຕຸລາ ມີຜູ້ຕິດເຊື້ອ 685 ຄົນ ແລະໃນວັນທີ່ 1 ພຶສຈິກາ 2021 ນີ້ ກໍມີຜູ້ຕິດເຊື້ອ 685 ຄົນ ໂດຍສະເພາະມື້ນີ້ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໃນຊຸມຊົນ ເຖິງ 345 ຄົນ ແລະໄດ້ຂຍາຍເປັນວົງກວ້າງ ເກືອບທົ່ວທຸກແຂວງໃນລາວ ຊຶ່ງມາຕການສືບຕໍ່ອີກ 15 ມື້ດັ່ງກ່າວນີ້ ກໍບໍ່ໄດ້ມີການປ່ຽນແປງໄປຈາກແຕ່ເກົ່າ ໂດຍສະເພາະ ບັນດາເຂດບ້ານແດງ ກໍຍັງບໍ່ໃຫ້ເດີນທາງເຂົ້າ-ອອກ ຮວມເຖິງບັນດາຮ້ານບັນເທີງ ຮ້ານກິນດື່ມຕ່າງໆ ກໍຍັງໃຫ້ປິດຢູ່, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ພຶສຈິກາ ນີ້ວ່າ:
“ສ່ວນຫຼາຍແມ່ນຄືເກົ່າ ບ່ອນເຂດແດງ ແມ່ນຫ້າມເດັດຂາດບໍ່ໃຫ້ໄປມາຫັ້ນ ໂຕເລຂຕິດເຊື້ອ ກໍຍັງເຕັ້ນຂຶ້ນເຕັ້ນລົງຢູ່ ແລະເຂດອື່ນໆ ກໍຍັງຫຼາຍຢູ່ ຄັນວ່າເຮົາປ່ອຍມັນກະຈາຍໄປທົ່ວທີບ ແຮ່ງຈະໜັກ ພວກທຸຣະກິຈ ນວດ ສະປາເບາະ ຫຼືວ່າ ຮ້ານກິນດື່ມນີ້ ກະຍອມຮັບວ່າເພິ່ນບໍ່ໃຫ້ເປີດໂຕນີ້ ແນ່ນອນລະຜູ້ກະທົບແດ່ ກໍຈົ່ມ ພາກຣັຖເພິ່ນຊ່ວຍທຸຣະກິຈນີ້ ບໍ່ທັນມີເປັນທາງການເທື່ອ.”
ທ່ານກ່າວຕື່ມວ່າ ປັດຈຸບັນຣັຖບານ ກໍຍັງບໍ່ມີນະໂຍບາຍຊ່ອຍເຫຼືອ ກຸ່ມທຸຣະກິຈປະເພດບັນດາຮ້ານບັນເທີງ ຮ້ານກິນດື່ມຕ່າງໆ ແຕ່ສໍາລັບຜູ້ທີ່ມີໜີ້ສິນທະນາຄານ ສາມາດຍື່ນເອກສານ ເພື່ອຂໍຜ່ອນຜັນໄດ້ ແລະຂຶ້ນຢູ່ກັບທະນາຄານຈະອະນຸມັດຫຼືບໍ່.
ຂະນະທີ່ ຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ລາວເອງກໍເຂົ້າໃຈ ທີ່ທາງການທີ່ມີມາຕການປ້ອງກັນໂຄວິດ-19 ເພາະໃນແຕ່ລະມື້ ຍັງມີຜູ້ຕິດເຊື້ອໂຄວິດ-19 ຈໍານວນຫຼາຍຢູ່ ແຕ່ທາງການກໍຄວນຈະມີມາຕການ ຊ່ອຍເຫຼືອທຸຣະກິຈຂນາດນ້ອຍ ເພື່ອໃຫ້ເສຖກິຈພາຍໃນປະເທດເດີນໜ້າຕໍ່ໄປໄດ້ ເຊິ່ງສໍາລັບຊາວກະສິກອນ ກໍບໍ່ໄດ້ເດືອດຮ້ອນຫຼາຍ ເພາະຍັງສາມາດໄປເຮັດໄຮ່ເຮັດສວນເຮັດນາໄດ້ປົກກະຕິ ແຕ່ສໍາລັບຊາວຄ້າຂາຍ ເປັນຕົ້ນ ໂຮງແຮມ ເຮືອນພັກ ຮ້ານບັນເທີງ ຮ້ານອາຫານຕ່າງໆ ກໍຍັງໄດ້ຮັບຜົລກະທົບຕໍ່ເນື່ອງ ເພາະບໍ່ສາມາດທໍາມາຫາກິນໄດ້, ດັ່ງທ່ານກ່າວວ່າ:
“ຮ້ານຄາຣາໂອເກະອີຫຍັງຫັ້ນນ່າ ມັນກຸ່ມພວກນີ້ວ່າຊັ້ນສາ ແລະມັນກໍເຮັດຫຍັງບໍ່ໄດ້ຄືເກົ່າຫັ້ນແຫຼ້ວ ແນວເພິ່ນຫ້າມເນາະ ຄໍາສັ່ງຂອງນາຍົກມັນຢຸດເທົ່ານັ້ນແລະເວີ້ຍ ຄືຣະບົບປະເທດເຮົາ ກໍຮູ້ນໍາກັນຢູ່ແລ້ວເນາະ ການພັທນາກໍດ້ອຍພັທນາ ມັນປະເທດນ້ອຍ ຊາວນາ ຊາວສວນ ມັນບໍ່ມີບັນຫາຫຍັງໄດ໋ .”
ສ່ວນເຈົ້າຂອງຮ້ານອາຫານທ່ານນຶ່ງ ກໍກ່າວວ່າ ຕົນເອງກໍບໍ່ໄດ້ເປີດຮ້ານ ມາຫຼາຍເດືອນແລ້ວ ຕັ້ງແຕ່ເດືອນເມສາ ເພາະເຮັດຕາມມາຕການປ້ອງກັນໂຄວິດ-19 ທີ່ຜ່ານມາກໍໄດ້ຮັບຜົລກະທົບ ລາຍໄດ້ບໍ່ມີ ແຕ່ກໍຍັງດີທີ່ຕົນເອງມີສວນພໍໄດ້ປູກຜັກ ແລະໝາກໄມ້ກິນ ຜ່ານມາຫຼາຍເດືອນ ກໍຍັງບໍ່ເຫັນຣັຖບານຈະຊ່ອຍເຫຼືອ ກຸ່ມທຸຣະກິຈຂນາດນ້ອຍ ໃຫ້ມືນຕາອ້າປາກໄດ້ ຖ້າຫາກເປັນໄປໄດ້ ກໍຢາກໃຫ້ມີການຊ່ອຍເຫຼືອ ຫຼຸດຄ່າໃຊ້ຈ່າຍຕ່າງໆລົງແດ່:
“ກະຫຍຸ້ງຍາກຢູ່ຫັ້ນແຫຼະ ບໍ່ໄດ້ຫາເງິນເນາະ ຢູ່ຈັ່ງຊິແລ້ວເຮັດສວນ ກໍຢາກໃຫ້ເພິ່ນຊ່ວຍເຫຼືອຫັ້ນແຫຼະ ຊ່ອຍເປັນເງິນ ເປັນວັດຖຸອິຫຍັງນີ້ແຫຼະ ເພິ່ນຫຼຸດຄ່ານໍ້າຄ່າໄຟ ອິຫຍັງນີ້ແຫຼະ ພາສີຫັ້ນແຫຼະ.”
ແມ່ຄ້າຜູ້ນຶ່ງ ທີ່ຂາຍເຄື່ອງຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ລາວເອງກໍໄດ້ຮັບຜົລກະທົບເຣື່ອງຄ່າເຊົ່າແພງ ທາງເຈົ້າຂອງຕລາດກໍບໍ່ໄດ້ເຫັນວ່າ ຈະຫຼຸດຄ່າເຊົ່າໃຫ້ ເຊິ່ງໃນໄລຍະນີ້ ລາວກໍບໍ່ໄດ້ຂາຍເຄື່ອງດີຄືແຕ່ກ່ອນ ເພາະວ່າຄົນບໍ່ມາສາມາດ ອອກຈາກເຮືອນໄດ້ປົກກະຕິ ແຕ່ຖ້າຫາກເປັນໄປໄດ້ ກໍຢາກໃຫ້ມີການຫຼຸດຄ່າເຊົ່າ ໃຫ້ບັນດາແມ່ຄ້າ ໃນໄລຍະນີ້ນໍາດ້ວຍ:
“ຢູ່ຕລາດນີ້ ຈ່າຍເປັນປີ ກະຈ່າຍ 8 ລ້ານພຸ້ນຕິ ແລ້ວມາເກັບທຸກມື້ອີກ 60 ຫາ 80 ແຕ່ລະມື້ຫັ້ນ ປະມານນີ້ແຫຼະ ດຽວນີ້ນ່າ ປ້າຂາຍເຄື່ອງນ່າໂຄດຍາກເລີຍ ຄົນກໍບໍ່ມີ ຄ່າເຊົ່າໂນ້ນນີ້ນັ້ນ ອິຫຍັງກໍແພງ ຄັນວ່າເຮົາບໍ່ເຮັດ ມັນກໍແຮ່ງກະບໍ່ມີເງິນນັ້ນນ່າ ຢ່າງຂີ້ຮ້າຍກະໃຫ້ເພິ່ນຫຼຸດຄ່າເຊົ່າສາ ແບບເສຖກິຈຈັ່ງຊີ້ ກໍຜ່ອນໆກັນໄປແດ່ຫັ້ນນ່າ.”
ແມ່ຄ້າຜູ້ນີ້ກ່າວຕື່ມວ່າ ບໍ່ແມ່ນແຕ່ບັນດາພໍ່ຄ້າ-ແມ່ຄ້າ ທີ່ໄດ້ຮັບຜົລກະທົບເທົ່ານັ້ນ ຍັງມີພະນັກງານທີ່ເຮັດວຽກດ້ານການບໍຣິການ ເສີບອາຫານ ນັກດົນຕຣີຕ່າງໆ ກໍບໍ່ມີລາຍໄດ້ ບໍ່ມີວຽກເຮັດງານທໍາ ແລະຫຼາຍຄົນກໍຍັງຫວ່າງງານນໍາດ້ວຍ.
ຂະນະທີ່ ປະເທດໄທຍ ກໍໄດ້ເປີດປະເທດແລ້ວ ໃນວັນທີ່ 1 ພຶສຈິກາ ນີ້ ໂດຍໃຫ້ 63 ປະເທດ ສາມາດເດີນທາງເຂົ້າໄທຍໄດ້ ນຶ່ງໃນ 63 ປະເທດນັ້ນ ມີປະເທດລາວນໍາດ້ວຍ ໂດຍຄົນລາວ ສາມາດເດີນທາງເຂົ້າປະເທດໄທຍໄດ້ໂດຍບໍ່ຕ້ອງກັກໂຕ ແຕ່ຕ້ອງເປັນຜູ້ທີ່ສັກວັກຊິນປ້ອງກັນ ໂຄວິດ-19 ຄົບໂດສ ມີຜົນກວດຫາເຊື້ອໂຄວິດ-19 ແບບ RT-PCR ບໍ່ເກີນ 72 ຊົ່ວໂມງ ແລະເມື່ອເຖິງປະເທດໄທຍແລ້ວ ກໍຕ້ອງກວດຫາເຊື້ອໂຄວິດ-19 ກ່ອນ ແລະຕ້ອງລໍຖ້າຜົນກວດຢູ່ພາຍໃນໂຮງແຮມ ຖ້າເປັນລົບ ກໍສາມາດເດີນທາງອອກໄປແຂວງອື່ນໄດ້.
ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນວັນທີ່ 1 ພຶສຈິກາ ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 685 ຄົນ ຈາກການກວດວິເຄາະຫາເຊື້ອທັງໝົດ ຈໍານວນ 5,213 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 673 ຄົນ, ຕິດເຊື້ອຈາກກໍຣະນີນໍາເຂົ້າ 12 ຄົນ.
ມາຮອດປັດຈຸບັນ ສປປ.ລາວ ມີຜູ້ເສັຽຊີວິດສະສົມ ຈາກການຕິດເຊື້ອໂຄວິດ-19 ທັງໝົດ 67 ຄົນ ຕິດເຊື້ອສະສົມ 40,956 ຄົນ ກໍາລັງປິ່ນປົວ 7,381 ຄົນ, ປິ່ນປົວເຊົາແລ້ວ 33,508 ຄົນ.
ສ່ວນການສັກວັກຊິນປ້ອງກັນໂຄວິດ-19 ມາຮອດປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ແຍກເປັນເຂັມທີ່ 1 ຈໍານວນ 3,311,915 ຄົນ ແລະເຂັມທີ່ 2 ຈໍານວນ 2,843,816 ຄົນ.