ມອບ-ຮັບ ໂຮງໝໍ ມະໂຫສົດ ຫຼັງໃໝ່ ໂດຍທືນຈີນ
2021.11.12
ເມື່ອວັນທີ 11 ພຶສຈິກາ ທີ່ຜ່ານມາ ທ່ານ ບຸນແຝງ ພູມມະໄລສິດ ຣັຖມົນຕຣີກະຊວງທາຣະນະສຸກໄດ້ເຂົ້າພິທີມອບ-ຮັບ ໂຄງການຊ່ອຍເຫຼືອ ໂຮງໝໍມະໂຫສົດໄລຍະທີ 1 ຢ່າງເປັນທາງການ ຈາກທ່ານ ຈຽງ ຈ້າຍຕຸງ ເອກອັກຄະຣາຊທູດຈີນ ປະຈຳປະເທດລາວ ໂດຍມີຈຸດປະສົ່ງເພື່ອໃຊ້ເປັນສະຖານທີ່ ໃນການປີ່ນປົວຄົນເຈັບ ທີ່ມີມາຕຖານຣະດັບປະເທດ.
ໃນຂນະທີ່ຄົນລາວ ທີ່ເຄີຍເຂົ້າໄປໃຊ້ບໍຣິການ ຈຳນວນນຶ່ງຕ່າງມີຄຳເຫັນກົງກັນວ່າ ໂຮງໝໍມະໂຫສົດດັ່ງກ່າວນີ້ ຍັງບໍ່ທັນມີມາຕຖານປານໃດ ຍ້ອນບຸກຄະລາກອນທາງການແພດ ສ່ວນຫຼາຍຍັງຂາດຈັນຍາບັນການໃຫ້ບໍຣິການ ແລະສ່ວນຫຼາຍກໍຍັງເປັນນັກສຶກສາແພດ. ດັ່ງຊາວນະຄອນຫຼວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສຈິກາວ່າ 2021 ນີ້ວ່າ:
“ໂຮງໝໍມະໂຫສົດຫວາ ໂອພັທນາຫຼາຍຢ່າງເລີຍ ແມ້ກະທັງຄວາມຄິດ ຂອງໝໍແມ້ກະທັງການບໍຣິການ ໝໍບໍ່ຄ່ອຍຕ້ອນຮັບຄົນ ທີ່ແບບວ່າຄົນບໍ່ມີເງິນແລ້ວກໍບໍ່ຄ່ອຍ ໃສ່ໃຈບໍຣິການ ເວົ້າບໍ່ມ່ວນແລ້ວກໍເປື້ອນ ແລ້ວອີກຢ່າງນຶ່ງມັນກໍໝໍມີແຕ່ເດັກນ້ອຍ ບໍ່ຮູ້ວ່າ ອ່ານຮອດຜົລກວດສ່ວນຫຼາຍມີແຕ່ນັກຮຽນ.”
ເຖິງແມ່ນວ່າໂຮງໝໍມະໂຫສົດ ມີຂນາດໃຫຍ່ ແລະຫາກໍເປີດບໍຣິການ ໃຫ້ປະຊາຊົນທົ່ວໄປເຂົ້າໃຊ້ບໍຣິການໄດ້ ເມື່ອບໍ່ດົນມານີ້ແຕ່ຢ່າງໃດກໍຕາມ ຜູ້ທີ່ເຄີຍເຂົ້າໃຊ້ບໍຣິການຈຳນວນຫຼາຍ ຕ່າງກໍເຫັນເປັນສຽງດຽວກັນວ່າໂຮງໝໍດັ່ງກ່າວນີ້ ສະພາບໂຕຈິງ ຂ້ອນຂ້າງເປື້ອນແລະບໍ່ສະອາດປານໃດ. ດັ່ງຊາວນະຄອນຫຼວງວຽງອີກທ່ານນຶ່ງກ່າວວ່າ:
“ຢາກໃຫ້ປັບປຸງ ໃຫ້ມັນນັ້ນໃຫ້ມັນດີຂື້ນກວ່າເກົ່າ ໂດຍສະເພາະແມ່ນຫ້ອງນໍ້າ ບໍ່ຫ້ອງນໍ້າມັນກໍຍັງບໍ່ສະອາດເພາະວ່າ ມັນໄດ້ກິ່ນເໝັນກິ່ນຄາວບໍ່ວ່າຊັ້ນສະ ຢາກໃຫ້ພັທນາໃຫ້ມີດີຂື້ນກວ່າເກົ່າ.”
ນອກຈາກນີ້ຊາວບ້ານ ຈຳນວນນຶ່ງມີຄວາມວ່າ ຄ່າປີ່ນປົວຢູ່ໂຮງໝໍມະໂຫສົດ ຍັງມີຣາຄາຂ້ອນຂ້າງສູງເມື່ອທຽບໃສ່ກັບຄຸນນະພາບ ແລະການບໍຣິການຕ່າງໆ ແຕ່ຢ່າງໃດກໍ ຕາມທາງຜູ້ບໍຣິຫານຂອງໂຮງໝໍມະໂຫສົດ ຍັງບໍ່ທັນໄດ້ມີນະໂຍບາຍ ທີ່ຄັກແນ່ໃນການແກ້ໄຂບັນຫານີ້ເທື່ອ, ດັ່ງເຈົ້າໜ້າທີ່ໂຮງໝໍມະໂຫສົດໄດ້ກ່າວສັ້ນໆ ວ່າ:
“ກໍເປີດທົ່ວເລີຍ ເປີດເປັນປະຈຳໂອ້ ໂຕນີ້ຍັງບໍ່ທັນຮູ້ ທາງເທີງເພີ່ນເດີ້ ແຕ່ວ່າປັດຈຸບັນຍັງເຮັດເໝືອນເດີມ.”
ປັດຈຸບັນໂຮງໝໍມະໂຫສົດ ໄດ້ເປີດໃຫ້ບໍຣິການຢ່າງເປັນທາງການແລ້ວ, ສະຖານທີ່ໃນການໃຫ້ບໍຣິການຄົນເຈັບຕ່າງໆ ຍັງຢູ່ລະຫວ່າງການປຸກສ້າງ ແລະປັບປຸງ ຈຶ່ງຍັງບໍ່ທັນມີຄວາມພ້ອມປານໃດ ໃນການໃຫ້ການບໍຣິການປະຊາຊົນຢ່າງເຕັມຮູບແບບ. ດັ່ງເຈົ້າໜ້າທີ່ໂຮງໝໍມະໂຫສົດ ອີກທ່ານນຶ່ງໄດ້ກ່າວວ່າ:
“ຕອນນີ້ສະຖານທີ່ພວກເຮົາ ຍັງຖືກການປັບປຸງຢູ່ເນາະກໍເລີຍຮັບການບໍ ຣິການຍັງບໍ່ໄດ້ດີແທ້ການໃຫ້ຄົນເຈັບກໍຍັງບໍ່ໄດ້ພຽງພໍວ່າຊັ້ນສາ ເພາະວ່າສະຖານທີ່ຂອງເຮົາຍັງປຸກສ້າງຢູ່ແປງຢູ່ ຍັງບໍ່ທັນໄດ້ຄົບເທື່ອເພາະວ່າຄົນເຈັບມື້ນຶ່ງກໍເປັນພັນເນາະ ດຽວນີ້ກໍຮັບໄດ້ແຕ່ 200-300 ຊິນ່າມັນຫຼຸດຫຼາຍ.”
ກ່ຽວກັບເຣື່ອງນີ້ ເຖິງແມ່ນວ່າທາງການລາວຈະໄດ້ຮັບການຊ່ອຍເຫຼືອ ຈາກທາງການຈີນໃນການປຸກສ້າງໂຮງໝໍມະໂຫສົດ. ຄົນລາວອີກຈຳນວນນຶ່ງຢາກໃຫ້ໜ່ວຍງານ ທີ່ກ່ຽວຂ້ອງໃຫ້ຄວາມສຳຄັນກ່ຽວກັບການພັທນາຄຸນນະພາບ ແລະການບໍຣິການດ້ານສາທາຣະນະສຸຂ ໃຫ້ແກ່ປະຊາຊົນໃນພື້ນທີ່ຫ່າງໄກສອກຫຼີກນຳ. ດັ່ງຊາວບ້ານ ແຂວງບໍລິຄຳໄຊ ທ່ານນຶ່ງກ່າວວ່າ:
“ທີ່ວ່າໄກ້ຖນົນຫົນທາງ ແບບນັ້ນມັນກໍໃກ້ໂຮງໝໍແຂວງ ໃກ້ໂຮງໝໍສຸກສາລາ ມັນກໍງ່າຍຫັ້ນນ່າອຸປະກອນການແພດນີ້ ມັນກໍໃກ້ໂຕເມືອງນີ້ ມັນກໍມັນພໍມີທາງເຄື່ອນໄຫວຢູ່ໄກໂຕເມືອງ ບາງເທື່ອມັນກໍບໍ່ມີຫັ້ນນ່າແຂວງນຶ່ງມັນຫຼາຍເມືອງນີ້ເນາະ 7-8 ເມືອງເມືອງທີ່ຫ່າງໄກສອກຫຼີກກໍມີ.”
ສຳລັບສາເຫດສຳຄັນ ປະການນຶ່ງທີ່ເຮັດໃຫ້ການບໍຣິການ ດ້ານສາທາຣະນະສຸຂ ພາຍໃນປະເທດລາວຍັງບໍ່ໄດ້ມາຕຖານປານໃດເປັນຍ້ອນ ຂາດເຂີນງົບປະມານໃນການນໍາຊື້ ອຸປະກອນທາງການແພດໂດຍສະເພາະໂຮງໝໍນ້ອຍ ແລະສຸຂສາລາ ໃນພື້ນທີ່ຫ່າງໄກສອກຫຼີກ ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມທ່ານນຶ່ງກ່າວວ່າ:
“ໂອ້ເປັນອຸປະກອນໃນການກວດເລືອດບໍ່ກວດຫາເຊື້ອພະຍາດອີ່ຫຍັງດີເນາະແລ້ວກໍພວກອັລຕຣາຊາວເບາະຫຼືພວກກວດກ່ຽວກັບອີ່ຫຍັງເຂົາເອີ້ນແມ່ນກວດຄົນທ້ອງຜູ້ຍີງອີ່ຫຍັງຫັ້ນນ່າເຂດຫ່າງໄກສອກຫຼີກຖ້າວ່າໄດ້ໂຕນັ້ນມາດີທີ່ສຸດ.”
ໂຮງໝໍມະໂຫສົດແຫ່ງດັ່ງກ່າວນີ້ ມີເນື້ອທີ່ທັງໝົດປະມານ 5 ເຮັກຕ້າປາຍ ແຕ່ໃຊ້ເນື້ອທີ່ໃນການປຸກສ້າງໂຮງໝໍແທ້ໆ ປະມານ 3 ເຮັກຕ້າປາຍ ຊຶ່ງແບ່ງການກໍ່ສ້າງອອກເປັນ 2 ໄລຍະ. ສຳລັບໄລຍະທີ 1 ຈະເປັນການປະກອບອາຄານ ປະມານ 8 ຊັ້ນ ແລະ 4 ຊັ້ນຕາມລຳດັບ. ສ່ວນໄລຍະທີ 2 ຈະເປັນການປະກອບອາຄານ 5 ຊັ້ນແລະ 4 ຊັ້ນຕາມລຳດັບ ໂດຍຄາດວ່າຈະດຳເນີນການກໍ່ສ້າງແລ້ວສຳເຣັດ ພາຍໃນປີ 2022 ເພື່ອໃຊ້ເປັນໂຮງໝໍ ຂອງໜ່ວຍງານຣັຖທີ່ໃຫຍ່ ແລະທັນສມັຍທີ່ສຸດພາຍໃນປະເທດລາວ.