ຜູ້ຕິດເຊື້ອ ໂຄວິດ-19 ພຸ່ງສູງຂຶ້ນທີ່ສຸດ ອີກມື້ນຶ່ງ

ຈຳປາທອງ
2021.11.16
ຜູ້ຕິດເຊື້ອ ໂຄວິດ-19 ພຸ່ງສູງຂຶ້ນທີ່ສຸດ ອີກມື້ນຶ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈະເອົາປ້າຍມາເຕືອນທັນທີ ຫາກເຮືອນຫຼັງໃດ ກວດພົບຜູ້ຕິດໂຄວິດ-19 ທີ່ເຂດບ້ານເກົ້າລ້ຽວ ນະຄອນຫຼວງວຽງຈັນ (TS), ພຶສຈິກາ 2021
RFA

ຄະນະສະເພາະກິດປ້ອງກັນໂຄວິດ-19 ຂອງທາງການລາວ ປະກາດຕໍ່ສື່ມວນຊົນໃນມື້ວັນທີ 16 ພຶສຈິກາ 2021 ວ່າ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 1,306 ຄົນ, ເສັຽຊີວິດ 6 ຄົນ. ເກືອບວ່າທັງໝົດແມ່ນຕິດຢູ່ໃນຊຸມຊົນ, ນໍາເຂົ້າພຽງ 10 ປາຍຄົນ. ຖືວ່າເປັນໂຕເລກສູງທີ່ສຸດທີ່ເຄີຍມີມາ ຊຶ່ງສ່ວນໃຫຍ່ແມ່ນຕິດກັນຢູ່ພາຍໃນຄອບຄົວ ໂດຍທີ່ສະມາຊິກຄອບຄົວທີ່ຕິດເຊື້ອບໍ່ຮູ້ວ່າຕິດ, ບໍ່ໄດ້ກັກໂຕ. ເຖິງແມ່ນວ່າທາງການມີນະໂຍບາຍໃຫ້ ຜູ້ຕິດໂຄວິດ-19 ປິ່ນປົວຢູ່ເຮືອນຕົນເອງໄດ້ ແຕ່ກໍມີຫຼາຍຄອບຄົວ ທີ່ບໍ່ມີບ່ອນກົກຕົວ. ໃນຈໍານວນ 1,306 ຄົນທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ນະຄອນຫຼວງວຽງຈັນ 606 ຄົນ, ຫຼວງ ພຣະບາງ 201 ຄົນແລະ ຜົ້ງສາລີ 121 ຄົນ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 16 ພຶສຈິການີ້ວ່າ:

ບາງເທື່ອມັນບໍ່ມີອາການ ເຂົາເຈົ້າຄິດວ່າ ສິມັນຈະບໍ່ເປັນຫຍັງຫັ້ນນ່າ ຜູ້ທີ່ວ່າຖືເບົາພັດກໍມີ ຈົນກວ່າມັນມີອາການແລ້ວໄປກວດ ຈັ່ງເຈີ. ສະຖານທີ່ແລະເງື່ອນໄຂ ໃນການກັກໂຕຫັ້ນນ່າ ຄອບຄົວທີ່ວ່າມີເງື່ອນໄຂ ເໝາະສົຈັ່ງຄ່ອຍໄດ້ ບໍ່ໃຫ້ປົນກັບຊຸມຊົນຫຼາຍຫັ້ນນະ.

ທ່ານກ່າວຕື່ມວ່າ ປັດຈຸບັນ ຄອບຄົວໃດທີ່ມີຄົນໄດ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ແມ່ນຈະຖືກກັກໂຕ ໃຫ້ຢູ່ແຕ່ໃນເຮືຶອນໝົດທຸກຄົນ ເພາະມັນມີຄວາມສ່ຽງ ແລະເຈົ້າໜ້າທີ່ບ້ານ ຈະເອົາເຊືອກມາກັ້ນໄວ້ ບໍ່ໃຫ້ອອກໄປໃສ. ຖ້າຢາກຈະອອກໄປຊື້ເຄື່ອງຢູ່ຂອງກິນ ກໍຕ້ອງແຈ້ງໃຫ້ຮູ້ ຫຼືສັ່ງອາຫານມາກິນ ໂດຍທີ່ຜູ້ມາສົ່ງອາຫານ ຕ້ອງວາງອາຫານໄວ້ໜ້າເຮືອນ.

ປະຊາຊົນຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ໃນໄລຍະນີ້ ຄົນຕິດເຊື້ອໂຄວິດ-19 ເພິ່ມຂຶ້ນຫຼາຍ ແລະເຫັນຜູ້ຕິດເຊື້ອໄດ້ປິ່ນປົວເອົາເອງຢູ່ເຮືອນ ແລະກໍມີບາງຄອບຄົວ ທີ່ແພດ ແລະໝໍມາຕິດຕາມອາການຢູ່ ຕລອດ:

ຊ່ວງນີ້ເພິ່ນໃຫ້ຮັກສາຢູ່ເຮືອນຫັ້ນນ່າ ເພິ່ນກໍມີກອງຫຼອນເຝົ້າເຮືອນຫັ້ນແຫຼະ ຜູ້ໃດຕິດ ບໍ່ໄດ້ໄປໂຮງໝໍເພິ່ນກໍໃຫ້ປົວຢູ່ບ້ານ ແຕ່ເພິ່ນກໍມີແພດ ມາເບິ່ງຢູ່ຕລອດ ຕິດຕາມອາການຢູ່ ຕລອດ.

ສໍາລັບຢູ່ແຂວງຫຼວງພຣະບາງ ທີ່ໃນມື້ວັນທີ 16 ພຶສຈິການີ້ມີຄົນຕິດໂຄວິດ-19 ຫຼາຍ ຮອງລົງມາຈາກນະຄອນຫຼວງວຽງຈັນນັ້ນ ສ່ວນໃຫຍ່ກໍແມ່ນຕິດເຊື້ອພາຍໃນຄອບຄົວ. ເຈົ້າໜ້າທີ່ຈະແຍກຜູ້ທີ່ມີຄວາມສ່ຽງ ຫຼືຜູ້ທີ່ໄດ້ສໍາພັດໃກ້ຊິດກັບຄົນຕິດເຊື້ອ ໄວ້ບ່ອນຕ່າງຫາກ ແລະກັກໂຕຢູ່ໃນເຮືອນ 14 ມື້, ແລະຫຼັງຈາກທີ່ຖືກກວດພົບວ່າ ຕິດເຊື້ອແລ້ວ ຈະຖືກນໍາຕົວໄປປິ່ນປົວຢູ່ສູນ ຫຼືຢູ່ໂຮງໝໍ ດັ່ງເຈົ້າໜ້າທີ່ທີ່ກ່ຽຂ້ອງທ່ານນຶ່ງຢູ່ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ໂຕນີ້ນະ ສະເພາະໃນຄອບຄົວຜູ້ຕິດເຊື້ອຫັ້ນເນາະ ໄດ້ເອົາໄປປົວຢູ່ສູນໝົດ ຜູ້ໄປກວດຄັ້ງທີນຶ່ງຫັ້ນນະເນາະ ບໍ່ພົບແລ້ວເຂົາເຈົ້າກໍໃຫ້ໄປ ກັກໂຕຢູ່ເຮືອນກ່ອນ ຄັນຖ້າວ່າກວດຄືນຄັ້ງທີ 2 ຄັນພົບກໍເອົາກັບໄປສູນປິ່ນປົວ ຄືກັນ.

ໃນຂະນະດຽວກັນ ປະຊາຊົນຢູ່ແຂວງຫຼວງ ກໍເວົ້າວ່າ ປັດຈະບັນ ຜູ້ໃດຕິດເຊື້ອໂຄວິດ-19 ເຈົ້າໜ້າທີ່ຈະນໍາຕົວໄປປິ່ນປົວຢູ່ສູນ, ສ່ວນຜູ້ທີ່ມີຄວາມສ່ຽງ ຈະຖືກແນະນໍາໃຫ້ໃຫ້ກັກຕົວຢູ່ເຮືອນ, ແຕ່ໃຫ້ແຍກອອກຈາກຄົນອື່ນ ເພື່ອປ້ອງກັນບໍ່ໃຫ້ມີການແພ່ເຊື້ອ:

ເພິ່ນກໍແນະນໍາຢູ່ເຣື່ອງ ສະຖານທີ່ການຢູ່ຫັ້ນ ຈະໄດ້ມາກັກໂຕຢູ່ບໍຣິເວນ ໃນຄອບຄົວ ຫລືວ່າໄປຢູ່ບໍຣິເວນ ເນື້ອທີ່ທໍາການຜະລິດຫັ້ນ ໃຫ້ໄປຢູ່ ບໍ່ໃຫ້ປົນເປກັບຜູ້ອື່ນ.

ຢູ່ແຂວງວຽງຈັນ ປະຊາຊົນຜູ້ນຶ່ງ ເວົ້າວ່າ ເຈົ້າໜ້າທີ່ໄດ້ແນະນໍາຄົນທີ່ມີຄວາມສ່ຽງ ຫລືຜູ້ທີ່ໄດ້ສໍາພັດໃກ້ຊິດກັບຄົນຕິດເຊື້ອໂຄວິດ-19 ໃຫ້ແຍກກັກຕົວຢູ່ຕ່າງຫາກ, ຖ້າກວດພົບວ່າຕິດເຊື້ອ ກໍແຈ້ງເຈົ້າໜ້າທີ່ໄປຮັບຕົວໄປປິ່ນປົວຢູ່ໂຮງໝໍ:

ທີ່ແບບກຸ່ມສ່ຽງບໍ໋ຫລືວ່າໃກ້ຊິດນ່າ ເພິ່ນກໍໃຫ້ກັກໂຕຢູ່ໃນຄອບຄົວເນາະ ເພິ່ນກໍແນະນໍາໄປກິນຢາຊື່ໆນີ້ນ່າ ຜູ້ເພິ່ນຖືວ່າໄປເກັບໂຕຢ່າງແລ້ວໆ ຜົລກວດອອກມາຖືວ່າຕິດເຊື້ອແລ້ວລະແມ່ນ ບໍ່ມີຣົດໄປ ເພິ່ນລະມາເອົາ.

ເຣື່ອງການປິ່ນປົວຢູ່ເຮືອນ ອີງຕາມຄໍາຖແລງຂອງ ດຣ. ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາຣະນະສຸຂ ໃນມື້ວັນທີ 12 ພຶສຈິການີ້ວ່າ ສໍາລັບຄົນຕິດເຊື້ອໂຄວິດ-19 ແຕ່ແຂງແຮງດີ, ບໍ່ມີອາການຫຍັງ ອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້, ມີທິມແພດພິເສດເພື່ອດູແລ ແລະໃຫ້ຄໍາແນະນໍາຄົນຕິດເຊື້ອ ທີ່ປິ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທຣະສັບສາຍດ່ວນ 164.

ອີງຕາມການຣາຍງານ ຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ໃນມື້ວັນທີ 15 ພຶສພາ, ປັດຈຸບັນມີຄົນຕິດໂຄວິດ-19 ພາຍໃນຄອບຄົນ 35%, ກໍາມະກອນກໍ່ສ້າງໂຮງງານ 30%, ນັກຮຽນສາມັນ ແລະວິຊາຊີບ 15% ແລະພະນັກງານຣັຖ ແລະວິສາຫະກິດ 14%.

ມາເຖິງປັດຈຸບັນ ຢູ່ລາວມີຜູ້ຕິດເຊື້ອສະສົມ 56,324 ຄົນ, ເສັຽຊີວິດ 110 ຄົນ. ມີຜູ້ໄດ້ຮັບການສັກວັກຊິນເຂັມທີ 1 ແລ້ວ 3,557,597 ຄົນ ແລະສັກເຂັມທີ 2 ແລ້ວ 2,999,982 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.