ຊາວລາວ ຢາກໃຫ້ຣັຖ ຈັດຫານ້ຳຢາ, ເຄື່ອງກວດ ໂຄວິດ-19
2021.10.28

ຊາວລາວ ຈຳນວນນຶ່ງ ມີຄວາມເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຄວນຍອມເສັຽງົບປະມານ ຊື້ນ້ຳຢາ ຫຼືເຄື່ອງມືທາງການແພດ ໃຫ້ປະຊາຊົນ ສາມາດກວດຫາໂຄວິດ-19 ດ້ວຍຕົນເອງ ເພື່ອໃຫ້ສາມາດຮູ້ ໄດ້ທັນເວລາວ່າ ໃຜຕິດ ຫຼືບໍ່ຕິດ. ຊາວເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:
“ຄັນຖ້າວ່າມີ ເຮົາກວດພົບແລ້ວ ເຮົາກໍເຊົາປົວໂຕເອງ ກໍແຮ່ງດີແຫຼະເນາະ ຄື ຜູ້ຂາຍເຄື່ອງຢູ່ຕລາດນີ້ ເຂົາເຈົ້າຢູ່ໃກ້ຊິດ ເຂົາເຈົ້າມາສອນໃຫ້ຟັງວ່າ ລາວບໍ່ຮູ້ວ່າ ລາວເປັນຊ້ຳເດ້ ລາວກໍເຮັດເຄື່ອງ ມາຂາຍທຸກມື້. ໂຕລາວຫັນໃຈບໍ່ໄດ້ເນາະ ຫັນໃຈແໜ້ນຜິດປົກກະຕິ ແລ້ວຈັ່ງໄປກວດ ແລ້ວຕິດແລ້ວເດ້ ແມ່ນແລ້ວເດ້. ສ່ວນຫຼາຍເຂົາເຈົ້າ ກໍລະວັງເດ້ ເມືອຮອດບ້ານຮອດເຮືອນ ເຂົາເຈົ້າກໍຮົມຢາ ແນວນັ້ນແນວນີ້ ຕາມສະໝຸນໄພ ຂອງບ້ານເມືອງເຂົາເຈົ້າເຮັດ ກໍຍັງບໍ່ມິດເດ້ ມັນຍັງເປັນ.”
ຫາກພາກສ່ວນທີ່ກ່ຽວຂ້ອງ ມີເຄື່ອງມື ທາງການແພດ ເພື່ອກວດໂຄວິດ-19 ສົ່ງຮອດເຮືອນ ໃຫ້ຊາວບ້ານທຸກຄົວເຮືອນ ກໍຈະເຮັດໃຫ້ ການແຜ່ຣະບາດ ຂອງໂຄວິດ-19 ພາຍໃນປະເທດຫຼຸດລົງ ເນື່ອງຈາກປະຊາຊົນ ສາມາດກວດຫາເຊື້ອ ດ້ວຍໂຕເອງໄດ້ທຸກມື້ ແລ້ວຈະເຮັດໃຫ້ ປະຊາຊົນ ຮູ້ໂຕໄວ ແລະ ຢຸດການແຜ່ເຊື້ອຕໍ່ ໄດ້ໄວນຳອີກ. ຊາວລາວ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່່າວວ່າ:
“ຄັນມີໄວ້ ກໍດີຫັ້ນແຫຼະ ສົມມຸດວ່າ ເຄື່ອງກວດເຄື່ອງຫຍັງ ມັນຮູ້ໂຕໄວ ກໍຊິແກ້ໄຂໄດ້ໄວ. ເລີກວຽກ ເລີກຫຍັງມາ ກໍກວດໂລດ, ຈັ່ງຊີ້ນ່າ. ມັນຮູ້ແລ້ວ ກໍຈະບໍ່ໄປແຜ່ຕໍ່, ຫັ້ນນ່າ.”
ກ່ຽວກັບເຣື່ອງດັ່ງກ່າວ, ກະຊວງສາທາຣະນະສຸຂ ຍັງບໍ່ມີນະໂຍບາຍ ແຈກຢາຍນ້ຳຢາ ຫຼືເຄື່ອງມືທາງການແພດ ເພື່ອກວດຫາໂຄວິດ-19 ດ້ວຍໂຕເອງ ໃຫ້ປະຊາຊົນ ພາຍໃນປະເທດ ທີ່ບໍ່ມີຄວາມສ່ຽງ ຈະຕິດເຊື້ອໂຄວິດ-19 ເທື່ອ, ມີແຕ່ນະໂຍບາຍ ໃຫ້ປະຊາຊົນ ທີ່ມີຄວາມສ່ຽງ ຈະຕິດເຊື້ອໂຄວິດ-19 ເທົ່ານັ້ນ. ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກ່າວວ່າ:
“ມື້ນີ້ເຈົ້າໄປຕລາດ ມື້ວານ ເພິ່ນປະກາດວ່າ ມີຄົນຕິດເຊື້ອ ກໍສະແດງວ່າ ເຮົາໄປສະຖານທີ່ສ່ຽງ. ຄັນສົມມຸດວ່າ ເອີ່, ເຮົາເຣີ່ມມີອາການ ເຮົາຈັ່ງໄປກວດ ຢູ່ຈຸດກວດ ກໍໂຕນັ້ນແຫຼະ ກໍຖືວ່າ ເຮົາເປັນຄົນຢູ່ໃນບູຣິມະສິດ ໃຫ້ກວດຟຣີ ຫຼືວ່າ ພໍ່ເປັນ ແມ່ເປັນ ແລ້ວເຮົາເປັນລູກ ກໍຖືວ່າ ເຮົາຢູ່ໃນກຸ່ມສ່ຽງ ເພາະວ່າຫຍັງ ເພາະວ່າເຮົາຢູ່ເຮືອນ ຫຼັງດຽວກັນ ແລ້ວເພິ່ນຈະໃຫ້ເຮົາກວດ ແລ້ວໂຕນັ້ນ, ເພິ່ນຈະໃຫ້ເຮົາຟຣີເລີຍ.”
ໃນຂະນະທີ່ ຊາວນະຄອນຫຼວງວຽງຈັນ ກ່າວວ່າ ຣັຖບານ ບໍ່ມີງົບປະມານ ທີ່ຈະຊື້ເຄື່ອງກວດໃຫ້ປະຊາຊົນ.
“ມັນເຄື່ອງໝໍ ມັນບໍ່ເກັ່ງເທົ່າໄທຍແລ້ວ. ເຣື່ອງງົບປະມານ ກໍຄືວ່າຫັ້ນແຫຼະ ມັນບໍ່ເທົ່າໄທຍແລ້ວ ປ້ອງກັນໂຕເອງແດ່ຫັ້ນແຫຼະ. ຄັນຜູ້ໃດເຂົ້າໃຈ ບໍ່ໄປຊະຊຸຊະຊາຍ.”
ຂະນະດຽວກັນນັ້ນ, ຫ້ອງວ່າການແຂງ ແຂວງອຸດົມໄຊ ໄດ້ອອກແຈ້ງການເພີ່ມຕື່ມ ເລຂທີ 1221/ຫວຂ ອຸດົມໄຊ ລົງວັນທີ 26 ຕຸລາ ລະບຸໃຈຄວາມສຳຄັນ ກ່ຽວກັບການເພີ່ມທະວີ ຄວາມເຂັ້ມງວດ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທຸກພາກສ່ວນ ທີ່ຈະເຂົ້າມາ ປະຕິບັດໜ້າທີ່ທາງການ, ມາດຳຣົງຊີວິຕ ແລະ ເຄື່ອນໄຫວວຽກງານ ທີ່ຈຳເປັນ ຢູ່ໃນແຂວງ ຈະຕ້ອງໄດ້ຮັບຜິດຊອບ ຄ່າກວດເກັບໂຕຢ່າງ ເພື່ອວິເຄາະ ຫາເຊື້ອໂຄວິດ-19 ດ້ວຍໂຕເອງ ນັບແຕ່ວັນທີ 26 ຕຸລາ ຫາວັນທີ 9 ພຶສຈິກາ ນີ້. ເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ແຂວງອຸດົມໄຊ ກ່າວວ່າ:
“ເຂົ້າມາແລ້ວ ຈະຕ້ອງໄດ້ກັກໂຕ ແລ້ວກໍກວດ ຫາເຊື້ອໂຄວິດ-19 ຫັ້ນ. ຕ້ອງໄດ້ຈ່າຍເງິນ ຄ່າກວດເອງ ກິນຢູ່ເອງ. ຜູ້ກ່ຽວ ຕ້ອງໄດ້ຈ່າຍເອງໝົດ.”
ຍານາງກ່າວຕື່ມວ່າ ພາຍຫຼັງກວດ ເກັບໂຕຢ່າງແລ້ວ ກໍຕ້ອງໄດ້ກັກໂຕ 14 ມື້ ແລະ ຖ້າຜົລວ່າ ຕິດເຊື້ອ ຫຼືບໍ່. ຫາກຜົລອອກມາຕິດເຊື້ອ ກໍຕ້ອງຮັບຜິດຊອບ ຈ່າຍຄ່າອາຫານການກິນ ເຄື່ອງໃຊ້ສ່ວນໂຕ ໃນໄລຍະປິ່ນປົວ 14 ວັນເອງນຳອີກ. ທັງນີ້, ກໍເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ເນື່ອງຈາກຫຼາຍມື້ ທີ່ຜ່ານມາ ແຂວງອຸດົມໄຊ ມີຈຳນວນຜູ້ຕິດເຊື້ອ ເພີ່ມຂຶ້ນ.
ສຳລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນປະເທດລາວ ປະຈຳວັນທີ 28 ຕຸລາ 2021 ແມ່ນນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໃໝ່ 530 ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນ ຫຼາຍກວ່າໝູ່ ຮອງລົງມາ ແຂວງຫຼວງພຣະບາງ ແລະ ແຂວງບໍ່ແກ້ວ ຕິດເຊື້ອລວມ 38,281 ຄົນ. ປິ່ນປົວເຊົາ ແລ້ວອອກຈາກໂຮງໝໍເພີ່ມ 759 ຄົນ, ບໍ່ມີຜູ້ເສັຽຊີວິຕໃໝ່ເພີ່ມ ແລະ ໂຕເລຂຜູ້ເສັຽຊີວິຕສະສົມ ຍັງ 59 ຄົນ ຄືກັບມື້ວັນທີ 27 ຕຸລາ.