ສະຖິຕິໃໝ່ ມື້ນີ້ພົບຜູ້ຕິດເຊື້ອ ສູງເປັນປະວັດການ
2021.11.04
ວັນທີ່ 4 ພຶສຈິກາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 1,170 ຄົນ ຊຶ່ງເປັນໂຕເລຂທີ່ສູງກວ່າມື້ວານນີ້ ແລະກໍເປັນສະຖິຕິໃໝ່ອີກຄັ້ງ ຕັ້ງແຕ່ມີການຕິດເຊື້ອໂຄວິດ-19 ໃນປະເທດ ແຕ່ປີ 2020 ເປັນຕົ້ນມາ.
ຂະນະທີ່ ໃນປັດຈຸບັນ ທາງການລາວ ກໍາລັງຣະດົມໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພຍາຍາມຄວບຄຸມເຊື້ອໂຄວິດ-19 ໃຫ້ໄດ້ ໂດຍລົງພື້ນທີ່ນໍາຫາຜູ້ສັມຜັດໃກ້ຊິດ ທັງໝົດກັກໂຕ ແລະກວດຫາເຊື້ອດັ່ງກ່າວ ຮວມທັງເລັ່ງໃຫ້ປະຊາຊົນແຕ່ລະບ້ານ ໃຫ້ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເພື່ອສ້າງພູ້ມຄຸມກັນໃຫ້ຕົນເອງ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 4 ພຶສຈິກາ ນີ້ວ່າ:
“ດຽວນີ້ມັນພວກທີ່ຕິດ ມັນປົກປິດທາມລາຍ ໄດ້ໄປຫັ້ນໄປນີ້ແລ້ວວ່າບໍ່ໄດ້ໄປຫັ້ນນ່າ ທາງໜ່ວຍສະເພາະກິຈເພິ່ນກໍາລັງພຍາຍາມ ເລັ່ງຣະດົມໃຫ້ຜູ້ທີ່ວ່າມີຄວາມສ່ຽງ ໃຫ້ພຍາຍາມກັກໂຕ ແລະໄປກວດຫາເຊື້ອ ບໍ່ແມ່ນວ່າ ເຮົາຈະປ່ອຍໃຫ້ມີອາການແລ້ວຈັ່ງໄປກວດ ແລ້ວເຮັດໃຫ້ໄປຕິດຜູ້ອື່ນຫັ້ນນ່າ ເລັ່ງສັກວັກຊິນ ຜູ້ໃດທີ່ວ່າຍັງບໍ່ໄດ້ສັກວັກຊິນນີ້ເນາະ ໃຫ້ໄປສັກ ໜ່ວຍສັກວັກຊິນເຄື່ອນທີ່ເພິ່ນລົງໄປແຕ່ລະບ້ານ.”
ພາຍຫຼັງທີ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຈໍານວນຫຼາຍໃນແຕ່ລະມື້ແບບນີ້ ແລະມີແນວໂນ້ມວ່າ ທາງການລາວ ຈະສືບຕໍ່ລ໊ອກດາວຕື່ມໄປອີກຮອດທ້າຍປີນີ້ ຜູ້ປະກອບການທຸຣະກິຈຕ່າງໆ ໃນຫຼາຍແຫ່ງ ກໍຢາກໃຫ້ຣັຖບານ ທີ່ກໍາລັງມີກອງປະຊຸມສມັຍສາມັນເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ມີການຊ່ອຍເຫຼືອ ແລະຫຼຸດຜ່ອນຜົລກະທົບ ຈາກໂຄວິດ-19 ແບບຮີບດ່ວນ ຍ້ອນຫຼາຍຄົນບໍ່ມີຊ່ອງທາງ ທໍາມາຫາກິນ, ບໍ່ມີເງິນ ແລະຍັງມີໜີ້ສິນທີ່ຈະຕ້ອງຈ່າຍທະນາຄານ ນໍາອີກດ້ວຍ. ເບື້ອງຕົ້ນ ກໍຢາກໃຫ້ຣັຖບານ ຊ່ອຍເຈຣະຈາກັບທະນາຄານ ເຣື່ອງຜ່ອນຜັນການຈ່າຍໜີ້ ສໍາລັບຜູ້ທີ່ໄດ້ຮັບຜົລກະທົບ ເພື່ອເປັນການບັນເທົາທຸກ, ດັ່ງເຈົ້າຂອງຮ້ານກິນດື່ມ ທ່ານນຶ່ງ ກ່າວວ່າ:
“ຣັຖບານຄືວ່າເສີຽໆນີ້ ບາດຄົນຕິດໄປທຸກມື້ ເຮົາອາສັຍແຕ່ຄ້າຂາຍເນາະ ລ໊ອກດາວດຽວນີ້ ແມ່ນຫຍັງເຮົາກະບໍ່ໄດ້ເຮັດນີ້ ເງິນກໍຂາດ ກໍຢາກໃຫ້ໄປລົມແຫຼ້ວ ພວກທະນາຄານ ໃຫ້ນະໂຍບາຍກັນໄປກ່ອນ ສ້າງທຸຣະກິຈທຸຣະກິຈນຶ່ງ ເຮົາກໍຕ້ອງການເງິນລົງທຶນ ເຮົາກໍໄດ້ຢືມທະນາຄານມາເດ້ ແຕ່ລະເດືອນແຕ່ລະເດືອນຈ່າຍໆ ບາດນີ້ມາປິດແນວນີ້ນິ່ ບໍ່ມີເງິນຈ່າຍເດ້.”
ທ່ານກ່າວຕື່ມວ່າ ການຊ່ອຍເຫຼືອນັ້ນ ອາຈເປັນແບບການແຈກເຂົ້າສານ ອາຫານແຫ້ງ ຫຼືມີນະໂຍບາຍຫຼຸດຄ່ານໍ້າ, ຄ່າໄຟຕ່າງໆ ທີ່ພໍຈະຫຼຸດຜ່ອນຄ່າໃຊ້ຈ່າຍ ໃນແຕ່ລະເດືອນ ໃຫ້ປະຊາຊົນໃນໄລຍະນີ້ນໍາດ້ວຍ ເພາະຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄວິດ-19 ຫຼາຍຄົນ ກໍເຣີ່ມບໍ່ມີເງິນໃຊ້ຈ່າຍແລ້ວ ໂດຍສະເພາະຜູ້ທີ່ມີໜີ້ສິນ ກໍຢາກໃຫ້ຣັຖບານຫາທາງອອກ ຫຼືຊ່ອຍປຶກສາກັບທະນາຄານ ວ່າຄວນຜ່ອນຜັນໃຫ້ລູກໜີ້ ໃນໄລຍະທີ່ເປີດບ້ານ ເປີດເມືອງບໍ່ໄດ້ນີ້, ດັ່ງຜູ້ປະກອບການເຮືອນພັກ ທ່ານນຶ່ງ ກໍກ່າວວ່າ:
“ປີ 2020-2021 ນີ້ ຖືວ່າ ເພິ່ນບໍ່ໄດ້ເປີດບ້ານພັກເລີຍໄດ໋ ກໍຢາກໃຫ້ເພິ່ນຊ່ວຍບັນເທົາທຸກຫັ້ນແຫຼະ ພວກເຮົາເຮັດບ້ານພັກໂຮງແຮມ ທີ່ວ່າເຮັດໃໝ່ ກໍຍັງບໍ່ມີຫັ້ນແຫຼະ ກໍໄດ້ກູ້ຢືມເງິນຈາກທະນາຄານຫັ້ນແຫຼະ ຢາກໃຫ້ເພິ່ນຜ່ອນຜັນ ຫຼືວ່າຖ້າເປັນໄປໄດ້ເນາະ ກະໃຫ້ເລື່ອນເວລາໄປຫຼາຍປີຫັ້ນແຫຼະ ເພາະວ່າເຮົາທໍາມາຫາກິນບໍ່ໄດ້ເດ້ເນາະ.”
ກ່ຽວກັບເຣື່ອງນີ້ ຣັຖບານກໍມີການປະຊຸມ ປຶກສາຄົ້ນຄວ້າກັນຢູ່ ວ່າຈະຊ່ອຍເຫຼືອຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄວິດ-19 ແນວໃດ ແຕ່ຕອນນີ້ ຍັງບໍ່ສາມາດເປີດເຜີຍ ຣາຍລະອຽດໄດ້, ດັ່ງເຈົ້າໜ້າທີ່ກະຊວງການເງິນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:
“ມີຢູ່ມີຢູ່ ເພິ່ນກໍາລັງຄົ້ນຄວ້າຢູ່ ເພາະວ່າເບື້ອງຣັຖບານ ກໍຫຍຸ້ງຍາກຫຼາຍ ເພິ່ນຍັງບໍ່ທັນຣະອຽດເຣື່ອງນີ້ຢູ່ ມັນຢູ່ຊ່ວງທ້າຍປີແດ່ ນະໂຍບາຍເຣື່ອງຫຍັງ ເພິ່ນຍັງບໍ່ທັນໄດ້ຊັດເຈນອອກມາ ແຕ່ວ່າກໍມີການເວົ້າການຫຼາຍຢູ່.”
ໃນວັນທີ່ 3 ພຶສຈິກາ ທີ່ຜ່ານມາ ມີຄົນລາວຈໍານວນ 24 ຄົນ ລັກລອບເຂົ້າປະເທດໄທຍແບບຜິດກົດໝາຍ ຜ່ານທາງແຂວງອຸບົນຣາຊທານີ ໂດຍມີການຈ່າຍເງິນໃຫ້ນາຍໜ້າຄົນລະ 8,000 ບາດ ຊຶ່ງທັງໝົດຈະເດີນທາງເຂົ້າໄປບາງກອກ ເພື່ອຊອກຫາວຽກເຮັດງານທໍາ.
ຂະນະທີ່ປະເທດໄທຍ ກໍເປີດປະເທດແລ້ວ, ຄົນລາວກໍສາມາດເດີນທາງເຂົ້າໄທຍໄດ້ ໂດຍບໍ່ຕ້ອງກັກໂຕ ແຕ່ກໍມີເງື່ອນໄຂຫຼາຍຢ່າງ ຊຶ່ງຄົນລາວທີ່ລັກລອບເຂົ້າໄປໄທຍ ຈໍານວນດັ່ງກ່າວນັ້ນ ບໍ່ຢາກເຮັດຕາມເງື່ອນໄຂ ສາເຫດນຶ່ງ ແມ່ນຕ້ອງໄດ້ເຮັດເອກສານຫຼາຍຢ່າງ ພ້ອມທັງເສັຽຄ່າໃຊ້ຈ່າຍຫຼາຍກວ່າໃຫ້ນາຍໜ້າ ແລະຕ້ອງເດີນທາງເຂົ້າໄທຍດ້ວຍຍົນຢ່າງດຽວ ຈຶ່ງເປັນສາເຫດທີ່ເຮັດໃຫ້ ມີການລັກລອບເຂົ້າໄທຍແບບຜິດກົດໝາຍ, ດັ່ງເຈົ້າໜ້າທີ່ແຮງງານ ແຂວງສວັນນະເຂດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງກ່າວວ່າ:
“ເຮັດເອກສານ ເຮົາກໍບໍ່ເຖິງຂັ້ນດໍາເນີນຍາກ ແນ່ນອນວ່າເຮັດເອກສານ ຂັ້ນຕອນການດໍາເນີນເອກສານອິຫຍັງຕ່າງໆ ມັນຫຼາຍຂັ້ນຕອນ ການກວດໂຄວິດຕົ້ນທາງ ກ່ອນ 72 ຊົ່ວໂມງບໍ່ ແລະກໍເງິນໃນບັນຊີເທົ່າໃດບາດ ເພິ່ນວ່າຫັ້ນນ່າ ການເດີນທາງຍັງຈໍາກັດເນາະ ເພິ່ນມີແຕ່ໃຫ້ແຕ່ຖ້ຽວບິນເນາະ ຍັງບໍ່ແມ່ນວ່າເດີນທາງທຸກດ່ານຫັ້ນນ່າ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈຂັ້ນສູນກາງ ໃນວັນທີ່ 4 ພຶສຈິການີ້ ວ່າ ຈໍານວນຜູ້ຕິດເຊື້ອໂຄວິດ-19 ທັງໝົດ 1,170 ຄົນ, ໃນນີ້ພົບຜູ້ຕິດເຊື້ອໃນຊຸມຊົນ 1,167 ຄົນ, ຕິດເຊື້ອຈາກກໍຣະນີນໍາເຂົ້າ 3 ຄົນ ແລະແຂວງທີ່ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າໝູ່ໃນມື້ນີ້ ແມ່ນນະຄອນຫຼວງວຽງຈັນ ຊຶ່ງມີຜູ້ຕິດເຊື້ອທັງໝົດ 591 ຄົນ, ແຂວງວຽງຈັນ 167 ຄົນ, ຫຼວງນໍ້າທາ 154 ຄົນ, ຫຼວງພຣະບາງ 109 ຄົນ, ບໍ່ແກ້ວ 18 ຄົນ, ອຸດົມໄຊ 46 ຄົນ, ຜົ້ງສາລີ 1 ຄົນ, ໄຊຍະບູຣີ 3 ຄົນ, ໄຊສົມບູນ 5 ຄົນ, ບໍຣິຄໍາໄຊ 2 ຄົນ, ຄໍາມ່ວນ 15 ຄົນ, ສາຣະວັນ 8 ຄົນ, ສວັນນະເຂດ 5 ຄົນ, ຈໍາປາສັກ 27 ຄົນ ແລະແຂວງເຊກອງ 19 ຄົນ.
ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 44,061 ຄົນ, ມີຜູ້ເສັຽຊີວິດສະສົມ 76 ຄົນ, ປິ່ນປົວເຊົາ 36,286 ຄົນ ແລະກໍາລັງປິ່ນປົວ 7,699 ຄົນ.
ຕໍ່ກັບສະຖານະການ ການຣະບາດຂອງໂຄວິດ-19 ມີທີ່ຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ນີ້ ໃນວັນທີ່ 3 ພຶສຈິກາ ນີ້ ອາສາສມັກ ແລະຊາວໜຸ່ມຫຼາຍຜແນກການ ຂອງແຂວງບໍ່ແກ້ວ ໄດ້ຊ່ອຍກັນປະກອບຕຽງນອນ ປະມານ 200 ຕຽງ ເພື່ອສົ່ງໄປຍັງໂຮງໝໍພາກສນາມ ແຫ່ງຕ່າງໆພາຍໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ອີງຕາມການຣາຍງານ ຂອງໂທຣະພາບແຂວງບໍ່ແກ້ວ.
ຫຼ້າສຸດ ໃນວັນທີ່ 4 ພຶສຈິກາ 2021 ນີ້ ທາງການແຂວງຫຼວງນໍ້າທາ ໄດ້ອອກຂໍ້ກໍານົດ ວ່າດ້ວຍ ມາຕການຕໍ່ຜູ້ລະເມີດຄໍາສັ່ງແລະແຈ້ງການ ໃນໄລຍະການຣະບາດຂອງໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ຊຶ່ງມີທັງໝົດ 11 ຂໍ້ ຊຶ່ງມີ 3 ຂໍ້ທີ່ສໍາຄັນມີດັ່ງນີ້:
- ຣົດຂົນສົ່ງສິນຄ້າ, ຣົດໂດຍສານ, ຣົດສ່ວນບຸກຄົນ ທີ່ເດີນທາງຜ່ານແຂວງຫຼວງນໍ້າທາ ໄປແຂວງອື່ນ ແລ້ວຈອດເອົາຄົນ ຂຶ້ນ-ລົງ ຢູ່ພາຍໃນແຂວງຫຼວງນໍ້າທາ ໃນໄລຍະທີ່ມີມາຕການຫ້າມ ຈະຖືກປັບໃໝ.
- ການໄປວຽກນອກ ຫຼືອອກໄປພື້ືນທີ່ຊຸມຊົນ ແລ້ວບໍ່ໃສ່ຜ້າອັດປາກ-ອັດດັງ ຈະຖືກປັບໃໝ ແລະ
- ຜູ້ສັມຜັດໃກ້ຊິດກັບຜູ້ຕິດເຊື້ອບໍ່ໄດ້ກັກໂຕເອງ, ປິດບັງການເຄື່ອນໄຫວ ແລະນໍາເຊື້ອໂຄວິດ-19 ແຜ່ໄປໃສ່ຄົນອື່ນຖ້າກວດພົບກໍຈະຖືກປັບໃໝເຊັ່ນກັນ. ຊຶ່ງຜູ້ທີ່ບໍ່ປະຕິບັດຕາມຂໍ້ກໍານົດດັ່ງກ່າວນີ້ຈະຖືກປັບໃໝເຣີ່ມແຕ່ 20,000 ເຖິງ 5,000,000 ກີບ.