ສວນກ້ວຍຈີນ ໃຊ້ແຮງງານເດັກ ອາຍຸຕ່ຳກວ່າ 18 ປີ
2021.10.29

ອໍານາດການປົກຄອງບ້ານນໍ້າໂທມ ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຣາຍງານ ເມື່ອເດືອນກັນຍາ ທີ່ຜ່ານມານີ້ວ່າ ມີເດັກນ້ອຍອາຍຸຕໍ່າກວ່າ 18 ປີ ປະມານ 100 ຄົນ ເຂົ້າໄປຮັບຈ້າງເຮັດວຽກ ຢູ່ພາຍໃນສວນກ້ວຍຂອງຈີນ ຊຶ່ງຜິດຕໍ່ຣະບຽບກົດໝາຍການຈ້າງງານ.
ເດັກນ້ອຍທີີ່ມີອາຍຸຕໍ່າກວ່າ 18 ປີ ເຊັ່ນວ່າອາຍຸ 17,16,15 ປີ ຄວາມຈິງແລ້ວ ເຮັດວຽກກໍບໍ່ຜິດກົດໝາຍ ແຕ່ຕ້ອງບໍ່ແມ່ນວຽກ ທີ່ຢູ່ໃນຂແນງການທີ່ມີຄວາມສ່ຽງ ຫຼືເຮັດວຽກທີ່ເປັນອັນຕລາຍ ແລະບໍ່ເຮັດວຽກເກີນເວລາປົກກະຕິ ສ່ວນວຽກທີ່ຄວາມອັນຕລາຍທີ່ກ່ຽວຂ້ອງກັບການຜລິດນັ້ນ ເຊັ່ນ: ຂົນຍ້າຍ, ສັມຜັດ ຫຼືແຕະຕ້ອງກັບສານເຄມີ, ສານພິດ ແລະສານ ທີ່ກໍ່ໃຫ້ເກີດມະເຮັງ ລັງສີຂອງໄຟຟ້າ ຫຼືຝຸ່ນລະອອງນັ້ນ ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນວ່າ ການທີ່ເດັກນ້ອຍ ໄປເຮັດວຽກຢູ່ພາຍໃນສວນກ້ວຍ ທີ່ມີການນໍາໃຊ້ສານເຄມີ ທີ່ເປັນອັນຕລາຍຕໍ່ຮ່າງກາຍນັ້ນ ແມ່ນຖືວ່າບໍ່ຖືກຕ້ອງ.
ທີ່ຜ່ານມາ ການນໍາໃຊ້ແຮງງານເດັກນ້ອຍ ໃນປະເທດລາວ ແມ່ນຢູ່ໃນພາກການ ກະເສດຫຼາຍກວ່າໝູ່ ແລະສໍາລັບຫາເຫດ ທີ່ເດັກນ້ອຍຕ້ອງເຮັດວຽກ ຢູ່ພາຍໃນສວນກ້ວຍຂອງຈີນນັ້ນ ຍ້ອນພວກເຂົາເຈົ້າເປັນຄອບຄົວທຸກຍາກ ຢູ່ໃນເຂດຊົນບົດ ເມື່ອພໍ່ແມ່ຕ້ອງເດີນທາງໄປເຮັດວຽກ ເປັນກັມມະກອນໃນສວນກ້ວຍ ພວກເຂົາເຈົ້າ ກໍຕ້ອງໄດ້ເດີນທາງໄປນໍາ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິດທິເດັກ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລາ 2021 ນີ້ວ່າ:
“ກະສິກັມສ່ວນຫຼາຍ ແມ່ນເຂົາເຈົ້າໄປເປັນແຮງງານຄອບຄົວ ເພາະວ່າຢູ່ກະສິກັມໂຕນີ້ເນາະ ສ່ວນຫຼາຍເຂົາແມ່ນເຮັດສັນຍາ ກັບເຈົ້າຂອງບໍຣິສັດ ຫຼືເຈົ້າຂອງຟາມນ່ະ ກັບພໍ່ແມ່ເປັນສັນຍາຄອບຄົວຫຼາຍກວ່າ ແຕ່ແມ່ນບັນຫາມ່ອງວ່າ ເວລາເຮັດສັນຍາແລ້ວ ລູກຈະໄປຊ່ອຍພໍ່ແມ່ ຫຼືວ່າພໍ່ແມ່ເອົາລູກໄປຊ່ອຍວຽກ ມັນຈະເປັນໃນລັກສະນະແບບນັ້ນຫຼາຍກວ່າ.”
ຍານາງກ່າວຕື່ມວ່າ ເຖິງແມ່ນວ່າ ຈະມີສັນຍາການຈ້າງງານ ລະຫວ່າງເຈົ້າຂອງສວນກ້ວຍຈີນ ແລະຄອບຄົວຄົນງານລາວ ແຕ່ຢ່າງໃດກໍຕາມ ສັນຍາດັ່ງກ່າວນີ້ ກໍເຮັດຂຶ້ນເພື່ອຢັ້ງຢືນວ່າ ທາງເຈົ້າຂອງສວນກ້ວຍຈະຈ່າຍຄ່າແຮງງານ ໃຫ້ກັບຄົນງານລາວໃນມື້ໃດເທົ່ານັ້ນ ຫາກຄົນງານລາວມີບັນຫາ ທາງສຸຂພາບ ຫຼືປະສົບອຸບັດຕິເຫດ ລະຫວ່າງການເຮັດວຽກ ກໍບໍ່ສາມາດນໍາໃຊ້ສັນຍາດັ່ງກ່າວນີ້ ຮຽກຮ້ອງຄ່າຊົດເຊີຽຈາກນາຍຈ້າງ ຫຼືເຂົ້າເຖິງການບໍຣິການ ດ້ານສຸຂພາບຈາກໂຮງໝໍຕ່າງໆໄດ້.
ຢ່າງໃດກໍຕາມ ເນື່ອງຈາກການເຮັດວຽກໃນສວນກ້ວຍຂອງຈີນ ເປັນການເຮັດສັນຍາຈ້າງເໝົາແບບຄອບຄົວ ຈຶ່ງສົ່ງຜົນໃຫ້ມີການ ໃຊ້ແຮງງານເດັກນ້ອຍເກີດຂຶ້ນ ພາຍໃນສວນກ້ວຍຂອງຈີນຫຼາຍເທື່ອ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິດທິເດັກ ອີກນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ກ່ຽວກັບການນໍາໃຊ້ແຮງງານເດັກນ້ອຍ ທີ່ຜິດກົດໝາຍ ວ່າອັນໃດເປັນທີ່ຜິດ ອັນໃດເປັນສິ່ງທີ່ຄວນ ແລະອັນໃດເປັນສິ່ງທີ່ບໍ່ຄວນເຮັດ ເພາະວ່າພໍ່ແມ່ບາງຄົນ ອາດໃຊ້ແຮງງານລູກໂຕເອງ ໂດຍບໍ່ຮູ້ໂຕ.”
ໃນຂະນະທີ່ ຄົນງານລາວ ທີ່ເຮັດວຽກຢູ່ພາຍໃນສວນກ້ວຍຂອງຈີນ ເວົ້າວ່າ ເຖິງຈະມີການໃສ່ເກີບບູທ ໃສ່ເສື້ອແຂນຍາວ, ໃສ່ຖົງມື, ໃສ່ຜ້າອັດປາກອັດດັງ ແລະໃສ່ໝວກແລ້ວກໍຕາມ ແຕ່ກໍບໍ່ສາມາດປ້ອງກັນອັນຕລາຍ ຈາກສານເຄມີໄດ້, ດັ່ງຄົນງານສວນກ້ວຍ ຜູ້ນຶ່ງເວົ້າວ່າ:
“ມັນຈະບໍ່ມີໄຫຼວຽນ ມັນຈະບໍ່ມີທີ່ຣະບາຍເນາະ ແລ້ວມັນກໍມຸດຢູ່ໃນດິນໃນຫຍ້າແຖວຫັ້ນແມ່ນບໍ ແລ້ວຄົນທີ່ເຮັດວຽກ ມັນກໍຕ້ອງມີຢູ່ແລ້ວ ຢາຂ້າຫຍ້າແມງໄມ້ ຢາຂ້າສານພິດອັນນີ້ ຢາຂ້າຫຍ້າແມ່ນບໍ ແລ້ວບາດນີ້ ເປັນຄອງເນາະ ຫຼືເປັນໃບຫຍ້າ ທີ່ສານເຄມີທັນຕົກຫຼົ່ນຢູ່ນັ້ນ ມັນບໍ່ມີທີ່ຣະບາຍເດ້ ມັນຈົມລົງດິນເນາະ ແມ່ນບໍ ທາງທີ່ເຮົາເດີນ.”
ສໍາລັບຜົລກະທົບທາງສຸຂພາບ ທີ່ເກີດຂຶ້ນຈາກການທີ່ເດັກນ້ອຍເຮັດວຽກ ຫຼືກິນຢູ່ນໍາຄອບຄົວ ພາຍໃນສວນກ້ວຍຂອງຈີນນັ້ນ ເຮັດໃຫ້ພວກເຂົາເຈົ້າ ມີພຍາດເກີດຂຶ້ນຕາມຜິວໜັງ, ຕີນເປື່ອຍ, ມີບັນຫາເຣື່ອງການຫາຍໃຈ ຄວາມສາມາດໃນການຮັບຮູ້ຫຼຸດລົງ ແລະບໍ່ສາມາດຮຽນໜັງສືໄດ້ ຫຼືບາງເທື່ອອາຈຮຸນແຮງເຖິງຂັ້ນເສັຽຊີວິດ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ຫຼັກໆເນາະ ເຖິງແມ່ນເວລາ ເດັກມັນໄດ້ຮັບຜົລກະທົບທີ່ວ່າ ຄືສານເຄມີມັນກໍຈະຄື ທໍາລາຍເຣື່ອງຣະບົບຮ່າງກາຍ ກໍຄືຈະເຮັດໃຫ້ເດັກນ້ອຍ ເຣື່ອງຄວາມຈໍາຄວາມຈື່ນີ້ ກໍຈະບໍ່ໄດ້ເທົ່າທີ່ຄວນເນາະ.”
ກ່ຽວກັບເຣື່ອງນີ້ ໜ່ວຍງານທີ່ກ່ຽວຂ້ອງ ມີຄວາມພຍາຍາມ ທີ່ຈະຫຼຸດຜ່ອນບັນຫາການໃຊ້ແຮງງານເດັກນ້ອຍທຸກຮູບແບບ ທີ່ເກີດຂຶ້ນພາຍໃນປະເທດ ດ້ວຍການຜັກດັນໃຫ້ເດັກນ້ອຍກຸ່ມດັ່ງກ່າວນີ້ ມີໂອກາດເຂົ້າຮັບການຝຶກອົບຮົມ ໃນຂແນງວຽກງານຕ່າງໆ, ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ນາງນຶ່ງ ກ່າວວ່າ:
“ຮຽນວິຊາຊີບເນາະ ເສີມສວຍ, ປຸງແຕ່ງ, ຕັດຫຍິບ, ກະສິກັມປູກຝັງລ້ຽງສັດເນາະ ຮຽນຟຣີ 15 ປີຂຶ້ນໄປ ຫາ 25 ປີເນາະ ຖ້າອາຍຸກາຍ 25 ປີ ຖ້າຂະເຈົ້າມີຄວາມສົນໃຈ ຢາກຈະຮຽນວິຊາຊີບ ພວກເຮົາກໍຮັບເນາະ.”
ຍານາງກ່າວຕື່ມວ່າ ສໍາລັບກໍຣະນີທີ່ຄົນງານລາວ ໄດ້ຮັບຜົລກະທົບທາງ ສຸຂພາບເປັນອັນຕລາຍ ຂະນະເຮັດວຽກພາຍໃນສວນກ້ວຍ ຫຼືບໍ່ໄດ້ຮັບເງິນຄ່າຈ້າງ ຈາກເຈົ້າຂອງສວນກ້ວຍນັ້ນ ເຖິງແມ່ນວ່າ ຄົນງານລາວຈະດໍາເນີນການຮ້ອງຟ້ອງ ມາຍັງໜ່ວຍງານຂອງທ່ານ ແຕ່ຢ່າງໃດກໍຕາມ ກໍບໍ່ສາມາດຮັບປະກັນໄດ້ວ່າ ຄົນງານລາວຈະໄດ້ຮັບຄ່າຊົດເຊີຽ ຫຼືໄດ້ຮັບຄ່າຈ້າງ ທີ່ນາຍຈ້າງຕິດຄ້າງຢູ່ ເນື່ອງຈາກຂຶ້ນຢູ່ກັບຂໍ້ຕົກລົງລະຫວ່າງນາຍຈ້າງ ທີ່ເປັນເຈົ້າຂອງສວນກ້ວຍ ແລະຄົນງານລາວ ທີ່ເຮັດສັນຍາຮ່ວມກັນ.
ອີງຕາມກົດໝາຍວ່າດ້ວຍແຮງງານ ເລຂທີ່ 43 ຂອງສະພາແຫ່ງຊາດລາວ ລົງວັນທີ່ 13 ທັນວ່າ ປີ 2013 ໃນມາດຕຣາ 3 ຂໍ້ທີ່ 11 ທີ່ຣະບຸວ່າ ແຮງງານເດັກນ້ອຍ ໝາຍເຖິງແຮງງານວັຍໜຸ່ມ ທີ່ບໍ່ອະນຸຍາດໃຫ້ເຮັດວຽກ ໃນຂແນງການ ແລະອາຊີບທີ່ເປັນອັນຕລາຍ, ເຮັດວຽກເກີນເວລາປົກກະຕິ ແລະເຮັດວຽກໜັກ ແລະອີງຕາມປະເພດວຽກ ທີ່ບໍ່ເປັນອັນຕລາຍ ຕາມຂໍ້ຕົກລົງ ເລຂທີ່ 4182 ຂອງກະຊວງແຮງງານ ແລະສວັດດີການສັງຄົມ ກໍໄດ້ຣະບຸໄວ້ຢ່າງຊັດເຈນວ່າ ວຽກທຸກປະເພດທີ່ກ່ຽວຂ້ອງກັບ ການຜລິດ, ຂົນຍ້າຍ, ສັມຜັດ ຫຼືແຕະຕ້ອງກັບສານເຄມີ, ສານພິດ ແລະສານ ທີ່ກໍໃຫ້ເກີດມະເຮັງລັງສີ ຂອງໄຟຟ້າ ຫຼືຝຸ່ນລະອອງນັ້ນ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ການທີ່ເດັກນ້ອຍ ໄປເຮັດວຽກຢູ່ພາຍໃນສວນກ້ວຍ ທີ່ມີການນໍາໃຊ້ສານເຄມີ ທີ່ເປັນອັນຕລາຍຕໍ່ຮ່າງກາຍນັ້ນ ແມ່ນຖືວ່າບໍ່ຖືກຕ້ອງ.
ໃນປີ 2010 ອົງການແຮງງານສາກົລ ຫຼື International Labor Organization (ILO) ຣະບຸວ່າ ພາຍໃນປະເທດລາວ ມີການໃຊ້ແຮງງານເດັກນ້ອຍປະມານ 178,000 ຄົນ, ເປັນເພດຍິງ 96,000 ຄົນ ແລະເພດຊາຍ 81,000 ຄົນ, ຊຶ່ງສ່ວນໃຫຍ່ມາຈາກພື້ນທີ່ເຂດຊົນບົດ ໂດຍໃນຈໍານວນນີ້ ມີຫຼາຍກວ່າ 130,000 ຄົນ ຫຼືປະມານ 2 ໃນ 3 ຂອງແຮງງານເດັກນ້ອຍທັງໝົດ ເຮັດວຽກຢູ່ໃນວຽກງານອັນຕລາຍ 90% ຂອງແຮງງານເດັກນ້ອຍ ເຮັດວຽກໃນຂແນງກະສິກັມປ່າໄມ້ ແລະການປະມົງ ແລະ 7 ໃນ 10 ຂອງແຮງງານເດັກນ້ອຍ ເຮັດວຽກຫຼາຍກວ່າ 49 ຊົ່ວໂມງຕໍ່ສັປດາ.