ຈັບຈີນ 24, ລາວ 22 ຄົນ ລະເມີດ ລ໊ອກດາວນ໌
2021.11.13

ຕໍາຣວດກອງພັນປ້ອງກັນເຄື່ອນທີ່ໄວ ກອງບັນຊາການປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ຈັບຄົນຈີນ 24 ຄົນ ແລະຄົນລາວ 22 ຄົນ ທີ່ລັກມົ້ວສຸມກັບສິ່ງມືນເມົາ ຢູ່ຮ້ານບັນເທີງ ອ໋ອສກ້າ ທີ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ອັນເປັນການລະເມີດມາຕການປ້ອງກັນໂຄວິດ-19 ແລະທັງມີຢາເສບຕິດນໍາດ້ວຍ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ນະຄອນ ຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 12 ພຶສຈິການີ້ວ່າ ປັດຈຸບັນ ເຈົ້າໜ້າທີ່ໄດ້ຄວບຄຸມຄົນຈີນ ແລະຄົນລາວທັງ 46 ຄົນນັ້ນໄປກັກຕົວເພື່ອກວດຫາເຊື້ອໂຄວິດ-19, ຈາກນັ້ນຈຶ່ງຈະນໍາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ. ຫຼັງຈາກເກີດເຫດການດັ່ງກ່າວ ນັກກົດໝາຍລາວທ່ານນຶ່ງເວົ້າວ່າ ໜ່ວຍງານຂອງພວກທ່ານ ກໍໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ເພື່ອເປັນທະນາຍຄວາມໃຫ້ຄົນຈີນ ທີ່ຖືກຈັບນັ້ນ, ແຕ່ກໍຍັງບໍ່ທັນມີຄວາມຄືບໜ້າແນວໃດເທື່ອ ດັ່ງທີ່ທ່ານກ່າວຈໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 12 ພຶສຈິການີ້ວ່າ:
“ເຂົາເຂົ້າໄປຄວບຄຸມສະຖານະການ ມີການປັບໃໝແລ້ວກະກວດແພັສພັອດໜັງສືເດີນ ທາງ. ຫຼັງຈາກນັ້ນ ເຂົາຈຶ່ງນໍາຕົວເຂົ້າໄປສູນກັກກັນພະຍາດໂຄວິດ ປັດຈຸບັນທາງເຮົານີ້ກະພົວພັນ ໄປທາງເຈົ້າໜ້າທີ່ແລ້ວ.”
ຊາວບ້ານຜູ້ນຶ່ງ ທີ່ຢູ່ໃກ້ກັບຮ້ານບັນເທີງນັ້ນ ເວົ້າວ່າ ຕົນກໍຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ດໍາເນີນຄະດີແບບເຂັ້ມງວດ ຕໍ່ຄົນຈີນ ແລະຄົນລາວ ທີ່ຝ່າຝືນມາຕການປ້ອງກັນໂຄວິດ-19 ນັ້ນ, ຍ້ອນມັນມີໂອກາດສູງ ທີ່ຈະເຮັດໃຫ້ເຊື້ອໂຄວິດ-19 ແພ່ຣະບາດເພິ່ມຕື່ມໄດ້:
“ເຫັນຢູ່ ສ່ວນຫຼາຍເປັນຄົນຈີນຫຼາຍ ກະມີການລົງໂທດຫລືວ່າໃໝກະໄດ້ ເພາະ ວ່າຖ້າມົ້ວສຸມໃນຊ່ວງນີ້ ກະຊ່ວງໂຄວິດແນ່ຫັ້ນນ່າ ມັນກະມີໂອກາດແຜ່ຣະບາດ ຫຼາຍຫັ້ນນ່າ.”
ໃນຂະນະດຽວກັນ ປະຊາຊົນທີ່ຢູ່ໃກ້ຄຽງນາງນຶ່ງ ກໍເວົ້າວ່າ ໃນເບື້ອງຕົ້ນ ຕົນກໍຮູ້ພຽງແຕ່ວ່າ ພວກຄົນຈີນ ແລະຄົນລາວນັ້ນ ໄດ້ຖືກສົ່ງຕົວໄປກວດຫາເຊື້ອໂຄວິດ-19 ພ້ອມທັງກັກຕົວຕາມມາຕການຂອງທາງການ ແລະເຊື່ອວ່າ ຫຼັງຈາກນັ້ນ ພວກເຂົາເຈົ້າກໍຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ:
“ສົ່ງໂຕໄປເຮັດຕາມກົດໝາຍແລ້ວເດ໋ ໜ້າຈະແມ່ນໄປກວດເບິ່ງ ຂະເຈົ້າກະບໍ່ໄດ້ມີເຊື້ອໂຄວິດ ແຕ່ວ່າຂະເຈົ້າຫັ້ນ ໄປແບບໃນນາມທີ່ຂະເຈົ້າລັກໄປເບາະ.”
ຊາວບ້ານທີ່ຢູ່ໃກ້ຄຽງ ຜູ້ຂໍສງວນຊື່ ແລະສຽງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນທໍານອງດຽວກັນນັ້ນວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີກັບຜູ້ທີ່ຝ່າຝືນມາຕການ ຂອງທາງການ ແລະພ້ອມທັງຕັ້ງຂໍ້ຫາກ່ຽວກັບເຣື່ອງຢາເສບຕິດນໍາດ້ວຍ, ມີການສອບສວນເຈົ້າຂອງຮ້ານບັນເທິງນັ້ນນໍາວ່າ ເປີດຮັບແຂກໄດ້ແນວໃດ ໃນເມື່ຶອຍັງມີຜູ້ຕິດຊື້ອໂຄວິດ-19 ໃນນະຄອນຫຼວງວຽງຈັນ ເພິ່ມສູງຂຶ້ນຫຼາຍຢູ່ນີ້. ນັກຊ່ຽວຊານດ້ານກົດໝາຍທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 12 ພຶສຈິການີ້ວ່າ ກໍຣະນີຄົນຕ່າງປະເທດ ທີ່ຢູ່ລາວ ຝ່າຝືນມາຕການປ້ອງກັນໂຄວິດ-19 ແມ່ນມີຄວາມຜິດຄືກັນກັບຄົນລາວທົ່ວໄປ, ຈະຕ້ອງຖືກປັບໃໝ ແລະໜັກໄປກວ່ານັ້ນ ກໍຈະຖືກດໍາເນີນຄະດີຕາມກົດໝາຍຂອງລາວ. ແຕ່ກໍຣະນີຄົນຈີນນັ້ນ ຕົນກໍບໍ່ສາມາດໃຫ້ຄໍາເຫັນແນວໃດໄດ້ເທື່ອ ວ່າຈະໄດ້ຮັບໂທດໜັກ ຫລືເບົາປານໃດ ດັ່ງທີ່ທ່ານກ່າວວ່າ:
“ສໍາລັບຜູ້ຣະເມີດຄໍາສັ່ງ ກະແນ່ນອນກໍອາດຖືກຣະບຽບຕັກເຕືອນ ຫລືວ່າສຶກສາອົບຮົມ ຫລືວ່າໜັກກວ່ານັ້ນກໍອາດຖືກດໍາເນີນຄະດີ. ເຣື່ອງນີ້ເຮົາຍັງບໍ່ທັນໄດ້ຮູ້ເຣື່ອງລາວເລີຍວ່າ ທີ່ໄປທີ່ມາເປັນແນວໃດ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຮ້ານບັນເທີງ ອ໋ອສກ້າ, ແຕ່ບໍ່ສາມາດຕິດຕໍ່ໄດ້. ພ້ອມກັນນັ້ນ ກໍໄດ້ຕິດຕໍ່ໄປຫາສະຖານທູດຈີນ ປະຈໍາລາວ, ໄດ້ຮັບຄໍາຈາກເຈົ້າໜ້າທີ່ສະຖານທູດວ່າ ທາງສະຖານທູດ ຍັງບໍ່ໄດ້ຮັບຣາຍງານກ່ຽວກັບເຣື່ອງດັ່ງ ກ່າວນັ້ນເທື່ອ ແລະຂໍບໍ່ມີຄໍາເຫັນໃດໆ.
ອີງຕາມຄໍາເວົ້າຂອງ ພັນຕໍາຣວດຕຣີ ໂດນ ວົງໄກສອນ ຮອງຫົວໜ້າສໍານັກງານກອງພັນ ເຄື່ອນທີ່ ຕໍ່ສື່ມວນຊົນລາວ, ຜ່ານການລົງກວດກາຮ້ານບັນເທີງ ອ໋ອສກ້າ ໄດ້ພົບເຫັນສິ່ງຜິດກົດໝາຍ ເປັນຕົ້ນຢາເສບຕິດປະເພດຜົງຂາວ 2 ຖົງ, ບັ້ງ oxygen 7 ບັ້ງ ແລະອື່ນໆອີກຫຼາຍຢ່າງ.
ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ກຸ່ມເພັຍວັດ ເມືອງສີສັດຕະນາກ ແລະເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ຈັບວັຍລຸ້ນ ທັງຊາຍ ແລະຍິງ ຈໍານວນ 32 ຄົນ ໃນມື້ວັນທີ 4 ຕຸລາ 2021. ໃນນັ້ນ ເປັນຄົນຈີນ 13 ຄົນ ທີ່ພາກັນມົ້ວສຸມກັບຢາເສບຕິດ ແລະສິ່ງມືນເມົາອື່ນໆ ຢູ່ໃນໂຮງແຮມ ໂຄ້ງຄໍາ ຊຶ່ງເປັນໂຮງແຮມທີ່ມີຮ້ານຄາຣາໂອເກ໋ ຂອງຄົນຈີນ ຢູ່ບ້ານໂພນສີນວນ ແລະໄດ້ຍຶດຢາເສບຕິດປະເພດຢາໄອສ ໄດ້ 19 ຖົງນ້ອຍ ແລະປືນ 3 ກະບອກ.