ສັ່ງລ໊ອກດາວ ໄຊຍະບູຣີ ຫວັງຫຼຸດ ການຕິດເຊື້ອ

ຈຳປາທອງ
2021.11.12
ສັ່ງລ໊ອກດາວ ໄຊຍະບູຣີ ຫວັງຫຼຸດ ການຕິດເຊື້ອ ທຸກພາກສ່ວນທຸຣະກິຈ ຈຳເປັນຕ້ອງປັບໂຕ ໃນສະພາບການດຳຣົງຊີວິຕແບບໃໝ່ ເພື່ອປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ 2021.
RFA

ທາງການເມືຶອງໄຊຍະບູຣີ ແຂວງໄຊຍະບູຣີ ໄດ້ສັ່ງລ໊ອກດາວ ໃຫ້ປິດບ້ານ, ປິດເມືອງ, ຫ້າມບໍ່ໃຫ້ປະຊາຊົນເດີນທາງເຂົ້າ-ອອກເດັດຂາດ ຕັ້ງແຕ່ມື້ວັນທີ 10 ພຶສຈິກາ 2021 ເປັນຕົ້ນໄປ ຈົນກວ່າວ່າສະພາບການຣະບາດຂອງໂຄວິດ-19 ຈະດີຂຶ້ນ ເພາະຍັງມີຄົນພົວພັນໃກ້ຊິດກັບຜູ້ຕິດເຊື້ອ ແລະມີການຕິດເຊື້ອໃນຊຸມຊົນ ຢູ່ໃນເມືອງນີ້ເພິ່ມຂຶ້ນຫຼາຍ. ໃນມື້ນີ້ວັນທີ 12 ພຶສຈິກາ ຢູ່ແຂວງໄຊຍະບູຣີ ກໍມີຄົນຕິດໂຄວິດ-19 ເຖິງ 53 ຄົນ ດັ່ງເຈົ້າໜ້າທີ່ເມືອງໄຊຍະບູຣີ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ພຶສຈິການີ້ວ່າ:

ຢູ່ເມືອງໄຊຍະບູຣີນີ້ ກະລັອກຫັ້ນແຫຼະ ເພາະວ່າມັນຣະບາດຫຼາຍນະ ຈະແບງເປັນເຂດບ້ານແດງເນາະ ບ້ານເຫລືອງ ກະສັ່ງປິດບ້ານໝົດແຫຼະ ມື້ນີ້ກະຕິດຣະດັບ 50.

ທີ່ແຂວງຫົວພັນ ໄດ້ກວດພົບຄົນຕິດເຊື້ອໂຄວິດ-19 ທໍາອິດ 2 ຄົນ ຢູ່ເມືອງຊໍາໃຕ້ ເປັນເດັກນ້ອຍນັກຮຽນ ທີ່ໄປຮຽນຢູ່ ນະຄອນຫຼວງວຽງຈັນ ແລ້ວກັບຄືນມາບ້ານ. ປັດຈຸບັນ ທາງການແຂວງຫົວພັນ ປຶກສາຫາລືກັນ ກ່ຽວກັບມາຕການປ້ອງກັນ ເຊື້ອດັ່ງກ່າວຢູ່ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງຫົວພັນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

2 ຄົນຕິດ ກໍນໍາເຂົ້າມາຈາກ ນະຄອນຫຼວງຫັ້ນ. ເຂົາເຈົ້າຮຽນຢູ່ວຽງຈັນ ແລ້ວກັບຄືນບ້ານເດ໋ ເມືອງຊໍາໃຕ້ພຸ້ນນ່າ ຍັງບໍ່ທັນມີມາຕການອອກມາເທື່ອ ຟັງເບິ່ງມື້ນີ້ຫຼືວ່າວັນຈັນນີ້ແຫຼະ.

ພາຍຫຼັງຮູ້ຂ່າວວ່າ ມີຄົນຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງຂອງຕົນແລ້ວ ປະຊາຊົນຢູ່ແຂວງຫົວພັນກໍຕົກໃຈ, ລະມັດລະວັງຕົວຂຶ້ນຕື່ມ ໃນການປ້ອງກັນ ບໍ່ໃຫ້ຕິດເຊື້ອ, ບໍ່ອອກຈາກບ້ານ, ບໍ່ອອກຈາກເຮືອນຖ້າບໍ່ຈໍາເປັນ, ຖ້າຈໍາເປັນຕ້ອງໄດ້ອອກຈາກເຮືອນໄປແທ້ໆ ກໍຕ້ອງໄດ້ໃສ່ຜ້າອັດປາກອັດດັງ ເຖິງແມ່ນວ່າທາງການຍັງບໍ່ທັນ ລ໊ອກດາວ ບ້ານຕໍ່ບ້ານ ກໍຕາມ ດັ່ງປະຊາຊົນຢູ່ແຂວງຫົວພັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ພຶສຈິການີ້ວ່າ:

ດຽວນີ້ເພິ່ນວ່າ ຫົວພັນ ພັດວ່າຕິດ 2 ຄົນ ເຂົາອອກຂ່າວນີ້ນ່າ ກະຕົກໃຈຫັ້ນແຫຼະເພາະແຂວງ ຫົວພັນເຮົາຫັ້ນບໍ່ເປັນນ່າ ຄັນວ່າມັນເປັນແບບນີ້ຫັ້ນ ເຮົາກະຢູ່ແຕ່ບ້ານຫັ້ນແຫຼະ ເພິ່ນກໍສິລັອກດາວຫັ້ນແຫຼະ ເພິ່ນສິລັອກບ້ານຕໍ່ບ້ານຫັ້ນຍ່າ.

ຊາວບ້ານຢູ່ແຂວງພົວພັນອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ຕົນກໍຮູ້ສຶກຕົກໃຈ ແລະບໍ່ກ້າອອກໄປບ່ອນອື່ນ, ຢູ່ໃນເຮືອນ ແລະກໍລະມັດລະວັງ, ປ້ອງກັນຕົວເອງ ບໍ່ໃຫ້ຕິດເຊື້ອໂຄວິດ-19, ແຕ່ກໍໄປຫາຢູ່ຫາກິນຕາມປົກກະຕິຢູ່:

ກໍຕົກໃຈຢູ່ລະເນາະ ຢ້ານພະຍາດມາຫຼາຍ ແຂວງຫົວພັນ ເພາະວ່າມັນແຂວງນ້ອຍເນາະ ກໍຢ້ານຢູ່ ແຕ່ກໍມີອັນປ້ອງກັນເນາະ ໃສ່ຜ້າອັດປາກ ບໍ່ກ້າອອກໄປ ຢູ່ໃນເຮືອນຫາກິນທັມດານີ້ແຫຼະ.

ສໍາລັບຢູ່ນະຄອນຫຼວງວຽງຈັນ ໃນປີນີ້ ຣັຖບານອະນຸຍາດໃຫ້ ມີການຈັດງານບຸນ ທາດຫຼວງ 3 ມື້ ຄືແຕ່ມື້ວັນທີ 17 ຫາວັນທີ 19 ພຶສຈິກາ 2021, ໃຫ້ຈັດພຽງແຕ່ກິຈກັມ ທີ່ເປັນປະເພນີທາງສາສນາເທົ່ານັ້ນ, ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ໃນມື້ວັນທີ 11 ພຶສຈິກາ 2021. ງານບຸນທາດຫຼວງ ຈະຖືກຈັດຂຶ້ນພາຍໃຕ້ ການປະຕິບັດມາຕການປ້ອງກັນ ການຣະບາດຂອງເຊື້ອໂຄວິດ-19 ຢ່າງເຂັ້ມງວດ ໂດຍມີເຈົ້າໜ້າທີ່ ປະຈໍາຢູ່ປະຕູເຂົ້າ-ອອກ, ມີເຄື່ອງວັດແທກອຸນນະພູມ, ທຸກຄົນທີ່ໄປຮ່ວມງານບຸນ ຕ້ອງໃສ່ຜ້າອັດປາກອັດດັງ ແລະຕ້ອງຮັກສາໄລຍະຫ່າງ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ພຶສຈິການີ້ວ່າ:

ຈັດແບບລັກສະນະວ່າ ຕາມຮີດຄອງປະເພນີ ໄປໄຫວ້ພຣະວັດເຈົ້າຫັ້ນໄດ້ ບໍ່ໄດ້ອະນຸຍາດໃຫ້ບຸກຄົນໄປຂາຍເຄື່ອງ ເວົ້າເຣື່ອງມາຕການກໍໃຊ້ມາຕການໂຕເກົ່າຫັ້ນແຫຼະ ຈັດຣະບຽບໃສ່ເວນຍາມ ຮັກສາໄລຍະຫ່າງ ເຈລອິຫຍັງ ຜ້າປິດປາກອິຫບັງໝູ່ນີ້ແຫຼະ.

ເວົ້າເຖິງບຸນທາດຫຼວງ ທີ່ນະຄອນຫຼວງວຽງຈັນ ຊາວລາວຕ່າງກໍຢາກໄປຮ່ວມ ໄປເບິ່ງ ເພາະເປັນງານບຸນໃຫຍ່ທີ່ສໍາຄັນຂອງລາວ. ແຕ່ໃນປີນີ້ ມີຊາວລາວ ຈໍານວນນຶ່ງຈະກ້າໄປ ແລະອີກຈໍານວນນຶ່ງບໍ່ກ້າທີ່ຈະໄປຮ່ວມ ຍ້ອນຢ້ານຕິດເຊື້ອໂຄວິດ-19. ປະຊາຊົນໃນນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າວ່າ ຕົນກໍຈະໄປຮ່ວມງານບຸນນັ້ນ ເພາະໄດ້ເຄີຍໄປ ແຕ່ຕ້ອງໄດ້ລະມັດລະວັງ ປ້ອງກັນເອົາໄວ້:

ກະສິໄປຫັ້ນແຫຼະ ເຄີຍໄປແດ່ຊັ້ນນ່າ ກໍຢ້ານແຕ່ວ່າປ້ອງກັນໂຕເອງ ຢູ່ໄລຍະຫ່າງ ບໍ່ແມ່ນວ່າຈະໄປເປັນກຸ່ມໆ ບໍ່ແມ່ນ ແບບວ່າທະຍອຍກັນໄປໄຫວ້ພຣະທາດຫຼວງ ແລ້ວກໍກັບ.

ໃນຂະນະດຽວກັນ ກໍມີຜູ້ເວົ້າວ່າ ຢາກໄປຮ່ວມງານບຸນທາດຫຼວງນັ້ນຢູ່ ແຕ່ບໍ່ກ້າຈະໄປ ຍ້ອນຢ້ານຕິດເຊື້ອໂຄວິດ-19 ເພາະເຊື້ອນີ້ຍັງຣະບາດຫຼາຍ ຢູ່ນະຄອນຫຼວງວຽງຈັນ:

ກໍຢາກໄປຢູ່ແຕ່ວ່າຢ້ານໂຄວິດ ເພາະວ່າເປັນທຸກມື້ເນາະ ມັນບໍ່ທັນຫລຸດນ່າ ນະຄອນຫຼວງເຮົາມັນກະຍັງເປັນຢູ່ ໂຄວິດນີ້ ບໍ່ຄືພະຍາດແນວອື່ນເນາະ ກະຢ້ານ.

ອີງຕາມການຣາຍງານຂອງ ດຣ. ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະຟື້ນຟູໜ້າທີ່ການ ກະຊວງສາທາຣະນະສຸກ ຕໍ່ສື່ມວນຊົນໃນມື້ວັນທີ 12 ພຶສຈິກາ 2021 ນີ້, ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 1,198 ຄົນ. ໃນນັ້ນຕິດເຊື້ອໃນຊຸມຊົນ 1,196 ຄົນ ແລະນໍາເຂົ້າ 2 ຄົນ, ເສັຍຊີວິດຕື່ມອີກ 2 ຄົນ.

ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 1 ແລ້ວ 3,504,434 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ  2,960,257 ຄົນ, ມີຜູ້ຕິດເຊື້ອສະສົມ 52,175 ຄົນ ແລະເສັຍຊີວິດທັງໝົດ 94 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.