ເກີດເຫດຕີກັນ ຢູ່ຕລາດດາວເຮືອງ ບາດເຈັບ 2
2021.11.12

ພະນັກງານລາວປະມານ 10 ປາຍຄົນ ທີ່ປະຈໍາຢູ່ບ່ອນເກັບປີ້ຝາກຣົດ ຢູ່ຕລາດດາວເຮືອງ ນະຄອນປາກເຊ ແຂວງຈໍາປາສັກ ລູມຕີຄົນທີ່ມາສົ່ງເຄື່ອງຢູ່ຕລາດນັ້ນ 4 ຄົນ ໃນມື້ວັນທີ 10 ພຶສຈິການີ້. ມີ 2 ຄົນໄດ້ຮັບບາດເຈັບເຖິງຂັ້ນຫົວແຕກ. ສາເຫດທີ່ຕີກັນນັ້ນ ແມ່ນຍ້ອນບໍ່ເຂົ້າໃຈກັນເຣື່ອງການເກັບປີ້ຝາກຣົດ, ບໍ່ພໍໃຈກັນ, ຜິດຖຽງກັນ, ຄົນມາສົ່ງເຄື່ອງເວົ້າໃຫ້ພະນັກງານເກັບປີ້ ແລະພະນັກງານເກັບປີ້ໂຍນປີ້ໃຫ້ຄົນມາສົ່ງເຄື່ອງ. ກ່ຽວກັບເຫດນີ້ ມີຜູ້ຖ່າຍ ຄລິບວິດິໂອ ນໍາເຜີຍແຜ່ທາງສື່ສັງຄົມອອນລາຍນ໌, ອີງຕາມຄໍາເວົ້າຂອງຄົນຂາຍເຄື່ອງຢູ່ໃນ ຕລາດດາວເຮືອງຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ພຶສຈິການີ້:
“ຖາມໝູ່ທີ່ຢູ່ໃນເຫດການ ຂະເຈົ້າວ່າບໍ່ພໍໃຈ ຄືທາງຝ່າຍຣົດໃຫຍ່ຫັ້ນ ເວົ້າໃຫ້ຝ່າຍເກັບປີ້ຣົດ ກໍວ່າຝ່າຍເກັບປີ້ຣົດຫັ້ນ ໂຍນປີ້ໃຫ້ລູກຄ້າທີ່ມາໃຊ້ບໍຣິການ ເອົາເຫລັກຟາດ ຜູ້ຖືກຟາດຫັ້ນກະມີອາການເຈັບ.”
ຜູ້ກໍ່ເຫດທັງ 2 ຝ່າຍ ເປັນຄົນວັຍລຸ້ນ ຈຶ່ງເປັນໄປໄດ້ວ່າ ອາດໃຈຮ້ອນ ແລະເວົ້າຜິດຫູກັນງ່າຍ ດີແຕ່ວ່າ ປະຊາຊົນທີ່ຢູ່ໃນຕລາດນັ້ນພາກັນຫ້າມໄວ້. ມາຮອດດຽວນີ້ ຕົນກໍຍັງບໍ່ຮູ້ວ່າ ໄດ້ມີການໄກ້ເກັ່ຍກັນແລ້ວ ຫຼືຍັງ, ມີການເອົາຄວາມກັນຫຼືບໍ່.
ກ່ຽວກັບເຣື່ອງທີ່ວ່ານີ້ ພໍ່ຄ້າຜູ້ນຶ່ງ ທີ່ມີຮ້ານຂາຍເຄື່ອງຢູ່ໃນຕລາດດາວເຮືອງ ເວົ້າວ່າ ໃນໄລຍະທີ່ເກີດເຫດ ຊຶ່ງຢູ່ມໍ່ໆກັບຮ້ານຂອງຕົນນັ້ນ ຕົນບໍ່ໄດ້ເຫັນ ຍ້ອນເວລານັ້ນບໍ່ໄດ້ຢູ່ຮ້ານ, ແຕ່ໄດ້ຮູ້ເຣື່ອງພາຍຫຼັງທີ່ໄດ້ເບິ່ງຄລິບວິດິໂອ ຜ່ານທາງສື່ສັງຄົມອອນລາຍນ໌:
“ໃກ້ໆກັບນ້ອງຂາຍເຄື່ອງນີ້ແຫຼະ ຂາຍເຄື່ອງນ່າແຕ່ຕອນເຊົ້າ ປະມານຮອດ 11 ໂມງເທົ່ານັ້ນ ຫຼັງຈາກນັ້ນກະບໍ່ຮູ້ຂ່າວ ເພາະວ່າເມືອໄວ ໄດ້ຍິນຂະເຈົ້າເອົາລົງເຟສບຸກຢູ່.”
ພະນັກງານ ປະຈໍາຫ້ອງການຕລາດດາວເຮືອງ ນາງນຶ່ງກໍເວົ້າວ່າ ໃນເບື້ອງຕົ້ນ ພາກ ສ່ວນທີ່ກ່ຽວຂ້ອງ ໄດ້ສອບຖາມພະນັກງານເກັບປີ້ຝາກຣົດ ແລະຄົນທີ່ມາສົ່ງເຄື່ອງ, ແຕ່ຍັງບໍ່ທັນໄດ້ຂໍ້ສລຸບແນວໃດເທື່ອ:
“ບໍ່ທັນວ່າເດ໋ ເພາະວ່າຍັງຢູ່ໃນການອັນນີ້ຢູ່ ເອົາຂໍ້ມູນຢູ່ ຍັງລວບລວມຢູ່ ກະບໍ່ທັນເຂົ້າໃຈເດ໋.”
ເພື່ອຂໍຮູ້ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການຕໍາຣວດປ້ອງກັນຄວາມ ສງົບ ນະຄອນປາກເຊ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ. ສ່ວນເຈົ້າໜ້າທີ່ຫ້ອງການອຸດສາຫະກໍາ ແລະການຄ້າ ນະຄອນປາກເຊ ເວົ້າວ່າ ໃນເບື້ອງຕົ້ນ ທາງໜ່ວຍງານຂອງພວກທ່ານ ໄດ້ຮູ້ກ່ຽວກັບເຫດການທີ່ເກີດຂຶ້ນນັ້ນແລ້ວ ແຕ່ຍັງບໍ່ທັນໄດ້ລົງພື້ນທີ່ ໄປໄກ່ເກັ່ຍເທື່ອ, ແລະກໍຈະມີການປຶກສາຫາລືກັນໃນມໍ່ໆນີ້:
“ເຫັນສະພາບຕີກັນ ຄືແມ່ນ... ສິຕີເກີດແມ່ນ ເກີດຫຍັງນີ້ລະບໍ່ ບໍ່ທັນລະອຽດຄັກ ຢ້ານເຣື່ອງເກັບເງິນເກັບຫຍັງກັນນີ້ແຫຼະ ຫ່າງແຕ່ບໍ່ທັນຮູ້ລະອຽດຄັກ.”
ນັກຊ່ຽວຊານດ້ານກົດໝາຍທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ພຶສຈິການີ້ວ່າ ກໍຣະນີຕີກັນໃນບ່ອນສາທາຣະນະ ຈົນເຮັດໃຫ້ມີຜູ້ບາດເຈັບນັ້ນ ທາງຜູ້ກະທໍາຜິດຈະຕ້ອງຖືກດໍາເນີນຄະດີ ທັງທາງອາຍາ ແລະທາງແພ່ງ, ແຕ່ຕ້ອງເບິ່ງກ່ອນວ່າ ຝ່າຍໃດເປັນຜູ້ເລີ່ມກໍ່ເຫດກ່ອນ:
“ທັງຄະດີອາຍາທັງຄະດີແພ່ງ ອາຍາກະຕ້ອງໄດ້ຖືກດໍາເນີນຄະດີ ມີໂທດເນາະ. ທາງແພ່ງກະຕ້ອງໄດ້ມີການໃຊ້ແທນຄ່າເສັຽຫາຍ ໃຫ້ແກ່ຜູ້ຖືກເສັຽຫານຫັ້ນແຫຼະ ກະຕ້ອງເບິ່ງການທໍາຮ້າຍຮ່າງກາຍຫັ້ນ ວ່າມັນເກີດຈາກສາເຫດຝ່າຍໃດກ່ອນ.”
ພາຍຫຼັງທີ່ຄລິບວິດິໂອນັ້ນ ໄດ້ຖືກເຜີຍແພ່ທາງສື່ສັງຄົມອອນລາຍນ໌ ກໍມີຫຼາຍຄົນໃຫ້ຄວາມສົນໃຈ. ໃນນັ້ນຈໍານວນນຶ່ງ ສະແດງຄວາມເຫັນວ່າ ອາດເກີດຈາກຄວາມບໍ່ພໍໃຈ ຕໍ່ພະນັກງານເກັບປີ້ຣົດໃນຕລາດດັ່ງກ່າວ ຊຶ່ງມັກມີທ່າທາງ ແລະຄໍາເວົ້າບໍ່ເໝາະສົມ ແລະອີກຈໍານວນນຶ່ງ ເວົ້າວ່າ ຢາກໃຫ້ຕລາດນັ້ນ ມີພະນັກງານຮັກສາຄວາມປອດພັຍຫຼາຍຂຶ້ນ ເພື່ອຈະໄດ້ເຂົ້າໄປຄວບຄຸມ ເຫດການໄດ້ທັນເວລາ ເມື່ອມີຫຍັງເກີດຂຶ້ນ.
ຕລາດດາວເຮືອງ ເປັນຕລາດໃຫຍ່ທີ່ສຸດ ໃນແຂວງຈໍາປາສັກ, ເປັນຕລາດຂອງກຸ່ມບໍຣິສັດ ດາວເຮືອງ ຊຶ່ງເປັນບໍຣິສັດຜູ້ຜະລິດ ແລະສົ່ງກາເຟອອກຂາຍຣາຍໃຫຍ່.