ຣັຖມົນຕຣີ ປະຈຳສຳນັກງານນາຍົກ ຂອງໄທຍ ເຂົ້າຢ້ຽມຍາມຄົນງານລາວທີ່ຖືກຍິງ

ພອນ ພູມມີທອນ
2023.10.05
ຣັຖມົນຕຣີ ປະຈຳສຳນັກງານນາຍົກ ຂອງໄທຍ ເຂົ້າຢ້ຽມຍາມຄົນງານລາວທີ່ຖືກຍິງ ຍານາງ ພວງເພັດ ຊຸນລະອຽດ ຣັຖມັນຕຣີປະຈຳ ສຳນັກງານນາຍົກຣັຖມົນຕຣີ ຂອງໄທຍ ເດີນທາງໄປ ເພື່ອຢ້ຽມຍາມ ນາງຄຳ ພູອີ ທີ່ໄດ້ຮັບບາດເຈັບ ຈາກການກາດຍິງ ທີ່ຫ້າງສະຢາມພາຣາກອນ. ໂຮງໝໍກຸງເທບຄິຣສຕຽນ, ນະຄອນຫລວງບາງກອກ, ວັນທີ 5 ຕຸລາ 2023.
RFA

ໃນວັນທີ 5 ຕຸລາ 2023 ນີ້ ຍານາງ ພວງເພັດ ຊຸນລະອຽດ ຣັຖມັນຕຣີປະຈຳ ສຳນັກງານນາຍົກຣັຖມົນຕຣີ ຂອງໄທຍ ເດີນທາງໄປ ໂຮງໝໍກຸງເທບຄິຣສຕຽນ, ນະຄອນຫລວງບາງກອກ ເພື່ອຢ້ຽມຍາມ ນາງຄຳ ພູອີ, ພະນັກງານຮັກສາຄວາມສະອາດ ຢູ່ສູນການຄ້າສະຢາມພາຣາກອນ ທີ່ໄດ້ຮັບບາດເຈັບ ຈາກເຫດການ ເດັກນ້ອຍຊາຍ ອາຍຸ 14 ປີ ກາດຍິງໃນຫ້າງດັ່ງກ່າວ ເມື່ອວັນທີ 3 ຕຸລາ 2023 ທີ່ຜ່ານມາ. ໂດຍຍານາງ ພວງເພັດ ຊຸນລະອຽດ ເປັນໂຕແທນຂອງ ທ່ານ ເສດຖາ ທະວີສິນ, ນາຍົກຣັຖມັນຕຣີ ຂອງໄທຍ ເຊິ່ງໄດ້ນຳດອກໄມ້ຂອງທ່ານນາຍົກຣັຖມັນຕຣີ ໄປມອບໃຫ້ແກ່ນາງຄຳ ແລະ ຜູ້ເປັນອ້າຍ ຂອງນາງຄຳ ທີ່ມາເຝົ້າອາການບາດເຈັບ ຢູ່ໂຮງໝໍດັ່ງກ່າວ.

ໃນໂອກາດດັ່ງກ່າວນີ້ ຍານາງ ພວງເພັດ ຊຸນລະອຽດ, ຣັຖມັນຕຣີປະຈຳ ສຳນັກງານນາຍົກຣັຖມົນຕຣີຂອງໄທຍ ບໍ່ໄດ້ສັມພາດຕໍ່ສື່ມວນຊົນໄທຍແຕ່ຢ່າງໃດ ແລະ ທາງຜູ້ອ້າຍຂອງນາງຄຳ ຂໍສງວນການໃຫ້ສັມພາດຕໍ່ຜູ້ສື່ຂ່າວ ຍ້ອນວ່າ ກຳລັງຢູ່ໃນພາວະເສັຍໃຈ ແລະ ບໍ່ພ້ອມຈະເວົ້າກັບນັກຂ່າວ. ຂະນະທີ່ ທ່ານສຸສັນ ພັດທະຣະທັມມາດ, ຜູ້ອຳນວຍການໂຮງໝໍ ກຸງເທບຄິຣສຕຽນ ກໍໄດ້ໃຫ້ສັມພາດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ຕຸລານີ້ ເຖິງອາການນາງຄຳ ວ່າ ອາການດີຂຶ້ນຫລາຍ ແລະ ຮູ້ສຶກໂຕແລ້ວ ໃນຕໍ່ໜ້າ ກໍຈະສາມາດກັບໄປເຮັດວຽກໄດ້ປົກຕິ ແຕ່ ກໍຕ້ອງໃຊ້ເວລາໃນການພັກຟື້ນ ໃນໄລຍະນຶ່ງພໍສົມຄວນ.

ດັ່ງທ່ານ ກ່າວວ່າ:

(Thai) “ຕອນນີ້ອາການດີຂຶ້ນຫລາຍ ກວດເບິ່ງແລ້ວ ມີແຕ່ກະດູກຣ້າວ (ແຕກ) ເທົ່ານັ້ນ ຈະດີຂຶ້ນໄດ້ ພາຍໃນມໍ່ໆນີ້ ໜ້າຈະກັບໄປເປັນສະພາບປົກກະຕິໄດ້ ແຕ່ກໍຕ້ອງໃຊ້ເວລາໜ້ອຍນຶ່ງ ເຂົາຮູ້ສຶກຕລອດເວລາ ພຽງແຕ່ວ່າ ເວົ້າສື່ສານຍັງຍາກຢູ່ ເພາະ ຕ້ອງໃສ່ເຄື່ອງຫາຍໃຈ.”

ຜູ້ອຳນວຍການ ໂຮງໝໍກຸງເທບຄິຣສຕຽນ ຍັງກ່າວເພີ່ມຕື່ມວ່າ ສຳລັບຄ່າໃຊ້ຈ່າຍຕ່າງໆ ທາງພຣະມະຫາກະສັດ ຂອງໄທຍ ຣັກຖະການທີ 10 ໄດ້ຮັບນາງຄຳ ຜູ້ບາດເຈັບຈາກເຫດການດັ່ງກ່າວນີ້ ເປັນຜູ້ປ່ວຍໃນຄວາມເບິ່ງແຍງ ຂອງພຣະອົງທ່ານ ຕັ້ງແຕ່ມື້ທຳອິດແລ້ວ.

“ຄ່າໃຊ້ຈ່າຍນີ້ ນາຍຫລວງໄດ້ມີພຣະກະຣຸນາທິຄຸນ ໄດ້ຮັບເປັນຄົນໄຂ້ ໃນພຣະບໍຣົມຣາຊານຸເຄາະ ຕັ້ງແຕ່ວັນທຳອິດເລີຍ ມື້ວານນີ້ ຜູ້ແທນພຣະອົງ ກໍມາຢ້ຽມຍາມ ອີກຄັ້ງນຶ່ງ ກໍຄິດວ່າ ຄ່າໃຊ້ຈ່າຍທັງໝົດ ທ່ານຈະຊ່ວຍເບິ່ງແຍງໃຫ້.”

ນອກຈາກນີ້ ໃນຕອນເຊົ້າຂອງວັນທີ 5 ຕຸລາ 2023 ທ່ານຄຳພັນ ອັ່ນລາວັນ ເອກອັກຄະຣັຖທູດ ສປປ ລາວ ປະຈຳປະເທດໄທຍ ກໍໄດ້ເດີນທາງຢ້ຽມຍາມ ນາງຄຳ ແລະ ຂຽນຂໍ້ຄວາມ ໃນຕອນນຶ່ງວ່າ ຂໍຂອບໃຈໂຮງໝໍກຸງເທບຄຣິສຕຽນ ທີ່ຊ່ວຍປິ່ນປົວ ນາງຄຳ ພູອີ ຄົນລາວທີ່ໄດ້ຮັບບາດເຈັບ ຈາກເຫດການຍິງກັນ ທີ່ຫ້າງສັບພະສິນຄ້າສະຢາມພາຣາກອນ ໃນວັນທີ 3 ຕຸລາ 2023 ໃນນາມ ສຖານທູດລາວ ທີ່ ນະຄອນຫລວງບາງກອກ. ຂໍຂອບໃຈ ທາງການໄທຍ ທີ່ໄດ້ເອົາໃຈໃສ່ເບິ່ງແຍງ ດູແລ ນາງຄຳ ເປັນຢ່າງດີ. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ໂຮງໝໍກຸງເທບຄຣິສຕຽນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວວ່າ ສຳລັບຍາດຕິພີ່ນ້ອງ ທີ່ເຝົ້ານາງຄຳ ມີການຈັດຫ້ອງພິເສດໃຫ້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ ໂດຍອ້າຍຂອງນາງຄຳ ກໍເຮັດວຽກເປັນພະນັກງານ ຮັກສາຄວາມສະອາດ ທີ່ຫ້າງສັບພະສິນຄ້າແຫ່ງດຽວກັນ ນອກຈາກນີ້ ຜູ້ເປັນນາຍຈ້າງ ເດີນທາງມາຢ້ຽມຍາມດ້ວຍເຊັ່ນກັນ ແຕ່ກໍຂໍສງວນການໃຫ້ສັມພາດຕໍ່ສື່ມວນຊົນ ສ່ວນຂໍ້ມູນອື່ນໆ ຂອງນາງຄຳ ເປັນຕົ້ນ ຊາວລາວມາຈາກເມືອງໃດ ແລະ ແຂວງໃດນັ້ນ ຍັງບໍ່ສາມາດເປີດເຜີຍໄດ້ ຫລາຍກວ່ານີ້.

ຫລ້າສຸດ ພັນຕຳຣວດໂທ ຈະເຣີນສິດ ຈົງອິດ ຮອງຜູ້ກຳກັບ ສອບສວນ ສຖານີ ຕຳຣວດປທຸມວັນ ນະຄອນຫລວງບາງກອກ ຣາຍງານວ່າ ໃນວັນທີ 4 ຕຸລາ 2023 ໄດ້ເອີ້ນພໍ່ແມ່ ແລະ ເດັກ 14 ປີ ດັ່ງກ່າວ ສອບປາກຄຳເບື້ອງຕົ້ນແລ້ວ ແຕ່ຂໍບໍ່ເປີດເຜີຍຂໍ້ມູນ ຍັງຢູ່ໃນສຳນວນຄະດີ ແລະ ສານໄດ້ອະນຸມັດ ໝາຍຈັບເພີ່ມ 3 ຄົນ ສຳລັບເຫດການນີ້ ຄື ຜູ້ຂາຍປືນທາງອ່ອນລາຍນ໌, ຜູ້ໄປກົດເງິນທີ່ຕູ້ເອທີເອັມ, ຜູ້ດັດແປງອາວຸດປືນ ເພາະຜູ້ເກໍ່ເຫດ ໃຫ້ການວ່າ ຊື້ອາວຸດ ແບ່ງກັນ ມາທາງອອນລາຍນ໌ ໃນລາຄາ 16,000 ບາທ. ຕຳຣວດໄດ້ຂຍາຍຜົລ ສາມາດຈັບໄດ້ແລ້ວ 2 ຄົນ ໃນແຂວງຍະລາ ພາກໃຕ້ຂອງໄທຍ ຂະນະທີ່ຢູ່ລະຫວ່າງນຳໂຕ ເຂົ້າມານະຄອນຫລວງບາງກອກ ເຊິ່ງຈະຖືກດຳເນີນຄະດີໃນຂໍ້ຫາ ຮ່ວມກັນມີອາວຸດ ແລະ ເຄື່ອງກະສຸນປືນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນຈຳໜ່າຍອາວຸດປືນ ແລະ ເຄື່ອງລູກປືນໄວ້ຂາຍ ໂດຍບໍ່ໄດ້ຮັບອະນຸຍາດ.

ຂະນະດຽວກັນ ທ່ານ ສໍຣະດິດ ລີມປະຣັງສີ ໂຄສົກສານຍຸຕິທັມໃນໄທຍ ໄດ້ກ່າວຕໍ່ສື່ມວນຊົນໄທຍ ໃນວັນທີ 4 ຕຸລາ 2023 ວ່າ ເມື່ອຕຳຣວດ ໄດ້ນຳເດັກ ອາຍຸ 14 ປີ ໄປຝາກຂັງສານເຍົາວະຊົນ ແລະ ຄອບຄົວກາງແລ້ວ ສານກໍຈະພິຈາຣະນາ ພຶດຕິກັມຜູ້ກໍ່ເຫດ ຕາມທີ່ພັກງານສືບສວນຣາຍງານມາ ວ່າ ຈະຄວບຄຸມໂຕ ຫລື ປ່ອຍໂຕໄປ ແຕ່ເບື້ອງຕົ້ນທາງຜູ້ປົກຄອງຂອງເດັກ ຍັງບໍ່ໄດ້ຍື່ນປະກັນໂຕ.

ຕາມກົດໝາຍ ຖ້າກໍຣະນີ ເດັກນ້ອຍ 14 ປີ ຜູ້ກໍ່ເຫດດັ່ງກ່າວນີ້ ມີອາການປ່ວຍທາງຈິດ ແລ້ວເຫັນວ່າ ພໍ່ແມ່ໄປເບິ່ງແຍງ ແຕ່ກໍຕ້ອງມີການວາງມາຕການຕ່າງໆ ກຳນົດໄວ້ນຳດ້ວຍ, ແຕ່ຖ້າຫາກພໍ່ແມ່ ເບິ່ງແຍງບໍ່ໄດ້ ກໍ່ຕ້ອງໃຫ້ອົງການ ຫລື ໜ່ວຍງານທີ່ເບິ່ງແຍງດ້ານເດັກ ເປັນຜູ້ເບິ່ງແຍງ ຫລື ສະຖານທີ່ອື່ນ ທີ່ສານເຫັນວ່າສົມຄວນ ເປັນຕົ້ນ ສຖານທີ່ເບິ່ງແຍງທາງຈິຕເວດ ແຕ່ທັງໝົດນີ້ກໍຕ້ອງເບິ່ງ ພຶດຕິກັມເດັກ 14 ປີ ດັ່ງກ່າວນີ້ນຳດ້ວຍ ວ່າ ຕ້ອງໃຊ້ມາຕການໃດຄວບຄຸມເດັກ. ສ່ວນພໍ່ແມ່ ຂອງເດັກຕາມກົດໝາຍ ຫາກເປັນເດັກ ຫລື ເຍົາວະຊົນ ທີ່ຍັງບໍ່ບົນລຸນິຕິພາວະ ແລ້ວກໍ່ເຫດການດັ່ງກ່າວນີ້ ພໍ່ແມ່ຕ້ອງຮັບຜິດຊອບດ້ວຍ ຕາມປະມວນກົດໝາຍແພ່ງ ແລະ ພານິດ, ມາຕຣາ 429 ເວັ້ນເສັຍແຕ່ຈະພິສູດໄດ້ວ່າ ບໍ່ມີສ່ວນຮ່ວມໃນການກະທຳຜິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.