ນັກທ່ອງທ່ຽວຕ່າງປະເທດ ຕົກຈາກທ້າຍຣົຖ ບາດເຈັບ 8 ຄົນ ຢູ່ເມືອງວັງວຽງ
2024.01.22
ໃນເວລາປະມານ 17 ໂມງ ຂອງວັນທີ 19 ມົກກະຣາ 2024 ທີ່ຜ່ານມາ, ໄດ້ເກີດອຸບັດຕິເຫດ ນັກທ່ອງທ່ຽວຕ່າງປະເທດ ຈຳນວນ 8 ຄົນ ຕົກຈາກທ້າຍຣົຖກະບະນຳທ່ຽວ ກະທົບກັບພື້ນທາງ ຍ້ອນຫົວຕຳກັບຄານກັ້ນຄວາມສູງຣົຖ ຢູ່ສົ້ນຂົ້ວແດງ ເຂດບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ໄດ້ຮັບບາດເຈັບໜັກສົມຄວນ ສ່ວນຫຼາຍບາດເຈັບບໍຣິເວນໃບໜ້າ ແລະ ຫົວ.
ດັ່ງເຈົ້າໜ້າທີ່ກູ້ໄພ ນາງນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ມົກກະຣາ 2024 ນີ້ວ່າ:
“ຫຼາຍຄົນເວົ້າບໍ່ຄືກັນ ບາງຄົນເຂົາກໍວ່າເຂົາປີນຂຶ້ນຫຼັງຄາຣົຖ. ເພາະວ່າບາດແຕ່ລະຄົນຫັ້ນມັນຢູ່ບໍຣິເວນ ຢູ່ແຕ່ບໍຣິເວນຫົວ. ຢ້ານແຕ່ເຂົາປີນທາງຫຼັງບ່ອນຈັບ ຢ້ານເຂົາຍືນທາງຫຼັງຫັ້ນ ເພາະວ່າມັນກາຍແຕ່ຫົວໄປນ້ອຍດຽວນຶ່ງ. ບອກວ່າ ເຂົາປີນຂຶ້ນເທິງ ທັມມະດາ ຄັນປີນຂຶ້ນເທິງຫັ້ນ ບາດມັນຕ້ອງຢູ່ຫຼາຍບ່ອນ. ບໍ່ຊັ້ນມັນຕ້ອງກະທົບຫົວລະ ມັນລົງໝົດໂຕເລີຍ. ຄັນຕາມໂຕນັ້ນລົງ. ລະມັນຕຳແຕ່ບໍຣິເວນຫົວ ສັງເກດເບິ່ງໂລດ ຄົນເຈັບແຕ່ລະຄົນມັນເຈັບ ແຕ່ບໍຣິເວນຫົວ ກາຍໃບຫູໄປນ້ອຍດຽວ. ຢ້ານແມ່ນຍືນຢູ່ທາງຫຼັງ ແລ້ວເຂົາຈ້ອງກັນລົງ ສັນນິດຖານແບບນັ້ນ.”
ນັກທ່ອງທ່ຽວກຸ່ມດັ່ງກ່າວ ປະກອບມີ ສັນຊາຕສະຫະຣັຖອາເມຣິກາ 4 ຄົນ ແລະ ສັນຊາຕຢູເຄຣນ 4 ຄົນ.
ເຈົ້າໜ້າທີ່ກູ້ໄພ ມູນນິທິ 1623 ເມືອງວັງວຽງ ໄດ້ປະຖົມພຍາບານ ໃນເບື້ອງຕົ້ນ ແລະ ສົ່ງໄປປິ່ນປົວ ຢູ່ໂຮງໝໍເມືອງວັງວຽງ ແຂວງວຽງຈັນ.
ເຈົ້າໜ້າທີ່ກູ້ໄພ ນາງນີ້ ກ່າວເຖິງຄວາມຄືບໜ້າ ຂອງກໍຣະນີອຸບັດຕິເຫດນີ້ອີກວ່າ ປັດຈຸບັນ, ໄດ້ມີການສົ່ງ ທັງ 8 ຄົນ ໄປໂຮງໝໍ ທີ່ນະຄອນຫຼວງວຽງຈັນ ແລ້ວ ແຕ່ບໍ່ທັນຊາບຣາຍລະອຽດວ່າ ຖືກສົ່ງໄປປິ່ນປົວ ຢູ່ໂຮງໝໍໃດ.
ຜູ້ປະກອບການຣົຖນຳທ່ຽວ ຜູ້ນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ, ໄດ້ຮັບຊາບຂ່າວດັ່ງກ່າວແລ້ວ ແລະຄາດວ່ານັກທ່ອງທ່ຽວ ອາດຢູ່ໃນສະພາບມຶນເມົາ ຍ້ອນໄດ້ດື່ມເຫຼົ້າ-ເບັຽ ຈຶ່ງເຮັດໃຫ້ພວກກ່ຽວ ຄຶກຄະນອງ ໄປຍືນຢູ່ທ້າຍຣົຖກະບະ ຈົນເກີດອຸບັດຕິເຫດດັ່ງກ່າວ.
ຜູ້ປະກອບການຄົນນີ້ ກ່າວວ່າ:
“ຢູ່ສົ້ນຂົວແດງຫັ້ນນ່າ ຣົຖຮຸນໄດແກ່ກົງເບັງ ພວກນັກທ່ອງທ່ຽວເຂົາເຈົ້າກິນເຫຼົ້າເມົາແລ້ວເຢີ່. ມັນບໍ່ສົນໃຈອີ່ຫຍັງນ່າ. ບໍ່ໆ ບໍ່ເຄີຍເຈີແດ່. ຖ້າຄັນຂຶ້ນໄປກິນເຫຼົ້າ. ຖ້າເຮົາເຫັນ ເຮົາກໍຮ້າຍແຮ່ງນ່າ ເຮົາບໍ່ໃຫ້ຂຶ້ນ.”
ຂະນະທີ່ ຊາວບ້ານ ຜູ້ເຫັນເຫດການ ນາງນຶ່ງ ກ່າວເຊັ່ນດຽວກັນວ່າ ຣົຖທີ່ເກີດອຸບັດຕິເຫດ ແມ່ນເປັນຣົຖກະບະແກ່ເຮືອ ແລະກົງເບັງ ສຳລັບໃຫ້ນັກທ່ອງທ່ຽວ ລ່ອງມາຕາມນ້ຳຊອງ ໃນຍາມແລງ ຊຶ່ງເຫດການນີ້ ແມ່ນເກີດຂຶ້ນພາຍຫຼັງທີ່ ນັກທ່ອງທ່ຽວກຸ່ມນີ້ ໄປລ່ອງກົງເບັງແລ້ວ.
ດັ່ງທີ່ນາງ ກ່າວວ່າ:
“ເປັນຣົຖຮຸນໄດ. ຣົຖຮຸນໄດແລ້ວເຂົາເຮັດຫຼັງຄາໃສ່ທາງຫຼັງຫັ້ນນ່າ. ມັນເປັນຣົຖແກ່ເຮືອຫັ້ນນ່າ. ເຂົາກຳລັງຂີ່ຣົຖກັບຄືນມາ ເພາະວ່າພວກນີ້ເຂົາກຳລັງອັ່ນ ໄປລ່ອງກົງເບັງ ຂາກັບລະເຂົາກຳລັງກັບມາ ກຳລັງຊິຂຶ້ນມາທາງນັ້ນ.”
ນາງກ່າວຕື່ມວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາປັບປຸງຂຍາຍຂົວແດງ ຂ້າມນ້ຳຊອງ ແລະເຮັດໃຫ້ຂົວນີ້ ມີຄວາມແຂງແຮງຫຼາຍຂຶ້ນ ຍ້ອນປັດຈຸບັນ ຂົວດັ່ງກ່າວ ເປັນຂົວເຫຼັກພຽງແຫ່ງດຽວ ຂອງເມືອງວັງວຽງ ທີ່ຣົຖໃຫຍ່ສາມາດສັນຈອນໄດ້ ອີກທັງກໍເປັນຂົວທີ່ແຄບ ບໍ່ສາມາດແລ່ນຣົຖສວນທາງກັນໄດ້ ໃນຂະນະທີ່ ຂົວໄມ້ ທີ່ຢູ່ໃຈກາງເມືອງວັງວຽງ ກໍເປ່ເພຫຼາຍ ໂດຍສາມາດສັນຈອນໄດ້ ສະເພາະແຕ່ຣົຖຈັກ ແລະຣົຖຖີບເທົ່ານັ້ນ.
ເຈົ້າໜ້າທີ່ ສະຖານທູດ ສະຫະຣັຖອາເມຣິກາ ປະຈຳປະເທດລາວ ຍານາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ຍັງບໍ່ທັນໄດ້ຮັບຣາຍງານ ກ່ຽວກັບການເກີດອຸບັດຕິເຫດດັ່ງກ່າວເທື່ອ ຊຶ່ງຖ້າສະຖານທູດ ໄດ້ຮັບຮູ້ ແລະ ຜູ້ປະສົບເຫດບໍ່ມີຍາດຕິພີ່ນ້ອງຢູ່ລາວ ສະຖານທູດ ຈະຊ່ອຍປະສານ ແລະໃຫ້ການຊ່ອຍເຫຼືອ ພົລເມືອງຂອງສະຫະຣັຖ.
ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງເທື່ອເຈົ້າ. ຍັງບໍ່ທັນໄດ້ຮັບເທື່ອເດີ້. ແມ່ນລະ, ໃນກໍຣະນີທີ່ວ່າເພິ່ນບໍ່ມີໃຜຢູ່ລາວເນາະ ກໍແມ່ນຕິດຕໍ່ຫາສະຖານທູດ.”
ໃນໄລຍະເດືອນມົກກະຣາ 2024 ນີ້, ໄດ້ເກີດອຸບັດຕິເຫດ ແລະການລັກຊັບ ແກ່ນັກທ່ອງທ່ຽວຕ່າງຊາຕ ຢູ່ເມືອງວັງວຽງ ແຂວງວຽງຈັນ ຫຼາຍຄັ້ງ ເປັນຕົ້ນ ໃນວັນທີ 2 ມົກກະຣາ 2024 ມີເຫດການ ນັກທ່ອງທ່ຽວຕ່າງຊາຕ ຄອບຄົວນຶ່ງ ຖືກໂຈນຜູ້ຊາຍ 2 ຄົນ ຊີ່ຣົຖຈັກສີດຳ ດຶງກະເປົາ ລະວ່າງທາງ ທີ່ນັກທ່ອງທ່ຽວ ກຳລັງຂີ່ຣົຖຖີບ ຈາກໂຮງແຮມໃນໂຕເມືອງວັງວຽງ ໄປທ່ຽວຖ້ຳປູຄຳ ບ້ານນາທອງ ເມືອງວັງວຽງ ເຮັດໃຫ້ຊັບສິນ ສູນຫາຍຈຳນວນນຶ່ງ ປະກອບມີ ກ້ອງຖ່າຍຮູບ, ເງິນສົດ 100 ໂດລ້າຣ໌ ແລະ 50 ຢູໂຣ, ບັດເອທີເອັມ 2 ໃບ ແລະ ໜັງສືຜ່ານແດນ 4 ຫົວ.
ໃນວັນທີ 3 ມົກກະຣາ 2024 ກໍເກີດອຸບັດຕິເຫດ ນັກທ່ອງທ່ຽວຊາວເກົາຫຼີໃຕ້ ຂີ່ຣົຖບັ່ກກີ້ ເສັຽຫຼັກປີ້ນລົງຂ້າງທາງ ຢູ່ບ້ານນາລ້ອງກວາງ ເມືຶອງວັງວຽງ ເຮັດໃຫ້ນັກທ່ອງທ່ຽວ ຄົນດັ່ງກ່າວ ເສັຽຊີວິດ ຊຶ່ງໄດ້ມີການສົ່ງສົບ ໄປນະຄອນຫຼວງວຽງຈັນ ເພື່ອຕິດຕໍ່ຄອບຄົວ ໃນການສົ່ງສົບ ກັບຄືນປະເທດ.
ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວນຶ່ງ ທີ່ຣັຖບານ ຈະໃຫ້ບູຣິມະສິດສົ່ງເສີມ ແລະໂຄສະນາ ການທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ນີ້.