ເຊື້ອໂຄວິດ-19 ຣະ​ບາດຕື່ມ ໃນຫຼາຍແຂວງ

ຈຳປາທອງ
2021.10.29
ເຊື້ອໂຄວິດ-19 ຣະ​ບາດຕື່ມ ໃນຫຼາຍແຂວງ ເຈົ້າໜ້າທີ່ ສາທາຣະນະສຸຂ ສືບຕໍ່ກວດຫາ ເຊື້ອໂຄວິດ-19 ກັບຊາວບ້ານ ທີ່ໂຮງໝໍເມືອງໄຊທານີ ນະຄອນຫຼວງວຽງຈັນ.
RFA

ການແຜ່ຣະບາດຂອງໂຄວິດ-19 ຢູ່ລາວຍັງໜ້າເປັນຫ່ວງ, ມີຄົນຕິດເຊື້ອຫຼາຍຢ່າງຕໍ່ເນື່ອງ. ສໍາລັບມື້ວັນທີ 29 ຕຸລານີ້ ທາງການລາວປະກາດວ່າ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 447 ຄົນ. ໃນນັ້ນຍັງບໍ່ນັບຜູ້ຕິດຢູ່ແຂວງຜົ້ງສາລີໃໝ່ 1 ຄົນ ພາຍຫຼັງທີ່ບໍ່ມີຄົນຕິດເຊື້ອໃໝ່ມາໄດ້ 4 ເດືອນ, ຢູ່ແຂວງໄຊຍະບູຣີ ແລະແຂວງອຸດົມໄຊ ກໍຕິດເຊື້ອໃໝ່ຕື່ມອີກ.

ຜູ້ທີ່ຕິດເຊື້ອໂຄວິດ-19 ຢູ່ແຂວງຜົ້ງສາລີ 1 ຄົນທີ່ວ່ານີ້ ເປັນຄົນງານໂຮງງານຕັດຫຍິບ ຈາກນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງຜົ້ງສາລີ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ຕຸລານີ້ວ່າ ການແພ່ຣະບາດຂອງໂຄວິດ-19 ນີ້ຍັງໜ້າເປັນຫວ່ງ ຫາກຍັງມີຄົນລັກເຂົ້າມາ ບໍ່ຜ່ານຈຸດກວດກາຂອງເຈົ້າໜ້າທີ່ ແລະວ່າ ໄດ້ແຈ້ງໄປຍັງອໍານາດ ການປົກຄອງແຕ່ລະບ້ານ ໃຫ້ແຈ້ງຄະນະສະເພາະກິດທັນທີ ເມື່ອພົບເຫັນຄົນໃນບ້ານຂອງຕົນ ລັກເຂົ້າມາຢູ່ໃນບ້ານ ແບບບໍ່ໄດ້ກັກຕົວ ແລະບໍ່ໄດ້ກວດຫາ ເຊື້ອໂຄວິດ-19 ກ່ອນ:

ກໍບໍ່ເຂົ້າໃຈມາແນວໃດ ກໍລົມກັບອຸດົມໄຊ ກໍງືດຢູ່ວ່າ ອຸດົມໄຊກໍວ່າ ເຈົ້າກາຍອຸດົມໄຊໄປຍາມໃດ ຈັກລອດມາໄດ້ແນວໃດ ທັມດາບໍ່ລອດເຈົ້າໜ້າທີ່ນ່າ ແຕ່ວ່າເຂົາເຈົ້າລອດມາແນວໃດ ກໍບໍ່ຮູ້. ຄືສະພາບທຸກມື້ນີ້ ຄັນບໍ່ມີຜູ້ລັກລອບເຂົ້າມາ ກໍບໍ່ີບັນຫາຫຍັງ ແຕ່ວ່າພວກເຮົາກໍມີມາຕການ ຄືວ່າ ມີແຈ້ງການມອບຄວາມຮັບຜິດຊອບ ໃຫ້ນາຍບ້ານແຕ່ລະບ້ານ ເປັນຜູ້ຕິດຕາ ຄັນວ່າ ມີຄົນມາແຕ່ແຂວງອື່ນ ມາແຕ່ຕ່າງແຂວງ ຕ້ອງໄດ້ເອົາເຂົ້າສູນກັກກັນ.

ທ່ານກ່າວຕື່ມວ່າ ການຕິດເຊື້ອໃໝ່ ຢູ່ແຂວງຜົ້ງສາລີນີ້ ຍັງບໍ່ທັນໄດ້ຣາຍງານໃຫ້ ກະຊວງສາທາຣະນະສຸກຮູ້ ຊຶ່ງຄາດວ່າຕົວເລກນັ້ນ ຈະເອົາໄປລວມເປັນຜູ້ຕິດເຊື້ອໃໝ່ ປະຈໍາມື້ວັນທີ 30 ຕຸລາ 2021.

ປະຊາຊົນຢູ່ແຂວງຜົ້ງສາລີ ຈໍານວນນຶ່ງກັງວົນວ່າ ຜູ້ຕິດເຊື້ອຈະເພີ່ມສູງຂຶ້ນໃນແຕ່ລະມື້, ຕ້ອງໄດ້ປ້ອງກັນຕົວເອງ ຕາມມາຕການປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ, ແຕ່ກໍບໍ່ໄດ້ຕື່ນຕົກໃຈ ຍ້ອນການຕິດເຊື້ອ ຢູ່ພາຍໃນແຂວງນີ້ ເປັນການຕິດເຊື້ອນໍາເຂົ້າ ບໍ່ໄດ້ເປັນການຕິດເຊື້ອພາຍໃນຊຸມຊົນ ດັ່ງຊາວບ້ານຢູ່ແຂວງຜົ້ງສາລີ ຜູ້ນຶ່ງເວົ້າວ່າ:

ບໍ່ຕື່ນເຕັ້ນດອກ ມັນຕິດຢູ່ແຂວງ ມັນຢູ່ຕ່າງເມືອງ ຕິດເຊື້ອຕິດຫຍັງກໍຢູ່ຕ່າງເມືອງ ມີແຕ່ຢູ່ເຮືອນແລ້ວກໍປະຈໍາການ.

ຢູ່ແຂວງໄຊຍະບູຣີ ທີ່ບໍ່ມີຜູ້ຕິດເຊື້ອ ມາຕັ້ງແຕ່ເດືອນກັນຍານັ້ນ ມາຮອດມື້ນີ້ ມີຜູ້ຕິດເຊື້ອເພີ່ມຂຶ້ນທັງໝົດ 70 ປາຍຄົນ, ສະເພາະມື້ວັນທີ 29 ຕຸລານີ້ ກໍມີ 7 ຄົນຕິດ ຊຶ່ງສ່ວນໃຫຍ່ເປັນຄົນງານ ມາຈາກສູນກັກກັນຫຼັກ 27 ແລະຫຼັກ 16 ນະຄອນຫຼວງວຽງຈັນ ຊຶ່ງເຈົ້າໜ້າທີ່ໄດ້ໃຫ້ກັບບ້ານເກີດ ພາຍຫຼັງປິ່ນປົວເຊົາແລ້ວ. ແຕ່ເມື່ອມາເຖິງແຂວງໄຊຍະບູຣີແລ້ວ ທາງເຈົ້າໜ້າທີ່ແຂວງ ໄດ້ກວດພົບວ່າຕິດເຊື້ອຢູ່ ດັ່ງນັ້ນຈຶ່ງໄດ້ສົ່ງໄປປິ່ນປົວຕື່ມ ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງໄຊຍະບູຣີກ່າວວ່າ:

ບໍ່ມີນ່າ ເດືອນ 9 ເດືອນ 10 ຕົ້ນເດືອນ ຫາກໍ່ມີຫວ່າງກາງເດືອນ 10 ນີ້ລະແມ່ນສູນກັກກັນ ເຂົາເຈົ້າກັກຢູ່ນະຄອນຫລວງ 14 ວັນແລ້ວເພິ່ນສິສົ່ງໃຫ້ຕ່າງແຂວງ. ກ່ອນອອກຈາກສູນເພິ່ນກໍກວດ ແຕ່ວ່າມາຮອດພວກເຮົາ ພວກເຮົາກໍຍັງເຈີຢູ່ ແຕ່ວ່າຄຸນນະພາບໃນການກວດ ຢູ່ສູນ ເຮົາກະບໍ່ຮູ້ສະພາບມັນເປັນແບບໃດ.

ຢູ່ແຂວງອຸດົມໄຊ ກໍມີຜູ້ຕິດເຊື້ອເພີ່ມຂຶ້ນໃນເດືອນຕຸລານີ້ ຫຼັງຈາກຕລອດເດືອນກັນຍາ ບໍ່ມີຜູ້ຕິດເຊື້ອຈັກຄົນ. ຜູ້ຕິດເຊື້ອເພີ່ມຂຶ້ນນັ້ນ ສ່ວນໃຫຍ່ເປັນຄົນງານ ມາຈາກນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະຫຼວງພຣະບາງ ຊຶ່ງພາຍຫຼັງຫວ່າງງານ ກໍພາກັນກັບບ້ານ ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ແຂວງອຸດົມໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເດືອນກັນຍາບໍ່ມີ ມັນມາີຊ່ວງເດືອນ 10 ນີ້ ເດືອນຕຸລານີ້ ສ່ວນຫຼາຍ ເຂົາເຈົ້າມັນມັນກໍກໍຣະນີ ລັກລອບເຂົ້າມາແດ່ ມາເປັນຄັນຣົດ ແບບຣົດສ່ວນຕົວເນາະ.

ທ່ານເວົ້າຕື່ມວ່າ ມື້ນີ້ ຢູ່ໃນເມືອງໄຊ ມີຄົນຕິດເຊື້ອໂຄວິດ-19 ຜູ້ນຶ່ງ ເປັນການຕິດເຊື້ອພາຍໃນ ຊຶ່ງຂະນະນີ້ ຍັງຢູ່ຣະຫວ່າງການຊອກຮູ້ ບ່ອນທີ່ເຂົາໄປເຄື່ອນໄຫວ ແລະຕໍ່ໄປນີ້ກໍຄາດວ່າ ອາຈເຮັດໃຫ້ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກໍເປັນໄດ້.

ຢູ່ນະຄອນຫຼວງວຽງຈັນ ວັນທີ 29 ຕຸລານີ້ ກໍມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ຫຼາຍກວ່າຢູ່ແຂວງ ອື່ນໆ. ໃນແຕ່ລະເມືອງ ແລະບ້ານ ທີ່ຍັງບໍ່ເປັນບ້ານສີແດງ ຫຼືເປັນບ້ານທີ່ຄົນຕິດເຊື້ອບໍ່ຫຼາຍ ກໍຍັງເປີດບ້ານ-ເປີດເມືອງ ໃຫ້ຄົນໄປມາຫາສູ່ກັນໄດ້ ເປັນຕົ້ນຕລາດທ່າງ່ອນ ກໍຍັງເປີດຕລາດ ຊື້-ຂາຍກັນຕາມປົກກະຕິ, ປະຊາຊົນກໍພາກັນໄປຊື້ເຄື່ອງຂອງໄດ້ ແຕ່ກໍຕ້ອງໄດ້ລະວັງຕົວ ໃສ່ຜ້າອັດປາກອັດດັງ ເນື່ອງຈາກບ້ານທີ່ຕິດກັບບ້ານທ່າງ່ອນນັ້ນ ຍັງມີຜູ້ຕິດເຊື້ອຢູ່ ດັ່ງຊາວບ້ານທ່າງ່ອນ ເມືອງໄຊທານີ ເວົ້າວ່າ:

ກໍຢ້ານຕິດເຊື້ອຕື່ມຫັ້ນແຫລະ ຢູ່ບ້ານເຮົາບໍ່ເປັນ ແຕ່ບ້ານອື່ນພັດເປັຮ ບໍ່ຈໍາເປັນແທ້ໆ ເຂົາກໍບໍ່ໄປ.

ການຕິດເຊື້ອໂຄວິດ-19 ຢູ່ປະເທດລາວ ທາງການລາວຣາຍງານໃນມື້ວັນທີ 29 ຕຸລານີ້ວ່າ ມີຜູ້ຕິດເຊື້ອໃໝ່ 447 ຄົນ. ໃນນັ້ນຢູ່ນະຄອນຫຼວງວຽງຈັນ ຕິດຫຼາຍກວ່າໝູ່ 253 ຄົນ, ຮອງລົງມາກໍແມ່ນແຂວງຫຼວງພຣະບາງ 54 ຄົນ, ແຂວງບໍ່ແກ້ວ 52 ຄົນ ແລະແຂວງ ອື່ນໆ. ປິ່ນປົວດີອອກໂຮງໝໍ 639 ຄົນ, ເສັຽຊີວິດໃໝ່ 2 ຄົນ. ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອສະສົມ 38,728 ຄົນ, ເສັຽຊີວິດ 61 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.