ໂຮງງານ ຈີນ ສົ່ງກິ່ນເໝັນ

ມະນີຈັນ
2019.06.28
f-electronic-waste ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ແລະ ເຄື່ອງອິເຫຼັກໂຕຣນິກຕ່າງໆ ໃນໂຮງງານຂອງຈີນ ແຫ່ງນຶ່ງຢູ່ນະຄອນຫຼວງວຽງຈັນ ທີ່ນໍາມາ ລະລາຍ ເພື່ອແຍກເອົາແຮ່ທາດ ທີ່ມີຣາຄາ, ເມື່ອກາງເດືອນຕຸລາ 2016 ທາງການໄດ້ສັ່ງໃຫ້ ໂຮງງານນີ້ຢຸດດໍາເນີນ ກິຈການ ຍ້ອນ ປ່ອຍຄັວນພິດ ອອກສູ່ໝູ່ບ້ານ
Photo: RFA

ໂຮງງານ Hokeng ຊຶ່ງເປັນໂຮງງານແຍກຊິ້ນສ່ວນຂີ້ເຫຍື້ອ electronic ຂອງຈີນ ໃນເຂດ ອຸດສາຫະກັມ ການຄ້າວຽງຈັນ-ໂນນທອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ມີທັງ ການຈອດເຫລັກ ຕົ້ມເຫລັກນັ້ນ ສົ່ງກິ່ນເໝັນ-ກິ່ນຂິວຮຸນແຮງ ກະທົບໃສ່ປະຊາຊົນ ບ້ານ ສົມສະຫວັນ ທີ່ຢູ່ໃກ້ໂຮງງານ. ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້ານະຄອນ ຫລວງ ກ່າວຕໍ່ RFA ໃນມື້ວັນທີ 28 ມິຖຸນານີ້ວ່າ ໂຮງງານດັ່ງກ່າວ ຖືກສັ່ງປິດໄປແລ້ວແຕ່ປີ 2016 ແຕ່ກໍຍັງລັກຈອດເຫລັກ ຕົ້ມເຫລັກ ໃນຕອນກາງຄືນຢູ່:

"ຕົວນີ້ເຮົາກໍຕິດຕາມຢູ່ ບໍ່ຢາກໃຫ້ເຮັດສະ ບອກໃຫ້ທາງເຈົ້າຂອງ ບໍ່ໃຫ້ເຮັດແລ້ວ ພວກອັນນັ້ນຈູດເຜົາໃໝ້ຊິ້ຮສ່ວນ ອິເລັກໂຕຣນິກ ສັ່ງໃຫ້ ປິດແລ້ວກໍປິດໄປແລ້ວ ຈໍານວນນຶ່ງ ຈໍານວນນຶ່ງ ກໍລັກຫລອບເຮັດຢູ່ ພະຍາຍາມຕິດຕາມຢູ່ດຽວນີ້ ບາງເທື່ອ ມັນກໍລັກເຮັດກາງຄືນ ມັນກໍມີ ກິ່ນ.”

ໃນທຸກໆປີ ທາງການຈະໄປກວດກາໂຮງງານທຸກແຫ່ງ ເພື່ອເບິ່ງວ່າ ດໍາເນີນການ ຕາມຣະບຽບການ ແລະໄດ້ມາຕຖານຫຼືບໍ່, ກວດກາເບິ່ງ ບໍ່ບໍາບັດນໍ້າເສັຽ, ສານເຄມີໃນໂຮງງານ ແລະກິ່ນເໝັນ ຊຶ່ງສວນໃຫຍ່ກໍພົບວ່າຫຼາຍໂຮງງານ ມີກິ່ນເໝັນ ແລະໄດ້ສັ່ງໃຫ້ແກ້ໄຂ ໃຫ້ໄດ້ຕາມ ມາຕຖານ.

າງໃດກໍຕາມ ປະຊາຊົນ ບ້ານສົມສະຫວັນ ຫລັກ 27 ກໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ລົງກວດກາ ໂຮງງານໃນເຂດ ອຸດສາຫະກັມ ການຄ້າ ວຽງຈັນ-ໂນນທອງ ຕື່ມອີກ ຍ້ອນມີກິ່ນເໝັນ ເຂົ້າບ້ານເຮືອນປະຊາຊົນ ໂດຍສະເພາະ ຕອນກາງຄືນ. ດັ່ງຊາວບ້ານສົມສະຫວັນ ທ່ານນຶ່ງ ກ່າວໃນມື້ດຽວກັນນັ້ນວ່າ:

“ໂຮງງານແມ່ນຫຍັງເບາະ ມັນຂິວເຂົ້າມາໃນບ້ານ ພິລຶກຂນາດເໝັນ ນັ້ນແຫລະປະເພດຜລິດ ປະເພດຕົ້ມນີ້ແຫລະ ມັນສົ່ງຜົລກະທົບຕໍ່ ປະຊາຊົນ ໂອ໊ ນາຍບ້ານ ມັນນອນບໍ່ໄດ້ ຂິວແທ້ຜູ້ໃດກໍເວົ້າ ຈັກໂຮງງານໃດຕໍ່ໂຮງງານໃດ ມັນຫຼາຍໂຮງງານເນາະ ຢາກໃຫ້ພາກສ່ວນ ກ່ຽວຂ້ອງຫັ້ນແຫຼະ ລົງມາເບິ່ງນໍາກັນ.”

ກ່ອນໜ້ານີ້ ທາງການນະຄອນຫຼວງວຽງຈັນ ກໍໄດ້ລົງກວດກາ ຕາມຄໍາຮຽກຮ້ອງຂອງປະຊາຊົນ ບ້ານສົມສະຫວັນ ແຕ່ກິ່ນຂິວເໝັນກໍຍັງມີ ຢູ່ຕໍ່ມາ. ເຂດອຸດສາຫະກັມການຄ້າ ວຽງຈັນ-ໂນນທອງ ເລີ່ມສ້າງຕັ້ງມາແຕ່ປີ 2009 ໃນເນື້ອທີ່ 110 ເຮັກຕາ ເປັນໂຄງການຮ່ວມທຶນ ຣະຫວ່າງ ຣັຖບານລາວ ແລະເອກຊົນຈີນ, ມູນຄ່າການລົງທຶນ 43 ລ້ານໂດລາສະຫະຣັຖ. ປັດຈຸບັນມີ 53 ບໍຣິສັດ ເຂົ້າມາລົງທຶນແລະ ຕັ້ງໂຮງງານໃສ່ ໃນນັ້ນ ເປັນທຸຣະກິຈສົ່ງອອກ 23 ບໍຣິສັດ ຊຶ່ງສ່ວນໃຫຍ່ ເປັນຂອງນັກລົງທຶນຈາກຈີນ ຍີ່ປຸ່ນແລະໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.