ຊາວບ້ານຂໍໃຫ້ສີດຢາ ຂ້າເຊື້ອ ໂຄວິດ-19
2020.04.09

ປະຊາຊົນຫລາຍບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ກັງວົນນໍາການຣະບາດຂອງໄວຣັສ ໂຄວິດ-19 ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງ ທາງການ ສີດຢາຂ້າເຊື້ອ ເພື່ອປ້ອງກັນໄວຣັສດັ່ງກ່າວ ຍ້ອນຮູ້ສຶກ ຢ້ານບໍ່ອຸ່ນໃຈ ເພາະຢູ່ລາວມີຜູ້ຕິດເຊື້ອພະຍາດນີ້ຫລາຍເພິ່ມຂຶ້ນ ຊຶ່ງ ຂນະນີ້ ປະຊາຊົນບໍ່ໄປໃສ ກັກໂຕເອງຢູ່ໃນເຮືອນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອນັ້ນ, ອີງຕາມຄໍາເວົ້າຂອງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 8 ເມສານີ້:
“ຖ້າມັນດີເນາະ ຢາກໃຫ້ມາສີດຫັ້ນເນາະ ຢາໂຕນີ້ສາມາດນໍາໃຊ້ຂ້າເຊື້ອ ໄດ້ແລ້ວກະບໍ່ແພ້ຕໍ່ສຸຂພາບ ຂອງຄົນເຮົາມັນກະດີເນາະ. ໃຜກໍ ຢ້ານເນາະ ມັນເປັນໝົດທົ່ວໂລກ ກໍໄດ້ແຕ່ຮັກສາໃນຄອບຄົວເຮົາກະ ບໍ່ໄດ້ໄປໃສ.”
ທ່ານເວົ້າວ່າ ຫວ່າງອາທິດທີ່ແລ້ວ ກໍເຫັນເຈົ້າໜ້າທີ່ມຸນນິທິຕ່າງໆ ແລະພາກສ່ວນກ່ຽວຂ້ອງ ໄດ້ພົ່ນຢາຂ້າເຊື້ອບາງເຮືອນ ເພື່ອປ້ອງການ ໂຄວິດ-19 ຢູ່ບ້ານຊຽງດາ ແລະ ບ້ານຂາມງອຍ ເມືອງໄຊເສດຖາ ແລະ ອີກຫລາຍບ່ອນ ແຕ່ບໍ່ໄດ້ພົ່ນທຸກເຮືອນ.
ໃນຂນະດຽວກັນ ຊາວບ້ານຜູ້ນຶ່ງເວົ້າວ່າ ຫາກບໍ່ແຈ້ງໃຫ້ເຈົ້າໜ້າທີ່ມາພົ່ນຂ້າເຊື້ອ ເພິ່ນກໍບໍ່ມາ. ສໍາລັບຕົນເອງ ໄດ້ໂທໃຫ້ເພິ່ນມາພົ່ນ ຍ້ອນ ບໍ່ໝັ້ນໃຈ ຮູ້ສຶກຢ້ານ, ຕໍ່ມາ 2-3 ມື້ເພິ່ນກໍມາພົ່ນໃຫ້:
“ເຮົາບອກເພິ່ນມາຂ້າໃຫ້ ເຮົານີ້ແຫລະຢ້ານເອງ ເຮົາກໍເລີຍໄດ້ບອກເພິ່ນມາ ຫວ່າງ 2-3 ມື້ນີ້ນ່າມາຂ້າແລ້ວຢູ່ບ້ານເຮົານີ້ນ ຂິວໆໄຂເຮືອນ ກະບໍ່ໄດ້ ກໍຮູ້ສຶກອຸ່ນໃຈຂຶ້ນຫັ້ນແຫລະ”.
ແລະປະຊາຊົນອີກຜູ້ນຶ່ງ ກໍເວົ້າວ່າ ເຫັນເຈົ້າໜ້າທີ່ມາພົ່ນຢາຂ້າເຊື້ອ ຢູ່ເມືອງໄຊເສດຖາ ເພິ່ນພົ່ນສະເພາະບ່ອນແອອັດ, ແລະຕາມຖນົນ ຫົນທາງ:
“ໂອ໊ ຢ້ານແທ້ຢ້ານວ່າ ບໍ່ອອກນອກບ້ານເລີຍ ແຕ່ລະໝ້ອງແຕ່ລະແຫ່ງ ປິດໝົດເຂົາເຈົ້າກະດາຍ. ດຽວນີ້ເຂົາເຈົ້າມາແລ້ວ ເພິ່ນລົງແລ້ວ ຄື ເຂົາເຈົ້າມາສີດແຕ່ເຊົ້າ ຄໍລີນວັກຊິນນີ້ແຫລະ ນໍາທາງເຂົາກະສີດ ຄົນຊຸມແຊວຫລາຍໆເຂົາກະສີດ ສີດເຂົ້າຮອດໃນເຮືອນ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ສາທາຣະນະສຸຂ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ປັດຈຸບັນ ມີທິມງານໄປພົ່ນຢາຂ້າເຊື້ອຢູ່ບາງບ່ອນ ໃຫ້ປະຊາຊົນ ທ່ີຮຽກຮ້ອງມາເທົ່ານັ້ນ. ໄປພົ່ນໃຫ້ໂດຍບໍ່ໄດ້ໃຊ້ຈ່າຍ. ຈະພົ່ນໃຫ້ສະເພາະ ຢູ່ເຂດທີ່ມີຄວາມສ່ຽງເປັນຕົ້ນຕລາດ, ທະນາຄານ, ໂຮງແຮມ, ເຮືອນພັກ ດັ່ງທີ່ທ່ານກ່າວວ່າ:
“ພວກເຮົາຈະບໍ່ພົ່ນທົ່ວບ້ານ ຈະພົ່ນເປັນຣາຍຄອບຄົວທີ່ວ່າ ເພິ່ນມີປະສົງຢາກພົ່ນ ທີ່ວ່າບໍ່ໝັ້ນໃຈເນາະ ໂດຍສະເພາະສະຖານທີ່ບໍຣິການ ທະນາຄານ ໂຮງແຮມ ບ້ານພັກ ກັບສ່ວນບຸກຄົນ. ຖ້າວ່າແມ່ນໃຜບໍ່ໄດ້ ສເນີມາເອົາກໍບໍ່ໄດ້ພົ່ນ. ບໍ່ສາມາດເຮັດແບບປູພົມໄດ້ ມີຂໍ້ຈໍາກັດ ຢູ່ເນາະ ເພາະເຮົາອີງໃສ່ເຂື່ອນໄຂ ການເຈັບເປັນຂອງພວກເຮົາ ກະຍັງບໍ່ຫລາຍ.”
ພ້ອມກັນນັ້ນ ທ່ານກໍເຕືອນປະຊາຊົນ ທີ່ຢາກພົ່ນຢາຂ້າເຊື້ອເພື່ອປ້ອງກັນໄວຣັສ ໂຄວິດ-19 ໃຫ້ຣະມັດຣະວັງໃນການຊື້ຢາມາພົ່ນຢູ່ເຮືອນ ຜ່ານທາງ ອອນລາຍ ເພາະຢ້ານບໍ່ແມ່ນຢາທີ່ໄດ້ມາດຕະຖານ, ບໍ່ໄດ້ຜ່ານການກວດກາຂອງທາງການ, ມັນຈະບໍ່ດີຕໍ່ສຸຂພາບ, ຫາກຄອບຄົວ ໃດຢາກພົ່ນຢາຂ້າເຊື້ອນັ້ນ ກໍແຈ້ງເຈົ້າໜ້າທີ່ ມຸນນິທິ ຫລືເຈົ້າໜ້າທີ່ກົມອະນາມັຍ ສົ່ງເສີມສຸຂພາບໂດຍກົງໄດ້.