ເຣື້ອງທີ່ເກັບບັນທຶກໄວ້
2024-02-02
ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະແມ່ນໍ້າທັມມະຊາຕ ເຮັດໃຫ້ຊາວບ້ານ ໃນເຂດບ້ານຫ້ວຍຫົກ ແລະບ້ານອ້ອມຂ້າງ ທີ່ຕ້ອງໃຊ້ນໍ້າຈາກລຳຫ້ວຍ ປັງເພື່ອການບໍຣິໂພກ ແລະເຮັດການຜລິດກະສິກັມ ໄດ້ຮັບຜົລກະທົບ.
2024-02-02
ຣັຖບານລາວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ເພື່ອປ້ອງກັນບໍ່ໃຫ້ເກີດຜົລກະທົບ ຍ້ອນວ່າທີ່ຜ່ານມາ ໄດ້ສ້າງຜົລກະທົບຫລາຍ ຕໍ່ສິ່ງແວດລ້ອມ ແລະສັງຄົມ.
2024-01-31
ປະຊາຊົນ ໃນ 19 ບ້ານຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຮັບຜົລກະທົບ ຈາກຣົຖຂົນສົ່ງແຮ່ທາດຂອງບໍຣິສັດວຽດນາມ ແລະລາວ ຊຶ່ງເຮັດໃຫ້ປະຊາຊົນ ເປັນພະຍາດທາງເດີນຫາຍໃຈ ຂະນະທີ່ການແກ້ໄຂ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍມີພຽງແຕ່ຫົດນ້ຳໃສ່ ຊຶ່ງບໍ່ພໍທີ່ຈະຊ່ວຍໄດ້.
2024-01-31
ຊາວບ້ານ ບ້ານຕາວັນ ເມືອງນາແລ ແຂວງຫຼວງນໍ້າທາ ໝົດບ້ານຖືກຍ້າຍຈາກເຂື່ອນໄຟຟ້າ ນໍ້າທາ 1 ບໍ່ມີນໍ້າໃຊ້ໄດ້ປະມານ 7-8 ເດືອນຍ້ອນ ນໍ້າສ້າງ ທີ່ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ສ້າງໃຫ້ນັ້ນເປ່ເພ ທັງສອງຣະດູ. ຣະດູຝົນຝົນ ເກີດນໍ້າຖ້ວມ ນໍ້າສ້າງ, ພໍນໍ້າບົກແຫ້ງ ເສດຂີ້ຫິນ, ຂີ້ຕົມອຸດຕັນບໍ່ນໍ້າສ້າງ.
2024-01-29
ພາກສ່ວນທີ່ກ່ຽວຂ້ອງ ເຮັດບົດບັນທຶກກັບເຈົ້າຂອງຟາມໝູຄົນຈີນ ພ້ອມຈະຕິດຕາມໃຫ້ ຊົດເຊີຍຄ່າເສັຍຫາຍ ແລະຫາແນວພັນປາດັ້ງເດີມ ປ່ອຍຄືນ ພາຍຫລັງ ເກີດມີປາຕາຍຈຳນວນຫຼາຍ ຢູ່ນໍ້າງາ ຈຸດວັງສງວນ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ປະມານ 230 ກິໂລກະຣາມ ເຊິ່ງສາເຫດເປັນຍ້ອນທາງຟາມໝູ ໄດ້ປ່ອຍນ້ຳປົນເປື້ອນ ຈາກຟາມລົງສູ່ຫ້ວຍນ້ຳງາ ດັ່ງກ່າວ.
2024-01-26
ປະຊາຊົນແຂວງອັດຕະປື ຍັງບໍ່ສາມາດອອກຈາກ ຄວາມທຸກຍາກໄດ້ ເນື່ອງຈາກວ່າ ປັດຈຸບັນສະພາບເຖກິຈ, ບັນຫາໄພເງິນເຟີ້ ແລະເງິນກີບອ່ອນຄ່າ ເຮັດໃຫ້ມີຫຼາຍພັນຄອບຄົວ ທີ່ຕ້ອງປະເຊີນກັບ ຄວາມທຸກຍາກເຖິງ 11,745 ຄອບຄົວ ກວມເອົາ 38% ຂອງຈໍານວນຄອບຄົວ ທັງໝົດພາຍໃນແຂວງ.
2024-01-26
ປາຫລາຍກວ່າ 230 ກິໂລ ຕາຍຢູ່ນໍ້າງາ ໃນເຂດສງວນວັງໄຮ ບ້ານວັງໄຮ ເມືອງວຽງໄຊ ແຂວງຫົວພັນ ຊຶ່ງຊາວບ້ານເຊື່ອວ່າ ເປັນຍ້ອນຟາມໝູຂອງຈີນ ທີ່ຕັ້ງຢູ່ຕົ້ນນໍ້າງາ ປ່ອຍນໍ້າເປື້ອນ ຈາກການລ້າງຄອກໝູ ລົງມາໃສ່.
2024-01-25
ເພື່ອໃຫ້ຫລຸດຜ່ອນມົລພິດ ທາງອາກາດ ພາກສ່ວນທີ່ກ່ຽວຂ້ອງ ມີການວາງແຜນ ເພື່ອແກ້ໄຂບັນຫາ ໂດຍສະເພາະການຈູດປ່າເຮັດໄຮ່ ຫຼືຈູດຂີ້ເຫຍື້ອ ໃນຣະດູແລ້ງ ເນື່ອງຈາກວ່າ ມົລພິດທີ່ເກີດຈາກໄຟໄໝ້ປ່າ ກໍ່ໃຫ້ເກີດຝຸ່ນລະອອງຂນາດນ້ອຍ ກະທົບຕໍ່ສຸຂພາບປະຊາຊົນ.
2024-01-22
ບັນຫາຢາເສບຕິດ ຢູ່ປະເທດລາວ ຍັງບໍ່ຫຼຸດລົງພໍເທົ່າໃດ ເຖິງແມ່ນວ່າ ຣັຖບານຈະຖືເອົາເປັນວາຣະແຫ່ງຊາຕ ມາໄດ້ 3 ປີແລ້ວກໍຕາມ ຊຶ່ງນອກຈາກຢາເສບຕິດ ຈະຣະບາດຫຼາຍ ໃນສັງຄົມລາວແລ້ວ ຍັງກາຍເປັນບັນຫາຂ້າມຊາຕນຳ.
2024-01-22
ເກີດອຸບັດຕິເຫດ ນັກທ່ອງທ່ຽວຕ່າງປະເທດ ຈຳນວນ 8 ຄົນ ຕົກຈາກທ້າຍຣົຖກະບະ ນຳທ່ຽວ ຢູ່ວັງວຽງຈົນໄດ້ຮັບບາດເຈັບໜັກ ເຊິ່ງຜູ້ປະກອບການ ຮຽກຮ້ອງໃຫ້ ຣັຖບານປັບປຸງເສັ້ນທາງ ແລະຂົວຂ້າມນ້ຳຊອງໃຫ້ສາມາດຮອງຮັບ ນັກທ່ອງທ່ຽວ ໃຫ້ດີກວ່າເກົ່າ.
2024-01-22
ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຈາກໂຮງງານຜລິດແປ້ງມັນຕົ້ນຂອງບໍຣິສັດ ລາວທີທີແອວ ທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ເຊິ່ງໄດ້ ສົ່ງກິ່ນເໝັນ, ປ່ອຍນໍ້າເສັຍລົງສູ່ແມ່ນໍ້າ ທັມມະຊາຕ ແລະສົ່ງສຽງດັງ ລົບກວນຊາວບ້ານ ໃນເວລານອນ.
2024-01-17
ແຂວງອຸດົມໄຊ ກວດພົບ ເຄື່ອງໃນສັດ, ຍໍ່ຂາວ ແລະປາເມີກ ລວມທັງໝົດ ປະມານ 47 ກີໂລ ມີສານຟໍມາລນ ເຊິ່ງເປັນສານທີ່ທາງການແພດ ເອົາໄວ້ດອງສົບຄົນຕາຍ ເປັນສານກັນບູດ ຫຼື ກັນເໜົ່າເປື່ອຍ ປົນເປື້ອນໃນອາຫານດັ່ງກ່າວ.
2024-01-16
ແຂວງອັດຕະປື ກວດພົບການໃຊ້ຈ່າຍ ເງິນບໍຣິຈາກ ແລະເງິນຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແບບບໍ່ຖືກຕ້ອງ ເປັນຈຳນວນ 84 ຕື້ກີບ ແລະ ອີກ 100,000 ໂດລ້າຣ໌ສະຫະຣັຖ ແລະມີຫຼາຍພາກສ່ວນທີ່ພົວພັນ ກັບເຣື່ອງນີ້.
2024-01-12
ຄະດີຢາເສບຕິດ ຍັງເພີ່ມຂຶ້ນຫຼາຍ ໃນແຕ່ລະປີ ໂດຍສະເພາະປີທີ່ຜ່ານ ເຊິ່ງຄະນະກັມມະການ ແກ້ໄຂບັນຫາຢາເສບຕິດ ສືບຕໍ່ປະຕິບັດວາຣະແຫ່ງຊາຕ ເພື່ອແກ້ໄຂບັນຫາຢາເສບຕິດ ແລະການແກ້ໄຂບັນຫາດັ່ງກ່າວ ຖືວ່າບໍ່ປະສົບຜົລສຳເຣັດເທົ່າທີ່ຄວນ, ມີພຽງການຈັບຜູ້ຄ້າຣາຍຍ່ອຍ ແລະ ຜູ້ຂົນສົ່ງເທົ່ານັ້ນ.
2024-01-10
ມີການກວດພົບ ຜລິຕພັນຊີ້ນງົວ, ຂາໝູ ແລະຕີນໄກ່ແຊ່ແຂງ ຫຼາຍກວ່າ 11 ຕັນ ທີ່ບໍ່ມີເອກະສານກຳກັບສິນຄ້າດັ່ງກ່າວ ຫຼັງຈາກທີ່ເຈົ້າໜ້າທີ່ ໄດ້ກວດກາ ຣົຖບົນທຸກຄັນນຶ່ງ ທີ່ຕ້ອງສົງໄສ ຕາມການຮ້ອງຮຽນ ຂອງປະຊາຊົນ ເຂດບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.