ຊາວບ້ານເດືອດຮ້ອນ, ບໍຣິສັດຂຸດຄົ້ນແຮ່ເຫຼັກ ຢູ່ເມືອງກາສີ ຍັງປ່ອຍນໍ້າລ້າງແຮ່ ລົງຫ້ວຍນໍ້າ
2024.02.02

ບໍຣິສັດຂຸດຄົ້ນແຮ່ເຫຼັກ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະແມ່ນໍ້າທັມມະຊາຕ ເຮັດໃຫ້ຊາວບ້ານ ໃນເຂດບ້ານຫ້ວຍຫົກ ແລະບ້ານອ້ອມຂ້າງ ທີ່ຕ້ອງໃຊ້ນໍ້າຈາກລຳຫ້ວຍ ປັງເພື່ອການບໍຣິໂພກ ແລະເຮັດການຜລິດກະສິກັມ ໄດ້ຮັບຜົລກະທົບ. ກ່ອນໜ້ານີ້ວັນທີ 4-5 ມົກກະຣາ 2024 ຜ່ານມາ ກົມຄຸ້ມຄອງ ບໍ່ແຮ່ ແລະ ກົມກວດກາ, ກະຊວງພະລັງງານ ແລະບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ທັງຂັ້ນສູນກາງ ແລະຂັ້ນແຂວງ ລົງກວດກາຢູ່ຫ້ວຍນ້ຳ ກ້ອງພື້ນທີ່ໂຄງການຂຸດຄົ້ນບໍ່ແຮ່ ຂອງບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ທີ່ໄດ້ຮັບສັມປະທານຂຸດຄົ້ນບໍ່ແຮ່ ແລະໜ່ວຍງານທີ່ກ່ຽວຂ້ອງ ສັ່ງຢຸດການຂຸດຄົ້ນຊົ່ວຄາວ.
ກ່ຽວກັບເຣື່ອງນີ້ ຊາວບ້ານຫ້ວຍຫົກ ເມືອງກາສີແຂວງວຽງຈັນກ່າວວ່າບໍຣິສັດດັ່ງກ່າວ ເຣີ່ມເຂົ້າມາຂຸດຄົ້ນບໍ່ແຮ່ເຫຼັກ ໄດ້ເປັນໄລຍະນຶ່ງປີແລ້ວໃນໄລຍະທຳອິດ ຂອງການຂຸດຄົ້ນ ມີການປ່ອຍນໍ້າລົງຫ້ວຍທຸກມື້ແຕ່ໃນໄລຍະຫຼັງ 4-5 ມື້ ຈະປ່ອຍນໍ້າລົງມາເທື່ອນຶ່ງ ໂດຍຈະປ່ອຍໃນຕອນກາງຄືນ. ທີ່ຜ່ານມານັ້ນທາງຂັ້ນເທິງ ໄດ້ເຂົ້າມາກວດກາບັນຫານີ້ແລ້ວ ແຕ່ຍັງແກ້ບໍ່ຕົກ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ກຸມພາ 2024 ນີ້ວ່າ:
“ແມ່ນແລ້ວມັນກາຍເປັນສີແດງ ເຂົາຜລິດແຮ່ຢູ່ບ້ານນີ້ແຫຼະ. ມັນກໍເປັນບາງຊ່ວງເຂົາປ່ອຍລົງ. ຄົນຈີນເຂົາປ່ອຍລົງ ກໍບໍ່ໄດ້ປ່ອຍທຸກມື້ ປະມານ 4-5 ມື້. ເຂົາປ່ອຍດົນແລ້ວ ຕອນເຮັດທຳອິດຫັ້ນປ່ອຍລົງທຸກມື້ເລີຍ ກໍຫັ້ນແຫຼະ ເຂົາກໍມາກວດມັນກໍແກ້ໄຂຢູ່ ແຕ່ມັນກໍຍັງຫັ້ນແຫຼະ.”
ຊາວບ້ານຫ້ວຍຫົກ ອີກນາງນຶ່ງກ່າວວ່າ ກ່ອນໜ້ານີ້ບໍຣິສັດຖືກສັ່ງໂຈະ ເທື່ອນຶ່ງແລ້ວແຕ່ການທີ່ນໍ້າຍັງເປັນສີແດງເທື່ອ ນີ້ຍ້ອນວ່າຝົນຕົກ ແລະດິນຈາກການບຸກເບີກໃໝ່ ໄຫຼລົງສູ່ລຳຫ້ວຍ ປັດຈຸບັນບໍຣິສັດ ແລະພາກສ່ວນກ່ຽວຂ້ອງ ກຳລັງແກ້ໄຂບັນຫາດັ່ງກ່າວຢູ່.
ດັ່ງຍານາງກ່າວວ່າ:
“ເຮົາກໍຢູ່ຫ້ວຍຫົກນີ້ ແຕ່ວ່າຂະເຈົ້າກໍກໍາລັງແກ້ໄຂຢູ່. ດຽວນີ້ເຂົາເຈົ້າເຮັດຄັນຄູອ້ອມ ແບບວ່າຂະເຈົ້າຂຸດເນາະ ແບບວ່າຝົນຕົກແລ້ວຂ້າງທາງມັນເຈື່ອນ ແບບວ່າຂະເຈົ້າຂຸດຄົ້ນແລ້ວ ແບບວ່າດິນເບີກໃໝ່ຫັ້ນນ່າ. ມັນບໍ່ແໜ້ນເນາະດິນເບີກໃໝ່ ມັນບໍ່ແໜ້ນແລ້ວຝົນຕົກຂີ້ດິນ ຈະໄຫຼລົງຫ້ວຍຫັ້ນນ່າ. ເອີ ຂະເຈົ້າໂຈະມາຊ່ວງນຶ່ງແລ້ວແຕ່ດຽວນີ້ຝົນເຊົາແລ້ວ. ຂະເຈົ້າກຳລັງມາແກ້ໄຂໂຕທີ່ວ່າດິນເຈື່ອນນີ້ແຫຼະ.”
ບໍ່ແມ່ນແຕ່ຊາວບ້ານ ໃນເຂດບ້ານຫ້ວຍຫົກ ທີ່ໄດ້ຮັບຜົລກະທົບຈາກແຫຼ່ງນໍ້າທີ່ປົນເປື້ອນ ແຕ່ຊາວບ້ານໃນເຂດອ້ອມຂ້າງ ເປັນຕົ້ນບ້ານຫ້ວຍຫົກ, ບ້ານໜອງຄຳ, ບ້ານບວມຜູກ ແລະບ້ານຜາຊ້າງໄດ້ຮັບຜົລກະທົບ ນໍາກັນຍ້ອນໃຊ້ນໍ້າຈາກລຳຫ້ວຍດຽວກັນ.
ຊາວບ້ານບວມຜຸກ ເມືອງກາສີ ແຂວງວຽງຈັນກ່າວວ່າ ກ່ອນໜ້ານີ້ນໍ້າໃນລໍາຫ້ວຍຍັງໃສ ປົກກະຕິແຕ່ມາຮອດ 3-4 ມື້ກ່ອນນໍ້າໄດ້ກັບມາຂຸ້ນຄືເກົ່າ. ນາງໃຊ້ນໍ້າຈາກຫ້ວຍປັງ ໃນການເຮັດນາ ເຮັດສວນ ແຕ່ທີ່ຜ່ານມານໍ້າໄດ້ກາຍເປັນສີແດງ ແລະມີຄາບນໍ້າມັນປົນເປື້ອນ ໃນນໍ້າ ບໍ່ສາມາດໃຊ້ນໍ້າຫ້ວຍໄດ້ ຍ້ອນຈະເຮັດໃຫ້ເຂົ້າ ແລະພືດບໍ່ງາມ.
ດັ່ງຍານາງກ່າວໃນມື້ດຽວກັນວ່າ:
“ປະມານ 3-4 ມື້ນີ້ແຫຼະມານີ້ກໍຂຸ້ນຄືເກົ່າ. ຂະເຈົ້າປ່ອຍນໍ້າເປັນດິນອ່ອນບໍ່ມັນແດງ. ມັນຂຸ້ນມາເລີຍນ່າແດງໆ ແລ້ວເປັນຄືນໍ້າມັນນີ້ນ່າ. ແຖວເຂົາຈົກແລ້ວຈະເຈົ້າປ່ອຍລົງນໍ້າເລີຍຫັ້ນນ່າ. ຄັນມັນຖືກຕ່າງໜ້າຖືກແຂ່ງຖືກຂາລ້າງ ກໍບໍ່ອອກເດ້ເຮັດສວນຢູ່ເດີ້ນ ມັນກໍບໍ່ມີນໍ້າຮົດນໍ້າໃຊ້ຂ້ອຍຢູ່ລຸ່ມທີ່ມີຜົລກະທົບ ກໍມາຢູ່ໃດໄຫຼມາບ້ານຂ້ອຍນີ້ແຫຼະ. ຊິເຮັດສວນກໍບໍ່ມີນໍ້າຮົດ ເຮັດນາກໍເຂົ້າກໍບໍ່ງາມ ນ່າ. ມັນເປັນຮວງລີບ ຮວງນ້ອຍໝົດ ເຮັດສວນຄັນນໍ້າອັນນັ້ນຖືກແລ້ວ ແມ່ນຕາຍໝົດ.”
ສາເຫດທີ່ນໍ້າໃນລໍາຫ້ວຍ ກາຍເປັນສີແດງຂຸ້ນນັ້ນ ຄາດວ່ານໍ້າລ້າງແຮ່ ທີ່ເກັບໄວ້ລົ້ນອອກມາບໍຣິສັດກ່າວວ່າ ຈະທຳການເຮັດອ່າງເກັບນໍ້າລ້າງແຮ່ ນີ້ໃໝ່ທີ່ຜ່ານມາເຈົ້າໜ້າທີ່ຂັ້ນເມືອງ ແລະເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ໄດ້ລົງມາກວດກາເຖິງບັນຫາດັ່ງກ່າວແລ້ວ ແຕ່ບັນຫານໍ້າເປື້ອນເປັນສີແດງ ກໍບໍ່ສາມາດແກ້ໄຂໄດ້ ຮ້ອຍເປີເຊັນ ຍ້ອນປັດຈຸບັນນໍາໄດ້ກັບມາຂຸ້ນແດງຄືເກົ່າ, ແລ້ວຖ້າຍັງບໍ່ແກ້ໄຂຕື່ມຈະເຮັດໃຫ້ການເຮັດກະສິກັມປູກຝັງ ຣະດູແລ້ງ ຂອງຊາວບ້ານທີ່ຕ້ອງໃຊ້ນໍ້າ ຈາກລຳຫ້ວຍຈະເສັຍຫາຍ ຍ້ອນຕ້ອງໃຊ້ນໍ້າເປື້ອນ ນີ້ຮົດຜັກຢ່າງດຽວບໍ່ມີແຫຼ່ງນໍ້າອື່ນ ແລະຖ້າຍັງບໍ່ແກ້ໄຂຈົນຮອດຣະດູເຮັດນາປີ ກໍຈະເຮັດນາປີບໍ່ໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນກ່າວວ່າ:
“ມັນກໍໄດ້ສົ່ງສຽງໄປຫຼາຍແລ້ວເດ້ ແຕ່ວ່າມັນກໍບໍ່ມີຜົລຫຍັງເກີດຂຶ້ນ ຫັ້ນນ່າເຮັດແນວໃດເພິ່ນກໍວ່າບໍວ່າໆ ມີແຕ່ວ່າຈະປັບປຸງປັບ ແປງເຄື່ອນນໍ້າໃໝ່ວ່າຊັ້ນສາເຮັດແລ້ວ, ແລ້ວກໍປ່ອຍອີກແລ້ວ. ປັດຈຸບັນເຂົາລ້າງຈານແຮ່ແລ້ວ ມັນກໍເປັນນໍ້າສີແດງໆ ມັນເຮັດຫຍັງກໍບໍ່ໄດ້ດຽວນີ້ ທຳການຜລິດກໍບໍ່ໄດ້ມັນຕິດຂາຕິດ ແຂ່ງເບິກຊ່ວງທຳການຜລິດນາປີນີ້ ມັນອາດຈະອັນຕະລາຍ ດຽວນີ້ມັນບໍ່ໄດ້ເຂົ້າບໍ່ໄດ້ນໍ້າຫຍັງ ຄັນຊ່ວງຜົລຜລິດ ຜົລລະປູກ ຣະດູແລ້ງ. ຜັກກະລໍ່າບໍ່ ພືດຕ່າງໆ ຫັ້ນລະມັນກໍໃຊ້ບໍ່ໄດ້ນໍ້າມັນແດງຂີ້ຕົມ ມັນເຂົ້າຫຼາຍ.”
ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບເຣື່ອງນີ້ວິທຍຸເອເຊັຽເສຣີ ໄດ້ພະຍາຍາມສອບຖາມໄປຍັງຫ້ອງວ່າການປົກຄອງ ເມືອງກາສີ ແຂວງວຽງຈັນ ແຕ່ບໍ່ສາມາດຕິດຕໍ່ໄດ້.
ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈໍາກັດ ຂອງຈີນ ໄດ້ຮັບສັມປະທານດິນ ເພື່ອຂຸດຄົ້ນແຮ່ເຫຼັກ ແບບທົດລອງ ເປັນເວລາ 25 ປີ. ຊຶ່ງບໍຣິສັດ ໄດ້ລົງສຳຣວດຂຸດຄົ້ນ ມາຕັ້ງແຕ່ເດືອນ ພຶສຈິກາ ປີ 2021 ແລະພາຍຫລັງໝົດອາຍຸ ສັມປະທານແລ້ວ ທາງບໍຣິສັດກໍຈະປັບໜ້າດິນ ໃຫ້ເປັນຄືເກົ່າ ແລ້ວສົ່ງດິນນັ້ນຄືນໃຫ້ປະຊາຊົນ.
ໂດຍໃນປີ 2022 ທີ່ຜ່ານມາ, ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ໄດ້ຈ່າຍເງິນຊົດເຊີຍດິນ ທີ່ໄດ້ຮັບຜົລກະທົບຈາກໂຄງການ ຂຸດຄົ້ນແຮ່ເຫຼັກແບບທົດລອງ ເຮັກຕາຣ໌ລະ 20,000,000 ຫາ 45,000,000 ກີບ ຊຶ່ງຊາວບ້ານ ບໍ່ພໍໃຈປານໃດ ແຕ່ກໍຕ້ອງຍອມຮັບເອົາ ຍ້ອນອຳນາດການປົກຄອງທ້ອງຖິ່ນ ບັງຄົບລະດົມເອົາດິນ ຈາກຊາວບ້ານ ມາມອບໃຫ້ໂຄງການດັ່ງກ່າວ.