ສປປ ລາວ ຕຣຽມປ້ອງກັນ ມົລພິດໝອກຄວັນ ໃນຣະດູແລ້ງປີນີ້

ສຸພັດຕາ
2024.01.25
ສປປ ລາວ ຕຣຽມປ້ອງກັນ ມົລພິດໝອກຄວັນ ໃນຣະດູແລ້ງປີນີ້ ໝອກຄວັນປົກຄຸມທົ່ວແຂວງຫຼວງພຣະບາງ ສົ່ງຜົລກະທົບຕໍ່ສຸຂພາບ, ສິ່ງແວດລ້ອມ ແລະ ການສັນຈອນເກືອບທຸກປະເພດ. ວັນທີ 30 ມີນາ ປີ 2023.
ນັກຂ່າວ ພົລເມືອງ

ໃນວັນທີ 11 ມົກຣາ 2024 ທີ່ຜ່ານມາ ສະຖາບັນຄົ້ນຄວ້າ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການປ້ອງກັນ ແລະຮັບມືກັັບມົລພິດໜອກຄວັນ ຫຼື ຝຸ່ນລະອອງຂນາດນ້ອຍ (PM2.5) ໃນຣະດູແລ້ງ ປີ 2024 ໂດຍມີເປົ້າໝາຍ ເພື່ອລະດົມຄວາມຄິດ ໃສ່ແຜນດໍາເນີນງານ ມາຕການປ້ອງກັນໄລຍະສັ້ນ ແລະໄລຍະຍາວ ຮວມເຖິງ ການຮ່າງນະໂຍບາຍ ກ່ຽວກັບການຫ້າມຈູດເຜົາ ຢູ່ພື້ນທີ່ໂລ່ງ.

ສໍາລັບມາຕການແກ້ໄຂບັນຫາ ເຣື່ອງການຮັບມື ກັບມົລພິດໜອກຄວັນ ຫຼື PM 2.5 ນັ້ນ ທີ່ຜ່ານມາ ຣັຖບານລາວ ໄດ້ອອກແຈ້ງການ ສັ່ງຫ້າມປະຊາຊົນ ຫ້າມຈູດປ່າ, ຈູດສວນ, ຈູດນາ ຫຼືຈູດຂີ້ເຫຍຶື້ອ ໃນໄລຍະຣະດູແລ້ງ ເພື່ອຫຼຸດຜ່ອນມົລພິດທາງອາກາດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວວ່າ ສໍາລັບປີນີ້ ກະຊວງ ແລະພາກສ່ວນທີ່ກ່ຽວຂ້ອງໃນຂັ້ນເທິງ ຍັງບໍ່ໄດ້ອອກແຈ້ງການຫຍັງມາເທື່ອ ແຕ່ຂັ້ນແຂວງ ແລະເມືອງ ກໍຈະນໍາໃຊ້ແຈ້ງການໂຕເກົ່າ ທີ່ອອກມາກ່ອນ ຍ້ອນເນື້ອໃນ ໃນແຈ້ງການຍັງຄືເກົ່າ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມົກຣາ 2024 ນີ້ວ່າ:

ປີນີ້ ຍັງບໍ່ທັນອອກແຈ້ງການໂຕໃໝ່ເທື່ອ ແຈ້ງການອອກເທື່ອນຶ່ງ ມັນກໍສາມາດນໍາໃຊ້ໄດ້ 2-3 ປີພຸ້ນລະ ລະບຽບແຈ້ງການ ເນື້ອໃນ ມັນກໍເວົ້າເຣື່ອງເກົ່າ ຂໍ້ຫ້າມມັນກໍວ່າ. ເຣື່ອງເກົ່າຫັ້ນນ່າ ຫຼັກໆຄັນເວົ້າເຣື່ອງໄຟໄໝ້ລາມປ່າ ມັນກະມີແຕ່ວ່າ ໄຟໂລະປ່າ ກໍຫ້າມເຮັດແມ່ນຫຍັງ ໃຫ້ໄຟໄໝ້ລາມປ່າ ເວລາດັງຟຶນດັງໄຟ ກໍໃຫ້ມີສະຕິ ແລ້ວໃຫ້ມອດດີໆເວລາກັບ ຫຼືວ່າ ຫ້າມລ່າສັດ, ຫ້າມຈູດປ່າ, ຫ້າມຕັດໄມ້ ອີ່ຫຍັງຕ່າງໆ ຮວມຢູ່ໃນວຽກຂອງປ່າໄມ້ຫັ້ນລ່ະ.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ກ່າວວ່າ ຕອນນີ້ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເຣີ່ມກະຕຣຽມນິຕິກັມ ກ່ຽວກັບການຈູດປ່າແລ້ວ ແລະຈະຕຣຽມລົງໂຄສະນານິຕິກັມນີ້ ໃຫ້ຊາວບ້ານຕໍ່ໄປ.

ດັ່ງທ່ານກ່າວວ່າ:

“ພວກຂ້ອຍ ກະຍັງກຽມນິຕິກັມ ລົງເຜີຍແຜ່ກົດໝາຍປ່າໄມ້ຢູ່ເດ້ ມາຕການໂຕຜູ້ລະເມີດ ເວົ້າເຣືອ່ງການຖາງປ່າເຮັດໄຮ່ ຜິດເປົ້າໝາຍນີ້ແຫຼະເນາະ. ຍາມເຂົາຈູດກໍເຫັນລະໂອ ມັນກໍມີຝຸ່ນມີຫຍັງຫັ້ນແຫຼະເນາະ ຂີ້ເຫຍື້ອໂຕເຂົາຈູດ ມັນກໍຕ້ອງມີຝຸ່ນລະອອງ ຊ່ວງໄລຍະເຂົາຈູດ ຊ່ວງເດືອນສາມ ນີ່ແນ່ນອນແຫຼະເດືອນສາມ ເດືອນສີ່ນີ້ ເຂົາຈູດ ເດືອນສອງພຸ້ນ ເຂົາລົງຖາງ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ກໍຍັງມີຂໍ້ທ້າທາຍ ໃນວຽກງານນີ້ຢູ່ຫຼາຍ ຍ້ອນປະຊາຊົນບາງສ່ວນ ຍັງລັກຈູດປ່າ ແລະບາງເທື່ອ ຫາກມີການຈູດປ່າ ຊາວບ້ານກໍເຮັດແນວກັ້ນໄຟນ້ອຍເກີນໄປ ເຮັດໃຫ້ເກີດໄຟໄໝ້ລາມປ່າຄືເກົ່າ.

ປັດຈຸບັນ ໃນທ້າຍເດືອນມົກຣານີ້ ຄຸນນະພາບອາກາດໃນປະເທດລາວ ຢູ່ໃນເກນປານກາງ ບໍ່ໄດ້ຮ້າຍແຮງ ເຖິງຂັ້ນສົ່ງຜົລຕໍ່ສຸຂພາບ ແຕ່ກໍບໍ່ໄດ້ດີ ຍ້ອນຄ່າຝຸ່ນລະອອງຂນາດນ້ອຍ PM2.5 ຍັງສູງກວ່າ ລະດັບມາຕຖານສາກົລ ໃນບາງເມືອງບາງແຂວງ ສ່ວນສາເຫດ ທີ່ຕອນນີ້ ສະພາບອາກາດຍັງຢູ່ໃນເກນດັ່ງກ່າວ ກໍຍ້ອນວ່າ ໃນຫຼາຍພື້ນທີ່ ຊາວບ້ານຍັງບໍ່ທັນໄດ້ເຣີ່ມການຖາງປ່າ ແລະຈູດໄຮ່ເທື່ອ.

ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ ທີ່ປະຊາຊົນສ່ວນຫຼາຍ ມີອາຊີບປູກຢາງພາຣາ ແລະເຮັດໄຮ່ເຮັດນາ ກໍຈະເຣີ່ມຖາງປ່າ ໃນເດືອນກຸມພາ ແລະຈະເຣີ່ມຈູດປ່າ ເພື່ອຕຣຽມເນື້ອທີ່ສໍາລັບເຮັດການຜລິດ ໃນຊ່ວງເດືອນເມສາ ເຮັດໃຫ້ໃນໄລຍະດັ່ງກ່າວ ຝຸ່ນລະອອງໃນເຂດເມືອງນໍ້າບາກ ຈະສູງຂຶ້ນຫຼາຍ ຍ້ອນມີການຈູດປ່າຫຼາຍບ່ອນ ໃນໂຕເມືອງ.

ດັ່ງຊາວບ້ານ ຢູ່ບ້ານວຽງຄໍາ ເມືອງນໍ້າບາກ ແຂວງຫຼວງພຣະບາງ ກ່າວວ່າ:

“ຍັງເດີ້. ຍັງບໍ່ໄດ້ລົງຖາງເທືຶ່ອ. ຍັງບໍ່ໄດ້ຈູດເລີຍ ກະຊິແມ່ນ ເດືອນ 2 ນີ້ແຫຼະ ເຂົາເຣີ່ມແລ້ວລ່ະ ເຣີ່ມຖາງແລ້ວກໍເດືອນ 4 ເດືອນ 4 ປາຍນີ່ ເຂົາຈູດແລ້ວ. ໂອ ຫຼາຍໆ ໜັກສຸດເລີຍປີກາຍນີ້ ແມ່ນແລ້ວເພາະວ່າ ເຂົາຈູດກັນຫຼາຍບ່ອນ ແລ້ວກໍມີຖາງປ່າເຮັດໄຮ່.”

ຢູ່ເມືອງສິງ ແຂວງຫຼວງນໍ້າທາ ມີການຈູດປ່າຢູ່ ແຕ່ກໍບໍ່ຫຼາຍ ເທົ່າເມືອງນາແລ ຍ້ອນເມືອງສິງ ມີພື້ນທີ່ທົ່ງພຽງ ຫຼາຍກວ່າເມືອງນາແລ ທີ່ສ່ວນຫຼາຍເປັນພື້ນທີ່ພູ ເຮັດໃຫ້ບໍ່ມີພື້ນທີ່ ໃນການປູກຝັງຫຼາຍ ຈຶ່ງຕ້ອງຈູດປ່າ ເພື່ອໃຊ້ພື້ນທີ່ເກົ່າເຮັດການຜລິດ.

ດັ່ງຊາວບ້ານ ຢູ່ເມືອງສິງ ທ່ານນຶ່ງ ກ່າວວ່າ:

“ສ່ວນຫຼາຍ ມີແຕ່ເມືອງນາແລຫັ້ນແຫຼະ ເພາະວ່າ ເມືອງນາແລ ປະຊາຊົນ ອາຊີບຫຼັກເຂົາເຈົ້າ ຖາງປ່າເຮັດໄຮ່ ພື້ນທີ່ທໍາການຜລິດ ເປັນປູກຝັງເຮັດນາ, ປູກເຂົ້າໂພດ, ປູກໝາກສາລີ, ປູກມັນຕົ້ນ, ປູກພືດຕ່າງໆລົ້ມລຸກຕ່າງໆ ມັນບໍ່ມີ ມັນມີພື້ນທີ່ຈໍາກັດ ມັນປູກໄດ້ໜ້ອຍ ບາດນີ້ປະຊາຊົນ ອາຊີບທີ່ຈະຫາລ້ຽງຊີບ ກໍສ່ວນໃຫຍ່ ຈະມີແຕ່ເຮັດໄຮ່. ບາດນີ້ເຂົາເຈົ້າເຮັດໄຮ່ ເຂົາເຈົ້າຖາງປ່າຫຼາຍ ມັນກະຈະມີຈູດປ່າຫຼາຍ.”

ປັດຈຸບັນ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຊາວບ້ານສ່ວນຫຼາຍ ກໍາລັງຢູ່ໃນຂັ້ນຕອນ ການເກັບກູ້ມັນຕົ້ນ ບາງສ່ວນເຣີ່ມໄຖ ເພື່ອກະຕຣຽມດິນແລ້ວ ແຕ່ກໍຍັງບໍ່ມີການຈູດປ່າ ໂດຍຊາວບ້ານ ຈະເຣີ່ມຈູດປ່າ ໃນຊ່ວງເດືອນມິນາ ຫາເດືອນພຶສພາ ເຮັດໃຫ້ອາກາດ ເປັນມົລພິດຂຶ້ນໃນຊ່ວງດັ່ງກ່າວ ທີ່ຜ່ານມາ ທາງການ ໄດ້ອອກມາຕການຄວບຄຸມມົລພິດຢູ່ເລື້ອຍໆ ແຕ່ໃນສະພາບໂຕຈິງນັ້ນ ຄວບຄຸມບໍ່ໄດ້ ຍ້ອນຍັງມີຂໍ້ທ້າທາຍ.

ດັ່ງຊາວບ້ານ ຢູ່ເມືອງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ:

“ຂ້ອຍກໍເຫັນດີນໍາຢູ່ເນາະ ຂ້ອຍກໍຢາກໃຫ້ມີການຫຼີກຫຼ່ຽງ ໃຊ້ມົລພິດໂຕນີ້ນີ້ແຫຼະ ແຕ່ມັນກໍຫຼີກຫຼ່ຽງບໍ່ໄດ້ ກະຍ້ອນວ່າ ຣັຖບານລາວ ບໍ່ມີວິທີການຈະຄວບຄຸມ. ເຮົາເອີ້ນວ່າ ປະຊາຊົນ ມັນຍັງດ້ອຍການພັທນາ ຍັງທຸກຍາກຫຼາຍ ເຮົາຈະໄປຫ້າມເຂົາ ກໍຫ້າມບໍ່ໄດ້ຫັ້ນນ່າ ຄັນເຈົ້າຈະໄປໃຫ້ເຂົາຫຼີກຫຼ່ຽງ ເຈົ້າກໍຈະຕ້ອງອັນໃດອັນນຶ່ງ ທີ່ມາຊ່ອຍເຫຼືອເຂົາເຈົ້າ ເພື່ອຫຼີກຫຼ່ຽມເນາະ ຕອບສນອງໃຫ້ເຂົາເຈົ້າ ເພື່ອບໍ່ໃຫ້ມີການທໍາລາຍປ່າໄມ້ ຫຼາຍຫັ້ນນ່າ.”

ຂະນະທີ່ ເຈົ້າໜ້າທີ່ພາກປະຊາສັງຄົມ ດ້ານສິ່ງແວດລ້ອມ ແລະການພັທນາ ທ່ານນຶ່ງ ກ່າວວ່າ ການຈູດປ່ານັ້ນ ເກີດຂຶ້ນທຸກປີຢູ່ແລ້ວ ແລະເຖິງແມ່ນວ່າ ຈະມີໜັງສືແຈ້ງການ ຫ້າມຈູດປ່າອອກມາ ແຕ່ກໍບໍ່ສາມາດເຮັດໄດ້ຮ້້ອຍເປີເຊັນ ຍ້ອນປັດຈຸບັນ ປະຊາຊົນໃນປະເທດລາວຍັງທຸກຍາກຢູ່ຫຼາຍ ການເຮັດກະສິກັມ, ຖາງປ່າເຮັດໄຮ່ ຍັງເປັນວິຖີຊິວິດການລ້ຽງຊີບ ແລະຫາຣາຍຮັບ ເຂົ້າໃນຄອບຄົວຂອງຄົນສ່ວນໃຫຍ່ໃນປະເທດ.

ການຈະແກ້ບັນຫາ ການຈູດປ່າເຮັດໄຮ່ ແລະບັນຫາ ອາກາດມົລພິດໃນລາວ ຈຶ່ງຕ້ອງແກ້ທີ່ ບັນຫາເສຖກິຈ ຂອງປະຊາຊົນກ່ອນ ໂດຍຕ້ອງສ້າງທາງເລືອກ ດ້ານການປະກອບອາຊີບ ໃຫ້ປະຊາຊົນ ເປັນຕົ້ນ ອາຊີບໃນຂແນງບໍຣິການ ຫຼືທັກສະອື່ນໆ ແຕ່ໃນປັດຈຸບັນ ຍັງບໍ່ມີທາງເລືອກອື່ນໆ ໃຫ້ປະຊາຊົນເທື່ອ.

ດັ່ງທ່ານກ່າວວ່າ:

“ເຣື່ອງຫ້າມນີ້ ມັນກໍຍາກ ເພາະວ່າ ແມ່ນເຣື່ອງຊີວິດການເປັນຢູ່ ຂອງເຂົາເຈົ້າ ເຄີຍຖາມປະຊາຊົນວ່າ ຄືວ່າ ຫ້າມຈະມາຫ້າມ ຈະມາເຮັດ ເຂົາເຈົ້າຈະໃຫ້ກິນດິນບໍ. ເຂົາວ່າ ສໍາຄັນແມ່ນເຮົາ ຕ້ອງມີອັນອື່ນໄປແລກປ່ຽນ ເຮົາບໍ່ມີຫຍັງແລກປ່ຽນໃນປັດຈຸບັນນີ້. ອັນທີ່ນຶ່ງ ແມ່ນກໍໄຂໃຫ້ເຂົາເຈົ້າມີຣາຍຮັບ ຈາກຂແນງການອື່ນ ທັງທີ ຂ້ອຍເຄີຍໄປເບິ່ງຢູ່ປະເທດໄທຍຫັ້ນ. ເຣື່ອງຮຽນສາລະພັດຊ່າງ ແຕ່ຂແນງການເລັກໆນ້ອຍໆ ຕັ້ງແຕ່ລ້ຽງມົດແດງ, ຕັດຜົມ ເຮັດການທູດ ເຮັດທຽນ ຈົນຮອດ ອິເລັກໂທຣນິກ ສິ່ງທີ່ພໍຂາຍໄດ້ ວ່າຊັ້ນ ມັນຕ້ອງເປັນແນວນັ້ນນ່າ.”

ອົງການອະນາໄມໂລກ ຣາຍງງານວ່າ 90% ຂອງປະຊາກອນ ໃນພາກພື້ນ ເອເຊັຽ-ແປຊີຝິກ ແມ່ນຫາຍໃຈເອົາອາກາດ ທີ່ບໍ່ບໍຣິສັດ ແລະບໍ່ປອດໄພ ສໍາລັບໃນປະເທດລາວ ຄຸນນະພາບອາກາດ ຢູ່ໃນລະດັບປານກາງ ແລະຈະມີອາກາດມົລພິດ ຕັ້ງແຕ່ເດືອນກຸມພາ ຫາເດືອນເມສາ ຫາກອີງຕາມຂໍ້ມູນ ຈາກສະຖານີວັດແທກ ຂອງຫ້ອງທົດລອງສິ່ງແວດລ້ອມ ຂອງກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ພົບວ່າ ສເລັ່ຽຣາຍປີແລ້ວ ປະເທດລາວ ມີຄ່າຝຸ່ນລະອອງຂນາດນ້ອຍ PM2.5 ເກີນມາຕຖານສູງສຸດ ຂອງອົງການອະນາໄມໂລກ ກໍານົດ ໄວ້ 5 ເທົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.