ການລັກລອບນຳເຂົ້າ ຊີ້ນແຊ່ແຂງ ກະທົບລາຄາຊີ້ນ ພາຍໃນປະເທດ

ພອນ ພູມມີທອນ
2024.01.10
ການລັກລອບນຳເຂົ້າ ຊີ້ນແຊ່ແຂງ ກະທົບລາຄາຊີ້ນ ພາຍໃນປະເທດ ຊີ້ນໝູ ທີ່ຂາຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ (TS).
RFA

ໃນວັນທີ 29 ທັນວາ 2023 ທີ່ຜ່ານມາ, ຄະນະກວດກາ ແລະ ແກ້ໄຂການຄ້າ ສິນຄ້ານອກລະບົບ ກະຊວງອຸດສາຫະກັມ ແລະ ການຄ້າ ສົມທົບກັບ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ລົງກວດກາ ຕາມການຮ້ອງຮຽນ ຂອງຊາວບ້ານ ວ່າ ມີການລັກລອບຂ່ຽນຖ່າຍສິນຄ້າ ຢູ່ເດີ່ນແຫ່ງນຶ່ງ ໃນເຂດບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ໄດ້ກວດພົບ ສິນຄ້າໃນຣົຖບັນທຸກ ຂນາດ 22 ລໍ້ ເຊິ່ງເປັນຜລິຕພັນຊີ້ນແຊ່ແຂງ ປະກອບມີ ຊີ້ນງົວ, ຂາໝູ ແລະ ຕີນໄກ່ ຈຳນວນລວມກວ່າ 11 ຕັນ ເຊິ່ງບໍ່ມີເອກະສານຕິດຕາມສິນຄ້າ. ເຈົ້າໜ້າທີ່ ຈຶ່ງໄດ້ກວດຍຶດສິນຄ້າທັງໝົດໄວ້ ແລະ ເຮັດບົດບັນທຶກກວດກາ ກັບຜູ້ຮັບເໝົາຂົນສົ່ງເຄື່ອງດັ່ງກ່າວ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ຊາວກະສິກອນ ຜູ້ລ້ຽງໝູ ນາງນຶ່ງ ຢູ່ແຂວງວຽງຈັນ. ນາງ ກ່າວວ່າ ການລັກລອບນຳເຂົ້າ ຊີ້ນໝູເຖື່ອນ ຈາກຕ່າງປະເທດ ເປັນສາເຫດນຶ່ງທີ່ເຮັດໃຫ້ ລາຄາຂາຍໝູ ຂອງຊາວກະສິກອນ ຕ່ຳລົງຫຼາຍ. ເຖິງແມ່ນວ່າ ລາຄາຂາຍຊີ້ນໝູ ຈະແພງຊ່ຳໃດກໍ່ຕາມ.

ດັ່ງທີ່ນາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ທັນວາ 2023 ນີ້ວ່າ: 

“ຊິແມ່ນແບບນັ້ນແຫຼະ ເອົາໝູໄທຍບໍ່ ໝູນັ້ນເຂົ້າມາ ໝູບ້ານເຮົາລະບໍ່ເປັນລາຄາ. ແຕ່ກີ້ໝູໄທຍບໍ່ໃຫ້ມາເດ້. ຫຼັງຈາກໂຄວິດມາ ໝູໄທຍບໍ່ໃຫ້ມາເນາະ ລະໝູບ້ານເຮົາມັນກະແພງ. ບາດນີ້ໝູບ່ອນອື່ນມາ ລະໝູບ້ານເຮົາມັນລະຕົກລາຄາ.”

ນາງກ່າວຕື່ມວ່າ ລາຄາໝູທີ່ຕ່ຳຫຼາຍ ໃນປັດຈຸບັນ, ບໍ່ດຸ່ນດ່ຽງກັບລາຄາຕົ້ນທຶນ ການລ້ຽງໝູ ໂດຍສະເພາະ ຄ່າຫົວອາຫານ ແລະ ຮຳ ທີ່ແພງຂຶ້ນຫຼາຍ ເຮັດໃຫ້ ຊາວກະສິກອນ ຜູ້ລ້ຽງໝູ ຫຼາຍຄົນຕັດສິນໃຈຖິ້ມອາຊີບລ້ຽງໝູ.

ປັດຈຸບັນນີ້ ລາຄາຊີ້ນໝູໃນທ້ອງຕລາດ ພາຍໃນປະເທດແມ່ນສູງຂຶ້ນ ໂດຍຕລອດ ຍ້ອນສະພາບເງິນເຟີ້ເຮັດໃຫ້ມີການລັກລອບ ນຳເຂົ້າຊີ້ນໝູ ທີ່ມີຕົ້ນທຶນຖືກກວ່າ ເພື່ອຂາຍໃນລາຄາແພງ, ໂດຍແມ່ຄ້າຂາຍຊີ້ນໝູ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາຄາຕົ້ນທຶນຊີ້ນໝູ ທີ່ນາງຮັບມາຂາຍຕໍ່ ແມ່ນແພງຂຶ້ນຫຼາຍກວ່າ 70,000-72,000 ກີບແລ້ວ ເຮັດໃຫ້ລາຄາຂາຍຊີ້ນໝູແພງຂຶ້ນອີກ.

“ໄປເອົາຢູ່ນຳຊີພີຫັ້ນນ່າ. ແພງແດ່ຫັ້ນນ່າ ແພງຢູ່ຫັ້ນນ່າ. ຂຶ້ນ 70 ປະ. ອັ່ນເຂົາເຈົ້າເອົາມາຂາຍທົ່ວໄປຫັ້ນ ມີແຕ່ໂລນຶ່ງ 65 ນັ້ນກໍແພງຂຶ້ນຫັ້ນແລ້ວ. ແພງຂຶ້ນ 2,000-3,000 (ກີບ). ຄັນເປັນຊີ້ນຫັ້ນ 72 (ພັນກີບ) ຄັນເປັນຊີ້ນຫັ້ນນ່າ. ອັ່ນເປັນສາມຊັ້ນຫັ້ນລະ 70 (ພັນກີບ) ເດ້ ໄປຮັບເອົານຳເຂົາເຈົ້າ. ອັ່ນ (ດູກຂ້າງ) ເຂົາເຈົ້າໄລ່ເທົ່າກັບສາມຊັ້ນເລີຍ. ຂ້າງໃຫຍ່ຂ້າງນ້ອຍ ເຂົາເຈົ້າແຫກອອກມາຕ່າງຫາກ. ໂຕນີ້ ຂ້າງອ່າວໃຫຍ່ ເຂົາເຈົ້າເອົາຕິດໄວ້ນຳສາມຊັ້ນ.”

ນາງ ຍືນຍັນວ່າ ຊີ້ນໝູຈາກບໍຣິສັດ ຊີພີ ເຊິ່ງເປັນບໍຣິສັດຂອງໄທຍ ແມ່ນເປັນຊີ້ນໝູ ຜລິດໄດ້ພາຍໃນປະເທດ. ເຖິງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້, ກຸ່ມບໍຣິສັດ ຊີພີ ໄດ້ປະເຊີນກັບຂໍ້ກ່າວຫາວ່າ ອາດມີສ່ວນກ່ຽວຂ້ອງ ໃນການນຳເຂົ້າຊີ້ນໝູເຖື່ອນ ເພື່ອຈຳໜ່າຍ ຢູ່ໃນຫ້າງສັພສິນຄ້າ ຂອງຕົນ ທົ່ວປະເທດໄທຍ ເຊັ່ນຫ້າງແມັກໂຄຣ ແລະ ຫ້າງໂລຕັສ, ເຊິ່ງເປັນຫ້າງທີ່ຄົນລາວ ນິຍົມຂ້າມໄປຊື້ເຄື່ອງຂອງນຳດ້ວຍ. ທັງນີ້, ທາງກຸ່ມບໍຣິສັດ ຊີພີ ປະຕິເສດວ່າ ບໍ່ໄດ້ມີສ່ວນກ່ຽວຂ້ອງ ຕໍ່ການນຳເຂົ້າຊີ້ນໝູເຖື່ອນ ແຕ່ຢ່າງໃດ.

ນອກຈາກນີ້ແລ້ວ ບັນຫາການນຳເຂົ້າຊີ້ນແຊ່ແຂງເຖື່ອນນີ້ ສະແດງອອກເຖິງບັນຫາ ການສນອງຊີ້ນສັດ ທີ່ຍັງບໍ່ພຽງພໍຕໍ່ຄວາມຕ້ອງການບໍຣິໂພກ ພາຍໃນປະເທດ. ໂດຍຊາວກະສິກອນ ຜູ້ລ້ຽງງົວ ນາງນຶ່ງ ຢູ່ແຂວງຫຼວງນ້ຳທາ ເວົ້າວ່າ ຢາກໃຫ້ຣັຖບານ ແລະພາກສ່ວນກ່ຽວຂ້ອງ ສົ່ງເສີມເຣື່ອງແຫຼ່ງທຶນ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ລ້ຽງງົວ ໃຫ້ມີປະສິດທິພາບ ທັງໃນດ້ານປະຣິມານ ແລະ ຄຸນນະພາບຫຼາຍຂຶ້ນ.

“ຢ່າງການລ້ຽງງົວຢູ່ລາວກະດີ ຖ້າວ່າເຮົາພໍມີທຶນເນາະ ກະປະສານຊ່ອຍໃຫ້ໄດ້. ເຣື່ອງເຮັດນີ້ເຮົາເຮັດໄດ້ ແຕ່ຍັງຂາດເຣື່ອງເຕັກນິກວິຊາການເນາະ ຍັງບໍ່ ຍັງບໍ່ພຽງພໍຫັ້ນນ່າ. ເຣື່ອງປະຊາຊົນເຂົາເຮັດນີ້ ເຂົາເຮັດໄດ້ຢູ່ ແຕ່ວ່າເຣື່ອງເຕັກນິກນີ້ ຄືວ່າແຫຼະ ຍັງ ຍັງບໍ່ມີ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ເພື່ອສອບຖາມກ່ຽວກັບ ການກວດກາຊີ້ນແຊ່ແຂງເຖື່ອນ ໃນຄັ້ງນີ້, ແຕ່ທ່ານກ່າວພຽງວ່າ ໃຫ້ໄປຕິດຕໍ່ນຳເຈົ້າໜ້າທີ່ ຂັ້ນກະຊວງໂດຍກົງ.

ດັ່ງທີ່ທ່ານ ກ່າວໃນມື້ດຽວກັນນີ້ວ່າ:

“ໂອ້! ຂັ້ນກະຊວງເນາະ ກວດເນາະ ຂ້ອຍບໍ່ຮູ້ເດີ້. ເຂົ້າໄປພົວພັນຢູ່ກົມແຂ່ງຂັນທາງທຸຣະກິຈ ແລະ ກວດກາການຄ້າເດີ້.”

ການນຳເຂົ້າ ແລະ ຈຳໜ່າຍ ຊີ້ນແຊ່ແຂງເຖື່ອນ ເຮັດໃຫ້ ມີຄວາມສ່ຽງຕໍ່ສຸຂພາບ ຂອງຜູ້ບໍຣິໂພກ ຍ້ອນຊີ້ນແຊ່ແຂງເຫຼົ່ານີ້ ບໍ່ສາມາດກວດສອບເອກະສານຢັ້ງຢືນ ແລະ ແຫຼ່ງທີ່ມາ ເຊິ່ງອາດເປັນພາຫະ ນຳພະຍາດສັດ ເປັນຕົ້ນ ພະຍາດອະຫິວາໝູ ຫຼື ພະຍາດປາກເປື່ອຍລົງເລັບງົວ ມາສູ່ສັດລ້ຽງ ແລະ ຜູ້ບໍຣິໂພກ ພາຍໃນປະເທດ. ອີກທັງ ອາດມີສານເຄມີ ຫຼື ຢາ ທີ່ປົນເປື້ອນຊີ້ນສັດ ທີ່ສາມາດເປັນອັນຕະຣາຍ ຕໍ່ຜູ້ບໍຣິໂພກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.