ເຈົ້າໜ້າທີ່ ແຂວງອຸດົມໄຊ ກວດພົບສານຟໍມາລີນ ໃນອາຫານເກີນມາຕຖານ
2024.01.17
ເຈົ້າໜ້າທີ່ຂແນງການ ອາຫານ ແລະ ຢາ, ຜແນກສາທາຣະນະສຸຂ, ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແລະ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວກວດກາ ບັນດາອາຫານດິບ ແລະ ອາຫານປະເພດສຳເຣັດຮູບ ທີ່ຫ້າງຮ້ານ ແລະ ຕລາດເທສບານ ເມືອງໄຊ ແຂວງອຸດົມໄຊ ໃນລະຫວ່າງວັນທີ 10-15 ມົກກະຣາ 2024 ພົບວ່າ ມີເຄື່ອງໃນສັດ, ຍໍ່ຂາວ ແລະປາເມີກ ລວມທັງໝົດ ປະມານ 47 ກີໂລ ມີສານຟໍມາລິນ ເຊິ່ງເປັນສານທີ່ທາງການແພດ ເອົາໄວ້ດອງສົບຄົນຕາຍ ເປັນສານກັນບູດ ຫຼື ກັນເໜົ່າເປື່ອຍ ປົນເປື້ອນໃນອາຫານດັ່ງກ່າວ.
ເບື້ອງຕົ້ນພໍ່ຄ້າ-ແມ່ຄ້າ ບອກວ່ານໍາເຂົ້າມາຈາກ ນະຄອນຫຼວງວຽງຈັນ ມາຂາຍໃນຕລາດ ແຂວງອຸດົມໄຊແຕ່ທີ່ຜ່ານມາ ເຈົ້າໜ້າທີ່ເຄີຍກວດພົບ ອາຫານປະເພດຍໍ່ຂາວ ສ່ວນໃຫຍ່ ຈະນຳເຂົ້າມາຈາກປະເທດວຽດນາມ.
ການກວດພົບດັ່ງກ່າວ ເຈົ້າໜ້າທີ່ໄດ້ຍຶດ ແລະນໍາໄປທໍາລາຍຖິ້ມ ເພາະຖ້າຜູ້ບໍຣິໂພກຊື້ໄປກິນ ຈະເປັນອັນຕະລາຍຕໍ່ສຸຂພາບ ຫາກໄດ້ຮັບສານຫຼາຍເກີນໄປ ກໍອາດເຮັດໃຫ້ຖອກທ້ອງ, ຮາກ, ວິນຫົວ ແລະ ເປັນສານສະສົມກໍ່ມະເຮັງ ໃນຮ່າງກາຍ ແລະເຈົ້າໜ້າທີ່ ໄດ້ຕັກເຕືອນ ພໍ່ຄ້າ-ແມ່ຄ້າ ພ້ອມເຮັດບົດບັນທຶກ ແລະ ຖ້າຕໍ່ໄປຝ່າຝືນ ຈະຖືກປັບໃໝຕາມລະບຽບກົດໝາຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອຸດົມໄຊ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ມົກຣານີ້ວ່າ:
“ມັນຫຼາຍຫັ້ນແຫຼະເນາະ ຄັນມັນອອກແດງຈັ່ງຊິມັນຫຼາຍແລ້ວ. ເກີນມາຕຖານ 47 ກິໂລ. ພວກເຮົາກວດ. ເຂົາບໍ່ຢາກໃຫ້ມັນເນົ່າໄວ ແຕ່ໂຕນີ້ມັນເປັນສານທີ່ວ່າ ພວກເຮົາໃສ່ດອງສົບຄົນເນາະ ບໍ່ແມ່ນແນວມາໃສ່ອາຫານກິນບໍ່ໄດ້ ແລະອາຫານໂຕນັ້ນແຫຼະ ຕາມທີ່ຜ່ານມານີ້ ສ່ວນໃຫຍ່ໂຕຍໍ່ຂາວ ມາທາງວຽດນາມ ກວດພົບມີເທົ່າໃດ ກໍຕ້ອງໄດ້ທຳລາຍໝົດ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາເຈົ້າໜ້າທີ່ ເຄີຍກວດພົບສານຟໍມາລິນ ໃນອາຫານປະເພດດັ່ງກ່າວ ແຕ່ບໍ່ຫຼາຍເທົ່າຄັ້ງນີ້. ສາເຫດທີ່ມີຫຼາຍຂຶ້ນນີ້ກໍຍ້ອນວ່າ ເຈົ້າໜ້າທີ່ບໍ່ໄດ້ລົງກວດກາ ຢ່າງຕໍ່ເນື່ອງເຊິ່ງໃນ 1 ປີ ເຈົ້າໜ້າທີ່ຈະມີການລົງກວດກາ ຕາມລະບຽບ 1-2 ຄັ້ງເທົ່ານັ້ນ ຍ້ອນວ່າ ບໍ່ມີງົບປະມານພຽງພໍ ໃນການລົງກວດກາ.
“ໂຕນີ້ທີ່ຈິງພວກເຮົາກໍໄດ້ແຈ້ງໝົດແລ້ວ ບັນດາກົດໝາຍເອກະສານ. ເຮົາກໍຕ້ອງຫ້າມໝົດ ອັນນີ້ມັນເວົ້າເຣື່ອງແມ່ຄ້າ ເຂົາບໍ່ປະຕິບັດຕາມ ເຮົານ່າ. ພວກເຮົາກໍບໍ່ໄດ້ລົງຕລອດ ດົນປີນຶ່ງກາຄັ້ງນຶ່ງສອງຄັ້ງຫັ້ນນ່າ ຢູ່ທີ່ງົບຫັ້ນແຫຼະ. ຣັຖບານເຮົາກໍບໍ່ມີງົບໃຫ້ເນາະ ທີ່ຈິງທັມມະດາ ມັນຕ້ອງໄດ້ລົງຕລອດ, ແຕ່ງົບບໍ່ມີເນາະໄປມັນກໍຕ້ອງໄດ້ໃຊ້ງົບເນາະ.”
ຊາວບ້ານໃນເມືອງໄຊກ່າວວ່າ ກໍບໍ່ໄດ້ກິນອາຫານປະເພດດັ່ງກ່າວ ດົນແລ້ວ ແລະເຫັນຂ່າວ ແບບນີ້ກໍຈະພະຍາຍາມຫຼີກລ້ຽງ ບໍ່ກິນເພາະກໍຮູ້ສຶກຢ້ານເປັນອັນຕະລາຍ ຕໍ່ສຸຂພາບ ເພາະທີ່ຜ່ານມາເຄີຍເຫັນຄົນເອົາມາກິນ ແກ້ມກັບເຄື່ອງດື່ມ ມີອາການຊ໋ອກເຂົ້າໂຮງໝໍ ແລະສ່ວນຫຼາຍພໍ່ຄ້າ-ແມ່ຄ້າ ເຂົາເຈົ້ານຳເອົາອາຫານທະເລມາ ຈາກໄທຍ ແລະວຽດນາມ.
“ຫຼີກລ້ຽງຫັ້ນແຫຼະ ຢ້ານອັນມັນມີຜົນກະທົບ ມັນເຄີຍມີຢູ່ມັກເກີດຂຶ້ນ ອາຫານທະເລ ແຮງຊໍ້າຮ້າຍ. ອາຫານທະເລນີ້ ມັນຈະກ່ຽວຂ້ອງເຣື່ອງສຸຂພາບນ່າ. ສ່ວນຫຼາຍມາແກ້ມແກ້ມ ແລ້ວຫຼາຍຄົນກໍມັກຊ໋ອກເລີຍຫັ້ນນ່າ ຄືຈະມາແຕ່ພຸ້ນແຫຼະ ໄທຍວຽດນາມເບາະພຸ້ນແຫຼະ.”
ຊາວບ້ານ ໃນເມືອງໄຊ ອີກທ່ານນຶ່ງກໍກ່າວວ່າ ອາຫານປະເພດເຄື່ອງໃນຍໍ່ຂາວ, ປາເມີກ ຫຼື ອາຫານທະເລ ພໍ່ຄ້າ-ແມ່ຄ້າ ຂາຍໃນຕລາດຫຼາຍ ແລະຮູ້ຂ່າວວ່າ ມີສານຟໍມາລີນ ປົນເປື້ອນໃນອາຫານແນວນີ້ ເຮັດໃຫ້ບໍ່ກ້າຊື້ກິນ ເພາະຮູ້ສຶກຢ້ານ ບໍ່ດີຕໍ່ສຸຂພາບ.
“ກໍຫາກເຫັນຢູ່ ຫາກເຫັນຂາຍຢູ່ ເພາະວ່າມັນມີຫຼາຍຕລາດ. ຕລາດໃດ ກໍຂາຍ. ຄັນຮູ້ຂ່າວ ເອື້ອຍກໍບໍ່ຊື້ມາກິນເດ້. ຮູ້ວ່າມັນມີສານອັນນັ້ນ ກໍຢ້ານຢູ່ກໍບໍ່ຢາກກິນເນາະ.”
ຊາວບ້ານ ຢູ່ເມືອງໄຊ ອີກທ່ານນຶ່ງໄດ້ກ່າວວ່າ ຖ້າຫາກຈະຊື້ອາຫານປະເພດດັ່ງກ່າວ ໃນຕລາດມາກິນ ຕ້ອງເອົາມາທຳຄວາມສະອາດກ່ອນ ໂດຍລ້າງນໍ້າເກືອ, ແຊ່ນໍ້າເກືອ ປະໄວ້ປະມານ 30 ນາທີ ເພື່ອໃຫ້ສານປົນເປື້ອນ ຫຼຸດອອກແດ່.
“ບາງທີ່ກໍໄດ້ໂຕສົດ ບາງທີເຂົາເຈົ້າ ກໍແຊ່ແຂງ. ອັນໃດ ກໍມີນ່າ. ເຮົາອາດຈະຊື້ມາກິນ ເຮົາເອີ ກາຄືວ່າລ້າງກ່ອນ. ແຊ່ນໍ້າເກືອ ແມ່ນຫຍັງປະມານນີ້.”
ກ່ອນໜ້ານີ້ ມີການກວດພົບ ສານຟໍມາລີນ ໃນອາຫານທະເລ ຫຼາຍກໍຣະນີ ເປັນຕົ້ນໃນປີ 2023 ທີ່ຜ່ານມາເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ກໍໄດ້ທໍາລາຍສີນຄ້າປະເພດປາມຶກ ແຊ່ສານຟໍມາລີນ ຫຼື ສານກັນເໜົ່າ ລວມນໍ້າໜັກ 630 ກິໂລກະຣາມ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງນຳເຂົ້າມາຈາກປະເທດວຽດນາມ. ໃນປີ 2020 ເຈົ້າໜ້າທີ່ ແຂວງວຽງຈັນ ກວດພົບສານຟໍມາລີນ ຢູ່ຕລາດແຫ່ງນຶ່ງ ໂດຍສະເພາະປາເມີກແດງ ແລະຍໍ່ຂາວ ສ່ວນໃຫຍ່ ຈະກວດພົບ ຢູ່ຕາມຮ້ານອາຫານ ບຸບເຟ້, ຮ້ານລາບ ແລະ ຮ້ານຊີ້ນຈຸ່ມ.