ຊາວບ້ານທີ່ຖືກຜົລກະທົບ ຈາກເຂື່ອນໄຟຟ້ານໍ້າທາ 1 ບໍ່ມີນໍ້າປະປາໃຊ້ 7-8 ເດືອນ
2024.01.31

ຊາວບ້ານ ບ້ານຕາວັນ ເມືອງນາແລ ແຂວງຫຼວງນໍ້າທາ ໝົດບ້ານຖືກຍ້າຍຈາກເຂື່ອນໄຟຟ້າ ນໍ້າທາ 1 ບໍ່ມີນໍ້າໃຊ້ໄດ້ປະມານ 7-8 ເດືອນຍ້ອນ ນໍ້າສ້າງ ທີ່ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ສ້າງໃຫ້ນັ້ນເປ່ເພ ທັງສອງຣະດູ. ຣະດູຝົນຝົນ ເກີດນໍ້າຖ້ວມ ນໍ້າສ້າງ, ພໍນໍ້າບົກແຫ້ງ ເສດຂີ້ຫິນ, ຂີ້ຕົມອຸດຕັນບໍ່ນໍ້າສ້າງ.
ດັ່ງຊາວບ້ານຜູ້ທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 31 ມົກກະຣາ 2024 ນີ້ວ່າ:
“ໂອ! ບໍຣິສັດເຂົາມາເຮັດນີ້ເຂົາມາໂຍກຍ້າຍ ເຂື່ອນນໍ້າທາ 1 ເດ້. ແລ້ວກໍຖືກຜົລກະທົບ ບໍຣິສັດ ເຂົາຮັບເໝົາມາແລ້ວ. ໂຍກປະຊາຊົນມາແລ້ວ ກໍດຽວນີ້ມັນບໍ່ມີເລີຍນີ້. ຂາດແລ້ວນໍ້ານີ້ ບໍ່ມີໄດ້ 7-8 ເດືອນແລ້ວ. ດຽວນີ້ ປະຊາຊົນເຂົາບາງຄອບຄົວ ແລ້ວກໍບາງຈຸ ບາງໜ່ວຍ ໄປຕໍ່ເອົານໍ້າຫ້ວຍ ນໍ້າຮ່ອງ ເອົາມາໃຊ້ໄດ້. ຂັ້ນເມືອງ ຂັ້ນເທິງນີ້ ເຂົາວ່າຊິສ້ອມແປງຄືນຕື່ມ ເຂົາຈະມາສ້ອມແປງ ຍາມໃດຍັງບໍ່ຮູ້ເທື່ອ.”
ຊາວບ້ານຈາກບ້ານຕາວັນຜູ້ທີ 2 ກ່າວວ່າປັດຈຸບັນ ປະຊາຊົນພາຍໃນບ້ານ ຜູ້ມີເງິນຊື້ວັດສະດຸ ອຸປະກອນສ້າງນໍ້າລີນດ້ວຍໂຕເອງ ກໍອອກເງິນກັນ ເພື່ອຕໍ່ທໍນໍ້າເອົານໍ້າຈາກຫ້ວຍນ້ອຍ ເຂົ້າບ້ານຂອງໃຜລາວ ສ່ວນຜູ້ບໍ່ມີເງິນ ຕ້ອງຍ່າງໄປຕັກນໍ້າ ແລະນໍ້າຈາກຫ້ວຍນ້ອຍ ນີ້ກໍບໍໄດ້ມີນໍ້າຕລອດປີ. ແຕ່ລະປີເມື່ອເຖິງເດືອນເມສາ ຫາເດືອນພຶສພາ ຊາວບ້ານທັງໝົດ ຈະບໍ່ມີຮອດນໍ້າຊິອາບ.
ດັ່ງຊາວບ້ານໄດ້ກ່າວວ່າ:
“ເວລານໍ້າຍື່ງ ແລ້ວມັນຖ້ວມໝົດ. ນໍ້າສ້າງໂຕນີ້ ນໍ້າລົງແລ້ວ ເປັນຂີ້ດິນ, ຂີ້ຕົມ ຕິດໝົດແຫຼະ. ມັນທັງບ້ານແຫຼະ ດຽວນີ້ປະຊາຊົນ ເຣີ່ມທົນບໍ່ໄດ້ແລ້ວ. ເຂົາຈຳເປັນຕ້ອງໃຊ້ເງິນ ໃຊ້ຄຳ ໂຕເອງໄປຊື້ທໍ່ ຊື້ນໍ້າໄປແປງໃຊ້ສ່ວນໂຕໄປສ້າງນໍ້າລີນເນາະ. ໄປຕໍ່ເອົາຢູ່ຫ້ວຍນ້ອຍ ມັນບາງຄອບຄົວກໍປະມານ 7-8 ແສນກີບ. ບາງຄອບຄົວກໍລ້ານປາຍກີບ. ເຮົາເຮັດແຍກກັນ ບໍ່ໄດ້ເຮັດບ່ອນດຽວກັນ. ບາງທີ່ ກໍ 5-6 ຄອບຄົວ ເຮັດບ່ອນດຽວກັນ ຂອງບໍຣິສັດ ມັນໃຊ້ບໍ່ໄດ້ແລ້ວ. ໂອ້! ຢາກໃຫ້ໜ່ວຍງານ ທີ່ກ່ຽວຂ້ອງແກ້ໄຂ ເຣື່ອງນໍ້າກິນ ນໍ້າໃຊ້ນີ້ກ່ອນເນາະ.”

ສ່ວນບ້ານ ບ້ານຕາເວັນ ຜູ້ທີ 3 ກ່າວວ່າ ບໍ່ນໍ້າສ້າງ ທີ່ໂຄງການເຂື່ອນໄຟຟ້າ ນໍ້າທາ 1 ສ້າງໃຫ້ນັ້ນເປັນການສ້າງ ບໍ່ນໍ້າປະປາ ແລະໄດ້ສ້າງບໍ່ນີ້ສໍາເຣັດ ໃນປີ 2016 ເຊິ່ງຕັ້ງແຕ່ ປີ 2016 ກໍຖືວ່າບໍ່ມີນໍ້າໃຊ້ ຢ່າງເຕັມເມັດເຕັມໜ່ວຍ ຫຼືວ່າເວົ້າໄດ້ວ່າ ຖ້າບໍ່ມີເຂື່ອນຊາວບ້ານ ມີຢູ່ມີກິນ ບໍ່ຫຍຸ້ງຍາກ ເຣື່ອງນໍ້າກິນ ນໍ້າໃຊ້.
ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:
“ຖ້າບໍ່ມີເຂື່ອນ ເຮົາຢູ່ບ້ານໃຜ ບ້ານມັນ ນີ້ມີຢູ່ມີກິນ. ໂອເຖິງຊິຫຍຸ້ງຍາກ ພາກຣັຖ ເວລາເຂົາຂຶ້ນເປັນເຮັດວຽກເນາະ ອັນນີ້ມາຢູ່ມາເຕົ້າໂຮມ ຢູ່ເປັນບ່ອນເຮັດທາງຣົຖມາ ຕໍ່ໄປມາດຽວນີ້ ມັນຫຍຸ້ງຍາກ ຜລິດ ກັບນໍ້າໃຊ້ນີ້ ແຕ່ເຮົາໂຍກຍ້າຍ ແຕ່ປີ 2016 ມາຮອດປັດຈຸບັນນີ້ ຍັງບໍ່ມີນໍ້າໃຊ້ ແບບເຂົາແກ້ ແກ້ກໍແບບບໍ່ຕົກ.”
ຊາວບ້ານ ບ້ານຕາເວັນຜູ້ທີ 1 ທີ່ໄດ້ກ່າວຄືກັນກັບຊາວບ້ານຜູ້ທີ 3 ວ່າພາຍຫຼັງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ໄດ້ສຳເຣັດ ການກໍ່ສ້າງບໍ່ນໍ້າສ້າງ ແມ່ນບໍ່ນໍ້ານັ້ນ ກໍສາມາດໃຊ້ໄດ້ປະມານປີປາຍ ແບບຂາດໆ ເຂີນໆ ເປັນການສ້າງບໍ່ນໍ້າສ້າງ ທີ່ບໍ່ໄດ້ເບິ່ງສະພາບໂຕຈິງ.
ດັ່ງຊາວບ້າານໄດ້ກ່າວວ່າ:
“ຕອນສ້າງໃໝ່ໆ ກໍໃຊ້ໄດ້ຢູ່ປະມານປີປາຍ ກໍໃຊ້ຂາດໆ ເຂີນໆ ມັນບໍ່ພໍໃຊ້ຄືເຮົາຢູ່ບ້ານເກົ່າຫັ້ນແຫຼະ. ແມ່ນຈຸດດຽວຫັ້ນ ເຂົາເຮັດນໍ້າປະປາ ຢູ່. ເຂົາຕໍ່ທໍ່ມາ ເຂົາໃຊ້ທໍ່ນ້ອຍ ມັນມາ ມັນກໍບໍ່ພໍໃຊ້ ບໍ່ພໍກິນ. ປະຊາຊົນມັນຫຼາຍ ບາງຄອບຄົວກໍມີ ບາງຄອບຄົວກໍບໍ່ມີ. ຄອບຄົວຢູ່ສູງ ບໍ່ໄດ້ໃຊ້ນໍ້າ ຕ້ອງໄປຕັກເອົາຢູ່ລຸ່ມ. ແຈ້ງແລ້ວເຂົາມາກວດເບິ່ງກໍມິດເລີຍ ບໍ່ເຫັນມາແກ້ໄຂ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງນາແລ ກ່າວວ່າ ຍັງບໍ່ທັນຮັບຮູ້ກ່ຽວກັບເຣື່ອງນີ້ ແລະຍັງບໍ່ເຫັນຄຳຮ້ອງຮຽນ ຈາກທາງຊາວບ້ານ ແລະຂັ້ນບ້ານໃຫ້ແກ່ໄຂບັນຫານີ້ເທື່ອ ມີແຕ່ວ່າທາງພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງຈະລອງປະສານງານ ໄປຍັງຜູ້ຮັບຜິດຊອບ ໃນໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າທາ 1 ໂດຍກົງ ເພື່ອໄດ້ຂໍ້ມູນທີ່ກະຈ່າງແຈ້ງຂຶ້ນ.
ດັ່ງທ່ານກ່າວ ໃນມື້ດຽວກັນວ່າ:
“ມີແຕ່ວ່າກໍ່ສ້າງແລ້ວ ແລ້ວຕັ້ງແຕ່ປີແລ້ວພຸ້ນ ແລ້ວອັນແລ້ວຫັ້ນນ່າ ແຕ່ບໍ່ຮູ້ວ່າມັນເປ່ເພ. ເຂົາເຈົ້າກໍບໍ່ໄດ້ສເນີ ມາເບິ່ງຊິລອງປະສານເບິ່ງ ໃຫ້ເພິ່ນຣາຍງານໃຫ້ທາງການເຮົາ ຊາບໂຕນີ້.”

ສໍາລັບເຂື່ອນໄຟຟ້ານໍ້າທາ 1 ຢູ່ໃນເຂດແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ມີກໍາລັງການຜລິດ 186 ເມກາວັຕ, ເຣີ່ມກໍ່ສ້າງໃນປີ 2014 ແລະ ສ້າງສຳເຣັດເມື່ອປີ 2018 ແລະ ໄຟຟ້າຈາກເຂື່ອນນໍ້າທາ 1 ຖືກສົ່ງໄປເຂດເສຖກິຈ ພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງທ່າຂີ່ເຫຼັກ ປະເທດພະມ້າ ແລະ ພາກໃຕ້ຂອງມົນທົນຢູນນານ, ມີປະຊາຊົນທັງໝົດ 27 ບ້ານ ໄດ້ຖືກໂຍກຍ້າຍມາຮ່ວມກັນ ຕາມໝູ່ບ້ານໃໝ່. ອີງຕາມຂໍ້ມູນຈາກເຟສບຸກຄ໌ເພຈ Namtha 1 Lao Power Co Ltd.