ກໍຣະນີ ຄະດີຢາເສບຕິດ ເພີ່ມຂຶ້ນຫຼາຍ ໃນປີ 2023
2024.01.12

ໃນປີ 2023 ທີ່ຜ່ານມາ ຢູ່ທົ່ວປະເທດລາວ ມີຄະດີອາຍາທັງໝົດ 7,996 ຄະດີ ທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນ 764 ຄະດີ. ໃນຈໍານວນຄະດີທີ່ວ່ານັ້ນ ຫລາຍກວ່າໝູ່ ແມ່ນຄະດີຢາເສບຕິດ ທີ່ມີເຖິງ 4,283 ຄະດີ, ຈັບຜູ້ຕ້ອງຫາໄດ້ 6,585 ຄົນ. ໃນນັ້ນ ເປັນຍິງ 735 ຄົນ, ຄົນຕ່າງປະເທດ 139 ຄົນ. ຢາເສບຕິດ ຂອງກາງທີ່ຍຶດໄດ້ເປັນຫລາຍກວ່າໝູ່ ແມ່ນຢາບ້າ ເຖິງ 79 ລ້ານເມັດ, ອີງຕາມການຣາຍງານຂອງ ພົນຈັດຕະວາ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງການ ກະຊວງປ້ອງກັນຄວາມສງົບ ຕໍ່ກອງປະຊຸມ ສລຸບ ວຽກງານປ້ອງກັນຄວາມສງົບ ທົ່ວປະເທດ ປະຈໍາປີ 2023.
ອີງຕາມການຣາຍງານຂ່າວ ຂອງກະຊວງປ້ອງກັນຄວາມສງົບ, ສະເພາະຄະດີຢາເສບຕິດລາຍໃຫຍ່ ຫລາຍກວ່າໝູ່ ແມ່ນຢູ່ແຂວງບໍ່ແກ້ວ ທີ່ມີເຖິງ 8 ຄະດີ ຮອງລົງມາແມ່ນຢູ່ແຂວງຄໍາມ່ວນ ທີ່ມີ 2 ຄະດີ.
ໃນປີ 2023 ຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ຍຶດຢາບ້າໄດ້ທັງໝົດ 53 ລ້ານເມັດ ແລະໄດ້ທໍາລາຍຖິ້ມ ພ້ອມກັບຢາເສບຕິດປະເພດອື່ນໆ ເປັນຕົ້ນ ຢາໄອສ໌, ຢາອີ, ແຕ່ຜູ້ຕ້ອງຫາຄ້າຢາເສບຕິດ ສ່ວນຫລາຍແມ່ນຣາຍຍ່ອຍ ທີ່ຖືກດໍາເນີນຄະດີ 405 ຄົນ. ສ່ວນຜູ້ຄ້າຣາຍໃຫຍ່ ຈັບບໍ່ໄດ້, ສ່ວນທີ່ຈັບໄດ້ແມ່ນຄົນຂົນສົ່ງ ດັ່ງທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມົກກະຣານີ້ວ່າ:
“ທັງຍຶດທັງຈັບຫັ້ນແຫລະ ສ່ວນຫລາຍເປັນປະເພດຢາບ້າ. ຜູ້ຕ້ອງຫາບໍ່ໄດ້ ບາງຣາຍກໍບໍ່ໄດ້ ສ່ວນຫລາຍໄດ້ແຕ່ຜູ້ຂົນສົ່ງ ແຕ່ຫົວໂຈກໂຕການນີ້ ເຮົາບໍ່ໄດ້.”
ສໍາລັບຢູ່ແຂວງຄໍາມ່ວນ ທີ່ມີຄະດີຢາເສບຕິດລາຍໃຫຍ່ 2 ຄະດີນັ້ນ ເຈົ້າໜ້າທີ່ ຍຶດຢາບ້າໄດ້ 288,000 ເມັດ ແລະຢາໄອສ໌ 250 ກິໂລກະຣາມ ແລະໄດ້ນໍາຜູ້ຕ້ອງຫາ ທີ່ເປັນຄົນລາວ ມາດໍາເນີນຄະດີ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ບັນຫາຢາເສບຕິດ ຢູ່ແຂວງນີ້ ໜ້າເປັນຫ່ວງຫລາຍ ຍ້ອນຢູ່ຕາມຮ້າຍບັນເທີງ ມີການມົ້ວສຸມກັບຢາເສບຕິດຫລາຍ ເຮັດໃຫ້ເກີດບັນຫາ ເຣື່ອງການມີເພດສັມພັນ ແບບບໍ່ມີການປ້ອງກັນ, ມີຄວາມສ່ຽງຕໍ່ການຕິດເຊື້ອ HIV/AIDS ຫລາຍ.
ດັ່ງທີ່ທ່ານກ່າວວ່າ:
“ຕິດພະຍາດເອດສ໌ ກໍແນະນໍາໄປບ່ອນທີ່ມີການປິ່ນປົວ ແລ້ວກໍ ການກວດກາທົ່ວໄປ. ພວກເຮົາກໍ ນະໂຍບາຍເປັນພິເສດ. ດຽວນີ້ການຈັດຕັ້ງຂັ້ນເມືອງກໍເອົາໃຈໃສ່ຢູ່ ເພາະວ່າມັນຫລາຍບ່ອນ ຢູ່ໃນຫັ້ນ ມັນຢາກມົ້ວສຸມຫລາຍ.”
ສໍາລັບຢູ່ແຂວງບໍຣິຄໍາໄຊ ກໍມີຣາຍງານວ່າ ປີກາຍ ມີຄະດີຢາເສບຕິດ 355ຄະດີ, ຈັບຜູ້ຕ້ອງຫາຄະດີຢາເສບຕິດ 450 ຄົນ. ໃນນັ້ນ ເປັນຄົນຕ່າງປະເທດ 3 ຄົນ, ຍຶດຢາບ້າໄດ້ 2,600,000 ເມັດ, ກັນຊາ 7,400 ກິໂລກະຣາມ, ເຮໂຣອິນ 35.5 ກິໂລກະຣາມ, ກາເຟ ທີ່ປະສົມຢາເສບຕິດ 700 ຊອງ ແລະຢາເສບຕິດປະເພດອື່ນໆອີກ. ພ້ອມກັນນັ້ນ ກໍໄດ້ຍຶດຂອງກາງ ເປັນປືນ 20 ກະບອກ, ຣົຖໃຫຍ່ 22 ຄັນ ແລະຣົຖຈັກ 45 ຄັນ.
ເວົ້າສະເພາະຢູ່ເມືອງບໍຣິຄັນ ຢາເສບຕິດ ທີ່ມີທັງໃບກະທ້ອມ ແພ່ຣະບາດເຂົ້າເຖິງກຸ່ມຄົນ ຫລາຍພາກສ່ວນໃນສັງຄົມ ນັບຕັ້ງແຕ່ນັກຮຽນ, ນັກສຶກສາ ພໍ່ຄ້າຊາວຂາຍ, ກັມມະກອນ ໄປເຖິງຄົນວ່າງງານ ເຮັດໃຫ້ການແກ້ໄຂ ບັນຫານີ້ຫຍຸ້ງຍາກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງບໍຣິຄັນ ໃນມື້ວັນທີ 12 ມົກກະຣານີ້.
“ມີການຂຍາຍໂຕແຫລະເນາະ. ຂຍາຍໂຕແຕ່ວ່າເຮົາກະໄດ້ສະກັດກັ້ນ. ຖືວ່າໄດ້ຮັບຜົລດີຢູ່ນ່າ ຊ່ວງໄລຍະນີ້ ໂຕທີ່ມັນເປັນພົ້ນເດັ່ນ. ທີ່ໄດ້ມີການມົ້ວສຸມ ກໍພວກໃບກະທ້ອມ ຄໍລາເຈນນີ້ແຫລະ ດຽວນີ້ນ່າ ເພາະວ່າມັນຢູ່ຮ້ານສະຖານບັນເທີງ. ພວກເຮົາ ການກວດສອບ ກໍສັບສົນໜ້ອຍນຶ່ງ ຍາກສິເຂົ້າເຖິງເຂົາ ເຮົາຂຶ້ນບັນຊີໄວ້.”
ໃນການແກ້ໄຂບັນຫາຢາເສບຕິດ ທີ່ຍັງມີແພ່ຫລາຍຢູ່ປະເທດລາວ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ໄດ້ຈັດກອງປະຊຸມ ຄະນະກັມມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາຕ ຄັ້ງປະຖົມມະຣຶກ ໃນມື້ວັນທີ 10 ມົກກະຣານີ້ ເພື່ອປຶກສາຫາລື ກ່ຽວກັບການກະກຽມ ການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ 2024-2025.
ເວົ້າເຖິງວິທີການ ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງທ່ານນຶ່ງຢູ່ເມືອງຕົ້ນເຜິ້ງ ເວົ້າວ່າ ໄດ້ກັກໂຕຜູ້ຖືກກ່າວຫາ ຄະດີຢາເສບຕິດຫລາຍຄົນ, ມີແຕ່ພວກຄ້າຂາຍຣາຍຍ່ອຍ ແລະ ສ່ວນວ່າ ແຜນການແກ້ໄຂບັນຫາຢາເສບຕິດ 2024-2025 ນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ຂຶ້ນບັນຊີຕິດຕາມ ພໍ່ຄ້າຢາເສບຕິດຣາຍໃຫຍ່ ທີ່ຍັງບໍ່ທັນສາມາດຈັບໄດ້.
ດັ່ງທີ່ທ່ານກ່າວວ່າ:
“ກໍໄດ້ມ້າງຢູ່ດົນແລ້ວ ມີ ມີແຕ່ຣາຍຍ່ອຍ ຊ່ວງເຮົາມ້າງ. ບໍ່! ບໍ່! ບໍ່ໄດ້ຣາຍໃຫຍ່. ກໍແນ່ນອນແຫລະ ກໍຕ້ອງມີ ແຕ່ສືບຕໍ່ຫັ້ນແຫລະ. ມີແຜນແກ້ໄຂ.”
ເວົ້າເຖິງຄະດີຢາເສບຕິດ ຢູ່ລາວ ພົນເອກ ວິໄລຫລ້າຄຳຟອງ ໄດ້ກ່າວເມື່ອວັນທີ 10 ມົກກະຣານີ້ວ່າ ຈໍານວນຄະດີຢາເສບຕິດ, ຜູ້ຖືກກ່າວຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະຈໍານວນຢາເສບຕິດ ແຕ່ລະປະເພດ ຍັງຈັບໄດ້ ແລະຍຶດໄດ້ ຫລວງຫລາຍຢູ່.
ໃນປີ 2023 ມີການຈັບຜູ້ຕ້ອງຫາ ຄະດີຢາເສບຕິດ ໄດ້ຈໍານວນ 6,585 ຄົນ ທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນປະມານ 500 ຄົນ, ຍຶດຢາບ້າໄດ້ 79 ລ້ານເມັດ, ປີ 2022 ມີການຍຶດຢາບ້າໄດ້ 139 ລ້ານເມັດ.