ຊາວບ້ານ ຢູ່ເມືອງບົວລະພາ ເດືອດຮ້ອນ ຈາກຣົຖຂົນແຮ່ທາດ

ຈຳປາທອງ
2024.01.31
ຊາວບ້ານ ຢູ່ເມືອງບົວລະພາ ເດືອດຮ້ອນ ຈາກຣົຖຂົນແຮ່ທາດ ຣົຖຂົນສົ່ງແຮ່ທາດຂອງບໍຣິສັດ ທີ່ແລ່ນຜ່ານບ້ານປະຊາຊົນ ເຂດເມືອງບົວລະພາ ແຂວງຄຳມ່ວນ ສ້າງຄວາມເດືອດຮ້ອນໃຫ້ຊາວບ້ານຫຼາຍ ເນື່ອງຈາກວ່າທາງເປັນຂີ້ຣົຖຫຼາຍໃນເວລາຣົຖແລ່ນ.
Courtesy Photo

ປະຊາຊົນ 19 ບ້ານ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ເປັນຕົ້ນບ້ານພະນັງ, ບ້ານຫລັງຄັງ ແລະບ້ານແສນພັນ ໄດ້ຮັບຜົລກະທົບໜັກ ເປັນເວລາຫລາຍປີແລ້ວ ຈາກຂີ້ຝຸ່ນໄງ່ ຍ້ອນຣົຖບັນທຸກຂົນແຮ່ທາດ ຂອງບໍຣິສັດວຽດນາມ ແລະບໍຣິສັດລາວ ແລະໃນປີນີ້ ກໍເຊັ່ນກັນ ພໍເຣີ່ມເຂົ້າຣະດູແລ້ງແລ້ວ ກໍມີຂີ້ຝຸ່ນເຕັມຖນົນ ປິວເຂົ້າບ້ານເຮືອນ ຂອງປະຊາຊົນ ທີ່ຢູ່ແຄມທາງ ຍ້ອນຣົຖແລ່ນທຸກມື້ ທັງເວັນ ແລະຄືນ.

ທີ່ຜ່ານມາ ປະຊາຊົນ ໄດ້ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາດັ່ງກ່າວ ແຕ່ມີພຽງເອົານໍ້າໄປຫົດທາງໃຫ້ໜ້ອຍດຽວ ເຮັດໃຫ້ເກີດບັນຫາ ຕໍ່ສຸຂພາບຂອງປະຊາຊົນ ເປັນຫວັດ, ເປັນໄອ, ເປັນພະຍາດທາງເດີນຫາຍໃຈ.

ດັ່ງຊາວບ້ານ ບ້ານຫລັງຄັງ ເມືອງບົວລະພາຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມົກກະຣານີ້ວ່າ:

ຜົລກະທົບຂີ້ຝຸ່ນແຫລະ ເຮັດໃຫ້ຫາຍໃຈຍາກ ເປັນພະຍາດກ່ຽວກັບປອດ. ມັນຫລາຍເລີຍເດ້ເອື້ນແຄມທາງນອນຫັ້ນ. ມັນມີແຕ່ຂີ້ຝຸ່ນ ທັງກິນຂີ້ຝຸ່ນນໍາຫັ້ນແຫລະ. ໃນແຄມທາງແມ່ນຫລາຍຄອບຄົວ ຫລາຍບ້ານ ແລ່ນທຸກມື້ທັງກາງເວັນ ກາງຄືນ. ເປັນແຕ່ດົນແລ້ວ ປັດຈຸບັນເຫັນແຕ່ເພິ່ນຮົດນໍ້າ ແຕ່ຮົດກໍຮົດແຕ່ຕອນແລງ ຮົດໜ້ອຍດຽວ. ໃຫ້ດີແທ້ກໍເຮັດທາງຢາງໃຫ້ກໍຄືຊິບໍ່ມີຝຸ່ນ.

ແລະປະຊາຊົນບ້ານປາກພະນັງ ໃນເມືອງດຽວກັນນີ້ ຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຄືກັນນັ້ນ ກໍເວົ້າວ່າ ຊາວບ້ານໄດ້ຮັບຜົລກະທົບ ມາຫລາຍປີແລ້ວ ຍ້ອນຣົຖຂົນແຮ່ທາດ ແລ່ນຜ່ານທັງເວັນ ທັງຄືນ, ແຕ່ຫົດນໍ້າໃຫ້ມື້ນຶ່ງເທື່ອດຽວ ແລະບາງບ້ານກໍບໍ່ຫົດນໍ້າໃຫ້ຊໍ້າ. ໃນຂະນະດຽວກັນ ຊາວບ້ານບ້ານປາກພະນັງ ຜູ້ນຶ່ງ ກໍເວົ້າວ່າ ຄອບຄົບຂອງຕົນ ກໍໄດ້ຮັບຜົລກະທົບທີ່ວ່ານັ້ນຄືກັນ ເດັກນ້ອຍເປັນຫວັດເປັນໄອກັນຫລາຍ.

ດັ່ງນັ້ນຈຶ່ງຢາກໃຫ້ທາງການ ແກ້ໄຂບັນຫາ ຮວມທັງຄວນຫົດນໍ້າທາງຢູ່ ຕລອດ ຍ້ອນວ່າ ບາງບ້ານກໍຫົດໃຫ້ ແລະບາງບ້ານກໍບໍ່ຫົດໃຫ້ເລີຍ.

ຜົລກະທົບກະຂີ້ຝຸ່ນຫັ້ນແລ້ວ ມັນຫລາຍນ່າເວົ້າແລ້ວກະດາຍ ເປັນມາດົນແລ້ວ ຫລາຍປີ. ຫລາຍບ້ານເລີຍ ບາງຄົນເຂົາກໍບໍ່ໄດ້ປ້ອງກັນແຫລະ. ຜ້າອັດປາກກໍ 2 ພັນແລ້ວ ຫົນທາງກໍເປ່ເພ ປີນີ້ເຂົາແກ່ຍາວເລີຍ ໄປຕລອດເລີຍແຫລະ. ກາງຄືນກໍຫື້ນໆຢູ່ນ່າ ຮົດນໍ້ານີ້ເຮົາເຫັນບາງບ້ານກໍບໍ່ໄດ້ຮົດ ບາງບ້ານເຂົາກໍຮົດໃຫ້ ຮົດທີດຽວມື້ນຶ່ງນ່າ. ປະຊາຊົນກິນຂີ້ຝຸ່ນຢູ່ໄທເຮົາເວົເາຫຍັງບໍ່ໄດ້ ຈໍາໃຈ ຢູ່ບໍ່ໄດ້ແລ້ວ.

ໃນຂະນະດຽວກັນ ຊາວບ້ານຫລັງຄັງ ອີກຜູ້ນຶ່ງກໍເວົ້າວ່າ ຕົນກໍໄດ້ຮັບຜົລກະທົບຄືທີ່ວ່ານັ້ນ ທຸກມື້ເຊັ່ນກັນ ເພາະພວກເຂົາແລ່ນຣົຖຢູ່ຕລອດ ເດັກນ້ອຍເປັນຫວັດ, ເປັນໄອກັນຫລາຍ, ຄວນຫົດນໍ້າທາງຢູ່ຕລອດ, ບໍ່ໃຫ້ຣົຖແລ່ນຣົຖໄວເກີນໄປ, ທາງທີ່ດີ ຄວນສ້າງທາງລາດຢາງ ເພື່ອບໍ່ໃຫ້ມີຂີ້ຝຸ່ນ.

ໄດ້ກິນຂີ້ຝຸ່ນທຸກມື້ເລີຍ ຂີ້ຝຸ່ມາກທາງໝົດເລີຍ. ບໍ່ເຫັນຫຍັງເລີຍ ແລ່ນທຸກມື້ກາງຄືນກໍແລ່ນ 1 ໂມງ, 2 ໂມງກໍແລ່ນ. ເປັນມາຫລາຍປີ 4-5 ປີ ຕັ້ງແຕ່ເຂົາແກ່ເຫລັກ ແກ່ອິຫຍັງນີ້ແຫລະ. ເດັກນ້ອຍກໍເປັນຫວັດເປັນໄອ ເພິ່ນຮົດທາງກໍມື້ລະເທື່ອ. ບໍ່ໄດ້ພໍປຽກ ຢາກໃຫ້ແກ້ໄຂກ່ຽວກັບແລ່ນໄວແລ້ວກະ ໃຫ້ຮັດທາງຫລາຍເທື່ອ ບໍ່ຊັ້ນກໍເຮັດທາງຢາງ.

01.png
ຣົຖຂົນສົ່ງແຮ່ທາດຂອງບໍຣິສັດ ທີ່ແລ່ນຜ່ານບ້ານປະຊາຊົນ ເຂດເມືອງບົວລະພາ ແຂວງຄຳມ່ວນ ສ້າງຄວາມເດືອດຮ້ອນໃຫ້ຊາວບ້ານຫຼາຍ ເນື່ອງຈາກວ່າທາງເປັນຂີ້ຣົຖຫຼາຍໃນເວລາຣົຖແລ່ນ. Courtesy Photo.

ກ່ຽວກັບບັນຫານດັ່ງກ່າວ ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ເມືອງບົວລະພາ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງເມືອງ ໄດ້ຮັບເຣື່ອງນັ້ນແລ້ວ ແລະກໍໄດ້ມີການປະຊຸມ ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ຊຶ່ງໃນເບື້ອງຕົ້ນນີ້ ໄດ້ໃຫ້ທັງ 4 ບໍຣິສັດ ຄືຂອງວຽດນາມ 2 ບໍຣິສັດ ແລະຂອງລາວ 2 ບໍຣິສັດ ນັ້ນ ແກ້ໄຂ ເປັນຕົ້ນໃຫ້ຫົດນໍ້າຫົນທາງຢູ່ຕລອດ.

ຫລີກລ່ຽງບໍ່ໄດ້ແລ້ວເນາະ ແຕ່ວ່າພວກເຮົາກໍຫາວິທີຢູ່ ມັນມີ 4 ບໍຣິສັດເນາະ. ໄດ້ແບ່ງກັນຖືວ່າ ວຽດມີ 2 ບໍຣິສັດ. ບໍຣິສັດລາວ 2. ໃຫ້ບໍຣິສັດດັ່ງກ່າວປະຕິບັດຕາມ ແຜນພວກເຮົາ. 1. ໃຫ້ເຂົາເຈົ້າຮົດນໍ້າ. 2. ທາງເປ່ເພໃຫ້ບໍຣິສັດ ແປງໃຫ້ດ່ວນ. ເວົ້າເຣື່ອງການແລ່ນຣົຖ ໃນເຂດຊຸມຊົນ ໃຫ້ແລ່ນຄວາມໄວຫລຸດລົງ ໄລຍະຫ່າງຂອງການແລ່ນຣົຖ ໃຫ້ແລ່ນ 100 ແມັດ ຂຶ້ນໄປ ບໍ່ໃຫ້ໃກ້ກັນຫລາຍ ເພາະວ່າເກີດຂີ້ຝຸ່ນ.

ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ກໍມີຫາງສຽງຈາກຊາວບ້ານຢູ່ຕລອດ, ທາງການກໍພະຍາຍາມແກ້ໄຂບັນຫາ ແລະຄຸ້ມຄອງຢູ່ຕລອດ ແຕ່ກໍບໍ່ສາມາດຫລີກລ່ຽງຂີ້ຝຸ່ນໄດ້. ໃນເບື້ອງຕົ້ນ ພົບວ່າ ມີ 19 ບ້ານ ທີ່ໄດ້ຮັບຜົລກະທົບຈາກຂີ້ຝຸ່ນ ໂດຍສະເພາະ ຊາວບ້ານທີ່ອາໄສຢູ່ແຄມທາງ ແລະວ່າ ມາເຖິງປັດຈຸບັນ ທາງການກໍຍັງບໍ່ມີງົບປະມານ ທີ່ຈະສ້ອມແປງ ຫລືສ້າງທາງລາດຢາງ ຕາມທີ່ປະຊາຊົນ ຮຽກຮ້ອງນັ້ນໄດ້, ແຕ່ໃນອະນາຄົດ ອາດມີໂຄງການສ້ອມແປງເສັ້ນທາງ ທີ່ເປ່ເພ ເພາະເປັນເສັ້ນທາງເຊື່ອມຕໍ່ ໄປຍັງແຂວງບໍລິຄໍາໄຊ ແລະອອກໄປທາງວຽດນາມ.

ຢູ່ປະເທດລາວ ພໍເຂົ້າສູ່ຣະດູແລ້ງ ຖນົນຫົນທາງເປ່ເພ ທີ່ຍັງບໍ່ທັນໄດ້ຮັບການສ້ອມແປງ ແລະບໍ່ແມ່ນເສັ້ນທາງລາດຢາງນັ້ນ ມີຂີ້ຝຸ່ນຫລາຍ ແລະໃນຕົ້ນປີ 2024 ນີ້ ຊາວບ້ານໃນເຂດອ້ອມແອ້ມ ໂຮງງານຊີເມັນ 3 ຢູ່ເມືອງວັງວຽງ ແຂວງວຽງຈັນ ໃນເຂດບ້ານຂັນໝາກ, ບ້ານໂພນຊູ ກໍໄດ້ຮັບຜົລກະທົບ ເຣື່ອງຂີ້ຝຸ່ນ ແລະມົລພິດທາງອາກາດ ຈາກຣົຖບັນທຸກແກ່ຫີນ ແກ່ຊາຍ ທີ່ແລ່ນເຂົ້າ-ອອກໂຮງງານ ໂດຍສະເພາະຊາວບ້ານ ທີ່ອາໄສຢູ່ໃກ້ແຄມທາງ. ຊາວບ້ານຈໍານວນນຶ່ງ ມີບັນຫາສຸຂພາບ ເປັນຫວັດ, ເປັນໄອ ແລະທາງບໍຣິສັດ ທີ່ໃຊ້ຣົຖບັນທຸກແລ່ນຜ່ານ ກໍບໍ່ເຄີຍມາຫົດນໍ້າທາງໃຫ້ ແລະຍາມກາງຄືນ ກໍໄດ້ຍິນສຽງດັງລົບກວນ ຈາກໂຮງງານນັ້ນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.