ຊາວບ້ານມະນີລາດ ເມືອງໄຊບູລີ ເດືອດຮ້ອນຈາກ ໂຮງງານແປ້ງມັນຕົ້ນ

ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ຈາກໂຮງງານຜລິດແປ້ງມັນຕົ້ນຂອງບໍຣິສັດ ລາວທີທີແອວ ທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ເຊິ່ງໄດ້ ສົ່ງກິ່ນເໝັນ, ປ່ອຍນໍ້າເສັຍລົງສູ່ແມ່ນໍ້າ ທັມມະຊາຕ ແລະສົ່ງສຽງດັງ ລົບກວນຊາວບ້ານ ໃນເວລານອນ.
ໄຊຍາ
2024.01.22
ຊາວບ້ານມະນີລາດ ເມືອງໄຊບູລີ ເດືອດຮ້ອນຈາກ ໂຮງງານແປ້ງມັນຕົ້ນ ໂຮງງານຜລິດແປ້ງມັນຕົ້ນ ລາວທີທີແອວ (Lao TTL) ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ວັນທີ 13 ມົກກະຣາ 2024.
ຂອບໃຈຮູບພາບຈາກ ວິດີໂອຂ່າວໂທລະພາບ ນະຄອນຫຼວງ vte9

ໂຮງງານຜລິດແປ້ງມັນຕົ້ນຂອງ ບໍຣິສັດລາວທີທີແອວ ພັທນາຄົບວົງຈອນ ທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ເຊິ່ງເປັນຂອງນັກລົງທຶນຄົນວຽດນາມ ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສົ່ງຜົລກະທົບຕໍ່ຊາວບ້ານໃກ້ຄຽງ, ສົ່ງກິ່ນເໝັນ, ປ່ອຍນໍ້າເສັຍລົງສູ່ແມ່ນໍ້າ ທັມມະຊາຕ ເຮັດໃຫ້ປາຕາຍຈຳນວນນຶ່ງ. ນອກຈາກນີ້ການຜລິດ ພາຍໃນໂຮງງານ ຍັງສົ່ງສຽງດັງ ລົບກວນຊາວບ້ານ ໃນຍາມກາງຄືນ ເວລານອນ ໄດ້ປະມານ 2 ເດືອນແລ້ວ ພາຍຫຼັງໄດ້ເຣີ່ມຜລິດ ຕັ້ງແຕ່ເດືອນພຶສຈິກາ 2023 ຈົນມາຮອດວັນທີ 16 ມົກກະຣາ 2024 ນີ້ ແລະຍັງສົ່ງກິ່ນເໝັນຢູ່.

ດັ່ງຊາວບ້ານ ບ້ານມະນີລາດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມົກຣາ ນີ້ວ່າ:

ເພາະວ່າເຂົາຫາກວ່າຜລິດມາໄດ້ 2 ເດືອນ ລະກາມິດເລີຍ ຂອງໂຮງງານວຽດ ແຕ່ສ່ວນຫຼາຍມັນຈະມີກິ່ນ ກັບສຽງ ກາງຄືນເຂົາກໍນອນໄດ້ ບໍ່ໄດ້. ໂຊນໃກ້ຄຽງຫັ້ນນ່າ ສົ່ງຜົລຕໍ່ສຸຂພາບ ລະບົບຫາຍໃຈ ໂດຍກົງ ແລ້ວກາສິ່ງແວດລ້ອມ ມັນກໍກະທົບກັບຄົນ ທີ່ຢູ່ໃຕ້ນໍ້າຫັ້ນແຫຼະ. ປາແມ່ນຫຍັງ ມັນກໍຕາຍເດ້. ເໝັນຄັກແຮງ ເໝັນແບບຢາກຮາກອອກເລີຍ. ກະແຖວວັດ ແຖວຫຍັງ ປະຊາຊົນຢູ່ບໍ່ໄດ້. ດຽວນີ້ເຂົາເຈົ້າກໍເດືອດຮ້ອນໝົດ.

ທ່ານໄດ້ກ່າວຕື່ມວ່າ ໂດຍສະເພາະວັດທັນໃຈ ເຂດບ້ານມະນີລາດ ທີ່ຕິດກັບໂຮງງານດັ່ງກ່າວນີ້ ໄດ້ຮັບຜົລກະທົບໂດຍກົງ ທັງກິ່ນເໝັນ, ສຽງ ແລະ ຝຸ່ນລະອອງ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ເມືອງໄຊບູລີໄດ້ລົງມາກວດກາ ໂຮງງານຫວ່າງໝໍ່ໆທີ່ຜ່ານມາ ເພື່ອໃຫ້ທາງໂຮງງານດັ່ງກ່າວ ແກ້ໄຂແລ້ວກໍຕາມ ກໍຍັງບໍ່ທັນດີຂຶ້ນເທື່ອ.

“ວັດມັນຕິດກັນເລີຍ ກັບໂຮງງານ. ເພິ່ນກາມີດັງ ຄືສູ່ເຮົາ ເພິ່ນກໍເໝັນ. ເພິ່ນລົງມາແລ້ວ ແຕ່ວ່າເພິ່ນເອົາຂໍ້ມູນຂຶ້ນໄປ ແລ້ວກາມີແຕ່ເຂົາເຈົ້າເຮັດບົດບັນທຶກວ່າ ມັນຈະແກ້ໄຂ ແຕ່ວ່າກໍຍັງບໍ່ມີການແກ້ໄຂຫັ້ນນ່າ ກໍມີຫາງສຽງປະຊາຊົນຂຶ້ນ.”

ຂະນະທີ່ຊາວບ້ານມະນີລາດ ທີ່ໄດ້ຮັບຜົລກະທົບອີກທ່ານນຶ່ງ ກ່າວວ່າ ໄດ້ຮັບຜົລກະທົບ ຈາກໂຮງງານຜລິດແປ້ງມັນຕົ້ນ ວຽດນາມດັ່ງກ່າວເຊັ່ນກັນ ໂດຍສະເພາະເຣື່ອງກິ່ນເໝັນເນົ່າ, ຂີ່ຣົຖຜ່ານກາງເວັນ ຍິ່ງເໝັນແຮງ, ຍາມລົມພັດ ກິ່ນເໝັນໄປທາງຂົວເຊບັ້ງໄຟ. ສ່ວນຄົນທີ່ເຮືອນໃກ້ຄຽງ ກັບໂຮງງານເກືອບຢູ່ບໍ່ໄດ້ ເພາະສະພາບອາກາດບໍ່ດີ ໂດຍສະເພາະຍາມກາງຄືນ ຈະເຣີ່ມເໜັນໜັກ ແລະທາງໂຮງງານດັ່ງກ່າວ ຍັງເຮັດວຽກບໍ່ຢຸດ ເຊິ່ງການຜລິລິດເຮັດໃຫ້ ສົ່ງສຽງດັ່ງລົບກວນຊາວບ້ານ ຖ້າເປັນໄປໄດ້ ຢາກໃຫ້ແກ້ໄຂດ່ວນ.

ດັ່ງທ່ານກ່າວວ່າ:

“ຕອນຄໍ່າມາລະແມ່ນເໝັນ ແບບເໝັນເລີຍນ່າ ເໝັນແບບເນົ່າໆເລີຍ. ອາກາດເສັຍເລີຍ ກາເກືອບຢູ່ບໍ່ຢາກໄດ້ພຸ້ນລະ. ຍັງບໍ່ທັນແກ້ໄຂເລີຍ ກາຍໄປກາຍມາ ລະເໝັນເວລາລົມພັດໄປ ມັນກໍເໝັນໄປທາງຂົວເຊເດ້. ຢາກໃຫ້ແກ້ໄຂ. ເອີ! ດີແທ້ກາງຄືນກໍບໍ່ຢາກໃຫ້ເຮັດວຽກ ຫັ້ນແຫຼະ.”

ເຈົ້າຂອງຮ້ານອາຫານ ໃນເຂດບ້ານມະນີລາດ ກ່າວວ່າ ສ່ວນໃຫຍ່ຊາວບ້ານ ທີ່ອາໄສຢູ່ທາງລຸ່ມເຂດບ້ານມະນີລາດ ຈະໄດ້ຮັບຜົລກະທົບໜັກ ໂດຍສະເພາະເຮືອນທີ່ຢູ່ໃກ້ໂຮງງານ ຈະໄດ້ຮັບຜົລກະທົບໜັກກ່ວາເຂດຂ້າງເທີງ ເຫັນຫຼາຍຄົນເວົ້າວ່າ ຮ້ານອາຫານບາງແຫ່ງ ໂຊນຕອນລຸ່ມເປີດ ແທບບໍ່ໄດ້ມີກິ່ນເໝັນແຮງ.

“ເຂດທາງເທີງນີ້ ບໍ່ເປັນຫຍັງມັນຢູ່ເທີງເດ້. ມັນກໍບໍ່ມີກິ່ນພວກຢູ່ລຸ່ມ ມັນກາມີຜົລກະທົບ. ເຂົາກາຍໄປແລ້ວ ເຂົາເວົ້າວ່າ ທາງລຸ່ມນ່າ ຂາຍອາຫານ ບໍ່ໄດ້. ມັນເໝັນຢູ່ທາງລຸ່ມນ່າ ມັນເປັນແບບເຂົາເຈົ້າໝັກແປ້ງ ໝັກຫຍັງ ຄືຫົວເຂົ້າປຸ້ນນີ້ນ່າ ແລ້ວມັນເໝັນ ບໍ່ແຕ່ວ່າອາຫານດອກ ເຮືອນຄົນກໍຢູ່ໃນຫັ້ນ ຄືກັນຫັ້ນແຫຼະ.”

ບັນຫາດັ່ງກ່າວນີ້ ຫ້ອງການຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງໄຊບູລີ ແຂວງສວັນນະເຂດ ຮ່ວມກັບຄະນະທີມງານ ຂັ້ນເມືອງ, ຂັ້ນບ້ານ, ຮອງເຈົ້າເມືອງໄຊບູລີ ໄດ້ລົງພົບທ່ານ ຟານເທເລືອງ ເຈົ້າຂອງໂຮງງານ ຜລິດແປ້ງມັນຕົ້ນ ລາວທີທີແອວ ພັທນາຄົບວົງຈອນ ໃນວັນທີ 10 ມົກກະຣາ 2024 ທີ່ຜ່ານມາ ເພາະການຄຸ້ມຄອງ ດ້ານສິ່ງແວດລ້ອມ ຈັດການບໍ່ໄດ້ເປັນຕົ້ນ ມີກິ່ນເໝັນ ຈາກການຜລິດ, ມີບັນຫາຝຸ່ນລະອອງ ໃນເວລາຂົນສົ່ງ ແລະສຽງດັງໃນການຜລິດ ຍາມກາງຄືນ.

ດັ່ງນັ້ນທາງຄະນະກັມມະການ ຕິດຕາມກວດກາໂຕຈິງ ໄດ້ສເນີໃຫ້ເຈົ້າຂອງໂຮງງານ ແນະນໍາ ແລະເຮັດບົດບັນທຶກ ເພີ່ມຕື່ມ ເນັ້ນໃຫ້ໂຮງງານ ເຮັດທຸກວິທີທາງ ເພື່ອບໍ່ໃຫ້ນໍ້າເສັຍ ທີ່ບໍ່ທັນບໍາບັດໄຫຼລົງສູ່ແຫຼ່ງນໍ້າທັມມະຊາຕ ແລະໃຫ້ໂຮງງານປົກປິດອ່າງນໍ້າເສັຍອ່າງ ທີ 2 ເຊິ່ງເປັນອ່າງທີ່ສົ່ງກິ່ນເໝັນ ໃຫ້ສຳເຣັດພາຍໃນ 1 ເດືອນ ແລະ ຈະມີນັກວິຊາການ ດ້ານສິ່ງແວດລ້ອມ ລົງກວດກາອີກເທື່ອນຶ່ງ ກ່ອນຈະເປີດຜລິດຢ່າງເປັນທາງການ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊບູລີ ແຂວງສວັນນະເຂດ ທີ່ຂໍສງວນຊື່ແລະຕໍາແໜ່ງກ່າວວ່າ ທາງໂຮງງານຜລິດແປ້ງມັນຕົ້ນ ດັ່ງກ່າວ ກຳລັງແກ້ໄຂກິ່ນເໝັນ ເຣີ່ມບໍ່ມີແລ້ວ ສາເຫດທີ່ແທ້ຈິງ ທີ່ມີນໍ້າເສັຍໄຫຼລົງສູ່ແມ່ນໍ້າທັມມະຊາຕ ຍ້ອນວ່າທໍ່ສົ່ງບໍາບັດແຕກ ທາງໂຮງງານ ບໍ່ໄດ້ຕັ້ງໃຈໃຫ້ເກີດຂຶ້ນ.

ທໍ່ທີ່ດູູດຈາກໂຮງງານຕິດຕາມບຳບັດ ມັນເປັນ ມັນແຕກ. ມັນເປັນອຸປັດຕິເຫດ ບໍ່ແມ່ນເຂົາຈົງໃຈ ທີ່ວ່າເອົາລົງມັນໄຫຼ ໄປມັນຮອດຈຸດໃດຈຸດນຶ່ງ ເພາະວ່າເຂົາເຈົ້າເຫັນກ່ອນຫັ້ນນ່າ. ທາງຂັ້ນເມືອງ ຂັ້ນຫຍັງກໍເບິ່ງຢູ່ເນາະ. ໄດ້ລົງໄປແນະນໍາ ໃຫ້ເຂົາເຈົ້າແກ້ໄຂ. ເຂົາເຈົ້າກໍເຮັດອ່າງທີ 1 ກໍອັດແລ້ວ ແລະອ່າງທີ 2 ກໍເຣີ່ມອັດ. ມື້ນີ້ກິ່ນມັນເຣີ່ມບໍ່ມີແລ້ວ.”

ໂຮງງານຜລິດແປ້ງມັນຕົ້ນ ລາວທີທີແອວ ພັທນາຄົບວົງຈອນ ຈໍາກັດ ທີ່ຕັ້ງຢູ່ເຂດບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ໄດ້ເຣີ່ມດຳເນີນການຜລິດແປ້ງມັນຕົ້ນ ແບບທົດລອງ ໃນວັນທີ 20 ພຶສຈິກກາປີ 2023 ທີ່ຜ່ານມານີ້ ແຕ່ຍັງບໍ່ທັນສົມບູນແບບ 100%.

ໂຮງງານຜລິດແປ້ງມັນຕົ້ນ ແມ່ນຜລິດເພື່ອຈໍາໜ່າຍ ແລະ ສົ່ງອອກສູ່ຕລາດພາຍໃນ ແລະ ຕ່າງປະເທດ, ສ່ວນດ້ານການຄຸ້ມຄອງ ສິ່ງແວດລ້ອມ ພາຍໃນ ແລະອ້ອມຂ້າງ ໂຮງງານ ໃນປັດຈຸບັນແມ່ນຍັງມີສິ່ງ ທີ່ຈັດການໄດ້ ແລະຈັດການບໍ່ໄດ້ຢູ່ ເຊິ່ງທາງການ ໃຫ້ແກ້ໄຂໃຫ້ສຳເຣັດ ພາຍໃນ 1 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.