ເຣື້ອງທີ່ເກັບບັນທຶກໄວ້
2022-11-29
ອຸປກອນ ທາງການແພດ 20 ປາຍຣາຍການ ຈະມອບໃຫ້ ໂຮງໝໍແຂວງຄໍາມ່ວນ ໃນໂຄງການ ນຶ່ງຄົນ ນໍາພາລອຍ ຫລາຍຄົນເປັນຜູ້ໃຫ້ ຂະນະທີ່ ທ່ານ ພາຄິດ ຄຳວິໄລສັກ ໄດ້ເດີນທາງໄປພົບ ຮອງເຈົ້າແຂວງ ແຂວງຄຳມ່ວນ ແລະ ຜູ້ອຳນວຍການ ໂຮງໝໍແຂວງຄຳມ່ວນ.
2022-11-28
ນະຄອນຫລວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ 100%, ພາຍຫລັງຊາວບ້ານ 115 ບ້ານ ພາກັນສ້າງວິດຖ່າຍ ແລະລະບົບນໍ້າລິນ ຕາມທິດຊີ້ນຳ ຂອງວຽກງານຊຸມຊົນ ເປັນເຈົ້າການ ດ້ານສຸຂອະນາໄມ ນັບແຕ່ປີ 2019-2022 ສ່ວນອີກຫຼາຍເມືອງ ຍັງບໍ່ສາມາດ ສ້າງວິດຖ່າຍໄດ້.
2022-11-23
ໃນໄລຍະ 1 ປີຜ່ານມານີ້ຕຳຣວດ ແຂວງຫລວງນໍ້າທາໄດ້ຂຶ້ນບັນຊີ ເປົ້າໝາຽຜູ້ຄ້າຂາຍ ທີ່ມີທັງຣາຍໃຫຍ່, ຣາຍຫຍ່ອຍ ສ່ວນຜູ້ເສພຢາເສພຕິດ ໃນທົ່ວແຂວງມີເຖິງ 8,000 ປາຍຄົນ ເຮັດໃຫ້ທາງແຂວງ ຂາດເຂີນສະຖານທີ່ບຳບັດ ແລະ ງົບປະມານ ໃນການບຳບັດ ຜູ້ຕິດຢາເສບຕິດ.
2022-11-22
ເກີດເຫດຍິງກັນຕາຍ ຢູ່ບ້ານ ສນາມໄຊ ນະຄອນ ໄກສອນພົມວິຫານ ແຂວງສວັນ ນະເຂດ ເຮັດໃຫ້ ທ້າວ ຊັນນີ ອາຍຸ 28 ປີ ຊາວ ບ້ານ, ບ້ານນາເຊັງເສັຽຊີວິຕ ສ່ວນຜູ້ກໍ່ເຫດ ແມ່ນທ້າວໄຊພາວັນ ມີໄຊ ອາຍຸ 18 ປີ ໄດ້ຫລົບໜີໄປ, ເຈົ້າໜ້າທີ່ຍັງຕາມຈັບໂຕຜູ້ກ່ຽວຢູ່ໃນເວລາ.
2022-11-22
ປະຊາຊົນເມືອງຊານໄຊ ແຂວງອັດຕະປື 12 ບ້ານ, ຈຳນວນ 1,100 ປາຍຄອບຄົວ ມີວິດຖ່າຍ ຊຶ່ງເມື່ອປີກາຍມີພຽງ 12 ຄອບຄົວ ແລະ ຄາດວ່າ 15 ບ້ານ ທີ່ຍັງບໍ່ມີວິດຖ່າຍ ຈະມີໃນປີໜ້າ.
2022-11-21
ສະຫະພາບຢູໂຣບ ແລະຢູນິເຊຟ ມອບອຸປກອນ ຄອມພິວເຕີ້ຣ໌, ແທັບເບລັດ ມູນຄ່າ 1.6 ລ້ານປາຍ ໂດລ້າຣ໌ສະຫະຣັຖ ເພື່ອຊ່ອຍເຫຼືອ ສປປ ລາວ ເກັບກຳຂໍ້ມູນ ດ້ານສາທາຣະນະສຸຂ, ສຸຂອະນາມັຍ, ສຸຂພາບ, ນ້ຳ ແລະ ໂພຊະນະການ ໃນທົ່ວປະເທດ.
2022-11-17
ເດັກນ້ອຍນັກຮຽນ ແລະຊາວບ້ານ ທີ່ເປັນຊົນເຜົ່າກຶມມຸ ແລະ ຊົນເຜົ່າມົ້ງ ຫຼາຍກວ່າ 200 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ຍັງຕ້ອງການເຄື່ອງບັນເທົາທຸກ, ຕ້ານພັຍໜາວ ແລະ ຄວາມທຸກຍາກ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ປື້ມຂຽນ, ບິກຂຽນ, ໝໍ້, ຄຸ, ຊາມ, ຖ້ວຍ-ບ່ວງ ເປັນຕົ້ນ.
2022-11-17
ທາງການລາວ ຍຶດຢາເສບຕິດໄດ້ຫລາຍຕັນ ສະເພາະ ຢູ່ນະຄອນຫລວງວຽງຈັນ, ແຕ່ 2021 ຫາ 2022 ນີ້ ຕໍາຣວດ ນະຄອນຫລວງ ຍຶດຢາບ້າໄດ້ 2.8 ຕັນ, ເຮໂຣອິນ 78 ກິໂລ, ເຄຕາມີນ 8.5 ກິໂລ, ຢາໄອ້ຊ໌ 40 ປາຍກິໂລ ແລະແປ້ງປະສົມ ຢາບ້າ 2,000 ປາຍກິໂລ.
2022-11-16
ອົງການພັທນາສາກົລ ຂອງປະເທດສະຫະຣັຖ ອາເມຣິກາ ຫຼື USAID ແລະ ອົງການອະນາມັຍໂລກ (WHO) ໄດ້ມອບອຸປະກອນ ທາງການແພດ ເພື່ອໃຊ້ໃນການ ປ້ອງກັນເຊື້ອໂຄວິດ-19 ແລະພຍາດ ຣະບາດອື່ນໆ ໃຫ້ແກ່ກະຊວງ ສາທາຣະນະສຸຂ ຂອງລາວ ໂດຍມີມູນຄ່າ ຮວມ 2,000,000 ໂດລ້າຣ໌ສະຫະຣັຖ.
2022-11-16
ຜແນກສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ອອກແຈ້ງການເກັບເງິນ ຈາກຫລາຍພາກສ່ວນ ເພື່ອເປັນທຶນສນັບສນຸນ ໃຫ້ຂະບວນນັກກິລາ ໃນຂະນະທີ່ ມີທັງຜູ້ທີ່ເຫັນດີນຳ ແລະ ຜູ້ທີ່ບໍ່ເຫັນດີ ໂດຍສະເພາະ ທາງພາກສ່ວນ ທີ່ກ່ຽວຂ້ອງ ຕ້ອງຂໍງົບປະມານຣັຖ ບໍ່ສົມຄວນເກັບ ນຳຜູ້ໄດ້ເງິນເດືອນໜ້ອຍ.
2022-11-15
ເກີດເຫຕຄົນງານຈີນຫຼາຍຄົນ ລຸມຕີຄົນລາວ ຢູ່ໂຮງງານຈີນແຫ່ງນຶ່ງ ເຂດເມືອງເຊໂປນ ແຂວງສວັນນະເຂດ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດລະບຸໄດ້ວ່າ ເປັນຍ້ອນຫຍັງ ແຕ່ບໍ່ວ່າສາເຫຕ ຈະມາຈາກຫຍັງກໍຕາມ ນີ້ບໍ່ແມ່ນເທື່ອທຳອິດ ທີ່ຄົນລາວຖືກກະທຳ ແລ້ວກໍມິດງຽບໄປ ໂດຍອຳນາດ ການປົກຄອງ ບໍສາມາດປົກປ້ອງ ປະຊາຊົນຂອງຕົນໄດ້.
2022-11-15
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນປະຕູ ການຄ້າຢາເສບຕິດ ທີ່ສ່ວນໃຫຍ່ ມາຈາກປະເທດພະມ້າ, ແຕ່ ປີ 2021 ມາຮອດປັດຈຸບັນ, ຕໍາຣວດເມືອງນີ້ ຍຶດຢາບ້າໄດ້ 49 ລ້ານປາຍເມັດ, ຢາໄອ້ຊ໌ 501 ກິໂລ, ຢາເຄຕາມິນ 67 ກິໂລ ລວມສິ່ງຂອງ ທີ່ໃຊ້ອຳນວຍຄວາມສະດວກ ໃນການຂົນຢາເສບຕິດ ອີກຫຼາຍຣາຍການ.
2022-11-09
ຢາບ້າ ຈຳນວນ 4,000,000 ເມັດ ແລະຣົຖກະບະວີໂກ້ ຂອງການ ຖືກເຈົ້າໜ້າທີ່ ຕຳຣວດ ເມືອງຕົ້ນເຜິ້ງ ຍຶດໄດ້, ສ່ວນຜູ້ຕ້ອງສົງສັຍ ຫຼົບໜີໄປໄດ້ ແລະປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ລະຫວ່າງ ການສືບຫາໂຕ ມາດໍາເນີນຄະດີ ຕາມກົດໝາຍຕໍ່ໄປ.
2022-11-08
ແກ້ງຄ້າ ກັນຊາອັດແທ່ງ ຖືກ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ຈັບກຸມ ແລະ ຍຶດ ຂອງການ ເປັນກັນຊາ ອັດແທ່ງ ມີປາຍທາງ ທີ່ປະເທດໄທຍ, ເຫດການ ດັ່ງກ່າວ ແລະ ການຄ້າຂາຍ ຢາເສບຕິດ ທີ່ຣະບາດໜັກໜ່ວງ ໃນລາວ ສ້າງຄວາມກັງວົນໃຈ ໃຫ້ປະຊາຊົນ.
2022-11-03
ຊາວບ້ານບໍ່ເຕັນ 380 ຄອບຄົວ ທີ່ຖືກໂຍກຍ້າຍ ຍ້ອນໂຄງການ ເຂດເສກິຈ ສະເພາະ ບໍ່ເຕັນແດນງາມມາໄດ້ເກືອບ 20 ປີແລ້ວ ແຕ່ຍັງບໍ່ມີນໍ້າປະປາໃຊ້, ຊຶ່ງຊາວບ້ານ ຈຳເປັນຕ້ອງໄດ້ຂຸດນໍ້າສ້າງ (ນ້ຳບາດານ) ໃຊ້ເອງ, ຫຼືໃຊ້ນໍ້າໃນນ້ຳຫ້ວຍ.