ຍຶດກັນຊາ ອັດແທ່ງ ຢູ່ທ່າແຂກ ຕຣຽມສົ່ງຂາຍ ຕ່າງປະເທດ
2022.11.08
ເມື່ອວັນທີ່ 6-7 ສິງຫາທີ່ຜ່ານມາ ກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ກັກໂຕ ກຸ່ມແກ້ງຄ້າ-ຂາຍ ກັນຊາອັດແທ່ງ ໄດ້ທັງໝົດ 5 ຄົນ ໃນນັ້ນເປັນຄົນລາວທັງໝົດ ທີ່ມີສ່ວນຮູ້ເຫັນ ລັກລອບຂົນກັນຊາອັດແທ່ງ ຈຳນວນ 722 ກິໂລກຣາມ ມາຈາກທາງພາກເໜືອຂອງລາວ ໂດຍມີປາຍທາງສົ່ງກັນຊາອັດແທ່ງຈຳນວນດັ່ງກ່າວໄປປະເທດໄທຍ.
ຫລ້າສຸດ ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ສອບສວນຂຍາຍຜົລ ເພື່ອຕິດຕາມຈັບພັກພວກຮ່ວມຂະບວນການ ມາດຳເນີນຄະດີ ແລ້ວສົງສຳນວນຄະດີໃຫ້ອັຍການ ແຂວງສຳເຣັດແລ້ວ ເຮັດໃຫ້ປັຈຸບັນ ຜູ້ຖືກກ່າວຫາ ທັງໝົດ 5 ຄົນນັ້ນ ຢູ່ໃນຄຸກຂອງແຂວງ ເພື່ອລໍຖ້າອັຍການແຂວງ ດຳເນີນຕາມຂັ້ນຕອນຕໍ່ໄປ
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ພຶສຈິການີ້ວ່າ:
“ສຳນວນອັນນີ້ ສົ່ງອັຍການໝົດແລ້ວເດີ້ ສົ່ງໄປສານແຂວງ ເປັນຜູ້ດຳເນີນລໍຖ້າສານຕັດສິນ ຕາມກົດໝາຍຫັ້ນແຫລະ ເພິ່ນ (ອັຍການ) ກໍຈະສເນີໄປຫາສານ ຕອນນີ້ ສຳນວນຄດີ ຍັງຢູ່ກັບອັຍການ, (ກັນຊາອັດແທ່ງ) ເພິ່ນຊິສົ່ງໄປໃສເນາະເປົ້າໝາຍໄທຍຫັ້ນແຫລະ.”
ເຈົ້າໜ້າທີ່ຕຳຣວດ ເມືອງທ່າແຂກ ສືບຮູ້ວ່າ ມີຜູ້ຖືກສົງສັຍ ທີ່ພົວພັນການຄ້າ-ຂາຍກັນຊາອັດແທ່ງ ຈຳນວນ 2 ຄົນ ຢູ່ບ້ານດອນປາແດກ ແລະ ບ້ານນາມັນປາ ເມືອງໜອງບົກ ແຂວງຄຳມ່ວນ ຈຶ່ງເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ ພົບກັນຊາ ຈຳນວນ 722 ກິໂລກຣາມ ໂດຍຜູ້ກ່ຽວສາຣະພາບວ່າ ໄດ້ສົ່ງກັນຊາອັດແທ່ງ ໄປຂາຍປະເທດໄທຍ ຫລາຍຄັ້ງແລ້ວ ພ້ອມຊັກທອດເຖິງ ຜູ້ຮ່ວມຂະບວນການເພີ່ມອີກ 3 ຄົນ ຢູ່ເມືອງຄຳເກີດ ແຂວງບໍຣະຄຳໄຊ ທີ່ລໍຖ້າຮັບກັນຊາອັດແທ່ງ ຢູ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ. ເຈົ້າໜ້າທີ່ຕຳຣວດ ຈຶ່ງເຂົ້າຈັບ ຜູ້ຖືກກ່າວຫາທັງ 3 ຄົນ ພ້ອມຍຶດຂອງກາງ ປະກອບດ້ວຍ ກັນຊາອັດແທ່ງ ແລະ ຣົຖກະບະ 2 ຄັນ ໄປດຳເນີນຄະດີຕາມລະບຽບກົດໝາຍ.
ດັ່ງເຈົ້າໜ້າທີ່ ປກສ ເມືອງໜອງບົກ ແຂວງຄຳມ່ວນ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍບໍ່ມີ (ປະຊາຊົນປູກ ແລະເສບກັນຊາ) ເດ້. ທາງເຮົາເປັນທາງຜ່ານໆຊື່ໆ. ໄທເຮົາ ມັນບໍ່ມີບ່ອນປູກ ເຂົານຳຈັບ ຊັກທອດ ຈາກເມືອງທ່າແຂກ ແລ້ວລົງມາເອົາ (ຜູ້ຖືກກ່າວຫາ).”
ຂະນະທີ່ ເດືອນມີນາ ທີ່ຜ່ານມາ ທ່ານ ພູວົງ ຫອມມະນີ ຮອງຫົວໜ້າ ຜແນກ ການຕ່າງປະເທດ ແຂວງຄຳມ່ວນ ໄດ້ຣາຍງານຕໍ່ ກອງປະຊຸມສລຸບ ວຽກງານຊາຍແດນ ປະຈຳປີ 2021 ແລະ ວາງທິດທາງແຜນປີ 2022 ວ່າ ແຂວງຄຳມ່ວນ ມີ 3 ເມືອງ ຄື ເມືອງທ່າແຂກ, ເມືອງຫິນບູນ ແລະ ເມືອງໜອງບົກ ທີ່ມີຊາຍແດນ ຕິດກັບປະເທດໄທຍ ເຊິ່ງໄລຍະນຶ່ງປີ ທີ່ຜ່ານມາ ຢູ່ລຽບຊາຍແດນ ຍັງມີສະພາບການຄ້າຂາຍຢາເສບຕິດ ເກີດຂຶ້ນ ໂດຍສະເພາະ ການລັກລອບ ຄ້າຂາຍຢາເສບຕິດ ປະເພດກັນຊາ ທີ່ເຈົ້າໜ້າກວດກາ ລາດຕະເວນ ແລະ ຍຶດໄດ້ 705 ກິໂລກຣາມ ແລະຍັງເປັນບັນຫາ ທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ. ບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ ເປັນເຂດບ້ານ ທີ່ຕິດແຄມທາງຫລວງແຫ່ງຊາຕ ເລຂທີ່ 13 ໃຕ້ ມີຄວາມໜ້າເປັນຫ່ວງ ຈະເປັນທາງຜ່ານ ລັກຂົນຢາເສບຕິດ ເນຶ່ອງຈາກ ເສັ້ນທາງດັ່ງກ່າວ ເປັນຖນົນໃຫຍ່ ແລະ ເປັນທາງລັດ ໄປໄດ້ຫລາຍເມືອງ ຫລາຍແຂວງ ເຮັດໃຫ້ເຈົ້າໜ້າທີ່ ຕຳຣວດ ແລະ ກອງຫລອນບ້ານ ບໍ່ສາມາດກວດກາ ເພື່ອປ້ອງກັນຄວາມສງົບ ໄດ້ທົ່ວເຖິງ ຈຶ່ງເຮັດໃຫ້ກຸ່ມຄ້າ-ຂາຍ ກັນຊາອັດແທ່ງ ໃຊ້ຊ່ອງທາງວ່າງ ທີ່ເຈົ້າໜ້າທີ່ກວດກາ ບໍ່ທົ່ວເຖິງ ນັດໝາຍສົ່ງກັນຊາ ອັດແທ່ງ.
ດັ່ງ ຊາວບ້ານ ຢູ່ບ້ານໂພນພິມ ເມືອງທ່າແຂກ ເເຂວງຄຳມ່ວນ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍມີຜົລສະທ້ອນ ຫລາຍອັນຫັ້ນແຫລະເນາະ ເພາະວ່າ ມາສ້າງບັນຫາ ລ້າງຄວາມຫຍຸ້ງຍາກ, ສ້າງຄວາມບໍ່ສງົບ ຢູ່ໃນຂອບເຂດ ເພາະວ່າ ບ້ານເຮົາ ຄືເວົ້າຫັ້ນແຫລະ ມັນເສັ້ນທາງລັດເນາະ ເສັ້ນທາງຫລວງແຫ່ງຊາຕ ມັນກໍຄືເວົ້າຫັ້ນແຫລະ ໃນການຄວບຄຸມ ໃນການຈຳກັດ ມັນກໍຈະພົບຄວາມຫຍຸ້ງຍາກ ມັນກໍບໍ່ທົ່ວເຖິງ.”
ຊາວບ້ານ ຢູ່ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ບໍ່ເຄີຍພົບເຫັນເຍົາວະຊົນ ຄົນຮຸ້ນໃໝ່ລາວ ຫລືຜູ້ໃຫຍ່ ເສບກັນຊາ ມີແຕ່ໄດ້ຍິນຂ່າວ ທີ່ເຈົ້າໜ້າທີ່ ຕຳຣວດ ຈັບພວກຄົນບໍ່ດີ ທີ່ຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ແລະ ກັນຊາ, ຊຶ່ງບ້ານດອນປາແດກ ກໍມີຄວາມໜ້າເປັນຫ່ວງ ທີ່ລູກ-ຫລານ ຈະມີສ່ວນພົວພັນ ຢາເສບຕິດທຸກປະເພດຫລາຍຂຶ້ນ ຫາກເຈົ້າໜ້າທີ່ ມີຈຳນວນບໍ່ພໍພຽງ ໃນການກວດກາ ລາດຕະເວນ ແລະ ປາບປາມຢ່າງທົ່ວເຖິງ ເນຶ່ອງຈາກເມື່ອບໍ່ດົນ ກໍເຫັນ ເຈົ້າໜ້າທີ່ ນຳໂຕຜູ້ໃຊ້ຢາເສບຕິດທຸກປະເພດ ປະມານ 100 ຄົນ ເຂົ້າໄປສຶກສາອົບຮົມ ເປັນເວລາ 15 ວັນ ເພື່ອບໍ່ໃຫ້ພວກເຂົາເຈົ້າ ກັບມານຳໃຊ້ ຢາເສບຕິດອີກ.
ດັ່ງ ຊາວບ້ານ ຢູ່ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ກ່າວໃນມຶ້ດຽວກັນນີ້ວ່າ:
“ມ່ວນ “ກໍຕ້ອງເປັຍຫ່ວງແຫລະເນາະ ເຂົາເອົາເຂົ້າສູບຢາ ນີ້ ກໍເຂດເຮົານີ້ ກໍມີເອົາແທ້ ເອົາວ່າ ກໍຫລາຍເຕີບຢູ່ 100 ປາຍຄົນ ເພິ່ນເອົາໄປເຂົ້າຝຶກອົບຮົມ 15 ວັນບໍໍ່ ແລ້ວກໍປ່ອຍອອກມາ.”
ສຳລັບຣາຍຊື່ ຜູ້ຕ້ອງຫາ 5 ຄົນ ໃນຄະດີມີສ່ວນພົວພັນ ຊື້-ຂາຍ ແລະ ສົ່ງຢາເສບຕິດ ປະເພດກັນຊາອັດແທ່ງ ເພື່ອສົ່ງຂາຍໄປປະເທດໃກ້ຄຽງ ໃນຄັ້ງນີ້ ປະກອບດ້ວຍ:
- ທ້າວ ເພັດທະນູສິນ ອາຍຸ 35 ປີ ຢູ່ບ້ານດອນປາແດກ,
- ທ້າວ ສີ ອາຍຸ 37 ປີ ຢູ່ນາມັນປາ ເມືອງໜອງບົກ,
- ທ້າວ ເຊັງຊົງ ອາຍຸ 33 ປີ ຢູ່ບ້ານໜອງຊົງ,
- ທ້າວ ເຊີນ ອາຍຸ 32 ປີ ຢູ່ບ້ານໂພນເພງ ແລະ
- ທ້າວ ຊຽງນາງ ອາຍຸ 35 ປີ ຢູ່ບ້ານໜອງປ່ອງ ເມືອງຄຳເກີດ ແຂວງບໍຣິຄຳໄຊ
ອີງຕາມຂໍ້ມູນ ຈາກສຳນັກຂ່າວ ປກສ (Lao security news). ເມື່ອເວົ້າເຖິງ ການຄ້າ-ຂາຍຢາເສບຕິດ ຢູ່ແຂວງຄຳມ່ວນແລ້ວ ກໍຖືວ່າ ເປັນແຂວງນຶ່ງ ທີ່ມີກຸ່ມຄົນບໍ່ດີ ທີ່ຄ້າ-ຂາຍຢາເສບຕິດ ເປັນຈຳນວນຫລາຍ, ເຊິ່ງໃນວັນທີ 19 ມົກກະຣາ ປີ 2017 ກໍມີ 1 ໃນຄະນະຜູ້ນຳ ວົງການຄ້າຢາເສບຕິດ ຂ້າມຊາຕ ຄື ທ້າວ ໄຊຊະນະ ແກ້ວພິມພາ ອັນເປັນໂຕແທນຊາວລາວ ທີ່ເປັນນັກຄ້າຢາເສບຕິດ ຣາຍໃຫຍ່ ມີພູມລຳເນົາ ຢູ່ບ້ານດອນລັບ ເມືອງຫິນບູນ ແຂວງຄຳມ່ວນ ຖືກເຈົ້າໜ້າທີ່ຕຳຣວດໄທຍ ຈັບ, ຍ້ອນເປັນຜູ້ຖືກກ່າວຫາ ມີສ່ວນຮູ້ເຫັນນຳຢາເສບຕິດ ປະເພດຢາບ້າ ຈຳນວນ 1 ລ້ານ 2 ແສນເມັດ ຈາກປະເທດລາວ ຂ້າມແດນໄປປະເທດໄທຍ ປີ 2016 ກ່ອນຈະສົ່ງໄປຈຳໜ່າຍທີ່ ພາກໃຕ້ຂອງປະເທດໄທຍ ແລະ ປະເທດມະເລເຊັຽ. ຫລ້າສຸດ ປີ 2018 ສານຊັ້ນຕົ້ນ ຂອງປະເທດໄທຍ ພິພາກສາ ໃຫ້ປະຫານຊີວິຕ ທ້າວ ໄຊຊະນະ ເຊິ່ງລາວເອງ ກໍໃຫ້ການຮັບສາຣະພາບ ຈຶ່ງພິພາກສາ ໃຫ້ຕິດຄຸກ ຕລອດຊີວິຕ.