ຊາວບ້ານ ຈໍານວນຫຼາຍ ໃນແຂວງຫົວພັນ ມີຖານະທຸກຍາກ

ສຸພັດຕາ
2022.11.17
ຊາວບ້ານ ຈໍານວນຫຼາຍ ໃນແຂວງຫົວພັນ ມີຖານະທຸກຍາກ ດ້ານນອກເຮືອນ (ຮູບຊ້າຍມື) ແລະດ້ານໃນເຮືອນ ຂອງຊາວບ້ານ ຜູ້ມີຖານນະທຸກຍາກ, ໃນແຂວງນຶ່ງ ທາງພາກເໜືອ ຂອງລາວ, ເດືອນນີນາ ປີ 2021.
ນັກຂ່າວ ພົລເມືອງ

ເດັກນ້ອຍນັກຮຽນ ແລະຊາວບ້ານ ທີ່ເປັນຊົນເຜົ່າກຶມມຸ ແລະ ຊົນເຜົ່າມົ້ງ ຫຼາຍກວ່າ 200 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ທີ່ຍັງບໍ່ທັນພົ້ນທຸກ ຕາມການປະເມີນ ຂອງເຈົ້າໜ້າທີ່ເມືອງ ຍັງຕ້ອງການເຄື່ອງບັນເທົາ ທຸກຕ້ານພັຍໜາວ ແລະ ຄວາມທຸກຍາກ ໂດຍສະເພາະ ກຸ່ມເດັກນ້ອຍນັກຮຽນ, ເດັກກໍາພ້າ (ພໍ່ ຫຼື ແມ່ຕາຍ), ກໍາພອຍ (ທັງພໍ່ ແລະ ແມ່ຕາຍປະແລ້ວ) ແລະເດັກນ້ອຍ ດ້ອຍໂອກາດ ກວມເອົາ 190 ປາຍຄົນ ທີ່ຍັງຕ້ອງການເຄື່ອງບັນເທົາທຸກ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ປື້ມຂຽນ, ບິກຂຽນ, ໝໍ້, ຄຸ, ຊາມ, ຖ້ວຍ, ບ່ວງ, ຢາສາມັນ ເພື່ອປິ່ນປົວພຍາດ ແລະ ເຂົ້າສານອາຫານແຫ້ງ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ອົງການກາແດງ ເມືອງວຽງໄຊ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ພຶສຈິກາ ນີ້ວ່າ:

“ເພິ່ນຂາດເຂີນຫຼາຍ ກະປະເພດເຄື່ອງນຸ່ງຫົ່ມເນາະ ແລ້ວກໍເຄື່ອງໃຊ້ ໃນການອຸປະກອນ ການຮຽນນີ້ແຫຼະ ເປັນໝໍ້ແຕ່ງກິນຫັ້ນແຫຼະເນາະ ເປັນຄຸ ເປັນຊາມ ຫຼືວ່າເປັນຖ້ວຍ ເປັນບ່ວງຈັ່ງຊີ້ນ່າ. ບາງຄອບຄົວ ເຂົາກໍຂາດເຂີນໄປແນວນີ້ ມັນບໍ່ພຽງພໍ ໄປແບບນີ້ ບາງເທື່ອຂາດເຂີນຫັ້ນກໍມີຫັ້ນ ແຕ່ວ່າມັນບໍ່ພຽງພໍເນາະ ຄືເວົ້າຫັ້ນແຫຼະ ມີແຕ່ໝໍ້ດວງດຽວ ຫຼືວ່າຖ້ວຍຈັກ 2-3 ໃບ ແລ້ວຈອກຫັ້ນນ່າ.”

ສາເຫດທີ່ຍັງເຮັດໃຫ້ ປະຊາຊົນພາຍໃນເມືອງວຽງໄຊ ຍັງຕ້ອງການເຄື່ອງບັນເທົາທຸກ ຍ້ອນວ່າ ພວກເຂົາເຈົ້າ ບໍ່ມີບ່ອນທໍາການຜລິດ  ເພື່ອເຮັດການກະເສຕ ທີ່ຈະສ້າງລາຍໄດ້ ທີ່ໝັ້ນຄົງໃຫ້ພວກເຂົາເຈົ້າ ອີກທັງ ພວກເຂົາເຈົ້າຈໍານວນນຶ່ງ ທີ່ມີເນື້ອທີ່ທໍາການກະເສຕ ພັດມີສຸຂພາບຮ່າງກາຍບໍ່ແຂງແຮງ ບໍ່ສາມາດທໍາມາຫາກິນໄດ້.

ດັ່ງເຈົ້າໜ້າທີ່ ອົງການກາແດງ ເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ເພາະວ່າເຮັດທຸຣະກິຈບໍ່ໄດ້ ກະບໍ່ມີເງິນ ບໍ່ມີເງິນຊື້ຈັ່ງຊີ້ເນາະເວົ້າຄວາມຈິງຫັ້ນນ່າ ຈໍານວນນຶ່ງ ກໍຍ້ອນວ່າ ສະພາບແວດລ້ອມເນາະ ບໍ່ມີເຂດທໍາການຜລິດ ຈໍານວນນຶ່ງກໍສຸຂພາບ ບໍ່ພຽງພໍຈັ່ງຊີ້ນ່າ ມັນເປັນແນວນັ້ນນ່າ ບວກໃສ່ ຄວາມດຸໝັ່ນ ກໍບໍ່ມີບໍ່ເຮັດໄດ້ ມັນມີອາການເຈັບເປັນ ຈໍານວນນຶ່ງ ມັນກໍເປັນແນວນັ້ນ ພາໃຫ້ມັນທຸກມັນຍາກ.”

ຢູ່ບ້ານອ່າງສັງ ເມືອງວຽງໄຊ ແຂວງຫົວພັນ ມີຊົນເຜົ່າລາວ ແລະ ຊົນເຜົ່າກຶມມຸ ອາສັຍຢູ່ທັງໝົດ 53 ຄອບຄົວ ໃນນັ້ນ ມີແຕ່ຊົນເຜົ່າກຶມມຸ ຈໍານວນ 23 ຄອບຄົວ ທີ່ຍັງມີຖານະທຸກຍາກ ແລະຊົນເຜົ່າກຶມມຸ ທີ່ມີຖານະທຸກຍາກ ຈໍານວນນີ້ ບໍ່ມີເນື້ອທີ່ທໍາການຜລິດ ເພື່ອສ້າງລາຍໄດ້ ຈຶ່ງເຮັດໃຫ້ປັດຈຸບັນ ຍັງພົບເຫັນເດັກນ້ອຍ ນັກຮຽນຊັ້ນປະຖົມແຕ່ ປ.1 ຫາ ປ.3 ປະລະການຮຽນ ຍ້ອນພໍ່ແມ່ ຜູ້ປົກຄອງ ບໍ່ມີເງິນຊື້ອຸປະກອນ ການຮຽນ ແລະເຄື່ອງນຸ່ງ ຂອງຖືໃຫ້ລູກຫຼານ ແລະຍັງພົບເຫັນ ເດັກນ້ອຍ ພາຍໃນບ້ານ ຂາດສານອາຫານ ຍ້ອນບໍ່ມີອາຫານກິນພຽງພໍ.

ດັ່ງຊາວບ້ານ ຢູ່ບ້ານອ່າງສັງ ເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ຄຸ້ມນຶ່ງ ເປັນເຜົ່າກຶມມຸ ເປັນຊົນເຜົ່າທີ່ທຸກຍາກ ເຄື່ອງນຸ່ງຖືກໍບໍ່ມີ ອະນຸບານເຮົາປະລະການຮຽນຫັ້ນ ຍັງມີ ເປັນບິກ ເປັນປື້ມຂຽນ ເຄື່ອງນຸ່ງຖື ຂອງລູກຫຼານຂອງພວກເຮົາ ຍັງຂາດເຂີນ ທາງພື້ນຖານເຮົານີ້ ກໍຍັງບໍ່ມີອັນສົ່ງເສີມໃຫ້ເພິ່ນ ກໍນຸ່ງຕາມສະພາບເດີມໆເຮົານີ້ແຫຼະ ເກົ່າໆຂາດໆມັນກໍຄາ ໄປທາງສຸຂສາຣາ ບ້ານພວກເຮົານີ້ ສົ່ງເສີມໃຫ້ລູກຫຼານ ເຮົາບໍ່ພຽງພໍເນາະ ເປັນຄົນເຕັ້ຽ ຄົນຈ່ອຍ ຂາດອາຫານ ຍັງມີຢູ່ເນາະ.”

ນັກຮຽນຊັ້ນມັທຍົມສຶກສາ ປີທີ 4 ຢູ່ໂຮງຮຽນມັທຍົມສົມບູນ ບ້ານວຽງໄຊ ເມືອງວຽງໄຊ ກ່າວວ່າ ໂຮງຮຽນແຫ່ງນີ້ ມີເດັກນ້ອຍ ນັກຮຽນຈາກເຂດຊົນນະບົດ ແລະ ເຂດໃນເມືອງ ເຂົ້າມາຮຽນ ກໍເຮັດໃຫ້ເຫັນວ່າ ໃນຫ້ອງຮຽນ ມີໝູ່ທີ່ມີຖານະທຸກຍາກ ບາງຄົນບໍ່ມີເຄື່ອງນຸ່ງຂອງຖືມາເຂົ້າຮຽນ ຍ້ອນພໍ່ແມ່ບໍ່ມີເງິນຊື້ໃຫ້ເຂົາເຈົ້າ ບາງເທື່ອກໍເຫັນໝູ່ໃນຫ້ອງຮຽນ ໄປຮັບຈ້າງເພື່ອຫາເງິນມາຊື້ເຄື່ອງນຸ່ງຂອງຖື ເຂົ້າໂຮງຮຽນດ້ວຍໂຕເອງ.

ດັ່ງນັກຮຽນ ຊັ້ນມັທຍົມສຶກສາ ປີທີ 4 ຢູ່ໂຮງຮຽນມັທຍົມສົມບູນ ບ້ານວຽງໄຊ ເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ກໍທຸກ ຄັນຜູ້ໃດທຸກ ຄັນຜູ້ໃດມີ ເຂົາກໍມີແບບເຄື່ອງນຸ່ງ ດຽວນີ້ກໍບໍ່ມີແລ້ວ ກໍປື້ມ ພໍ່ແມ່ເຂົາກໍບໍ່ມີເງິນຊື້ໃຫ້ ແລ້ວບາງມື້ ເຂົາກໍຊອກເອງ ກໍມີຫຼາຍຢູ່ ເຂົາມາບໍຣິຈາກ ເປັນເຄື່ອງນຸ່ງຫົ່ມແລ້ວກໍບິກ ເປັນປື້ມ ເຂົາຈະເກັບກໍາຂໍ້ມູນ ວ່າແຕ່ລະຄົນ ວ່າເປັນແນວໃດ ແລ້ວເຂົາກໍໃຫ້.”

ນອກຈາກນີ້ ຢູ່ບ້ານວຽງໄຊ ເມືອງວຽງໄຊ ເຊິ່ງເປັນເຂດໃນເມືອງ ແລະເປັນບ້ານທີ່ທາງການ ປະກາດ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແຕ່ປັດຈຸບັນ ໃນບ້ານວຽງໄຊ ກໍຍັງມີຄອບຄົວຂອງຊົນເຜົ່າມົ້ງ ຈໍານວນ 8 ຄອບຄົວ ທີ່ຍັງຕ້ອງການເຄື່ອງບັນເທົາທຸກ ໂດຍສະເພາະ ເຄື່ອງນຸ່ງຫົ່ມ ແລະ ເຂົ້າສານອາຫານແຫ້ງ ເນື່ອງຈາກຊາວບ້ານຈໍານວນ 8 ຄອບຄົວດັ່ງກ່າວນີ້ ບໍ່ມີເນື້ອທີ່ທໍາການຜລິດ ທີ່ຈະເຮັດການກະເສຕ ເພື່ອສ້າງລາຍໄດ້ ໃຫ້ຄອບຄົວໄດ້ ພວກເຂົາເຈົ້າເຮັດໄດ້ພຽງແຕ່ ເກັບເຄື່ອງປ່າຂອງດົງ ຫຼືເກັບຜັກຕາມແຄມຮົ້ວມາຂາຍ ເພື່ອສ້າງລາຍໄດ້ ເຊິ່ງມັນກໍບໍ່ພຽງພໍ.

ດັ່ງຊາວບ້ານ ຢູ່ບ້ານວຽງໄຊ ເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:

“ເອີ່ເດັກນ້ອຍຈໍານວນນຶ່ງ ມັນຄອບຄົວເຂົາມັນທຸກເນາະ ມັນພໍ່ແມ່ຂອງເຂົາ ມັນມີບາງຄອບຄົວ ມັນຫຼາຍລູກ ມີຄອບຄົວນຶ່ງຕໍ່ເຮືອນ ມີລູກຮອດ 8 ຄົນ ກໍຍັງມີນ່າ ເປັນຜ້າຫົ່ມກໍຜືນດຽວເນາະ ຜູ້ບໍ່ມີດິນດອນ ເຮັດການຜລິດ ເຮັດສວນເຮັດໄຮ່ບໍ່ມີເນາະ ຮອດຍາມຜັກ ຍາມໜໍ່ ມັນຂໍໂທດເນາະ ເພິ່ນກໍພາລູກຫັ້ນໄປ ເກັບຜັກເກັບຫຍ້າ ເກັບໜໍ່ມາຂາຍ.”

ທີ່ຜ່ານມາ ອົງການກາແດງ ເມືອງວຽງໄຊ ແຂວງຫົວພັນ ກໍເຄີຍແຈ້ງປຸກລະດົມ ບັນດາອົງການຈັດຕັ້ງ ທັງພາກຣັຖ ແລະ ເອກກະຊົນ, ບຸກຄົນ, ນິຕິບຸກຄົນທີ່ໃຈບຸນ ໃນທົ່ວສັງຄົມ ຂໍບໍຣິຈາກເຄື່ອງບັນເທົາທຸກ ເພື່ອຊ່ອຍເຫຼືອປະຊາຊົນ ແລະ ນັກຮຽນຜູ້ທີ່ທຸກຍາກຂາດເຂີນ, ດ້ອຍໂອກາດ ຢູ່ຂອບເຂດເມືອງວຽງໄຊ ແຕ່ເດືອນມິນາ ໄປເທື່ອນຶ່ງແລ້ວ ແຕ່ບໍ່ພຽງພໍ ມາຮອດເດືອນພຶສຈິກາ ຈຶ່ງເປີດຮັບຂໍບໍຣິຈາກເຄື່ອງບັນເທົາທຸກຕື່ມ ເນື່ອງຈາກ ອີງຕາມຂໍ້ມູນຫຼ້າສຸດ ເມື່ອສັປດາທີ່ແລ້ວ ທົ່ວເມືອງວຽງໄຊ ຍັງມີປະຊົນຊົນ ທີ່ຍັງບໍ່ຫຼຸດພົ້ນຈາກຄວາມທຸກຍາກ ຈໍານວນ 200 ປາຍຄອບຄົວ ຈາກທັງໝົດ 6,000 ປາຍຄອບຄົວ, ອີງຕາມຂໍ້ມູນຈາກຫ້ອງການ ອົງການກາແດງ ເມືອງວຽງໄຊ ແຂວງຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.