ທາງການລາວ ຍຶດຢາເສບຕິດໄດ້ ຈຳນວນ ມະຫາສານ

ຈຳປາທອງ
2022.11.17
ທາງການລາວ ຍຶດຢາເສບຕິດໄດ້ ຈຳນວນ ມະຫາສານ ຮູບໂຕຢ່າງ: ເຈົ້າໜ້າທີ່ຕຳຣວດ ສາມາດຈັບ ຜູ້ຄ້າຢາເສບຕິດ ປະເພດຕ່າງໆ ໄດ້ຫຼາຍຄົນ ພ້ອມຂອງກາງ ຫຼາຍຣາຍການ.
ຮູບພາບ: ປກສ

ໃນ 2 ປີມານີ້ ຣັຖບານລາວ ຍຶດຢາເສບຕິດໄດ້ຫລາຍຕັນ ສະເພາະ ຢູ່ນະຄອນຫລວງວຽງຈັນ, ນັບຕັ້ງແຕ່ປີ 2021 ຫາປີ 2022 ນີ້ ເຈົ້າໜ້າທີ່ຕໍາຣວດ ນະຄອນຫລວງ ຍຶດຢາບ້າໄດ້ທັງໝົດ 2.8 ຕັນ, ເຮໂຣອິນ 78 ກິໂລ, ເຄຕາມີນ 8.5 ກິໂລ, ຢາໄອ້ຊ໌ 40 ປາຍກິໂລ, ແປ້ງປະສົມຢາບ້າ 2,000 ປາຍກິໂລ ແລະສະສາງ ຄະດີຢາເສບຕິດໄດ້ 1,202 ຄະດີ ພ້ອມທັງກັກຕົວຜູ້ຖືກກ່າວຫາ 1,964 ຄົນ.ໃນນັ້ນເປັນແມ່ຍິງ 226 ຄົນ, ອີງຕາມການຣາຍງານ ຂອງຕໍາຣວດ ປ້ອງກັນຄວາມສງົບ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 16 ພຶສຈິການີ້.

ປັດຈຸບັນ ຢາເສບຕິດ ຢູ່ນະຄອນຫລວງ ຍັງມີຫລາຍຢູ່, ຍັງມີຜູ້ລັກລອບ ຄ້າຂາຍຢ່າງແນບນຽນ ດ້ວຍການດັດແປງ ອຸປກອນ ເຊື່ອງຊ້ອນຢາເສບຕິດ ໃນເວລາຂົນສົ່ງ, ເຄື່ອນຍ້າຍ ຮວມທັງສວຍໃຊ້ຊ່ອງຫວ່າງ ທາງກົດໝາຍ ຊຶ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍພະຍາຍາມສະກັດກັ້ນ ຢ່າງເຂັ້ມງວດ ແລະໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການແກ້ໄຂ ບັນຫາ ຂະນະທີ່ ນະຄອນຫລວງວຽງຈັນ ກໍເປັນທາງຜ່ານຂອງຢາເສບຕິດ ຮວມທັງໄປປະເທດໄທຍ ນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕໍາຣວດທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ພຶສຈິການີ້.

ເພາະມັນເປັນທາງຜ່ານ ເຂົາກະມາພັກໄວ້ ແລ້ວກະອອກໄທຍ ເພາະວ່າດຽວນີ້ ເຈົ້າໜ້າທີ່ເຮົາກະໄປຝັງຢູ່ຫັ້ນໝົດ ດຽວນີ້ເນາະເພາະວ່າ ທາງ ຣັຖບານລາວ ເປີດໂຕວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ຢາເສບຕິດເດ້ເນາະ ເປີດໃຫ້ທຸກໆພາກສ່ວນ ມີສ່ວນຮ່ວມໃນການແກ້ໄຂ ໄປໃສເຂົາພໍ້ ຫລືມີເບາະແສ ເຂົາກະຣາຍງານ ອິສັງຕ່າງໆ.

ທ່ານເວົ້າວ່າ ຫາກຄະດີ ກ່ຽວກັບຢາເສບຕິດໃດ ໄດ້ຖືກສານຕັດສິນແລ້ວ ກໍມອບຢາເສບຕິດ ນັ້ນໃຫ້ກົມຕໍາຣວດ ປ້ອງກັນຢາເສບຕິດ ກະຊວງປ້ອງກັນຄວາມສງົບ ທໍາລາຍຖິ້ມ.

ອັນທີນຶ່ງ ຖ້າຫາກເພິ່ນມອບໃຫ້ກະຊວງ ດໍາເນີນ ແລ້ວສານຕັດສິນ ທໍາລາຍຖິ້ມ ທໍາລາຍຈັ່ງຊີ້ເນາະ ເພິ່ນມີຄວາມເຫັນຈັ່ງຊັ້ນ ແຕ່ລະປີຈະເອົາໄປທໍາລາຍ ສ່ວນນຶ່ງ ຖ້ານະຄອນຫລວງ ເປັນຜູ້ດໍາເນີນ ເຂົາກໍຈະໄວ້ຢູ່ນະຄອນຫລວງ.

ກ່ຽວກັບບັນຫາ ຢາເສບຕິດນີ້ ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າວ່າ ຕົນຢ້ານລູກຫລານຂອງຕົນ ຈະໄປພົວພັນນໍາ, ຍ້ອນຢາເສບຕິດ ຈະຊອກຫາໄດ້ງ່າຍ, ຢ້ານລູກຫລານ ຂອງຕົນຕິດ ແລະເສັຍຄົນໄປ.

ກໍຢ້ານຫັ້ນແຫລະເນາະ ໂຕສິ່ງບໍ່ດີ ກໍຢ້ານລູກຫລານ ໄປພົວພັນຫັ້ນແລ້ວ ຜົນຮ້າຍຂອງຢາເສບຕິດ ອັນນຶ່ງເນາະ ກໍຄືວ່າເສັຽຄົນຫັ້ນແຫລະເນາະ ວ່າຊັ້ນສາ ບໍ່ໄດ້ໄປຮໍ່າ ໄປຮຽນ ແລ້ວກໍບໍ່ໄປຊອກຢູ່ ຫາເງິນ ນັ່ງກິນ ນອນກິນ ແລ້ວກະຂໍເອົານໍາພໍ່ແມ່ ບໍ່ມີກະເກີດຂ້າເກີດຕີ ໃນສະພາບຄອບຄົວ ໄປຊອກລັກຊອກຫຍັງ ຂອງຄົນອື່ນຫັ້ນແລ້ວ.

ທ່ານເວົ້າຕື່ມວ່າ ໄລຍະນີ້ ເປັນໄລຍະທີ່ເຈົ້າໜ້າທີ່ ຣາຍງານຜົລງານ ຂອງພວກເຂົາເຈົ້າ ກ່ຽວກັບເຣື່ອງຢາເສບຕິດ ຕາມວາຣະແຫ່ງຊາຕ, ມີການໂຄສະນາ ເຜີຍແພ່ ໃຫ້ປະຊາຊົນ ຮູ້ເຖິງຜົນຮ້າຍ ຂອງຢາເສບຕິດ, ແຕ່ກໍເຫັນວ່າ ບໍ່ໄດ້ເຮັດຢ່າງຈິງຈັງ ເທົ່າທີ່ຄວນ ຄື 1 ປີ ມີການໂຄສະນາ ຕ້ານຢາເສບຕິດ ເທື່ອນຶ່ງ.

ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າວ່າ ບັນຫາຢາເສບຕິດນີ້ ແມ່ນຖືວ່າຮ້າຍແຮງຫລາຍ ໃນສັງຄົມລາວ ປັດຈຸບັນ, ບໍ່ວ່າຈະຢູ່ໃສ ບ່ອນໃດກໍມີກັນທັງນັ້ນ, ຫາຊື້ໄດ້ງ່າຍ ແລະວ່າ ທີ່ຜ່ານມາ ຕົນກໍເຄີຍເຫັນ ຄອບຄົວນຶ່ງ ຜົວເສບຢາບ້າ ເມື່ອບໍ່ໄດ້ເສບ ກໍອາລາວາດ ເຮັດໃຫ້ເມັຽ ແລະລູກຕົກຢູ່ໃນຄວາມສ່ຽງ. ຕົນຢາກໃຫ້ທາງເຈົ້າໜ້າທີ່ ສືບຕໍ່ໂຄສນາ ຕ້ານຢາເສບຕິດ ຢ່າງຕໍ່ເນື່ອງ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນ ຮວມເຖິງຊາວໜຸ່ມ ໄປພົວພັນ ກັບເຣື່ອງຢາເສບຕິດ.

ດັ່ງທີ່ທ່ານກ່າວວ່າ:

ບໍ່ວ່າແຕ່ນະຄອນຫລວງ ທຸກແຂວງຫັ້ນນ່າ. ຄົນທີ່ຕິດ ແຂາແຮງຊອກຊື້ ກິນງ່າຍກະເຄີຍເຫັນຢູ່ຫັ້ນນ່າ ຄອບຄົວນຶ່ງເນາະ ແລ້ວແມ່ນຜົວກິນ ບາດນີ້ຫັ້ນ ເຂົາກະໃຈຮ້າຍ ບໍ່ຮູ້ລູກບໍ່ຮູ້ວ່າເມັຽເດ້ ແລ້ວກະອາລະວາດ ກໍມີຄວາມຮຸນແຮງຕີກັນກະມີ. ບໍ່ເຄີຍເຫັນ ແບບພວກເຈົ້າໜ້າທີ່ ລົງຕິດຕາມ ສະເພາະວຽກນີ້ ບໍ່ເຄີຍເຈີ ຢາກໃຫ້ຕິດຕາມຫັ້ນນ່າ.

ພ້ອມດຽວກັນນັ້ນ ຊາວບ້ານອີກຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ທຸກມື້ນີ້ ເຫັນເຂົາເຈົ້າວ່າ ລາຄາຢາບ້າຖືກຫລາຍ, ມີເງິນພຽງ 5 ພັນ 10 ພັນກີບ ກໍສາມາດຊື້ເສບໄດ້ແລ້ວ ແລະບໍ່ແມ່ນແຕ່ຊາວໜຸ່ມ ຜູ້ເຖົ້າ ຜູ້ແກ່ ກໍເສບເຊັ່ນກັນ, ລັກເສບ, ລັກຊື້, ລັກຂາຍ. ບາງຄົນເສບແລ້ວ ກໍວຸ້ນວາຍ ອາລະວາດ.

ໄດ້ຍິນຜູ້ນັ້ນວ່າຢູ່ 5 ພັນ 10 ພັນກະມີແບບນີ້ນ່າ. ມັນບໍ່ແມ່ນແຕ່ວັຍລຸ້ນ ເຜີໆຜູ້ເກົ່າກໍຍັງມີ ມັນເປັນແບບວ່າ ຮັບມາຈໍາໜ່າຍຢູ່ຈຸດນັ້ນຈຸດນີ້ ເມົາມາແລ້ວກໍອາລະວາດວຸ້ນວາຍ.

ຢາເສບຕິດ ທີ່ມີຢູ່ນະຄອນຫລວງວຽງຈັນ ສ່ວນໃຫຍ່ ຈະຖືກຂົນມາຈາກ ແຂວງບໍ່ແກ້ວ ຊຶ່ງເປັນແຂວງ ທີ່ມີຄົນລັກລອບ ຂົນຈາກປະເທດ ພະມ້າ ເຂົ້າມາ.

ເວົ້າສະເພາະ ຢູ່ແຂວງບໍ່ແກ້ວ ພັນໂທ ຈັນພອນເພັດ ຄໍາສີ ຮອງຫົວໜ້າ ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ກ່າວໃນໂອກາດ ການສເລີມ ສລອງ ວັນແຫ່ງຊາຕ ຕ້ານຢາເສບຕິດ ຄົບຮອບ 20 ປີ 2001-2021, ແລະທໍາລາຍຢາເສບຕິດ ປະເພດຕ່າງໆ ໃນມື້ວັນທີ 15 ຕຸລາທີ່ຜ່ານມາວ່າ ຕະຫລອດໄລຍະ 1 ປີ ຜ່ານມາ ສາມາດຍຶດຢາເສບຕິດ ປະເພດຕ່າງໆໄດ້ ຄືຢາບ້າ 23,151,800 ປາຍເມັດ, ຢາໄອ້ຊ໌ 866 ກິໂລ, ເຮໂລອິນ 60 ກິໂລ ແລະ ພັນໂທ ພົງພັກ ແດນທະນາ ຫົວໜ້າກອງບັນຊາການ ຕໍາຣວດປ້ອງກັນ ຄວາມສງົບ ເມືອງຕົ້ນເຜິ້ງ ກໍໃຫ້ສັມພາດ ຕໍ່ສື່ມວນຊົນ ປກສ ໃນມື້ວັນທີ 7 ພຶສຈິການີ້ວ່າ ຜ່ານການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນໄລຍະທີ 1 ສາມາດຍຶດຢາບ້າໄດ້ 49,108,000 ເມັດ, ຢາໄອ້ຊ໌ 501 ກິໂລ, ເຄຕາມິນ 67 ກິໂລ ແລະເຄື່ອງຂອງຕ່າງໆ ອີກຈໍານວນໜຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.