ຊາວບ້ານ ບ້ານບໍ່ເຕັນ ບໍ່ມີນ້ຳປະປາໃຊ້
2022.11.03
ຊາວບ້ານ 380 ຄອບຄົວຢູ່ບ້ານບໍ່ເຕັນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ທີ່ຖືກໃຫ້ໂຍກຍ້າຍບ່ອນຢູ່ອາສັຍ ຍ້ອນໂຄງການ ເຂດເສກິຈ ສະເພາະ ບໍ່ເຕັນແດນງາມ ມາຕັ້ງແຕ່ປີ 2003 ແລະ 2004 ນັ້ນ, ມາຮອດປັດຈຸບັນ ກໍຍັງບໍ່ທັນມີນໍ້າປະປາໃຊ້ເທື່ອ, ຫລາຍຄົນຕ້ອງໄດ້ອາສັຍນໍ້າສ້າງ, ນໍ້າຫ້ວຍ ຫລືນໍ້າບາດານ ໃນແຕ່ລະມື້. ຍ້ອນຍັງບໍ່ທັນມີໂຄງການ ຕິດຕັ້ງລະບົບນໍ້າປະປາ ຢູ່ເຂດບ້ານດັ່ງກ່າວ, ເຮັດໃຫ້ຊາວບ້ານຂາດເຂີນ ນໍ້າໃຊ້, ນໍ້າກິນ ເປັນຕົ້ນໃນຣະດູແລ້ງ ຂອງແຕ່ລະປີ. ຊາວບ້ານຮຽກຮ້ອງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫາ ດັ່ງກ່າວ.
ດັ່ງຊາວບ້ານ ບ້ານບໍ່ເຕັນ ນາງນຶ່ງເວົ້າຕໍ່ວີທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ພຶສຈິການີ້ວ່າ:
“ໂຄງການນໍ້ານີ້ແຫລະ ສໍາຄັນຫລັກ ບໍ່ມີແລ້ວຕິເບາະ ບໍ່ເຫັນຜູ້ໃດມາ ດຽວນີ້ບໍ່ມີຫຍັງເກີດຂຶ້ນ ທໍາອິດວ່າມີ ດຽວນີ້ຫັ້ນມິດໄປແລ້ວ ຂໍໄປເທົ່າໃດກະບໍ່ໄດ້ເດ໋ ໂອ໋ ຂອງຈຸເອື້ອຍນີ້ບໍ່ໄດ້ມີນໍ້າສ້າງເດ໋ ຂຸດນໍ້າບໍ່ເອົາເດ໋.”
ໃນຂະນະດຽວກັນ ຊາວບ້ານຢູ່ບ້ານນີ້ອີກຜູ້ນຶ່ງ ກໍເວົ້າວ່າ ໃນໄລຍະທໍາອິດ ຫລັງຈາກຖືກໃຫ້ໂຍກຍ້າຍ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໃຫ້ການຊ່ອຍເຫລືອ ຊາວບ້ານເປັນຢ່າງດີ, ແຕ່ຕໍ່ມາ ໂຄງການຊ່ອຍເຫລືອນັ້ນກໍມິດໄປ. ຕົນເອງກໍເຫັນວ່າ ທຸກມື້ນີ້ ຊາວບ້ານຫລາຍຄົນ ຍັງປະສົບບັນຫາໃນຊີວິຕ ປະຈໍາວັນຢູ່ ໂດຍສະ ເພາະເຣື່ອງບໍ່ມີນໍ້າປະປາໃຊ້.
“ເຂດເສຖກິດຫັ້ນເຄີຍຖືກ ຍ້ອນຢາຍປີ 2003 ພຸ້ນກະຖືວ່າສມັຍນັ້ນ ກະສົມຄວນຢູ່ ສ່ວນຫລາຍແມ່ນນໍ້າປະປາ ທາງບ້ານນີ້ ນໍ້າບໍ່ຄ່ອຍພໍໃຊ້ ຍາມແລ້ງ ເດືອນ 1, 2, 3, 4, 5 ນໍ້າບໍ່ຄ່ອຍພໍໃຊ້ປານໃດ ອັນອື່ນໆ ຊາວບ້ານເຮົາຂຶ້ນໄປສເນີ ເຂົາເຈົ້າຊ່ວຍໄດ້ກໍຊ່ວຍຢູ່.”
ຜູ້ປະກອບການ ເຮືອນພັກແຫ່ງນຶ່ງ ຢູ່ບ້ານບໍ່ເຕັນ ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ກໍຍັງບໍ່ທັນໄດ້ຍິນ ຂ່າວເທື່ອວ່າ ຈະມີໂຄງການຕິດຕັ້ງນໍ້າປະປາ ໃນເຂດບ້ານນີ້, ຊາວບ້ານຫລາຍຄອບຄົວ ມີຂໍ້ຈໍາກັດໃນການໃຊ້ນໍ້າ ໃນແຕ່ລະມື້ ແລະຂາດເຂີນນໍ້າ ໃນຣະດູແລ້ງ, ແມ່ນແຕ່ເຮືອນພັກ ຂອງນາງເອງ ກໍເຄີຍປະສົບບັນຫານີ້.
“ໂຄງການຊ່ວຍເຫລືອນໍ້າປະປາ ບໍ່ມີໂຄງ ການອີ່ສັງນ່າ ຢູ່ບໍ່ເຕັນນີ້ ບໍ່ມີເທື່ອໄດ໋ນໍ້າປະປາ ໃຊ້ນໍ້າສ້າງນໍ້າຫ້ວຍ ນໍ້ານີ້ຊ່ວງນີ້ນິກະພໍຢູ່ ຍາມແລ້ງນີ້ເດືອນ 4 ເດືອນຫ້າມານີ້ ນໍ້າບໍ່ພໍແຫລະ.”
ສໍາລັບ ພາກສ່ວນ ທຸຣະກິຈທົ່ວໄປ ເປັນຕົ້ນ ຮ້ານອາຫານ, ໂຮງແຮມ, ເຮືອນພັກ ຫລື ຮ້ານຄ້າ ຢູ່ໃນເຂດເສຖກິຈ ດັ່ງກ່າວ ແມ່ນມີນໍ້າປະປາໃຊ້ ຍ້ອນມີນໍ້າປະປາຢູ່ໃນເຂດນັ້ນຢູ່ແລ້ວ, ບໍ່ມີບັນຫາຄືກັນກັບຢູ່ເຂດບ້ານບໍ່ເຕັນ.
ດັ່ງຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ໃນເຂດເສຖກິຈ ສະເພາະບໍ່ເຕັນແດນງານ ເວົ້າວ່າ:
“ເຂົາເຈົ້າດຶງມາໃຫ້ແລ້ວ ນໍ້າປະປາ ແບບໃຊ້ຢູ່ຮ້ານ ແບບຫັ້ນນີ້ມີແລ້ວ ມີໃຫ້ໃຊ້ເລີຍນໍ້າປະປາ ນໍ້າປະປາແບບເຂົາເຮັດນໍ້າດື່ມ ຫັ້ນແຫລະ ນອກຈາກຫັ້ນບໍ່ມີ ບໍ່ທັນມີເທື່ອ.”
ເພື່ອຂໍຮູ້ຂໍ້ມູນ ກ່ຽວກັບເຣື່ອງທີ່ວ່ານີ້ ເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຣັຖວິສາຫະກິຈ ນໍ້າປະປາແຂວງຫລວງນໍ້າທາ, ເຈົ້າໜ້າທີ່ນາງນຶ່ງເວົ້າວ່າ ປັດຈຸບັນ ມີບໍຣິສັດເອກຊົນແຫ່ງນຶ່ງ ກໍາລັງສໍາຣວດພື້ນທີ່ຢູ່ເຂດບ້ານບໍ່ເຕັນ ເພື່ອວາງແຜນຕິດຕັ້ງ ລະບົບນໍ້າປະປາ ຢູ່ບ້ານນັ້ນ ແຕ່ຍັງບໍ່ຮູ້ເທື່ອວ່າ ຈະເຣີ່ມສ້າງເມື່ອໃດ.
“ບໍ່ເຕັນເຮົາຍັງບໍ່ມີໂຄງການ ເຮົາບໍ່ເຮັດນໍ້າປະປາ ໄປທາງຫັ້ນເທື່ອ ກຳລັງລົງມື ສໍາຣວດວ່າຊີ້ ມັນເປັນບໍຣິສັດ ສະຫວັນຄໍາ ມັນເປັນຂອງເອກກະຊົນ.”
ນອກຈາກນໍ້າປະປາແລ້ວ ຊາວບ້ານບ້ານບໍ່ເຕັນ ຈໍານວນນຶ່ງ ກໍໄດ້ຮຽກຮ້ອງໃຫ້ ມີໂຄງການຊ່ອຍເຫລືອອື່ນໆ ເຂົ້າມາໃນເຂດບ້ານ ເປັນຕົ້ນ ໂຄງການສົ່ງເສີມອາຊີພ ແລະສ້າງ ລາຍໄດ້ໃຫ້ຊາວບ້ານ. ກ່ຽວກັບເຣື່ອງທີ່ວ່ານີ້ ເມື່ອບໍ່ດົນຜ່ານມາ ທ່ານ ກົມແສງ ແກ້ວແກ່ນຈັນ ນາຍບ້ານ ບ້ານບໍ່ເຕັນ ໄດ້ກ່າວຕໍ່ນັກຂ່າວ ສະຖານີໂທຣະພາບ ສູນກາງຈີນ (China Media Group) ວ່າ ໃນແຜນການພັທນາ 5 ປີຕໍ່ໜ້າ ແມ່ນຈະສືບຕໍ່ ສ້າງອາຊີພ ໃຫ້ຊາວບ້ານຕໍ່າຫູກ, ທໍໄໝ ແລະປູກເຫັດ ເພື່ອບໍ່ໃຫ້ຊາວບ້ານ ໄປເຮັດວຽກຢູ່ບ່ອນອື່ນ ແລະຖ້າຫາກວ່າ ທາງການຈີນ ເປີດດ່ານສາກົລ ໃຫ້ຄົນຈີນເຂົ້າມາທ່ຽວລາວ ໄດ້ຕາມປົກກະຕິແລ້ວ ກໍຈະເຮັດໃຫ້ຊາວບ້ານ ມີລາຍໄດ້ນໍາດ້ວຍ, ອີງຕາມຣາຍງານ ຂອງວິທຍຸສາກົລ ແຫ່ງປະເທດຈີນ ເມື່ອວັນທີ 1 ພຶສຈິການີ້.
ເຂດເສຖກິຈ ສະເພາະ ບໍ່ເຕັນແດນງາມ ມີ 360 ວິສາຫະກິຈຈີນ. ເຂດເສຖກິຈ ສະເພາະນີ້ ມີເນື້ອທີ່ 1,640 ເຮັກຕ້າຣ໌. ມາເຖິງປັດຈຸບັນ ໄດ້ບຸກເບີກໄປແລ້ວ 600 ເຮັກຕ້າຣ໌ ເປັນຕົ້ນ ໄດ້ສ້າງເສັ້ນທາງ, ຕຶກອາຄານ, ໂຮງແຮມ, ສູນການຄ້າ ແລະອື່ນໆ, ອີງຕາມຣາຍງານ ຂອງວິທຍຸແຫ່ງຊາຕ (ລາວ) ເມື່ອເດືອນສິງຫາ ທີ່ຜ່ານມານີ້.