ບໍ່ແກ້ວ ກາຍເປັນປະຕູ ການຄ້າຢາເສບຕິດ ທີ່ມາຈາກພະມ້າ
2022.11.15

ນັບຕັ້ງແຕ່ປີ 2021 ມາຮອດປັດຈຸບັນ ຕໍາຣວດປ້ອງກັນຄວາມສງົບ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 49 ລ້ານປາຍເມັດ, ຢາໄອ 501 ກິໂລ ແລະຢາເຄຕາມິນ 67 ກິໂລ. ປີ 2020 ຕໍາຣວດແຂວງບໍ່ແກ້ວຍຶດຢາບ້າໄດ້ 1,240,000 ປາຍເມັດ. ການທີ່ຕໍາຣວດ ຍຶດຢາເສບຕິດໄດ້ ຫລາຍຂຶ້ນນັ້ນ ສ່ວນນຶ່ງກໍເປັນຍ້ອນພວກຄ້າ ຂາຍຢາເສບຕິດ ບໍ່ຢ້ານລະບຽບກົດໝາຍ ຂອງລາວ. ທີ່ຜ່ານມາ ສ່ວນຫລາຍ ຕໍາຣວດຍຶດຢາເສບຕິດໄດ້ ລະຫວ່າງເມືອງຕົ້ນເຜິ້ງ ແລະເມືອງຫ້ວຍຊາຍ ທີ່ເປັນຈຸດເຊື່ອມຕໍ່ກັບເຂດສາມຫລ່ຽມຄໍາ. ເມື່ອຢາເສບຕິດ ຖືກນໍາເຂົ້າມາລາວໄດ້ແລ້ວ ສ່ວນໃຫຍ່ຈະຖືກຂົນສົ່ງ ໄປນະຄອນຫລວງວຽງຈັນ.
ດັ່ງເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຢູ່ເມືອງຕົ້ນເຜິ້ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ພຶສຈິການີ້ວ່າ:
“ເພາະເຂົາຄ້າເພີ່ມຂຶ້ນ ປະລິມານເພີ່ມຂຶ້ນ ມັນທ້າທາຍ ມັນເອົາໄປເປັນຄັນຣົຖ ມັນບໍ່ຄືແຕ່ກ່ອນ. ແຕ່ກ່ອນມັນເອົາໄປໜ້ອຍ ເຮົາຍຶດໄດ້ນີ້ຍຶດໄດ້ລະຫວ່າງຕົ້ນເຜິ້ງ ກັບຫ້ວຍຊາຍ ມັນກໍເປັນຈຸດເຊື່ອມ ສາມຫລ່ຽມຄໍາ ເອົາມາຈາກເພື່ອນບ້ານ ແລ້ວລົງໄປນະຄອນຫລວງ.”
ເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກໍເວົ້າໃນທໍານອງ ດຽວກັນນັ້ນວ່າ ບັນຫາຢາເສບຕິດ ຢູ່ແຂວງບໍ່ແກ້ວ ທີ່ມີຄົນລັກລອບ ນໍາເຂົ້າມາຫລາຍນັ້ນ ສາເຫດນຶ່ງກໍຍ້ອນວ່າ ເມືອງຕ່າງໆ ຂອງແຂວງບໍ່ແກ້ວ ເປັນຈຸດເຊື່ອມຕໍ່ກັບ ປະເທດພະມ້າ ແລະໄທຍ, ພວກເຂົາສາມາດລັກລອບ ນໍາຢາເສບຕິດ ເຂົ້າມາໄດ້ຫລາຍເສັ້ນທາງ ຮວມທັງຜ່ານປ່າດົງຕຶບໜາ ບ່ອນທີ່ເຈົ້າໜ້າທີ່ ເຂົ້າໄປເຖິງໄດ້ຍາກ.
ທ່ານກ່າວວ່າ ຢາເສບຕິດ ທີ່ຖືກນໍາເຂົ້າມາ ຜ່ານແຂວງບໍ່ແກ້ວນີ້ ສ່ວນໃຫຍ່ຈະມາຈາກກຸ່ມ ວ້າແດງ ໃນປະເທດພະມ້າ ທີ່ແຍກຕົວອອກ ຈາກອໍານາດການປົກຄອງ ທະຫານພະມ້າ, ເປັນກຸ່ມຕິດອາວຸດ ແລະພວກທະຫານ ພະມ້າ ບໍ່ສາມາດເຂົ້າເຖິງ.
“ລາວເຮົາ ມັນຈະເປັນທາງຜ່ານ ບາດນີ້ມັນອີງໃສ່ ຈຸດພິເສດເປັນພື້ນທີ່ ທີ່ຂ້ອນຂ້າງສະດວກ ກັບເຂົາ ເພາະມັນເປັນປ່າ ເປັນດົງເນາະ. ຄັນວ່າທາງເບື້ອງໄທຍ ປາບຫລາຍ ເຂົາກະເອົາຂຶ້ນໄປ ທາງພາກເໜືອ ອອກມາທາງເບື້ອງລາວ ພັດລົງມາຫາທາງບໍ່ແກ້ວຈັ່ງຊີ້. ຢູ່ເຂດປົກຄອງ ຂອງວ້າແດງຫັ້ນແຫລະ ພະມ້າ ເພາະມັນຈະມີກໍາລັງ ຕິດອາວຸດສະເພາະ ຂອງເຂົາເດ໋ ເຂົາຍິງໂລດເດ໋ ຄັນວ່າໄປເຂດຂອງເຂົາ ເຂົາກະມີກຸ່ມເຂົາຄືກັນເດ໋ ທີ່ຈະຊອກຫາຊ່ອງທາງ ວ່າຄວນເອົາໄປເສັ້ນໃດ ແນວໃດ ຫັ້ນນ່າເນາະ.”
ທ່ານກ່າວຕື່ມວ່າ ຢູ່ແຂວງບໍ່ແກ້ວ ຍຶດຢາເສບຕິດໄດ້ຫລາຍຂຶ້ນນັ້ນ ແມ່ນປະຕິ ບັດຕາມວາຣະແຫ່ງຊາຕ ທີ່ທຸກພາກສ່ວນ ຮ່ວມມືກັນປາບປາມ.
ກ່ຽວກັບເຣື່ອງດັ່ງກ່າວ ປະຊາຊົນລາວ ຫລາຍຄົນເຫັນວ່າ ອີກປັດໄຈນຶ່ງ ທີ່ເຮັດໃຫ້ຢາເສບຕິດ ຢູ່ລາວຫລາຍຂຶ້ນ ແລະມີການຄ້າຂາຍ ຢາເສບຕິດເພີ່ມຂຶ້ນນັ້ນ ກໍຍ້ອນວ່າ ເສຖກິດຢູ່ລາວຝືດເຄືອງ, ຄົນວ່າງງານເພີ່ມຂຶ້ນ, ພວກຊາວໜຸ່ມຈໍານວນນຶ່ງ ບໍ່ມີວຽກເຮັດ ແລ້ວຫັນໄປຂາຍຢາເສບຕິດ ຊຶ່ງປັດຈຸບັນ ຫາຊື້ໄດ້ງ່າຍ ແລະມີລາຄາຖືກກວ່າແຕ່ກ່ອນຫລາຍ.
ດັ່ງຊາວລາວ ຢູ່ນະຄອນ ຫລວງວຽງຈັນຜູ້ນຶ່ງເວົ້າວ່າ:
“ໂອ໋ຍ ດຽວນີ້ຢາຖືກ ຖືກຫລາຍຄືຢາບ້າເນາະ ແຕ່ກີ້ນີ້ເມັດລະ 100 ບາດ, ແຕ່ດຽວນີ້ ເມັດລະ 20 ບາດເຂົາເຈົ້າກະໄດ້ສູບແລ້ວ. ເປັນພວກກັມມະກອນຫລາຍກວ່າ, ພວກເຂົາເຈົ້າເຮັດວຽກໜັກ ເຂົາສູບຫລາຍ ເຂົາມີແຮງ ແບບເຂົາໝັ່ນຈັ່ງຊີ້ນ່າ. ເຂົາເຈົ້າໄດ້ສູບຢາບ້າ ເຂົາເຈົ້າກະມີແຮງເຮັດວຽກໝົດມື້ ໝົດເວັນ.”
ໃນຂະນະດຽວກັນ ປະຊາຊົນລາວ ຢູ່ແຂວງບໍ່ແກ້ວ ກໍເວົ້າວ່າ ການທີ່ມີຄົນລັກລອບ ຂົນຢາເສບຕິດເຂົ້າມາໃນແຂວງນີ້ ຢ່າງຕໍ່ເນື່ອງ ກໍແມ່ນຍ້ອນເປັນແຂວງ ທີ່ມີຊາຍແດນຕິດກັບ ປະເທດພະມ້າ, ປະເທດໄທຍ ແລະເປັນແຂວງທີ່ເຊື່ອມຕໍ່ກັບ ແຂວງອື່ນໆຂອງລາວໄດ້ງ່າຍ. ອັນທີ່ສໍາຄັນ ແມ່ນມີເຂດເສຖກິຈ ພິເສດສາມຫລ່ຽມຄໍາ ທີ່ຄົນຈີນເປັນຜູ້ປົກຄອງ, ເຈົ້າໜ້າທີ່ທາງການລາວ ຈະເຂົ້າໄປເຮັດຫຍັງ ບໍ່ຄ່ອຍໄດ້.
“ມັນເປັນແຂວງ ທີ່ຕິດກັບຊາຍແດນໄທຍ, ຕິດພະມ້າ ແບບເປັນທາງຜ່ານ. ເຂົ້າມູມໃດກໍໄດ້. ສາມຫລ່ຽມຄໍານີ້ ກະມັນກໍມີຈໍານວນກຸ່ມບໍ່ດີ ຈໍານວນນຶ່ງລັກລອບນໍາເຂົ້າ ມັນເປັນຈຸດສຸມຂອງສັງຄົມເນາະ ບາງຄົນກໍສວຍໂອກາດ ລັກລອບສິ່ງເສບຕິດ.”
ເມື່ອກ່ອນໜ້ານີ້ ຄືວັນທີ 2 ພຶສຈິກາ 2022 ເຈົ້າໜ້າທີ່ຕໍາຣວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 4 ລ້ານເມັດ ຢູ່ແຄມນໍ້າຂອງ ໃນເຂດບ້ານພຽງງາມ ແລະບ້ານດອນສວັນ.
ພັນໂທ ຈັນພອນເພັດ ຄໍາສີ ຮອງຫົວໜ້າ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ກ່າວໃນໂອກາດ ການສເລີມສລອງ ວັນແຫ່ງຊາຕຕ້ານ ຢາເສບຕິດ ຄົບຮອບ 20 ປີ 2001-2021, ແລະທໍາລາຍຢາເສບຕິດ ປະເພດຕ່າງໆ ໃນມື້ວັນທີ 15 ຕຸລາທີ່ຜ່ານມາ ອັນມີຮວມທັງຢາບ້າ 13,624,900 ປາຍເມັດ, ຢາໄອ້ຊ໌ 534 ກິໂລ, ເຮໂລອິນ 60 ກິໂລ ນັ້ນວ່າ ຕະຫລອດໄລຍະ 1 ປີ ຜ່ານມາ ສາມາດມ້າງຄະດີ ຢາເສບຕິດໄດ້ 338 ເລື່ອງ, ກັກຜູ້ຕ້ອງສົງສັຍໄດ້ 393 ຄົນ, ຍຶດຂອງກາງເປັນຢາເສບຕິດ ປະເພດຕ່າງໆ ຄືຢາບ້າ 23,151,800 ປາຍເມັດ, ຢາໄອ້ຊ໌ 866 ກິໂລ, ເຮໂລອີນ 60 ກິໂລ, ປືນສັ້ນ 3 ກະບອກ, ຣົຖໃຫຍ່ 11 ຄັນ, ຣົຖຈັກ 25 ຄັນ ແລະ ວັດຖຸເຄື່ອງຂອງ ອີກຫລາຍຢ່າງ ແລະ ພັນໂທ ພົງພັກ ແດນທະນາ ຫົວໜ້າກອງບັນຊາການ ຕໍາຣວດປ້ອງກັນ ຄວາມສງົບ ເມືອງຕົ້ນເຜິ້ງ ກໍໃຫ້ສັມພາດ ຕໍ່ສື່ມວນຊົນ ປກສ ໃນມື້ວັນທີ 7 ພຶສຈິການີ້ວ່າ ຜ່ານການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໃນໄລຍະທີ 1 ສາມາດຢຶດຢາບ້າໄດ້ 49,108,000 ເມັດ, ຢາໄອ້ຊ໌ 501 ກິໂລ, ເຄຕາມິນ 67 ກິໂລ, ຣົຖໃຫຍ່ 8 ຄັນ, ຣົຖຈັກ 15 ຄັນ ແລະ ເຄື່ອງຂອງຕ່າງໆອີກຈໍານວນໜຶ່ງ.