ສະຫະພາບ ຢູໂຣບ, ຢູນິເຊຟ ຊ່ອຍເຫຼືອ ສປປ ລາວ

ອາວະຣີ
2022.11.21
ສະຫະພາບ ຢູໂຣບ, ຢູນິເຊຟ ຊ່ອຍເຫຼືອ ສປປ ລາວ ພິທີມອບ-ຮັບອຸປະກອບ ແລະ ຢາ ສຳຣັບສົ່ງເສີມນ້ຳສະອາດ, ສຸຂພາບ ແລະ ໂພຊະນາການ ພາຍໃຕ້ໂຄງການ ປັບປຸງໂພຊະນາການ ໂດຍການສນັບສນຸນ ຈາກສະຫະພາບຢູໂຣບ ແລ ອົງການ ສະຫະປະຊາຊາຕ ສຳຣັບເດັກ (ຢູນິເຊຟ).
ຮູບພາບ: UNICEF Laos

ສະຫະພາບຢູໂຣບ ຫຼືອີຢູ ແລະອົງການຢູນິເຊຟ ມອບອຸປະກອນ ຊ່ວຍສົ່ງເສີມ ການໃຊ້ນ້ຳສະອາດ ການຮັກສາສຸຂພາບ ແລະໂພຊະນາການ ໃຫ້ແກ່ກະຊວງ ສາທາຣະນະສຸຂ ຂອງລາວ ລວມມູນຄ່າ ເປັນເງິນ 1 ລ້ານ 6 ແສນ ແລະ 2 ໝື່ນໂດລ້າຣ໌ ສະຫະຣັຖ. ເຄື່ອງຊ່ວຍເຫຼືອ ສ່ວນຫຼາຍ ແມ່ນຄອມພິວເຕີ້ຣ໌ 122 ໜ່ວຍ ແລະແທັບເບລັດ 467 ໜ່ວຍ, ມອບໃຫ້ແກ່ ສະຖານທີ່ ຮັກສາສຸຂພາບໃນລາວ ເພື່ອເກັບກຳຂໍ້ມູນ, ວາງແຜນ, ຕິດຕາມ ແລະວິເຄາະ ການຮັກສາສຸຂພາບ ແລະໂພຊະນະການ. ນອກຈາກນີ້ ອີຢູແລະຢູນິເສຟ ຍັງໄດ້ມອບເຄື່ອງ ຄວບຄຸມສານ ຄລໍຣີນ (Chlorine: ເປັນສານເຄມີ ທີ່ໃຊ້ຂ້າເຊື້ອຈຸລິນຊີ ຂອງຂະບວນການ ຜລິດນ້ຳ, ແຕ່ຖ້າໃຊ້ໃນປະຣິມານຫຼາຍ ອາດເປັນອັນຕຣາຍ ຕໍ່ອະໄວຍະວະຂອງຮ່າງກາຍໄດ້) 64 ໜ່ວຍ ໃຫ້ໂຮງໝໍແຂວງ ແຕ່ລະແຂວງ ໃນລາວ ເພື່ອປັບປຸງສຸຂອະນະມັຍ ໃຫ້ດີຂຶ້ນ ພ້ອມທັງ ໄດ້ຊ່ວຍ ໂພຊະນະການ ເພື່ອປິ່ນປົວເດັກນ້ອຍ ປະມານ 3,300 ຄົນ ທີ່ຂາດສານອາຫານ ຢ່າງຮຸນແຮງ ໃນລາວ.

ອີກຢ່າງນຶ່ງ ເງິນຊ່ວຍເຫຼືອຄັ້ງນີ້ ຍັງຈະຊ່ວຍຝຶກອົບຮົມ ພະນັກງານ ສາທາຣະນະສຸຂ ຂອງລາວ ກ່ຽວກັບການຮັກສາ ປິ່ນປົວເດັກນ້ອຍ ທີ່ຂາດສານອາຫານ ຢ່າງຮຸນແຮງ ເປັນຕົ້ນຈະຊຸກຍູ້ ສົ່ງເສີມໃຫ້ເດັກນ້ອຍກິນນົມແມ່ ແລະໃຫ້ສັກວັກຊີນ ຄົບທຸກຢ່າງ.

ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະຕຳແໜ່ງ ໄດ້ໃຫ້ຣາຍລະອຽດຕື່ມ ກ່ຽວກັບເຣື່ອງນີ້ ກັບວິທະຍຸ ເອເຊັຽ ເສຣີ ໃນວັນທີ່ 21 ພືສຈິກາ 2022 ນີ້ວ່າ:

ອີຢູຊ່ວຍເຣື່ອງ Technical Support, ໂພຊະນະການນີ້ ເປັນການຊ່ວຍເຫຼືອ ທາງດ້ານອຸປກອນ ແລະທຶນສນັບສນຸນ. ມັນຈະລວມໄປໝົດ ສ້າງຄວາມເຂັ້ມແຂງ ໃຫ້ຣັຖບານ ແລ້ວກໍວາງແຜນ ຍຸທສາຕໃຫ້ພ້ອມ. ສນັບສນຸນການຝຶກອົບຮົມ, ສນັບສນຸນອຸປກອນ ການຝຶກອົບຮົມ, ໂພຊະນະການ ຂອງແມ່, ໂພຊະນະການຂອງເດັກ. ໂຄງການເພິ່ນຈະໄປ ທົ່ວປະເທດເລີຍ.

ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍຣິຄຳໄຊ ທ່ານນຶ່ງ ກ່າວກັບວິທະຍຸ ເອເຊັຽ ເສຣີ ວ່າ ຜ່ານມາ ຢູນິເສຟ ກໍໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານໂພຊະນະການ ມາແລ້ວ ໂດຍສະເພາະໄດ້ຊ່ວຍ ຝຶກອົບຮົມ ໃຫ້ແມ່ລ້ຽງລູກ ດ້ວຍນ້ຳນົມແມ່ ຈົນເດັກນ້ອຍອາຍຸ ເຖິງຫົກເດືອນ ພ້ອມທັງ ໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ໄດ້ສັກຢາປ້ອງກັນໂຣກ ຫຼືວັກຊີນຄົບຕາມເກນອາຍຸ. ສຳຣັບການຂາດເຂີນອາຫານນັ້ນ ແຂວງບໍຣິຄຳໄຊ ກໍຍັງມີເດັກນ້ອຍ ຂາດອາຫານຢູ່ ແຕ່ບໍ່ຫຼາຍ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ:

ໂຕໂພຊະນະການນີ້ ມີຜູ້ຊ່ຽວຊານມາຢູ່ນີ້ 3 ຄົນ, 4 ຄົນແລ້ວນ່າ. ສົ່ງເສີມລ້ຽງລູກ ໃຫ້ລູກກິນນົມແມ່ຮອດ 6 ເດືອນ ຈຶ່ງໃຫ້ອາຫານເສີມ. ເຮົາກະໃຫ້ສຸຂສຶກສາເລີຍ ກໍແນະນຳໃຫ້ແມ່ ຕ້ອງໄດ້ກິນອາຫານຫຍັງເພີ່ມຫັ້ນນ່າ ແຕ່ວ່າເດັກຂາດສານອາຫານ ກໍບໍ່ຄ່ອຍຫຼາຍແລ້ວ.

ສ່ວນເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫົວພັນກ່າວວ່າ ການຊ່ວຍເຫຼືອ ຂອງສະຫະພາບຢູໂຣບ ແລະຢູນິເສຟເທື່ອນີ້ ເປັນການຊ່ວຍເຫຼືອ ທີ່ດີ ຖືກກາລະເທສະ, ເພາະແຂວງຫົວພັນ ກຳລັງຂາດເຂີນ ເຄື່ອງຄອມພິວເຕີ້ຣ໌ ຢູ່ພໍດີ.

ດັ່ງທ່ານໄດ້ກ່າວອີກວ່າ:

ແລັບທອບນີ້ (Laptop) ຈະມີອົງການ ອະນາມັຍໂລກ ສນັບສນຸນ ກະຍັງບໍ່ທັນພຽງພໍເທື່ອ. ກໍໄດ້ຈຳນວນນຶ່ງ ອັນເຣື່ອງຂໍ້ມູນນີ້ເນາະ, ອັນຖ້າເຮົາມີອຸປກອນນີ້ເນາະ ມັນກໍປະເມີນໄດ້ງ່າຍຂຶ້ນ.

ເຈົ້າໜ້າທີ່ແຂວງຫົວພັນ ທ່ານນີ້ ກ່າວວ່າ ຢູນິເສຟ ກໍໃຫ້ການຊ່ວຍເຫຼືອ ທາງດ້ານໂພຊະນາການ ໃນແຂວງຫົວພັນ ມາໂດຍຕລອດ; ສຳຣັບເຣື່ອງຂາດສານອາຫານນັ້ນ ປີນີ້ ຜແນກສາທາຣະນະສຸຂ ແຂວງ ຍັງບໍ່ທັນໄດ້ຕົວເລກ ແຕ່ກໍເຊື່ອວ່າ ຍັງມີເດັກນ້ອຍ ຂາດສານອາຫານ ຈຳນວນນຶ່ງ ຢູ່ໃນແຂວງຫົວພັນ. ເພື່ອແກ້ໄຂບັນຫາ ຂາດອາຫານ ທາງແຂວງຫົວພັນ ກໍມີແຜນການ ສົ່ງເສີມໃຫ້ນັກຮຽນ ລ້ຽງສັດ ແລະປູກຜັກກິນເອງ ໃນໂຮງຮຽນ ເພື່ອຈະໄດ້ມີອາຫານ ກາງເວັນ ແຕ່ຜ່ານມາ ແຜນການດັ່ງກ່າວ ຍັງບໍ່ໄດ້ຮັບຜົລສຳເຣັດ ພໍເທົ່າໃດ.

ດັ່ງເຈົ້າໜ້າທີ່ ແຂວງຫົວພັນ ທ່ານນີ້ ອະທິບາຍວ່າ:

ທາງໂພຊະນາການ ມັນກໍຍັງບໍ່ໄດ້ເຕັມຮ້ອຍ ແຕ່ກໍມີຢູ່ເຣື່ອງການໂຄສະນາ ສົ່ງເສີມເຣື່ອງໂພຊະນາການສຸຂພາບ ໃຫ້ນັກຮຽນ ມັນກໍມີແຕ່ເຣື່ອງ ທີ່ຈະສົ່ງເສີມຫັ້ນ ມັນໜ້ອຍເນາະ. ກະເຮັດເນາະເຣື່ອງສວນຜັກ ສວນຄົວ ໃນໂຮງຮຽນຫັ້ນນ່າ ແຕ່ກໍຍັງບໍ່ທັນໄດ້ ເປັນໂຕແບບ ມັນກໍເຮັດບໍ່ໄດ້.”

ຍານາງ ໄອນ້າ ມາຣ໌ຊົວລີອອນນິເຕ້ (Ina Marciulionyte) ເອກອັກຄະຣັຖທູຕ ສະຫະພາບ ຢູໂຣບ ປະຈໍາລາວ ກ່າວເມື່ອວັນທີ່ 17 ພຶສຈິກາ 2022 ນີ້ວ່າ ສະຫະພາບຢູໂຣບ ຈະໃຫ້ການຊ່ວຍເຫຼືອ ແກ່ລາວສືບຕໍ່ໄປ ເພື່ອຫຼຸດຜ່ອນ ການຂາດອາຫານ, ຄວາມທຸກຍາກ ແລະໃຫ້ລາວບັນລຸເປົ້າໝາຍ ການພັທນາຢ່າງຍືນຍົງ. ສ່ວນ ດຣ. ເປັ້ຽ ເຣ້ເບ້ລໂລ້ ບຣິທໂຕ້ (Pia Rebello Britto) ຜູ້ຕາງໜ້າ ຢູນິເຊຟ ປະຈໍາລາວ ກໍກ່າວໃນໂອກາດດຽວກັນນີ້ວ່າ ຢູນິເຊຟ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ລາວຄັ້ງນີ້ ກໍເພາະວ່າ ປະເທດລາວ ໄດ້ຮັບຜົນກະທົບ ຈາກການຣະບາດ ຂອງໂຄວິດ-19 ຢ່າງແຮງ ເຮັດໃຫ້ຂາດສານອາຫານແຮງຂຶ້ນ. ຜ່ານມາ ຢູນິເສຟ ກໍໄດ້ຊ່ວຍຕິດຕັ້ງ ລະບົບນ້ຳລິນ ແລະລະບົບນ້ຳບາດານ ໃນຫຼາຍໆແຂວງ ຂອງລາວ ເປັນຕົ້ນ ໃນແຂວງພົງສາລີ ສາຣະວັນ ແລະອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.