ສະຫະຣັຖ, ອົງການອະນາມັຍໂລກ ມອບເຄື່ອງມືແພດ ໃຫ້ ສປປ ລາວ
2022.11.16

ໃນວັນທີ 15 ພຶສຈິກາ 2022 ທີ່ຜ່ານມາ ອົງການພັທນາສາກົລ ຂອງປະເທດ ສະຫະຣັຖອາເມຣິກາ (USAID) ແລະ ອົງການອະນາມັຍໂລກ (WHO) ໄດ້ມອບອຸປະກອນປ້ອງກັນ ເຊື້ອໂຄວິດ-19 ແລະພຍາດຣະບາດອື່ນໆ ໃຫ້ແກ່ກະຊວງ ສາທາຣະນະສຸຂ ຂອງລາວ ໂດຍໃນນັ້ນ ມີຊຸດ PPE, ຊຸດກວດຫາເຊື້ອໂຄວິດ-19 ແບບໄວ, ທັງຍັງເພີ່ມລະບົບອ໊ອກຊິເຈນ ຄວາມແຮງສູງແບບຕິດດັງ, ຢາປິ່ນປົວໂຄວິດ-19, ຄອມພິວເຕີ້ຣ໌ໂນສບຸກຄ໌ ແລະແທັບເບລັດ ເພື່ອນໍາໄປໃຊ້ ໃນວຽກງານປ້ອງກັນ ໂຄວິດ-19 ໂດຍມີມູນຄ່າຮວມ 2,000,000 ໂດລ້າຣ໌ສະຫະຣັຖ.
ສໍາລັບອຸປະກອນ ຊ່ອຍເຫຼືອດັ່ງກ່າວ ທາງກະຊວງ ສາທາຣະນະສຸຂ ຈະບໍ່ໄດ້ສົ່ງໄປ ທົ່ວທຸກແຂວງ ໃນລາວ ໂດຍຈະສົ່ງໄປຍັງແຂວງ ທີ່ມີຄວາມສ່ຽງກ່ອນ ຫຼື ແຂວງທີ່ມີດ່ານ.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 16 ພຶສຈິກາ ນີ້ວ່າ:
“ເຮົາຮັບມາ ແລ້ວເຮົາກໍສົ່ງລົງຕ່າງແຂວງ ເຮົາກະເບິ່ງວ່າ ແຂວງໃດ ທີ່ມີການຣະບາດ ແຂວງໃດທີ່ມີການ ພົວພັນກັບດ່ານ ແຂວງໃດທີ່ມີຄວາມສ່ຽງກ່ອນ ກະໃຫ້ຫຼາຍກ່ອນຊິນ່າ ເຮົາບໍ່ໄດ້ໃຫ້ໝົດ ແບບວ່າແຂວງໜ້ອຍ ແຂວງຫຼາຍ ເຮົາບໍ່ໄດ້ໃຫ້ເອກະພາບຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການຕິດເຊື້ອໂຄວິດ-19 ໃນປັດຈຸບັນ ບໍ່ໄດ້ຣະບາດໜັກແລ້ວ ແຕ່ກໍຍັງມີຜູ້ຕິດເຊື້ອໃນແຕ່ລະມື້ ພຽງຈໍານວນໜ້ອຍເທົ່ານັ້ນ ແລະນອກຈາກນີ້ ທາງການ ກໍຍັງສືບຕໍ່ໃຫ້ປະຊາຊົນ ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ 3 ແລະເຂັມທີ 4 ຢ່າງຕໍ່ເນື່ອງ:
“ມີຢູ່ ກະບໍ່ຫຼາຍ ມີແຕ່ເພິ່ນປິ່ນປົວເອງຢູ່ບ້ານ ເຮົາບໍ່ໄດ້ກັກກັນແບບຮຸນແຮງ ຄືແຕ່ເກົ່າແລ້ວ ເຂັມ 3, ເຂັມ 4 ເຮົາກະເຮັດຕໍ່.”
ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນແຕ່ລະມື້ ແຂວງ ທີ່ຍັງມີການຕິດເຊື້ອ ໂຄວິດ-19 ຢູ່ ກໍຍັງເປັນນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງສວັນນະເຂດ, ແຂວງຈໍາປາສັກ, ແຂວງຫຼວງພຣະບາງ, ແຂວງສາຣະວັນ ແລະ ແຂວງໄຊຍະບູຣີ ແຕ່ເປັນການຕິດເຊື້ອ ພຽງເລັກໜ້ອຍ ບາງແຂວງ ມີຜູ້ຕິດເຊື້ອ 1-2 ຄົນເທົ່ານັ້ນ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ເປັນເຣື່ອງທີ່ດີ ທີ່ສະຫະຣັຖອາເມຣິກາ ຊ່ອຍເຫຼືອລາວຕໍ່ເນື່ອງ ແຕ່ປັດຈຸບັນນີ້ ໂຄວິດ-19 ກໍເບົາບາງລົງຫຼາຍແລ້ວ ຊາວບ້ານກໍໃຊ້ຊີວິຕປົກກະຕິ ບໍ່ໄດ້ຢ້ານກົວຫຼາຍຄືແຕ່ກ່ອນ ແລະສາມາດໃຊ້ຊີວິຕ ຢູ່ກັບເຊື້ອໂຄວິດ-19 ໄດ້ເປັນປົກກະຕິ ຖ້າຕິດເຊື້ອ ໂຄວິດ-19 ກໍຮູ້ວິທີປິ່ນປົວ ໃຫ້ກັບມາມີໃຫ້ຮ່າງກາຍແຂງແຮງ:
“ທໍາອິດເຮົາກະຢ້ານ ດຽວນີ້ບໍ່ມີໃຜສົນໃຈຫຍັງແລ້ວ ມັນໂຄວິດ ຫຼືມັນເປັນຫວັດ ຫຼືມັນເປັນຫຍັງ ເຂົາບໍ່ສົນໃຈແລ້ວ ຄົນສ່ວນຫຼາຍບໍ່ໃສ່ ຜ້າປິດປາກແລ້ວ ຫຼາຍກະຮູ້ວິທີຮັກສາສຸຂພາບ ແບບກິນວິຕາມິນ ອອກກໍາລັງກາຍ ມີຫຍັງແບບນັ້ນຫັ້ນນ່າ ຄົນທີ່ເຂົາໃສ່ໃຈສຸຂພາບ ແບບວ່າຊັ້ນສາ.”
ຂະນະທີ່ ຊາວບ້ານ ໃນແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ຖືວ່າເປັນເຣື່ອງທີ່ດີ ທີ່ສະຫະຣັຖອາເມຣິກາ ຊ່ອຍເຫຼືອລາວ ໃນເຣື່ອງການປ້ອງກັນ ໂຄວິດ-19 ແຕ່ຊາວບ້ານເຂົາເຈົ້າ ບໍ່ໄດ້ສົນໃຈ ໂຄວິດ-19 ກັນແລ້ວ ຫຼາຍຄົນໃຊ້ຊີວິຕ ປົກກະຕິ ໄປມາຫາສູ່ກັນໄດ້ສະດວກ ໂດຍບໍ່ຕ້ອງໃສ່ຜ້າອັດປາກອັດດັງ:
“ດີຢູ່ດຽວນີ້ ບໍ່ໃສ່ແມັສ ໃສ່ຫຍັງຊໍ້ານ່າ ລືມກັນໄປເລີຍ ແລ້ວແຕ່ເຮົາ ເຂົາບໍ່ໄດ້ຫ້າມດຽວນີ້ ສວັນບໍ່ຄ່ອຍຫຼາຍປານໃດນ່າ ບໍ່ຄ່ອຍມີດຽວນີ້ ກະຊິມີ ກໍມີແຕ່ເລັກໆໜ້ອຍໆ.”
ຂະນະດຽວກັນ ຊາວບ້ານ ໃນແຂວງຫຼວງພຣະບາງ ອີກທ່ານນຶ່ງ ກໍກ່າວວ່າ ໃນນະຄອນຫຼວງພຣະບາງ ໃນປັດຈຸບັນນີ້ ຊາວບ້ານ ໃຊ້ຊີວິຕປົກກະຕິກັນແລ້ວ ເຊັ່ນກັນ ບໍ່ຕ່າງຈາກແຂວງອື່ນໆ ໃນລາວ:
“ກະບໍ່ມີຫຍັງໃດ໋ລະ ອາກາດກໍເຢັນໜ້ອຍນຶ່ງແລ້ວ ໃຊ້ຊີວິຕປົກກະຕິໄດ້ແລ້ວ.”
ກ່ອນໜ້ານີ້ ສະຫະຣັຖອາເມຣິກາ ກໍໄດ້ຊ່ອຍເຫຼືອຣັຖບານລາວ ໂດຍໄດ້ມອບວັກຊິນ ປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ໄຟເຊີ້ ສໍາລັບເດັກນ້ອຍ ອາຍຸ 5-11 ປີ ຈໍານວນ 201,600 ໂດສ ໂດຍຜ່ານໂຄງການ COVAX Facility ເພື່ອໃຫ້ເດັກນ້ອຍລາວ ມີພູມຄຸ້ມກັນທີ່ດີ ສາມາດສືບຕໍ່ ການຮຽນໃນໂຮງຮຽນ ໄດ້ຢ່າງຕໍ່ເນື່ອງ.
ນອກຈາກນີ້ ສະຫະຣັຖອາເມຣິກາ ບໍ່ພຽງແຕ່ຊ່ອຍເຫຼືອຣັຖບານລາວ ໃນດ້ານສາທາຣະນະສຸຂເທົ່ານັ້ນ ແຕ່ຍັງຊ່ອຍເຫຼືອອີກຫຼາຍໆດ້ານ ເຊັ່ນ ການສ້າງໂຮງຮຽນມັດທຍົມ ສົມບູນ ສີວິໄລ ແຫ່ງໃໝ່ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ໃນ 15 ບ້ານ ໃຫ້ເດັກນ້ອຍ ນັກຮຽນຊົນເຜົ່າຜູ່ໄທ, ຊົນເຜົ່າມັງກອງ ແລະຊົນເຜົ່າລາວ ອາຍຸແຕ່ 12-18 ປີ ຫຼື ນັກຮຽນຊັ້ນ ມ.1-ມ.7 ຍ້ອນວ່າ ພວກເຂົາເຈົ້າ ບໍ່ມີຫ້ອງຮຽນ ເຊິ່ງການສ້າງຫ້ອງຮຽນ ແຫ່ງໃໝ່ນີ້ ປະກອບດ້ວຍ ອາຄານ 2 ຊັ້ນ 8 ຫ້ອງຮຽນ ມີຫ້ອງນໍ້າ ແຍກຕ່າງຫາກ ສໍາລັບນັກຮຽນ ແລະຄຣູ, ອາຈານ ຮວມມີຫ້ອງຄົວແຕ່ງກິນ ແລະຫ້ອງສ່ວນໂຕ ຂອງຄຣູ, ອາຈານ ມີໂຕ໊ະ-ຕັ່ງ ສໍາລັບນັກຮຽນ ແລະຄຣູ, ມີກະດານດໍາ, ດອກໄຟ ແລະພັດລົມ ທີ່ໄດ້ມາຕຖານສາກົລ ມີມູນຄ່າການກໍ່ສ້າງ ຮວມ 646,000 ໂດລ້າຣ໌ສະຫະຣັຖ, ແລະ ກ່ອນໜ້ານັ້ນ ສະຫະຣັຖອາເມຣິກາ ກໍໄດ້ຊ່ອຍປຸກສ້າງຫ້ອງນໍ້າ ພ້ອມທັງບ່ອນລ້າງມື ຢູ່ສຸຂສາລາ ທູນຂາມ ເມືອງພິີນ ແລະໂຮງໝໍຊຸມຊົນ ເມືອງອາດສະພັງທອງ ໃນແຂວງສວັນນະເຂດ ເພື່ອໃຫ້ຊາວບ້ານຊົນເຜົ່າ ແລະເຈົ້າໜ້າທີ່ແພດ ແລະໝໍ ໄດ້ຮັບຄວາມສະດວກ ສະບາຍຂຶ້ນ.
ສຳລັບການກໍ່ສ້າງ ວິດຖ່າຍ ແລະ ບ່ອນລ້າງມື ໃນຄັ້ງນີ້ ແມ່ນ ສະຫະຣັຖອາເມຣິກາ ປະກອບສ່ວນເອງ 100% ໂດຍບໍ່ຮູ້ມູລຄ່າເທົ່າໃດ ເຣີ່ມຕັ້ງແຕ່ເອົາວັດຖຸ-ອຸປະກອນ ທີ່ຈະກໍ່ສ້າງ ມາຕຣຽມພ້ອມຈະກໍ່ສ້າງໃນເຂດເປົ້າໝາຍ ແຕ່ເດືອນທັນວາ ປີ 2021 ແລ້ວມາເດືອນມົກກະຣາ ປີ 2022 ກໍເຣີ່ມສຳຣວດແຫຼ່ງນໍ້າ ທີ່ສາມາດໃຊ້ຣັຖຂຸດເຈາະ ດູດເອົານໍ້າຈາກພື້ນດິນ ເພື່ອມາໃຊ້ພາຍໃນວິດຖ່າຍ ຂອງສຸຂສາລາໄດ້ພຽງພໍ, ອີງຕາມຂໍ້ມູນຈາກ ຜແນກສາທາຣະນະສຸຂ ແຂວງສວັນນະເຂດ.