ນະຄອນຫຼວງ ແຈ້ງເກັບເງິນ ສນັບສນຸນ ຂະບວນນັກກິລາ
2022.11.16
ຜແນກສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ເກັບເງິນຈາກຫລາຍພາກສ່ວນ ເພື່ອປະກອບທຶນຮອນ ສນັບສນຸນໃຫ້ຂະບວນ ນັກກິລາ ຂອງນະຄອນຫລວງວຽງຈັນ ທີ່ຈະເຂົ້າຮ່ວມການແຂ່ງຂັນ ກິລາແຫ່ງຊາຕຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ທີ່ມີກໍານົດຈະຈັດຂຶ້ນ ໃນເດືອນທັນວາ ປີນີ້ ເປັນຕົ້ນ ລະດົມເງິນຈາກພນັກງານຄຣູ, ອາຈານ 10,000 ກີບຕໍ່ຄົນ ແລະ ເກັບເງິນຈາກຜູ້ປົກຄອງ ນັກຮຽນທັງຂອງຣັຖ ແລະໂຮງຮຽນເອກຊົນ ຕລອດຈົນຜູ້ປະກອບການ ທຸຣະກິຈດ້ານກິລາ ຕາມຄວາມສມັກໃຈ, ອີງຕາມແຈ້ງການ ເລກທີ 2822/ສກ.ນວ. ຂອງຜແນກສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ລົງວັນທີ 9 ພຶສຈິກາ ປີ 2022.
ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ເບີໂທຣະສັບ ຂອງຜແນກສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ທີ່ປະກົດໃນການແຈ້ງການ ສບັບດັ່ງກ່າວ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມເຊິ່ງເຈົ້າໜ້າທີ່ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວວ່າ ທ່ານເອງ ມີໜ້າທີ່ແຕ່ພຽງໃຫ້ຂໍ້ມູນ ຊີ້ແຈງຕາມແຈ້ງການເທົ່ານັ້ນ ແລະບໍ່ສາມາດເວົ້າເຖິງ ຣາຍລະອຽດຫລາຍກ່ວານີ້ໄດ້ ແລະໃນຂະນະດຽວກັນວິທຍຸ ເອເຊັຽ ເສຣີ ຍັງໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ທີ່ຮັບຜິດຊອບ ເຣຶ່ອງດັ່ງກ່າວ ແຕ່ທ່ານຍັງບໍ່ ສະດວກໃຫ້ສັມພາດໃນຂະນະທີ່ ພະນັກງານຄຣູ ຢູ່ໂຮງຮຽນຂອງຣັຖແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເຫັນວ່າການອອກ
ແຈ້ງການ ເກັບເງິນດັ່ງກ່າວ ກໍ່ເປັນເຣື່ອງປົກກະຕິ ແລະເຄີຍເຮັດມາຫລາຍເທື່ອແລ້ວ ເຊິ່ງສໍາລັບຍານາງເອງ ກໍ່ຮູ້ສຶກວ່າ ເປັນເຣື່ອງທັມມະດາ ແລະກໍພ້ອມເສັຍສລະເງິນສ່ວນໂຕ ເພື່ອປະກອບສ່ວນເຂົ້າ ຂະບວນການດັ່ງກ່າວ.
ດັ່ງ ຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນ ວັນທີ 16 ພຶສຈິກາ ນີ້ວ່າ:
“ກະບໍ່ໄດ້ແມ່ນຈັ່ງຊັ້ນ ເພາະວ່າມັນເປັນເງິນແຕ່ລະປີ ມັນຈະເປັນເງິນຊຸກຍູ້ ກິລາຊີ້ນ່າ ຜ່ານມາເພິ່ນກະເກັບນ່າ ເພິ່ນກໍາລັງເກັບແລ້ວ.”
ໃນຂະນະດຽວກັນ ພະນັກງານຄຣູ ຂອງໂຮງຮຽນເອກຊົນແຫ່ງນຶ່ງ ໃນນະຄອນຫລວງວຽຈັນ
ກ່າວວ່າ ຍານາງເອງ ຫາກໍໄດ້ເຫັນແຈ້ງການ ສະບັບດັ່ງກ່າວ ໃນຫວ່າງມໍ້ໆນີ້ ແຕ່ກໍ່ຍັງບໍ່ທັນໄດ້ຈ່າຍເງິນດັ່ງ ໃຫ້ພາກສ່ວນທີ່ກ່ຽວຂ້ອງເທຶ່ອ, ສໍາລັບຍານາງເອງ ກໍບໍ່ຢາກສແດງຄວາມຄິດເຫັນ ກ່ຽວກັບເຣື່ອງນີ້ ຢ່າງຕຣົງໄປຕຣົງມາ ມີແຕ່ປະຕິບັດຕາມ ແຈ້ງການເທົ່ານັ້ນ.
ດັ່ງ ຍານາງກ່າວວ່າ:
“ບໍ່ຮູ້ເດີ້ອັນນີ້ ກະບໍ່ໜັ້ນໃຈເຈົ້າ ກະເຫັນຢູ່ ແຕ່ວ່າເພິ່ນຍັງບໍ່ທັນໄດ້ສົ່ງໃຫ້ເຂົາ ຫາກໍເຫັນ ເຮົາ ຫາກໍເປີດເດ້.”
ເຖິງຢ່າງໃດກໍຕາມ ສໍາລັບບັນດາຜູ້ປົກຄອງ ຂອງນັກຮຽນ ທັງໂຮງຮຽນຂອງຣັຖ ແລະເອກຊົນ ສ່ວນໃຫຍ່ເຫັນວ່າການລະດົມເງິນທຶນ ຈາກຜູ້ປົກຄອງ ເພື່ອນໍາໄປປະກອບສ່ວນ ໃຫ້ແກ່ຂະບວນນັກກິລາ ຂອງນະຄອນຫລວງວຽງຈັນນັ້ນ ແມ່ນເປັນສິ່ງທີ່ບໍ່ເຫມາະສົມ ແລະບໍ່ຄວນເຮັດ ເນື່ອງຈາກວ່າ ຜແນກສຶກສາທິການ ແລະກິລາ ໜ້າຈະມີເງິນທຶນ ສໍາລັບສນັບສນຸນນັກກິລາຢູ່ແລ້ວ ໂດຍບໍ່ຈໍາເປັນຕ້ອງຂໍຄວາມຮ່ວມມືຈາກບັນດາ ຜູ້ປົກຄອງ.
ດັ່ງ ຜູ້ປົກຄອງນັກຮຽນ ນາງນຶ່ງ ກ່າວວ່າ:
“ກໍບໍ່ເຫມາະປານໃດເນາະ ຕາມຄວາມຄິດກະຄືວ່າ ມັນໜ້າຈະມີກອງທຶນ ປັນສ່ວນໂຕນັ້ນໄປດີກ່ວາເພາະວ່າ ດ້າມເລັກດ້າມໜ້ອຍກະມາເກັບ ຍາມງານແມ່ນຫຍັງກະເກັບ ນໍານັກຮຽນ ກະແມ່ນພໍ່ແມ່ປະຊາຊົນຄືເກົ່າ ບາດນີ້ມາບ້ານ ບ້ານກະຍັງເກັບອີກ ກະແປວ່າເຮົາຈ່າຍປະມານ 2-3 ຖ້ຽວເນາະ.”
ທາງດ້ານຜູ້ປົກຄອງນັກຮຽນ ອີກທ່ານນຶ່ງ ເຫັນວ່າບໍ່ເຫມາະສົມ ທີ່ຈະຂໍລະດົມທຶນ ຈາກຜູ້ປົກຄອງເຖິງແມ່ນວ່າ ອີງຕາມຄວາມສມັກໃຈ ກໍຕາມ ຍ້ອນວ່າຜູ້ປົກຄອງຫລາຍຄອບຄົວ ມີບັນຫາຄ່າໃຊ້ຈ່າຍໃນຄອບຄົວຢູ່ແລ້ວ ຈຶ່ງເຫັນວ່າພາກສ່ວນທີ່ກ່ຽວຂ້ອງ ຄວນມີຈິຕສໍານຶກ ໃນເຣຶ່ອງນີ້.
ດັ່ງທ່ານ ກ່າວວ່າ:
“ທັມມະດາເພິ່ນມີຂອງເພິ່ນຢູ່ ມັນກະບໍ່ອັນນັ້ນແຫລະເນາະ ໂອ ໃຊ້ຈ່າຍຫລາຍ ເພາະວ່າອັດຕຣາເງິນເຟີ້ນີ້ແຫລະ ລໍາບາກຫລາຍ ຫາກິນຊ່ວງນີ້ ໂອ ເງິນເຟີ້.”
ສ່ວນນັກວິຊາການ ດ້ານການສຶກສາ ໃນລາວນາງນຶ່ງ ກໍໃຫ້ຄວາມເຫັນ ກ່ຽວກັບເຣຶ່ອງນີ້ວ່າ ເຖິງຢ່າງໃດກໍ່ຕາມ ພາກສ່ວນທີ່ກ່ຽວຂ້ອງ ບໍ່ສົມຄວນ ທີ່ຈະລະດົມເງິນ ຈາກບັນດາຄຣູ-ອາຈານ ໃນລັກສະນະ ບັງຄັບ ເນື່ອງຈາກ ຄຣູ-ອາຈານ ທີ່ເຮັກວຽກສອນ ຢູ່ໂຮງຮຽນຂອງຣັຖຫລາຍແຫ່ງ ມີເງິນເດືອນຕ່ໍາຢູ່ແລ້ວ ແລະແແຕ່ລະຄົນ ມີຄ່າໃຊ້ຈ່າຍຫລາຍຢ່າງ ໃນແຕ່ລະເດືອນ.
ດັ່ງ ຍານາງກ່າວວ່າ:
“ມີຜົລເນາະ ເພາະເງິນເດືອນຂະເຈົ້າກະໜ້ອຍຢູ່ແລ້ວ ຄັນວ່າຫັກເງິນເດືອນເຂົາອອກເບາະ ຫລື ວ່າ ເກັບກັບເຂົາ ກໍຈັ່ງມີຫາງສຽງຕາມມາຫັ້ນແຫລະ ຄັນວ່າບ້ານເຮົາບໍ່ມີເງິນເຟີ້ເນາະ ຂ້ອຍໂອເຄຢູ່ກະຊິບໍ່ວ່າຫຍັງ ແຕ່ວ່າດຽວນີ້ແມ່ນຫຍັງ ກະແພງຄືເຮົາຮູ້ແຫລະ ເສຖກິຈຕົກຕ່ໍາ.”
ນອກຈາກນັ້ນ ພາຍຫລັງທີ່ແຈ້ງການ ດັ່ງກ່າວໄດ້ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍນ໌ ກໍ່ມີຜູ້ໃຊ້ສື່ສັງຄົມອອນລາຍນ໌ ໃນລາວຫລາຍຄົນ ພາກັນສແດງທັສນະ ໃນທິດທາງລົບ ຕໍ່ແຈ້ງການສບັບດັ່ງກ່າວ ຍ້ອນເຫັນວ່າຄຣູ, ອາຈານ ເປັນຜູ້ເສັຍສລະ ແລະອຸທິດຕົນ ໃຫ້ແກ່ການພັທນາ ການສຶກສາໃນລາວແລ້ວ ຈຶ່ງບໍ່ສົມຄວນທີ່ຈະມີການເກັບເງິນ ຈາກພວກເຂົາເຈົ້າ ໃນລັກສະນະບັງຄັບ ແລະ ອີກຈໍານວນນຶ່ງ ເຫັນວ່າທາງຜແນກ ສຶກສາທິການ ແລະກິລາ ຄວນຫາງົບປະມານ ດັ່ງກ່າວເອງ.
ເຖິງຢ່າງໃດກໍ່ຕາມ ສໍາລັບຢູ່ແຂວງອື່ນໆ ຍັງບໍ່ມີແຈ້ງການ ຈາກຜແນກສຶກສາ ແລະກິລາຂັ້ນແຂວງ ຂອງແຂວງນັ້ນ ເພື່ອຂໍລະດົມເງິນ ໃນລັກສະນະດັ່ງກ່າວ ແຕ່ຢ່າງໃດເທື່ອ, ແລະຢູ່ໃນປະເທດໃກ້ຄຽງ ເປັນຕົ້ນປະເທດໄທຍ ແລະວຽດນາມ ບໍ່ມີຂ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ມີການຂໍລະດົມເງິນຈາກຄຣູ-ອາຈານ ຫລືພາກສ່ວນທີ່ກ້ຽວຂ້ອງ ເພື່ອປະກອບສ່ວນ ເຂົ້າຮ່ວມຂະບວນນັກກິລາ ຂອງແຂວງ.