ເມື່ອເວລາ ປະມານ 4 ໂມງແລງຂອງວັນທີ 21 ພຶສຈິກາ ຜ່ານມາ ໄດ້ເກີດເຫດຍິງກັນ ຢູ່ບ້ານ ສນາມໄຊ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ເຮັດໃຫ້ ທ້າວ ຊັນນີ ອາຍຸ 28 ປີ, ຊາວ ບ້ານ ບ້ານນາເຊັງເສັຽຊີວິຕ ດ້ວຍກະສູນປືນ AK-47 ຖືກບໍຣິເວນໃບໜ້າ 1 ນັດ. ສ່ວນຜູ້ກໍ່ເຫດແມ່ນ ທ້າວໄຊພາວັນ ມີໄຊ ອາຍຸ 18 ປີ, ເປັນລູກຊາຍຂອງທ່ານ ສີພັນດອນ ມີໄຊ ເຈົ້າຂອງບໍຣິສັດ ລາວມີໄຊກໍ່ສ້າງຈຳກັດ ຊຶ່ງຫລັງຈາກເກີດເຫດ ຜູ້ກ່ຽວໄດ້ຫລົບໜີໄປ ເຈົ້າໜ້າທີ່ຍັງຕາມຈັບໂຕຢູ່ ໃນເວລານີ້, ອີງຕາມການຣາຍງານ ຂອງໜັງສືພີມລາວພັທນາ.
ກ່ຽວກັບເຮື່ອງນີ້ ຊາວບ້ານກໍຮູ້ສຶກຢ້ານກົວ ແລະແຕກຕື່ນ ຢາກໃຫ້ເຈົ້າໜ້າທີ່ ຕາມຈັບຜູ້ກໍ່ເຫດມາດຳເນີນຄະດີ ຕາມກົດໝາຍໃຫ້ໄດ້ ເນື່ອງຈາກເປັນຄະດີ ໂຫດຫ້ຽມເກີດຂຶ້ນ ໃນຊຸມຊົນ.
ດັ່ງຊາວບ້ານ ໃກ້ບອ່ນເກີດເຫດ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ພືສຈິກາປີ 2022 ນີ້ວ່າ:
“ເອີ ແມ່ນ ເຂົາຍິງກັນ ຢູ່ກາງບ້ານເລີຍນະໃກ້ຢູ່ ແຕ່ຂ້ອຍບໍ່ໄດ້ສືບຂໍ້ມູນເຂົາເນາະ ກະຢ້ານຢູ່.”
ຊາວບ້ານ ອີກທ່ານນື່ງເວົ້າວ່າ ໃນເວລາທີ່ເກີດເຫດ ຄາຕກັມນັ້ນ ຕົນເອງກໍໄດ້ຍິນສຽງປືນ ແຕ່ບໍ່ຮູ້ວ່າ ແມ່ນເກີດເຣື່ອງຫຍັງ ເນື່ອງຈາກເປັນເວລາ ພັກຜ່ອນ ຈົນມາຮູ້ພາຍຫລັງວ່າ ແມ່ນການຍິງກັນ ເສັຽຊີວິຕແລະຜູ້ກໍ່ເຫດກໍຫລົບໜີໄປ.
ດັ່ງທ່ານເວົ້າວ່າ:
“ໃກ້ຢູ່ຄືວ່າເຮົາບໍ່ຮູ້ຄືວ່າ ແນວຫັ້ນແຫລະ ຄືໄດ້ຂ່າວວ່າຄົນຮ້າຍໜີ ເຮືອນໃກ້ກັນນີ້ແຫລະ ກະຮູ້ສຶກເສັຽໆ ນອນຢູ່ເຮືອນນີ້ ແຫລະ ເຮົາບໍ່ຮູ້ໃດ.”
ຕໍ່ເຫດການດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການ ປກສ ນະຄອນໄກສອນ ພົມວິຫານເພື່ອສອບຖາມ ຣາຍລະອຽດ ຊຶ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານນຶ່ງຊີ້ແຈງວ່າ ປັດຈຸບັນກຳລັງ ກວດຄືນອີກເທື່ອນຶ່ງວ່າ ຜູ້ກໍ່ເຫດແມ່ນຜູ້ດຽວກັນກັບ ຜູ້ທີ່ຕົກເປັນຂ່າວນັ້ນ ຫລືບໍ່ ສ່ວນຣາຍລະອຽດ ເພີີ່ມຕື່ມແມ່ນຍັງບໍ່ສາມາດໃຫ້ຂໍ້ມູນໄດ້ເທື່ອ.
ດັ່ງທ່ານເວົ້າວ່າ:
“ດຽວນີ້, ແມ່ນຂໍ້ມູນມັນບໍ່ທັນຊັດເຈນເດີ ມັນຍັງບໍ່ທັນແມ່ນເຮື່ອງຈິງ ເຮື່ອງຫຍັງ ທາງເຈົ້າໜ້າທີ່ລົງກວດສອບຢູ່.”
ກ່ຽວກັບການໃຊ້ອາວຸດ ສົງຄາມ ກໍເຫດການຄາຕກັມ ໃນສັງຄົມນັ້ນ ເປັນເຮື່ອງທີ່ຄົນລາວ ສ່ວນຫລາຍຮູ້ສຶກຢ້ານກົວ ຢາກໃຫ້ພາກສ່ວນກ່ຽວຂອ້ງ ມີການກວດການຄືນໃໝ່ ໃນການໃຊ້ອາວຸດ ສົງຄາມຂອງກຸ່ມເປົ້າໝາຍ ທີ່ມີອາວຸດດັ່ງກ່າວ ໄວ້ໃນການຄອບຄອງ ແລ້ວຍຶດ ແລະຫ້າມໃຊ້.
ດັ່ງຄົນລາວ ອີກທ່ານນື່ງເວົ້າວ່າ:
“ທາງເຈົ້າໜ້າທີ ທາງນັ້ນເຂົາເຈົ້າພຸ້ນນ່າ ເຂົາເຈົ້າຊິຕິດຕາມ ກັນເອງດອກ ບໍ່ວ່າຢູ່ໝ້ອງໃດ ຫັ້ນແຫລະເນາະ ຢ່າວ່າແຕ່ສະເພາະປືນ ຜລິດຂຶ້ນມາອິສັງ ຂ້າກັນເນາະ ໂລກທຸກມື້ນີ້ ມີແຕ່ມະນຸສຜລິດອາວຸດ ມາຂ້າກັນ. ເຮື່ອງອາວຸດນີ້ ມັນເປັນບ່ອນຫ້າມຢູ່ແລ້ວ.”
ເຈົ້າໜ້າທີ່ ທ້ອງຖິ່ນ ແຂວງສວັນນະະເຂດ ທ່ານນຶ່ງເວົ້າວ່າ ກ່ອນໜ້ານີ້ ເຈົ້າໜ້າທີ່ ຂັ້ນບ້ານຫລາຍບ້ານຢູ່ແຂວງສວັນນະເຂດ ກໍມີການຍຶດຄືນອາວຸດ ສົງຄາມ ຈາກເຈົ້າໜ້າທີ່ ບ້ານ ຫລື ກອງຫຼອນ ແຕ່ກໍຍັງມີຄົນກຸ່ມນຶ່ງ ທີ່ຍັງຄອບຄອງຢູ່ ເປັນຕົ້ນກຸ່ມຜູ້ມີອຳນາດ ຫລື ຜູ້ມີຖານະລຳລວຍ.
ດັ່ງທ່ານເວົ້າວ່າ:
“ແຕ່ກອ່ນເຮົາມັນເປັນລະບົບມີ ປກສ ບ້ານ ກອງຫຼອນບ້ານບໍ ຊີ່ມີປືນ ດຽວນີ້ເພິ່ນກໍເກັບຄືນໝົດແລ້ວເດ ດົນເຕີບແລ້ວໃດ ແຕ່ພາກສ່ວນຍັງຕົກຄ້າງ ເປັນອາວຸດເສີກ ມັນກະຜິດກົດໝາຍ ຫັ້ນແຫລະ ຄັນເວົ້າເນາະ ບາງເທ່ືອກໍຢູ່ໃນບຳນານ ຢູ່ໃນໝວດຣາຊການເກົ່າ ອາດຊິມີ.”
ຢ່າງໃດກໍຕາມ ກ່ອນໜ້ານີ້ ກໍເຄີຍມີເຫດການຄົນຮ້າຍ ໃຊ້ອວຸດສົງຄາມຍິງຊາວບ້ານ ເສັຽຊີວິຕ ໃນຂນະທີ່ ຜູ້ກໍ່ເຫດ ຍັງບໍ່ທັນຖືກຈັບໂຕ ມາດຳເນີນຄະດີເທື່ອ ເປັນຕົ້ນເມື່ອວັນທີ 25 ຕຸລາຜ່ານມາ ມີເຫດຄົນຮ້າຍໃຊ້ອາວຸສົງຄາມ ຫລື ປືນ ອາກາ (AK) ຍິງຊາວບ້ານ ຄົນນຶ່ງເສັຽຊີວິຕ ຢູ່ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ໃນລະຫວ່າງທີ່ກຳລັງ ຂີ່ຣົຖຈັກໄປລ້ຽງສັດ ມາຮອດປັດຈຸບັນ ເຈົ້າໜ້າທີ່ຕຳຣວດຍັງບໍ່ສາມາດຈັບຜູ້ຕ້ອງສົງໃສໄດ້ເທື່ອ.
ກ່ອນໜ້ານີ້ ໃນວັນທີ 5 ມິຖຸນາ ປີ 2022 ກໍມີເຫດການກຸ່ມຄົນຮ້າຍ ໃຊ້ອາວຸດສົງຄາມ ລັດຍິງຣົຖຊາວບ້ານ 2 ຄັນ ຢູ່ເຂດທາງດ່ວນລາວ-ຈີນ ນະຄອນຫລວງວຽງຈັນ ຫາວັງວຽງ ຢູ່ບໍຣິເວດປາກອຸໂມງພູພະ ເຂດເມືອງຫິນເຫີບ ເຮັດໃຫ້ຊາວບ້ານ ໄດ້ຮັບບາດເຈັບສາຫັດ 1 ຄົນ ແລະບາດເຈັບ ເລັກນ້ອຍອີກ 2 ຄົນ ຕໍ່ມາຕຳຣວດ ກໍສາມາດຈັບຜູ້ຕ້ອງຫາໄດ້ 4 ຄົນ ແຕ່ເທົ່າເຖິງປັດຈຸບັນ ຍັງບໍ່ມີການເປີດເຜີຍຄວາມຄືບໜ້າ ກ່ຽວກັບຄະດີດັ່ງກ່າວ ແຕ່ຢ່າງໃດ.