ເຣື້ອງທີ່ເກັບບັນທຶກໄວ້
2024-05-22
ອອສເຕຣເລຍ ໄດ້ເຜີຍແຜ່ຂໍ້ມູນຜ່ານເວັບໄຊ ຢ່າງເປັນທາງການ ໃນວັນທີ 21 ພຶດສະພາ 2024 ວ່າ ປັດຈຸບັນຍັງມີການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ຫຼື Anthrax ຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະແຂວງຈຳປາສັກ ພ້ອມເຕືອນພົນລະເມືອງຂອງຕົນ ທີ່ຈະເດີນທາງເຂົ້າໄປລາວ ໃຫ້ລະວັງ.
2024-05-21
ການແກ້ໄຂບັນຫາ ຄົນລາວເສັຍຊີວິດ ຍ້ອນຢາສູບ ຍັງເປັນເລື່ອງທີ່ຫຍຸ້ງຍາກ ແລະ ທ້າທາຍ ໃນຂະນະທີ່ ມີຄົນລາວ ເສັຍຊີວິດຍ້ອນຢາສູບ 6,700 ຄົນ ໃນປີ 2023.
2024-05-21
ການຖິ້ມຂີ້ເຫຍື້ອ ຊະຊາຍຕາມແຄມຖະໜົນ ແຖວປ່າຊ້າ ແລະທາງນໍ້າແບງ ຍ້ອນຊາວ ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ບໍ່ມີລົດມາເກັບຂີ້ເຫຍື້ອ ແລະບໍ່ມີບ່ອນຖິ້ມຂີ້ເຫຍື້ອ.
2024-05-21
ໃນໄລຍະເດືອນມັງກອນ ຫາ ເດືອນເມສາ ປີ 2024 ນີ້, ທາງພະແນກຕຳຫຼວດສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງແຂວງເຊກອງ ຈັບຄະດີຢາເສບຕິດໄດ້ 31 ກໍລະນີ ຊຶ່ງຜູ້ຖືກກ່າວຫາ ໃນຄະດີຢາເສບຕິດດັ່ງກ່າວ ສ່ວນຫຼາຍແມ່ນຜູ້ເສບ ຫຼື ຜູ້ຄ້າລາຍຍ່ອຍ.
2024-05-21
ໂຮງງານແປ້ງມັນຕົ້ນ ຂອງຈີນ ປ່ອຍກິ່ນເໝັນໜັກໜ່ວງ ທັງຍາມແລ້ງ ແລະຍາມຝົນ ກະທົບໃສ່ຊາວບ້ານບ້ານນາຊໍ່າ ແລະບ້ານຜາຊ້າງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ອະທິບາຍວ່າ ຍັງບໍ່ມີການຮ້ອງຮຽນໃດໆ ຈາກຊາວບ້ານ.
2024-05-17
5 ເດືອນຕົ້ນປີນີ້ ທົ່ວປະເທດລາວມີຜູ້ຕິດເຊື້ອໄຂ້ຍຸງລາຍ 3,095 ຄົນ, ເສັຍຊີວິດ-3 ຄົນ, ຕິດຫລາຍກວ່າໝູ່ ແມ່ນຢູ່ແຂວງເຊກອງ-1,014 ຄົນ, ຮອງລົງມາກໍແມ່ນນະຄອນ ຫລວງວຽງຈັນ-610 ຄົນ.
2024-05-15
ເຈົ້າໜ້າທີ່ຕໍາຫຼວດ ຜະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍ 2 ຫຼັງ ຢູ່ບ້ານຈຽງຕອງ ເມືອງ ປາກທາ ແລະສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ທັງໝົດ14,106,000 ເມັດ ພ້ອມກັບຈັບຜູ້ຖືກຫາໄດ້ 2 ຄົນ.
2024-05-14
ປະຊາຊົນຢູ່ເຂດບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກຂີ້ຝຸ່ນໄງ່ ທີ່ເກີດຈາກບໍລິສັດ ເອໄອດີຊີ ການຄ້າ (AIDC Trading) ຈຳກັດຜູ້ດຽວເຊິ່ງເປັນບໍລິສັດ ເກັບຊື້ມັນຕົ້ນທີ່ມາເຮັດລານເກັບຊື້ມັນ ໃນໝູ່ບ້ານເຮັດໃຫ້ເຮືອນຊາວບ້ານ ທີ່ຢູ່ໃກ້ລານເກັບມັນເປິະເປື້ອນ ດ້ວຍຂີ້ຝຸ່ນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ປັດຈຸບັນຍັງບໍ່ສາມາດແກ້ໄຂໄດ້.
2024-05-13
ບັນຫາສານເຄມີຮົ່ວໄຫຼລົງແມ່ນໍ້າ ຢູ່ ແຂວງ ຫົວພັນ ຈົນມາເຖິງປັດຈຸບັນ ກໍຍັງບໍ່ທັນມີການແກ້ໄຂ ຢ່າງຂາດໂຕ ສ່ວນວ່າ ເຈົ້າໜ້າທີ່ ທາງການກໍໃຫ້ຄໍາເຫັນວ່າ ກໍາລັງແກ້ໄຂ.
2024-05-11
ທາງການລາວ ສັ່ງປິດສັງວຽນໄກ່ຕີ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຍ້ອນວ່າມີເຫດການຍິງກັນ ແລະ ຕີກັນ ຈົນມີຜູ້ເສຍຊີວິດ 1 ຄົນ ແລະ ບາດສາຫັດຫຼາຍຄົນ ແລະເລື່ອງ ໂຮງງານເຜົາຖ່ານຂາວ ຂອງນັກລົງທຶນຈີນ ຢູ່ເມືອງລະມາມ ແຂວງເຊກອງ ປ່ອຍຄວັນ ສົ່ງກິ່ນຂິວ ແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຂອງຊາວບ້ານ ທີ່ຢູ່ໃກ້ຄຽງ.
2024-05-10
ຄົນລາວ 6 ຄົນ ຖືກຈັບຢູ່ປະເທດຫວຽດນາມ ຍ້ອນລັກລອບຂົນຍ້າຍ ຢາເສບຕິດ ປັດຈຸບັນ ຍັງຢູ່ລະຫວ່າງ ການສືບສວນ-ສອບຂອງເຈົ້າໜ້າທີ່ຫວຽດນາມ ເຊິ່ງການລັກລອບຂົນຍ້າຍຢາເສບຕິດ ໃນເທື່ອນີ້ ອາດເກີດຈາກຄວາມຜິດພາດ ຂອງເຈົ້າໜ້າທີ່ປະຈໍາດ່ານສາກົນ.
2024-05-09
ປະຊາຊົນຊາວນະຄອນຫຼວງພຣະບາງ ໄດ້ຮັບຄວາມເດືອດຮ້ອນຈາກ ນ້ຳປະປາປິດສ້ອມແປງ ໂດຍລັດວິສາຫະກິດ ນໍ້າປະປາ ຂອງແຂວງຫລວງພະບາງ ປະກາດປິດສ້ອມແປງໂຮງານຜະລິດນ້ຳ 35 ມື້, ແຕ່ກໍເປີດໃຫ້ໃຊ້ໃນຕອນກາງຄືນ.
2024-05-08
ເຈົ້າໜ້າທີ່ຕຳຫຼວດໄທ ແຂວງນະຄອນພະນົມ ຈັບຊາຍຊາວລາວ 1 ຄົນ ທີ່ລັກລອບ ຂົນຢາເສບຕິດ 2 ແສນເມັດ ຜ່ານດ່ານສາກົນ ຂົມມິດຕະພາບ ລາວ-ໄທ ແຫ່ງທີ 3 ຄຳມ່ວນ-ນະຄອນພະນົມ.
2024-05-08
ຊາວບ້ານໄດ້ຮັບຜົນກະທົບ ເລື່ອງກິ່ນເໝັນຂິວ ຈາກໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ລາວທີທີແອວ ຂອງນັກລົງທຶນຫວຽດນາມ ທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ຍັງສ້າງຄວາມເດືອດຮ້ອນ ໃຫ້ກັບຊາວບ້ານ ໃນພື້ນທີ່ຢ່າງໜັກ ນັບແຕ່ເດືອນກຸມພາ ຈົນມາເຖິງປັດຈຸບັນນີ້.
2024-05-03
ຊາວບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບ ຈາກບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ທີ່ໄດ້ມີການປ່ອຍນໍ້າເສຍ ປົນເປື້ອນສານເຄມີ ລົງສູ່ຫ້ວຍມັນ ແລະຫ້ວຍຕະບູ້ນ ເຮັດໃຫ້ນໍ້າແວ່ນ ທີ່ຢູ່ທາງລຸ່ມນໍ້າ ສອງຫ້ວຍນັ້ນ ຍັງມີສານເຄມີ, ເຮັດໃຫ້ປາໃນຫ້ວຍດັ່ງກ່າວ ແລະງົວຂອງຊາວບ້ານ ຕາຍ.