ກິ່ນເໝັນ ຈາກໂຮງງານມັນຕົ້ນຈີນ ເຮັດໃຫ້ຊາວບ້ານ ເດືອດຮ້ອນຫຼາຍ
2024.05.21
ໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ ກ້າວໜ້າລາວ ຈໍາກັດ ຂອງນັກລົງ ທຶນຈີນ ໄດ້ສົ່ງກິ່ນເໝັນ ໃສ່ຊາວບ້ານ ບ້ານນາຊໍ່າ ແລະບ້ານຜາຊ້າງ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ, ເຮັດໃຫ້ການດໍາລົງຊີວິດ ຂອງພວກເຂົາເຈົ້າ ບໍ່ເປັນປົກກະຕິ ຍ້ອນມີກິ່ນເໝັນໜັກໜ່ວງ ຕລອດມື້ ທັງໃນລະດູແລ້ງ ແລະລະດູຝົນ.
ຊາວບ້ານນາງໜຶ່ງ ໃນເມືອງໄຊຍະບູລີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພຶດສະພາ 2024 ນີ້ ເຖິງກິ່ນເໝັນ ຈາກໂຮງງານຂອງຈີນດັ່ງກ່າວວ່າ ຂ້ອນຂ້າງຮຸນແຮງຫລາຍ. ໃນລະດູແລ້ງ ກິ່ນເໝັນຮຸນແຮງ ຈະກະຈາຍໄປທົ່ວເຂດຊຸມຊົນ ທີ່ີຢູ່ອ້ອມຂ້າງໂຮງງານນັ້ນ ຈົນບໍ່ສາມາດກິນເຂົ້າໄດ້ ແລະນອນກໍບໍ່ຫລັບ ເພາະມັນຖືກກິ່ນໂດຍກົງ.
ດັ່ງທີ່ນາງເວົ້າວ່າ:
“ມັນກະຖືກໂດຍຕົງເລີຍນະ ເຈົ້າ ກະຖືກກິ່ນໝົດມື້ ຫັ້ນແລ້ວ ຍາມມັນຮ້ອນແຮງຢູ່ບໍ່ໄດ້ເລີຍ ຍາມຮ້ອນນີ້ໜັກຂະໜາດ ເຈົ້າ.”
ໂຮງງານຜະລິດແປ້ງມັນຕົ້ນຂອງຈີນ ຢູ່ເມືອງໄຊຍະບູລີນີ້ ໄດ້ເປີດຢ່າງເປັນທາງການເມື່ອປີ 2022. ເບື້ອງຕົ້ນ ໄດ້ມີການຮັບຊື້ມັນຕົ້ນ ຈາກຊາວບ້ານ ກ່ອນທີ່ຈະຂະຫຍາຍ ມາເປັນໂຮງງານຜະລິດແປ້ງມັນຕົ້ນ. ຫລັງຈາກນັ້ນ ໂຮງງານນີ້ ກໍເລີ່ມສົ່ງກິ່ນເໝັນ ກະທົບໃສ່ຊາວບ້ານ ທີ່ຢູ່ອ້ອມແອ້ມໂຮງງານ ແລະຊາວບ້ານອີກນາງໜຶ່ງ ຢູ່ເມືອງໄຊຍະບູລີ ກໍເວົ້າວ່າ ຕົນຮູ້ສຶກເຫັນໃຈຊາວບ້ານ ໃນເຂດດັ່ງກ່າວ ຍ້ອນມີໂຮງງານຜະລິດແປ້ງມັນຕົ້ນ ແລະໂຮງງານຮັບຊື້ມັນຕົ້ນຈໍານວນໜຶ່ງ ເຂົ້າໄປຕັ້ງ ຢູ່ໃນເຂດຊຸມຊົນ ທີ່ມີຜູ້ຄົນອາໄສຢູ່ຫລາຍເຖິງ 100 ຄອບຄົວ ແລະວ່າ ໂຮງງານມັນຕົ້ນເຫລົ່ານັ້ນ ຂ້ອນຂ້າງສົ່ງກິ່ນເໝັນໃສ່ໜັກສົມຄວນ.
ດັ່ງທີ່ນາງເວົ້າໃນມື້ດຽວກັນນັ້ນວ່າ:
“ແຖວນັ້ນມັນກະເປັນບ້ານເປັນເມືອງ ໝົດແລ້ວເນາະ ບາດນີ້ມັນກະຕ້ອງມີກິ່ນເໝັນຫັ້ນແຫລະ ເພາະວ່າໂຮງງານມັນຕົ້ນ ມັນກະຫລາຍທາງນັ້ນນ່າ.”
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະປ່າໄມ້ ເມືອງໄຊຍະບູລີ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພຶດສະພານີ້ວ່າ ປັດຈຸບັນ ກໍໄດ້ຍິນຊາວບ້ານຈໍານວນໜຶ່ງ ຢູ່ບ້ານນາຊໍ່າ ແລະບ້ານຜາຊ້າງ ພາກັນຈົ່ມຢູ່ວ່າ ໄດ້ຮັບຜົນກະທົບ ເລື້ອງກິ່ນເໝັນ ຈາກໂຮງງານຜະລິດແປ້ງມັນຕົ້ນ ຂອງຄົນຈີນ ແຕ່ທາງຫ້ອງການກະສິກໍາ ແລະປ່າໄມ້ຢູ່ເມືອງນີ້ ຫາກຍັງບໍ່ໄດ້ຮັບເລື່ອງຮ້ອງຮຽນ ຈາກຊາວບ້ານ ໃນເຂດນັ້ນເທື່ອ ດັ່ງນັ້ນຈຶ່ງຍັງບໍ່ທັນໄດ້ລົງພື້ນທີ່ ໄປຕິດຕາມກວດກາ.
“ແມ່ນ ...ກະມີສ່ວນໜຶ່ງເພາະວ່າ ຊ້ວງນີ້ມັນເປັນຊ້ວງຝົນຕົກແດ່ ກິ່ນມັນກະຊິອອກມາແດ່ ຫ້ອງການກະສິກໍາ ຍັງບໍ່ທັນໄດ້ຮັບແຈ້ງ.”
ແລະເຈົ້າໜ້າທີ່ ຜະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງໄຊຍະບູລີ ທ່ານໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນັ້ນວ່າ ກ່ອນທີ່ໂຮງ ງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ ກ້າວໜ້າລາວ ຈໍາກັດ ຂອງຈີນ ຈະເຂົ້າມາເປີດກິດຈະການ ກໍໄດ້ມີກາປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ ແລະສັງຄົມ ຢ່າງລະອຽດແລ້ວ, ແຕ່ປາກົດວ່າ ຫລັງຈາກທາງໂຮງງານ ເລີມຜະລິດແປ້ງມັນຕົ້ນ ໄດ້ບໍ່ດົນ ກໍເກີດຫາງສຽງຈົ່ມວ່າ ຈາກຊາວບ້ານ ໃນພື້ນທີ່ອ້ອມຂ້າງໂຮງງານ ວ່າມີກິ່ນເໝັນ.
ທ່ານເວົ້າຕໍ່ໄປວ່າ ເລື່ອງທີ່ວ່ານີ້ ທາງພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງໄຊຍະບູລີ ກໍໄດ້ລົງພື້ນທີ່ ໄປຕິດຕາມ ກວດກາ ເລື້ອງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຢູ່ຢ່າງເປັນປະຈໍາ ເພື່ອປ້ອງກັນ ບໍ່ໃຫ້ເກີດຜົນກະທົບນັ້ນ.
“ສິ່ງສໍາຄັນທີ່ສຸດລະແມ່ນເວົ້າເລື່ອງ ຜົນກະທົບຕໍ່ສັງຄົມນີ້ແລ້ວ ໄທເຮົາກະໄດ້ປະຊຸມກັນ ກະເວົ້າຫລາຍຄັ້ງຫລາຍຫົນ ເຮົາກະຈະກວດປະຈໍາຢູ່ແລ້ວ ເພື່ອບໍ່ໃຫ້ມັນຫະທົບຕໍ່ສິ່ງແວດລ້ອມເດ້ ຕໍ່ສັງຄົມເດ້.”
ໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດ ກ້າວໜ້າລາວ ຈໍາກັດຂອງຈີນ ປັດ ຈຸບັນ ມີກິດຈະການ ຢູ່ 2 ສາຂາ ໃນແຂວງໄຊຍະບູລີ ຄື ໂຮງງານຜະລິດແປ້ງມັນຕົ້ນ ບ້ານນາຊໍ່າ ເມືອງໄຊຍະບູລີ ແລະໂຮງງານຜະລິດແປ້ງມັນຕົ້ນ ບ້ານ ນໍ້າຊົ້ງ ເມືອງປາກລາຍ.
ແລະເມື່ອເດືອນມີນາ 2024 ນີ້ ໂຮງງານຜະລິດແປ້ງມັນຕົ້ນ ຢູ່ບ້ານນໍ້າຊົ້ງ ໄດ້ເຮັດໃຫ້ນໍ້າເສຍ ໄຫລລົງສູ່ແມ່ນໍ້າຂອງ ຈົນເຮັດໃຫ້ຊາວບ້ານ ໃນພື້ນທີ່ ກັງວົນວ່າຈະເປັນອັນຕະລາຍ ຕໍ່ສັດນໍ້າ ແລະສິ່ງແວດລ້ອມ. ຫລັງຈາກນັ້ນ ອໍານາດການອົງການປົກຄອງເມືອງປາກລາຍ ກໍໄດ້ລົງພື້ນທີ່ ຕິດຕາມກວດກາ ແຕ່ເຫັນວ່າໂຮງງານດັ່ງກ່າວ ບໍ່ໄດ້ປ່ອຍນໍ້າເປື້ອນ ນໍ້າເສຍລົງແມ່ນໍ້າຂອງໂດຍກົງ, ແຕ່ອາດມີທໍ່ນໍ້າເປຶ້ອນ ຫລືນໍ້າເສຍ ມາຈາກອ່າງບໍາບັດນໍ້າເປື້ອນ ຮົ່ວໄຫລ ແລະໄຫລລົງໃສ່ແມ່ນໍ້າຂອງ.