ພໍ່ຄ້າຢາເສບຕິດ ລາຍໃຫຍ່ ຢູ່ແຂວງບໍ່ແກ້ວ ຖືກຈັບ

ໄຊຍາ
2024.05.15
ພໍ່ຄ້າຢາເສບຕິດ ລາຍໃຫຍ່ ຢູ່ແຂວງບໍ່ແກ້ວ ຖືກຈັບ ພໍ່ຄ້າຢາເສບຕິດລາຍໃຫຍ່ຢູ່ແຂວງບໍ່ແກ້ວຖືກຈັບ ພ້ອມຢາເສບຕິດ 14 ລ້ານເມັດ. ວັນທີ 12 ພຶດສະພາ 2024.
Photo: Screen Captured ຂ່າວ ປກສ ແຂວງບໍ່ແກ້ວ

ວັນທີ 12 ພຶດສະພາ ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດ ຜະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວທີ່ຂຶ້ນກັບກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນເຮືອນເປົ້າໝາຍ 2 ຫຼັງ ຢູ່ບ້ານຈຽງຕອງ ເມືອງ ປາກທາ. ການກວດຄົ້ນດັ່ງກ່າວ ສາມາດຍຶດຢາເສບຕິດ ປະເພດຢາບ້າ ໄດ້ທັງໝົດ14,106,000 ເມັດ ພ້ອມກັບຈັບຜູ້ຖືກຫາໄດ້ 2 ຄົນ ປະກອບດ້ວຍ ທ້າວ ນໍຄົວ ຊົງ ອາຍຸ 29 ປີ ແລະ ກົວຊົງ ຫຼື ສົງຄາມ ຊົງ ອາຍຸ 38 ປີ ພ້ອມທັງຂອງກາງອື່ນໆ ປະເພດອາວຸດປືນ, ລູກປືນ, ລົດກະບະ ແລະ ອື່ນໆ ອີກຫຼາຍປະເພດ ອີງຕາມການລາຍງານ ຂອງສື່ມວນຊົນພາຍໃນ ເມື່ອວັນທີ 14 ພຶດສະພາ 2024.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັນຊາການ ປກສ ແຂວງບໍ່ແກ້ວເພື່ອສອບຖາມຄວາມຄືບໜ້າ ຂອງຄະດີນີ້ໂດຍເຈົ້າໜ້າທີ່ ໄດ້ຊີ້ແຈງວ່າປັດຈຸບັນ ກຳລັງມີການສືບສວນ-ສອບສວນ ຜູ້ຖືກຫາທັງສອງຕາມຂັ້ນຕອນ ສ່ວນລາຍລະອຽດ ຍັງບໍ່ສາມາດເປີດເຜີຍໄດ້.

ຄະດີນີ້ເຈົ້າໜ້າທີ່ ຕໍາຫຼວດແຂວງບໍ່ແກ້ວ ທ່ານໄດ້ຢືນຢັນວ່າ ທາງຄະນະວິຊາສະເພາະ ມີການສອບສວນຜູ້ຖືກກ່າວຫາ ຢູ່ແຕ່ຄາດວ່າໜ້າ ຈະບໍ່ມີການຖະແຫຼງຂ່າວ ໃຫ້ສັງຄົມ ໄດ້ຮັບູຮູ້ເພີ່ມ ອາດມີການດຳເນີນຄະດີ ແລະສົ່ງຟ້ອງສານຕາມຂັ້ນຕອນ ໂດຍບໍ່ມີການເປີດເຜີຍຜ່ານສື່ມວນຊົນ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ພຶດສະພາ ນີ້ວ່າ:

“ແມ່ນແຫຼະສືບສວນສອບສວນ ຢູ່ໂອກໍຄືຊິບໍ່ຖະແຫຼງແລ້ວຕິ ກາຍັງບໍ່ຮູ້ເທື່ອ ມັນອອກຂ່າວແລ້ວເຂົາເຈົ້າກາຄືຊິບໍ່ຖະແຫຼງແລ້ວແຫຼະ ກາຍັງບໍ່ຮູ້ຍັງແມ່ນເຂົ້າເຈົ້າເຮັດ.”

ຊາວບ້ານທີ່ຮູ້ຂ່າວດັ່ງກ່າວ ຜ່ານສື່ສັງຄົມອອນລາຍ ກໍ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການດຳເນີນຄະດີ ຜູ້ຖືກກ່າວຫາ ສອງຄົນນັ້ນ ຢ່າງເດັດຂາດ ແລະດີແທ້ກໍ່ຕ້ອງໄດ້ມີການຕັດສິນ ປະຫານຊີວິດ ແລະ ເຮັດການປະຫານຢ່າງຈິງຈັງ ເພື່ອເຮັດໃຫ້ເປັນບົດຮຽນຕໍ່ສັງຄົມ. ຖ້າບໍ່ມີການລົງໂທດ ຢ່າງເດັດຂາດກໍ່ຈະບໍ່ເຮັດໃຫ້ຂະບວນການ ຄ້າຂາຍຢາເສບຕິດ ຮູ້ສຶກຢ້ານ ແລະກໍ່ຈະມີການລັກຄ້າຂາຍ, ຂົນສົ່ງຢາເສບຕິດແບບບໍ່ຢ້ານຕໍ່ກົດໝາຍ.

ດັ່ງທ່ານກ່າວວ່າ:

“ຕັດສິນຄະດີວ່າປະຫານຊີວິດບໍ່ ຫຼືວ່າ ຈໍາຄຸກຈັກປີຫັ້ນຈາຄຸກຫັ້ນ ຫາບໍ່ຢາກໃຫ້ເຮັດຄັນວ່າແລ້ວປະຫານຊີວິດ ແບບແຕ່ກີ້ເນາະ ປະຊາຊົນເບິ່ງເຂົາຈັ່ງຊິຢ້ານປະຫານຊີວິດ ລະບໍ່ເຫັນປະຫານຊີວິດອອກມາຫັ້ນນ່າ ເຂົາກາສະບາຍເຮັດຕໍ່ ແລ້ວກໍ່ໃຫ້ທໍາລາຍຢາເສບຕິດທີ່ຍຶດໄປແລ້ວນັ້ນ ໃຫ້ປະຊາຊົນຮູ້ວ່າ ໄປທຳລາຍຢູ່ໃສ.”

ສໍານັກງານກົດໝາຍທ່ານ ໃຫ້ຄໍາເຫັນກ່ຽວກັບກັບຄະດີນີ້ວ່າ ກໍ່ມີໂອກາດສູງທີ່ຜູ້ຖືກຫາ ທັງສອງຄົນ ຈະຖືກສານລົງໂທດ ດ້ວຍການຕັດສິນປະຫານຊີວິດ ຄັນວ່າຜູ້ກ່ຽວມີຄວາມຜິດແທ້ ແຕ່ໃນຂັ້ນຕອນທາງກົດໝາຍ ແລ້ວກໍ່ຖືວ່າຜູ້ຖືກຫາທັງສອງຄົນນັ້ນ ສາມາດຫາທະນາຍຄວາມ ເຂົ້າມາຕໍ່ສູ້ຄະດີ ໃຫ້ໄດ້ຕາມສິດທິຂອງຜູ້ຖືກກ່າວຫາ ຄະດີຕ່າງໆ.

ດັ່ງທ່ານກ່າວວ່າ:

“ມີໂທດປະຫານແຫຼະ ເຈົ້າກໍລະນີນີ້ເພິ່ນຈະໃຫ້ຜູ້ກະທໍາຜິດຫັ້ນ ມີທະນາຍເພື່ອມາຊີ້ແຈງ ຄະດີເນາະເບິ່ງຕາມນໍ້າໜັກ ແລ້ວກໍ່ຕາມປະຫວັດຄະດີ ຂອງຜູ້ກະທຳຜິດຜ່ານມາເນາະ ວ່າເປັນການກະທຳຜິດ ຄັ້ງແລກບໍ່.”

ທ່ານກ່າວຕື່ມວ່າ ສໍາລັບນັກໂທດທີ່ຖືກຕັດສິນ ປະຫານຊີວິດສ່ວນໃຫຍ່ແລ້ວ ກໍ່ຈະຖືກສົ່ງໄປຄຸມຂັງ ຢູ່ຄ້າຍຄຸມຂັງສຳລັບນັກໂທດ ຄະດີຮ້າຍແຮງ ແລະບາງເທື່ອກໍ່ອາດມີການປະຫານຊີວິດ ນັກໂທດຢູ່ພາຍໃນຄ້າຍຄຸມຂັງ ດັ່ງກ່າວເລີຍ ແຕ່ບໍ່ມີການເປີດເຜີຍການປະຫານຊີວິດ ໃຫ້ຮັບຊາບ.

ພາຍຫຼັງທີ່ມີການມ້າງເຄືອຂ່າຍ ຢາເສບຕິດຢູ່ເມືອງປາກທາກໍ່ເຮັດເຈົ້າໜ້າທີ່ ຕໍາຫຼວດແຂວງບໍ່ແກ້ວ ໄດ້ມີການຕັ້ງດ່ານກວດກາ ຢາເສບຕິດຕາມເຂດຕ່າງໆ ຢ່າງເຂັ້ມງວດ ເພື່ອເປັນການສະກັດກັ້ນເປົ້າໝາຍ ແລະກວດກາຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ໃນສັງຄົມ.

ດັ່ງຊາວບ້ານ ຢູ່ແຂວງບໍ່ແກ້ວທ່ານກ່າວວ່າ:

“ຊ່ວງນີ້ເພິ່ນໜ້າຈະເຂັ້ນຂົ້ນໜ້ອຍໜຶ່ງ ເພາະວ່າມີເຫດການແບບນັ້ນຫັ້ນນ່າ ກວດລົດກວດເອກະສານບໍ່ ມັນມີຕາມຈຸດເປັນເຂດຊາຍແດນຕໍ່ເມືອງ. ເມືອງຕໍ່ເມືອງຫັ້ນນ່າ ມັນຈະມີກວດເອກະສານລົດຢູ່ຫັ້ນນ່າ ລົດເຮົາບໍ່ແມ່ນເປົ້າໝາຍ ຂອງເພິ່ນເພິ່ນອາດຈະກວດໜ້ອຍໜຶ່ງເນາະ.”

ໃນໄລຍະຜ່ານມາ ກໍ່ໄດ້ມີການກວດຢຶດຢາເສບຕິດ ໃນແຂວງບໍ່ແກ້ວເປັນຈຳນວນຫຼາຍຄັ້ງ, ກ່ອນໜ້າທີ່ເມື່ອວັນທີ 25 ມີນາຜ່ານມາ ເຈົ້າໜ້າທີ່ຕຳຫຼວດຈຸດກວດການໍ້າເກີ່ງ ເມືອງຕົ້ນເຜີ້ງໄດ້ຍຶດຢາເສບຕິດປະເພດຢາໄອສ໌ນໍ້າໜັກ 166 ກິໂລກະຣາມ ພ້ອມທັງກັກຜູ້ຖືກກ່າວຫາ ໄດ້ສອງຄົນ ແລະອີກຫຼາຍເຫດການ. ເມື່ອວັນທີ 31 ມັງກອນ 2024 ເຈົ້າໜ້າທີ່ຕໍາຫຼວດ ແຂວງບໍ່ແກ້ວໄດ້ກວດຍຶດຢາບ້າ ຈຳນວນ 8 ລ້ານເມັດ ທີ່ຊຸກເຊື່ອງໄວ້ໃນລົດ ກະບະຄັນໜຶ່ງ ແຕ່ຄົນຂັບລົດດັ່ງກ່າວລົບໜີໄປ ໄດ້ແລະໃນເດືອນມັງກອນປີ 2023​ ກໍມີການກວດຍຶດຢາບ້າ ຈໍານວນ 6 ລ້ານເມັດຢູ່ແຂວງບໍ່ແກ້ວ ແຕ່ຜູ້ຖືກກ່າວຫາ ທີ່ເປັນຄົນຂັບລົດ ບັນທຸກ ຢາບ້າສາມາດລົບໜີໄປໄດ້ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.