ຊາວບ້ານ ຢູ່ເມືອງຊໍາເໜືອ ບໍ່ສາມາດໃຊ້ນໍ້າໄດ້ ຍ້ອນວ່າ ມີສານເຄມີ
2024.05.03

ມາເຖິງປັດຈຸບັນ ຊາວບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຈໍານວນ 36 ບ້ານ ເປັນຕົ້ນ ບ້ານພຽງດີ, ບ້ານຫົວພູ, ບ້ານຫ້ວຍມັນ ແລະບ້ານເມືອງແວ່ນ ທີ່ໄດ້ຮັບຜົນກະທົບ ທາງກົງ ແລະທາງອ້ອມ ຈາກໂຄງການ ຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ມີການປ່ອຍນໍ້າເປື້ອນ ນໍ້າເສຍ ທີ່ມີສານເຄມີປົນເປື້ອນ ລົງສູ່ຫ້ວຍມັນ ແລະ ຫ້ວຍຕະບູ້ນ ເຊິ່ງເປັນແຫຼ່ງນໍ້າທໍາມະຊາດ ຈົນເປັນເຫດໃຫ້ປາຕາຍ ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະລ້ຽງສັດ ເຊິ່ງກະທົບ ຕໍ່ຊີິວິດການເປັນຢູ່ ແລະການທໍາມາຫາກິນ ຂອງປະຊາຊົນ ນັບຕັ້ງແຕ່ວັນທີ 22 ເດືອນ ກຸມພາ ປີ 2024 ເປັນຕົ້ນມາ ອີກຢ່າງໜຶ່ງ ມາຮອດຍາມນີ້ ກໍເປັນລະດູການເຮັດນາປີແລ້ວ ແຕ່ຊາວບ້ານ ທີ່ໄດ້ຮັບຜົນກະທົບນັ້ນ ກໍ່ຍັງບໍ່ທັນກ້ານໍ້າໃຊ້ນໍ້າແວ່ນ ແລະນໍ້າຊໍາເທື່ອ ເຖິງແມ່ນວ່າ ຈະມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ລົງມາເຜີຍແຜ່ຜົນວິໄຈຂອງການກວດນໍ້າ ວ່າສາມາດໃຊ້ໄດ້ແລ້ວກໍ່ຕາມ, ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ໃນເມືອງຊໍາເໜືອ ແຂວງຫົວພັນ ທ່ານໜຶ່ງ ໄດ້ເລົ່າໃຫ້ ວິທຍຸເອເຊັຽເສຣີ ຟັງ ໃນວັນທີ 3 ເດືອນພຶດສະພາ 2024 ນີ້ ເຖິງເຫດຜົນ ທີ່ຍັງບໍ່ກ້າໃຊ້ນໍ້າແວ່ນ ແລະນໍ້າຊໍາ ນັ້ນວ່າ:
“ມື້ມາເຜີຍແຜ່ນັ້ນ ກະມີພາກສ່ວນຂອງແຂວງ ແລະພາກສ່ວນຂອງເມືອງເນາະ ທຸກພາກສ່ວນທີ່ກ່ຽວຂ້ອງ ມາເຜີຍແຜ່ ວ່ານໍ້າຫ້ວຍຕະບູ້ນ ກັບຫ້ວຍມັນ ແມ່ນຫ້າມອຸປະໂພກ ບໍລິໂພກຕ່າງໆນີ້ ແມ່ນໃຊ້ບໍ່ໄດ້ ລະນໍ້າແວ່ນນ້ໍາຊໍາ ແມ່ນໃຊ້ໄດ້ ອຸປະໂພກໄດ້ ບໍລິໂພກໄດ້ ແຕ່ປະຊາຊົນ ກະຮັບຮອງບໍ່ໄດ້ ຍ້ອນວ່າ ປາກະຍັງທະຍອຍຕາຍ ສັດລ້ຽງກະຍັງທະຍອຍຕາຍຢູ່ ລະນໍ້າຫ້ວຍດັ່ງກ່າວ ສອງຫ້ວຍນັ້ນ ກະລົງມາປ່ອງໃສ່ນໍ້າແວ່ນນັ້ນເນາະ ທາງປະຊາຊົນ ກະຖາມຄືນວ່າ ຜົນກວດນໍ້າ ບົດເຄາະນີ້ ມີອັນໃດ ມາເປັນຕາຢືນຢັນ ຈະຮັບປະກັນໄດ້ບໍ່ ຕໍ່ຊີວິດຂອງປະຊາຊົນ ອັນນີ້ ພໍພຽງແຕ່ວ່າ ເຮັດເປັນເຈັ້ຍອັນໃດ ລາຍເຊັນຜູ້ວິເຄາະ ກະຍັງບໍ່ມີ ໃຜເຮັດເອົາກະໄດ້ສໍ່ານັ້ນ ມັນລະເປັນແນວນັ້ນ.”
ທ່ານກ່າວຕື່ມອີກວ່າ:
“ຖ້າວ່າ ເຈົ້າຮັບຮອງວ່າ ນໍ້ານີ້ໃຊ້ໄດ້ ປະຊາຊົນດໍາລົງຊີວິດ ເຮັດໄຮ່ເຮັດນາ ເຮັດສວນ ຫຼືວ່າທໍາມາຫາກິນ ຫາກມີຜົນກະທົບອັນໃດເກີດຂຶ້ນ ແມ່ນໃຫ້ຜູ້ໃດຜິດ ແມ່ນຜູ້ນັ້ນຮັບຜິດຊອບ ຕໍ່ຜົນກະທົບດັ່ງກ່າວ ອັນນັ້ນອັນໜຶ່ງ ອັນທີ່ສອງມາ ລະທີ່ຜ່ານມາ ໄດ້ຢຸດບໍ່ໄດ້ທໍາມາຫາກິນ ນັບແຕ່ວັນທີ 22 ເດືອນ 2 ຂຶ້ນມາ ບໍ່ໄດ້ທໍາມາຫາກິນ ຕາມລໍາແມ່ນໍ້າ ສວນຜັກສວນຫອມອັນໃດ ສວນຄົວອັນໃດ ກະບໍ່ໄດ້ຫົດນໍ້າ ກະຫ່ຽວກະແຫ້ງເບິດ ປະຊາຊົນຮ້ອງໂຮ ຕ້ອງການ ເດືອດຮ້ອນທີ່ສຸດ.”
ໃນຂະນະທີ່ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ທີໜຶ່ງ ກໍເວົ້າເຖິງຄວາມຫຍຸ້ງຍາກ ໃນການໃຊ້ ຊີວິດປະຈໍາວັນ ຂອງຕົນເອງ ແລະຊາວບ້ານພາຍໃນບ້ານ ໃຫ້ຟັງວ່າ:
“ເອີ່! ຫຍຸ້ງຍາກ ດຽວນີ້ບັນຫາຫຍຸ້ງຍາກ ກະມີຊິທໍາການຜະລິດເຮັດນາຫັ້ນເດ້ ບໍ່ໃຊ້ນໍ້າໄດ້ ໝາກອຶ, ໝາກເຜັດ, ໝາກເຂືອ ນີ້ກະບໍ່ໄດ້ຫົດ ຫົດແຕ່ນໍ້າລິນດອກ ໃຊ້ແຕ່ນໍ້າລິນ ນໍ້າໂຕນີ້ບໍ່ໄດ້ແຕະເລີຍເນາະ. ນໍ້າຊໍາ ນໍ້າແວ່ນ ບໍ່ແຕະເລີຍ ມັນບໍ່ມີໃຜກ້າໃຊ້ນໍ້າ ປາ ກະບໍ່ກ້າກິນ ລະກະບໍ່ກ້າຫາ ປາກະຕາຍແດ່ ແຕ່ຫາກບໍ່ຕາຍຫຼາຍ ຕາຍໜ້ອຍ.”
ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ທີ 2 ກໍເວົ້າໃຫ້ຟັງ ກ່ຽວກັບການເຜີຍແຜ່ຜົນກວດກາ ນໍ້າແວ່ນ ແລະນໍ້າຊໍາ ນັ້ນວ່າ:
“ແຈ້ງເຂົາວ່າໃຊ້ໄດ້ ແຕ່ວ່າ ປະຊາຊົນ ບໍ່ມີຄວາມເຊື່ອໝັ້ນຫັ້ນນ່າ ປະຊາຊົນບໍ່ກ້າໃຊ້ ເພາະວ່າ ປາກະຍັງຕາຍຢູ່ ເປັນງົວເປັນຄວາຍ ກະລົງນໍ້າ ກະຍັງຕາຍຢູ່ເດ້ ເພາະວ່າລະດູນີ້ ກະຖືວ່າ ປະຊາຊົນເຂົາເຮັດໄຮ່ເຮັດນາ ເຂົາກະຢາກທໍາຢູ່ຫາກິນເນາະ ຮອດຍາມລະດູທໍາການຜະລິດ ເຂົາກະຢາກທໍາການຜະລິດ ແຕ່ວ່າເຂົາລະບໍ່ກ້າໃຊ້ຫັ້ນນ່າ ນາເຂົາກະບໍ່ໄດ້ເຮັດເດ້ປີນີ້ ກະລໍາບາກຢູ່ປະຊາຊົນເຂດນີ້ຫັ້ນນ່າ ຖືວ່າດຽວນີ້ ກະບໍ່ໃຊ້ການໄດ້ຈັກແນວເລີຍ ນັບແຕ່ຫົດສວນຫົດນັ້ນ ເຮັດໄຮ່ເຮັດນາ ຢູ່ເລາະລຽບໜອງນໍ້ານີ້ ຖືວ່າເຮັດບໍ່ໄດ້ເລີຍ ເພາະວ່າມັນຢ້ານເດ້ເນາະ.”
ເຖິງແນວໃດກໍຕາມ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ກໍຂໍຝາກ ຄໍາຮ້ອງທຸກ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ວ່າ
“ດຽວນີ້ ຈິດໃຈຂອງປະຊາຊົນນີ້ລະເນາະ ແມ່ນຢາກຮຽກຮ້ອງ ໃຫ້ທາງຂັ້ນເທິງ ເປັນຜູ້ມາກວດກາໂຕຈິງເນາະ ລະກະເບິ່ງເຫດເບິ່ງຜົນນໍາປະຊາຊົນ ເບິ່ງນໍາເຂົາເຈົ້ານ່າ ຢາກໃຫ້ເວົ້າເປັນທີ່ຮຽບຮ້ອຍນ່າ ຖືວ່າ ມັນຊິໃຊ້ໄດ້ ກະໃຫ້ໃຊ້ໄດ້ແທ້ ຫຼືວ່າ ບໍ່ໄດ້ໃຊ້ບໍ່ໄດ້ ຢາກໃຫ້ເວົ້າວ່າ ວ່າໃຊ້ບໍ່ໄດ້ແທ້ຫັ້ນນ່າ ກໍລະນີວ່າ ປະຊາຊົນທໍາການຜະລິດ ມັນຈະແຕະຕ້ອງ ບັນຫາສຸຂະພາບເນາະ ໃນເມື່ອວ່າ ມີກໍລະນີຂຶ້ນ ຢາກໃຫ້ມີພາກສ່ວນຮັບຜິດຊອບ ຫຼືວ່າຄັນບໍ່ເຮັດນານີ້ໄດ້ ກະຢາກໃຫ້ມີຜູ້ຮັບຜິດຊອບ ເລື່ອງການອຶດຫິວຂອງປະຊາຊົນ ຢູ່ເຂດນີ້ຫັ້ນນ່າເນາະ ຈິດໃຈຢາກວ່າແນວນັ້ນ.”
ໃນຂະນະດຽວກັນ ຊາວບ້ານຜູ້ທີ 3 ກໍຢາກຝາກເຖິງ ພາກສ່ວນທີ່ກ່ຽວຂ້ອງນໍາອີີກວ່າ:
“ຢາກໃຫ້ຂັ້ນເທິງລົງມາ ກວດກາຕິດຕາມເບິ່ງ ວັດແທກເບິ່ງນໍ້ານັ້ນຄືນ ເປັນແນວໃດ ຢູ່ຈຸດຂຸດຄົ້ນພຸ້ນກະຢາກໃຫ້ເຊົາເນາະ ເຮົາວ່ານ່າ ເພາະວ່າ ມັນຊິຫຼີກຫຼ້ຽງໄດ້ຫວາ ເທສານພິິດລົງໃສ່ດິນໃສ່ນໍ້າ ມັນກະໄຫຼລົງມາລຸ່ມພີ້ ກະທົບໃສ່ປະຊາຊົນ ບໍ່ຢາກໃຫ້ເຮັດ ແຕ່ວ່າ ເຂົາມີຄໍາສັ່ງໂຈະຊົ່ວຄາວ ແຕ່ວ່າ ສັ່ງໂຈະ ເຂົາແຫ່ງເຮັດເຮັ່ງ ເຂົາຂຸດຄົ້ນຮີບຂຸດຄົ້ນ ຮີບໄດ້ຮີບເໝິດ ລະເຂົາລະໜີ ເຂົາລະປະສານພິດ ໄວ້ໃຫ້ປະຊາຊົນນີ້ ເພາະວ່າ ກະທົບນີ້ ເປັນວົງກວ້າງໃດ໋ ບ້ານເມືອງແວ່ນນີ້ 500 (ປະຊາຊົນ 500 ຄົນ) ທັງໝົດ 10,000 ປາຍ (ຄົນ) 36 ບ້ານນີ່ ກິນຢູ່ນໍ້າຊໍາ ນໍ້າແວ່ນ ແຖວນີ້ ງົດເບິດດຽວນີ້ ປາເຂົາກະບໍ່ກິນ ນໍ້າມາຫົດສວນຫົດຜັກເຂົາກະບໍ່ມີ ຂັດຂ້ອງທີ່ສຸດ.”
ສ່ວນຊາວບ້ານ ຜູ້ທີ່ 4 ກໍຂໍຝາກເຖິງ ທາງບໍລິສັດຜູ້ຂຸດຄົ້ນ ແລະພາກສ່ວນທີ່ກ່ຽວຂ້ອງວ່າ:
“ບໍລິສັດນີ້ ມາເຮັດແນວນີ້ ຜົນກະທົບຫັ້ນ ຊິມາແລກຊີວິດປະຊາຊົນນີ່ ບໍ່ແມ່ນມາພັດທະນາເນາະ ຊິມາແລກເອົາຊີວິດຄົນເບາະ ຊີວິດສັດເບາະ ທໍາມະຊາດນີ້ ຊິເປັນບໍ ຄັນຖ້າວ່າ ບໍ່ເປັນ ພາກສ່ວນກ່ຽວຂ້ອງ ກະລອງຄຶດ ລອງງໍາເບິ່ງ ນີ້ນັ້ນນ່າ.”
ຕໍ່ກັບເລື່ອງທີ່ຊາວບ້ານ ແລະເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ເມືອງຊໍາເໜືອ ແຂວງຫົວພັນ ເວົ້າວ່າ ບໍລິສັດ ຂຸດຄົ້ນແຮ່ຫາຍາກ ດັ່ງກ່າວນັ້ນ ບໍ່ໄດ້ໂຈະຊົ່ວຄາວ ຕາມແຈ້ງການ ເລກທີ 0919/ພບ.ຫກ ຂອງຫ້ອງການ ກະຊວງພະລັງງານ ແລະບໍ່ແຮ່ ລົງວັນທີ 6 ເດືອນມີນາ 2024 ຍັງມີການສືບຕໍ່ຂຸດຄົ້ນ ຈົນມາເຖິງປັດຈຸບັນ, ກ່ຽວກັບເລື່ອງທີ່ວ່ານີ້ ເອເຊັຽເສຣີ ກໍ່ແຈ້ງໄປຍັງທ່ານ ຄໍາໂສ້ ກຸຸໂພຄໍາ ຫົວໜ້າ ຫ້ອງການກະຊວງດັ່ງກ່າວ, ຊຶ່ງທ່ານ ກໍ່ກ່າວວ່າ:
“ອັນນ່າ ເຮົາຮັບຮູ້ ກ່ຽວກັບ ທີ່ຂະເຈົ້າໂຈະຊົ່ວຄາວຫັ້ນແຫຼະ ແຕ່ບໍ່ຮູ້ວ່າ ວ່າເພິ່ນສືບຕໍ່ຫັ້ນ ມັນແມ່ນແທ້ບໍ່ ມັນເປັນມູນຄວາມຈິງບໍ່ ໂຕນີ້ ຈະຕ້ອງໄດ້ເບິ່ງໄດ້ຖາມ ທາງບໍລິສັດ ຫຼືວ່າໄດ້ຖາມ ທາງຜູ້ຂະເຈົ້າປະຈໍາການ ຢູ່ໂຄງການ ຂອບໃຈທີ່ວ່າ ໂທມາແຈ້ງ ຖືວ່າ ປັນຊ່ອງທາງໜຶ່ງ ທີ່ໃຫ້ພວກເຮົາຮູ້ ກ່ຽວກັບສະພາບການເຄືອນໄຫວຢູ່ພາກສະໜາມເດີ້ ຂອບໃຈເດີ້.”
ແລະໃນມື້ວັນທີ 3 ພຶດສະພານີ້ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ຫາ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ກ່ຽວກັບເລື່ອງດັ່ງກ່າວ ນໍາດ້ວຍ ເຊິ່ງໜ້າທີ່ ຂອງບໍລິສັດ ທ່ານໜຶ່ງ ກໍ່ເວົ້າວ່າ:
“ເຮົາບໍ່ໄດ້ຂຸດຄົ້ນ ຄວາມໝາຍວ່າ ນໍ້າມັນຢູ່ໃນອ່າງ ເຮົາຕ້ອງໄດ້ບໍາບັດຢູ່ຫັ້ນ ຕ້ອງໄດ້ບໍາລຸງຮັກສາມັນ ບໍ່ໃຫ້ແຮ່ເສຍ ຄັນເຮົາບໍາລຸງຮັກສາມັນ ແຮ່ມັນຈະເສຍ ລະເສຍງົບປະມານຫຼາຍ ກະມີຫັ້ນແຫຼະ ຄົນຢູ່ຫັ້ນເນາະ ຄົນຈີນ ຄົນຫຍັງ ຊິໃຫ້ຂະເຈົ້າກັບ ມັນກະບໍ່ໄດ້ ເພາະວ່າ ວຽກຂະເຈົ້າ ຕ້ອງໄດ້ບໍາລຸງຮັກສາອ່າງ ຄົນລາວ ຄົນຫຍັງ ຄົນຍາມ ຄົນຫຍັງ ກະຕ້ອງໄດ້ຢູ່ ຄັນບໍ່ຢູ່ ເທືື່ອເຄື່ອງເສຍ ພວກໄດນໍ້າ ພວກໂປ່ມ ພວກອີ່ຫຍັງ ພວກນໍ້າມັນເດ້ ຊິເຮັດແນວໃດ ຜູ້ໃດຊິຮັບຜິດຊອບໄທເຮົາ.”
ນອກຈາກນີ້ ທ່ານຍັງ ໄດ້ເວົ້າເຖິງ ຜົນການວິໄຈ ຂອງນໍ້າແວ່ນ ແລະນໍ້າຊໍາ ນັ້ນວ່າ:
“ນໍ້າຊໍາ ກັບນໍ້າແວ່ນຫັັ້ນນ່າ ແລະນໍ້າອື່ນໆ ສາມາດນໍ້າໃຊ້ໄດ້ ເພາະວ່າ ຜົນວິໄຈນໍ້າຫັ້ນ ບໍ່ມີຫຍັງ ກະຂະແໜງການຂະເຈົ້າຫັ້ນແຫຼະ ຂະເຈົ້າກະລົງໄປເຜີຍແຜ່ ຂະເຈົ້າກະເອົາໄປວິໄຈຢູ່ ສະຖາບັນ ຂອງກະຊວງຊັບ ຊຶ່ງແມ່ນສະຖາບັນ ທີ່ວ່າລັດຖະບານຮັບຮອງເດ້ ກະໝາຍຄວາມວ່າ ຄັນເພິ່ນວ່າ ໃຊ້ໄດ້ ກະຄືໃຊ້ໄດ້ ຄັນເພິ່ນວ່າ ໃຊ້ບໍ່ໄດ້ ເພິ່ນກະແຮ່ງບໍ່ເຮັດແຫຼະ ເພາະວ່າເພິ່ນຮັບຜິດໂດຍກົງເດ້.”
ຜົນກະທົບຕ່າງໆ ທີ່ເກີດຂຶ້ນ ເນື່ອງຈາກການຂຸດຄົ້ນ ແລະຜະລິດ ຂອງນັກລົງທຶນຕ່າງປະເທດ ແລ້ວກະທົບໃສ່ສິ່ງແວດລ້ອມ ແລະປະຊາຊົນລາວນັ້ນ ທີ່ເກີດຂຶ້ນ ນັບແຕ່ຕົ້ນປີ 2024 ມານີ້ ບໍ່ໄດ້ມີແຕ່ສະເພາະ ຢູ່ເມືອງຊໍາເໝືອ ແຂວງຫົວພັນເທົ່ານັ້ນ ຢູ່ແຂວງສະຫວັນນະເຂດ ກໍ່ມີໂຮງງານ ຜະລິດແປ້ງມັນຕົ້ນ ຂອງຫວຽດນາມ ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ກໍ່ມີບັນຫາ ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມຫຼາຍຢ່າງ ເປັນຕົ້ນ ເກີດມີກິ່ນຂິວ ຈາກການຜະລິດ, ບັນຫານໍ້າເປື້ອນ ທີ່ໄຫຼຊຶມລົງໃສ່ແມ່ນໍ້າທໍາມະຊາດ ແລະ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ຢູ່ແຂວງເຊກອງ ກໍ່ມີໂຮງງານເຜົາຖ່ານຂາວ ຂອງນັກລົງທຶນຈີນ ທີ່ປ່ອຍຄວັນ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຕໍ່ຊາວບ້ານຫຼາຍຄອບຄົວ ເຊັ່ນກັນ.