ຊາວບ້ານ ເດືອດຮ້ອນ ຈາກກິ່ນເໝັນ ຂອງໂຮງງານແປ້ງມັນຕົ້ນ ເມືອງໄຊບູລີ
2024.05.08

ຊາວບ້ານໄດ້ຮັບຜົນກະທົບ ເລື່ອງກິ່ນເໝັນຂິວ ຈາກໂຮງງານແປ້ງມັນຕົ້ນ ຂອງບໍລິສັດ ລາວທີທີແອວ ຂອງນັກລົງທຶນຫວຽດນາມທີ່ຕັ້ງຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ຍັງສ້າງຄວາມເດືອດຮ້ອນ ໃຫ້ກັບຊາວບ້ານ ໃນພື້ນທີ່ຢ່າງໜັກ ນັບແຕ່ເດືອນກຸມພາ ຈົນມາເຖິງປັດຈຸບັນນີ້ ກໍ່ຍັງບໍ່ທັນໄດ້ແກ້ໄຂເທື່ອ.
ໂຮງງານດັ່ງກ່າວ ຍັງສ້າງຜົນກະທົບ ຕໍ່ການດໍາເນີນຊີວິດ ຂອງຊາວບ້ານ ຢ່າງໜັກທັງໃນເຂດບ້ານມະນີລາດ ແລະ ບ້ານໃກ້ຄຽງ ໃນເມືອງເຊບັ້ງໄຟ ແຂວງຄຳມ່ວນ. ທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ລົງມາແກ້ໄຂເທື່ອ.
ດັ່ງຊາວບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ພຶດສະພານີ້ວ່າ:
“ໜັກອີ່ຫຼີໃດຈົນປວດຮອດຫົວນີ້. ອັນນີ້ກາຈົນຍອມເດີ້ ອັນນີ້ນ່າ. ເຂົາວ່າໄປແນວໃດ ກາເຂົາກາມິດຊ້ອຍມ້ອຍຢູ່. ຈັກເຂົາວ່າກັນແບບໃດ ຈາກໂຮງງານ ທີ່ຜ່ານມາໂຮງງານ ແຕ່ລະບ່ອນ ເພາະວ່າ ມັນຢູ່ຊານເມືອງເດ້ເນາະ ອັນນີ້ມັນໃກ້ພິລຶກ.”
ຊາວບ້ານມະນີລາດ ໄດ້ກ່າວຕື່ມວ່າ ບັນຫາກິ່ນເໝັນທີ່ເກີດຂຶ້ນ ກາຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ມີການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ-ສັງຄົມຢ່າງລະອຽດ. ອະນຸຍາດໃຫ້ບໍລິສັດ ມາສ້າງຕັ້ງໂຮງງານຢູ່ໃກ້ ກັບເຂດຊຸມຊົນ ຈົນເກີນໄປ ເມື່ອເກີດບັນຫາຂຶ້ນ ບໍ່ສາມາດແກ້ໄດ້ ຢ່າງເປັນຮູບປະທຳ ຈົນສ້າງຄວາມເດືອດຮ້ອນ ໃຫ້ກັບຊາວບ້ານໃນພື້ນທີ່.
ນັບແຕ່ໂຮງງານດັ່ງກ່າວ ເຂົ້າມາດໍາເນີນກິດຈະການ ຈົນມາຮອດດຽວນີ້ ຍັງສົ່ງກິ່ນເໝັນໄປທົ່ວ ບໍລິເວັນ, ບາງມື້ກາກິ່ນເໝັນແຮງ, ບາງມື້ຈະມີກິ່ນເໝັນເບົາ ກະທົບທັງຊາວບ້ານໃກ້ຄຽງ, ຄູບາໃນວັດ ແລະໂຮງຮຽນ.
ດັ່ງຊາວບ້ານ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ ເຊັ່ນກັນນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໂອ້ຍດຽວນີ້ເໝັນແຮງແທ້ໄດ໋. ກາບາງມື້ມັນກາເໝັນແບບວ່າ ບໍ່ແຮງຫັ້ນນ່າ ຄືກ່ອນຕອນເລີ່ມ ມັນຫຼາຍຫັ້ນ ມັນແຮງອິຫຼີ ຫັ້ນນ່າ. ຄູບາກາຍັງເດືອດຮ້ອນ ຢູ່ບໍ່ໄດ້.”
ບັນຫາກິ່ນເໝັນ ຈາກໂຮງງານດັ່ງກ່າວ ໄດ້ພັດປີວເອົາກິ່ນເໝັນ ມາຮອດເມືອງເຊບັ້ງໄຟ ກະທົບຕໍ່ການດຳລົງຊີວິດ ຂອງຊາວບ້ານໃນເມືອງເຊບັ້ງໄຟ ຢ່າງໜັກ ໃນໄລຍະຜ່ານມາ ຊາວກາໄດ້ຮ້ອງຮຽນ ໄປເຖິງບໍລິສັດຜູ້ລົງທຶນແລ້ວ ແຕ່ກາຍັງບໍ່ໄດ້ຮັບການແກ້ໄຂຈົນ ມາຮອດປັດຈຸບັນນີ້. ບັນຫາກິ່ນເໝັນ ທີ່ເກີດຂຶ້ນກະທົບຕໍ່ຊາວບ້ານຢ່າງໜັກ ຍ້ອນເຈົ້າໜ້າທີ່ ອະນຸຍາດໃຫ້ບໍລິສັດດັ່ງກ່າວ ສ້າງຕັ້ງໂຮງງານ ເມື່ອເກີດບັນຫາຂຶ້ນ ບໍ່ເອົາໃຈໃສ່, ປະລະໜ້າທີ່ ການຕິດຕາມກວດກາ ແລະບໍ່ໄດ້ນຶກເຖິງຄວາມເດືອດຮ້ອນ ຂອງປະຊາຊົນ ໃນພື້ນທີ່.
ດັ່ງຊາວບ້ານ ຢູ່ເມືອງເຊບັ້ງໄຟ ແຂວງຄຳມ່ວນ ຢູ່ກົງກັນຂ້າມກັບໂຮງງານແປ້ງມັນຕົ້ນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ພວກຂ້ອຍຄົນລະຟາກເຊຫ້ວຍເລີຍ. ໄດ້ກິ່ນຄືເກົ່າ ດຽວນີ້ແຮງໜັກກ່ວາເກົ່າ. ກາທົນດົມໄປ ຊິເຮັດແບບໃດ ສ່າມີການຮ້ອງຮຽນຢູ່ເບາະ ກາເວົ້າຫັ້ນແຫຼະ ແຕ່ມັນຫາກເຮັດໃດສ່າ ຍ້ອນການນຳ ນໍາເຊົ້ານີ້ກາແຮງເໝັນ ເໝັນຄູ່ມື້ເລີຍ.”
ກ່ຽວກັບກໍລະນີດັ່ງກ່າວ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ບໍ່ໃຫ້ລາຍລະອຽດໃດໆ ແຕ່ບັນຫາກິ່ນເໝັນ ຈາກໂຮງງານດັ່ງກ່າວ ດຽວນີ້ຍັງບໍ່ໄດ້ຮັບການແກ້ໄຂເທື່ອ.
ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງໄຊບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວວ່າ:
“ກາຍັງຢູ່ໄດ໋. ເພິ່ນກາຍັງບໍ່ທັນໄດ້ແກ້ໄດ້. ດຽວນີ້ມັນກາຍັງມີກິ່ນຢູ່.”
ຕໍ່ກັບບັນຫາກິ່ນເໝັນ ຈາກໂຮງງານດັ່ງກ່າວ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ໄດ້ເມີນເສີຍ ຕໍ່ບັນຫາທີ່ເກີດຂຶ້ນ ເຊິ່ງໃນໄລຍະຜ່ານມາ ກາໄດ້ລົງພື້ນທີ່ ໄປຕິດຕາມ-ກວດກາຢ່າງຕໍ່ເນື່ອງ ເພື່ອຫາແນວທາງ ໃນການແກ້ໄຂ ຜົນກະທົບດ່ວນ ແຕ່ກາຍອມຮັບວ່າ ຍັງບໍ່ທັນສາມາດແກ້ໄຂໄດ້ເທື່ອ ເພາະບັນຫາເລື່ອງກິ່ນເໝັນ ຂ້ອນຂ້າງໜັກຫຼາຍ.
ສ່ວນແນວທາງ ໃນການແກ້ໄຂບັນຫາເລື່ອງກິ່ນເໝັນນັ້ນ ໃນເບື້ອງຕົ້ນ ກໍ່ໄດ້ແນະນໍາໃຫ້ໂຮງງານແປ້ງມັນຕົ້ນ ເຮັດທຸກວິທີທາງ ເພື່ອກັນນໍ້າທີ່ບໍ່ທັນບໍາບັດ ບໍ່ໃຫ້ໄຫຼຊືມລົງສູ່ແຫຼ່ງນໍ້າ ທຳມະຊາດ, ຢຸດຕິການປ່ອຍນໍ້າເປື້ອນ ລົງໃສ່ແຫຼ່ງນໍ້າທຳມະຊາດ, ໃຫ້ໂຮງງານປິດອ່າງນໍ້າເສຍ ອ່າງທີ 2 ຈາກທັງໝົດ 4 ອ່າງທີ່ສົ່ງກິ່ນເໝັນ ໃຫ້ສຳເລັດ, ໃຊ້ກາກນໍ້າຕານ ແລະປູນຂາວ ມາດັບກິ່ນເໝັນ.
ດັ່ງເຈົ້າໜ້າທີ່ ຜະແນກ ຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງ ສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ຈັ່ງວ່າ! ໂຕນີ້ເພິ່ນຍັງອັນນັ້ນຢູ່ໄດ໋ ຍັງຄົ້ນຄ້ວາ ຍັງຕັ້ງຄະນະກໍາມະການ ຫຼາຍພາກສ່ວນຢູ່. ກວດກາເບິ່ງຄືນຢູ່. ບໍ່ທັນໄດ້ຄໍາຕອບລະອຽດແນວໃດນ່າ, ແຕ່ຂັ້ນເບື້ອງຕົ້ນ ທີ່ເຂົາ (ບໍລິສັດ) ສະເໜີສ້າງຕັ້ງໂຮງງານນ່າ ເຂົາມີຢູ່ແລ້ວ ແຕ່ວ່າເວລາໄປເຮັດໄປແລ້ວ (ບົດປະເມີນຜົນກະທົບສິ່ງແວດລ້ອມ) ມັນກາຊິບໍ່ທັນລະອຽດ ຄົບຖ້ວນຫັ້ນແລ້ວ. ໂຮງງານກາທົດລອງເບິ່ງຫັ້ນນ່າ ກາເລີຍເກີດບັນຫານີ້ນ່າ.”
ຫຼ້າສຸດເມື່ອວັນທີ 02 ພຶດສະພາ 2024 ນີ້ ຂະແໜງສິ່ງແວດລ້ອມ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງໄຊບູລີ ກໍໍ່ໄດ້ລົງຕິດຕາມ-ກວດກາ ດ້ານສິ່ງແວດລ້ອມ ຢູ່ໂຮງງານຜະລິດແປ້ງມັນຕົ້ນ ລາວທີທີແອວ ແຕ່ກາບໍ່ມີການເປີດເຜີຍຄວາມຄືບໜ້າ ໃນການແກ້ໄຂບັນຫາດັ່ງກ່າວ.
ສໍາລັບໂຮງງານແປ້ງມັນຕົ້ນ ລາວທີທີແອວ ເປັນຂອງນັກລົງທຶນ ມາຈາກຫວຽດນາມ ແມ່ນເລີ່ມກໍ່ສ້າງມາແຕ່ປີ 2022 ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການ ຕັ້ງແຕ່ເດືອນພະຈິກ 2023 ທີຜ່ານມາໂດຍໂຮງງານດັ່ງກ່າວ ຈະເກັບຊື້ມັນຕົ້ນ, ຜະລິດ ແລະ ປຸງແຕ່ງມັນຕົ້ນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແລະຈີນ. ໂຮງງານດັ່ງກ່າວ ຈະຮັບຊື້ມັນຕົ້ນ ເພື່ອໃຊ້ເປັນວັດຖຸດິບ ໃນການຜະລິດຈາກຊາວບ້ານ ຢູ່ເມືອງໄຊບູລີ, ເມືອງອາດສະພອນ ແຂວງສະຫວັນນະເຂດ, ເມືອງເຊບັ້ງໄຟ ແຂວງຄຳມ່ວນ ແລະ ຮັບຊື້ມັນຕົ້ນ ຈຳນວນໜຶ່ງ ໃນແຂວງໃກ້ຄຽງ ເພື່ອຜະລິດເປັນແປ້ງມັນຕົ້ນ ໃຫ້ໄດ້ປະມານ 350 ໂຕນຕໍ່ມື້.