ກິ່ນເໝັນ ຈາກໂຮງງານມັນຕົ້ນ Lao TTL ຂອງວຽດນາມ ຍັງບໍ່ຖືກແກ້ໄຂ

ອຸ່ນແກ້ວ
2024.03.27
ກິ່ນເໝັນ ຈາກໂຮງງານມັນຕົ້ນ Lao TTL ຂອງວຽດນາມ ຍັງບໍ່ຖືກແກ້ໄຂ ຮ່ອງນ້ຳ ທີ່ໂຮງງານຜລິດແປ້ງມັນຕົ້ນ ປ່ອຍນ້ຳເສັຍອອກຈາກໂຮງງານ ຢູ່ເມືອງໄຊບູລີ ແຂວງສວັນນະເຂດ ແລະ ເມືອງໄຊບັ້ງໄຟ ແຂວງຄໍາມ່ວນ . ວັນທີ 12 ກຸມພາ 2024.
ນັກຂ່າວ ພົລເມືອງ

ໂຮງງານແປ້ງມັນຕົ້ນ ຂອງບໍຣິສັດ ລາວທີທີແອວ (Lao TTL) ຂອງວຽດນາມ ຢູ່ບ້ານມະນີລາດ ເມືອງໄຊບູລີ ແຂວງສວັນນະເຂດ ຍັງສົ່ງກິ່ນເໝັນຂິວ ຢ່າງໜັກ ກະທົບຕໍ່ຊີວິດຂອງປະຊາຊົນຫຼາຍບ້ານ.

ໃນເດືອນກຸມພາ 2024 ທີ່ຜ່ານມາ, ທາງການແຂວງສວັນນະເຂດ ໄດ້ມີຄໍາສັ່ງໃຫ້ໂຮງງານດັ່ງກ່າວປັບປຸງແກ້ໄຂ ແຕ່ກິ່ນເໝັນກໍຍັງບໍ່ໝົດໄປ.​

ຊາວບ້ານມະນີລາດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ມີນາ ວ່າ:

ໂອ້ຍ ໄດ້ກິ່ນເດີເຈົ້າເດີ ຄູ່ມື້ນີ້ເລີຍແທບຊິບໍ່ໄຫວ ຈົນປວດຮອດຫົວ. ກະມັນເໝັນກະຈໍາເປັນແລ້ວ ເຮັດຫຍັງກະບໍ່ໄດ້ແລ້ວ ຫ່າງຈາກຂ້ອຍນີ້ ກະຢູ່ປະມານ 4-5 ກິໂລແມັດ. ກະເໝັນໝົດ ເວົ້າເລື່ອງຄວາມເໝັນນີ້ ເດືອດຮ້ອນໝົດ ແຫຼະ ເພາະວ່າ ມັນກິ່ນເໝັນພິລຶກດຽວນີ້ ໃນລະແວກໃກ້ໆນີ້ ເຂົາໃກ້ບໍ່ໄດ້ເລີຍ ແຫຼະບາງຄົນກະຈໍາເປັນຕ້ອງໄດ້ໜີ.

ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ ໂຮງງານແປ້ງມັນຕົ້ນດັ່ງກ່າວ ບໍ່ໄດ້ສົ່ງຜົລກະທົບສະເພາະບ້ານມະນີລາດເທົ່ານັ້ນ ແຕ່ກະຍັງກະທົບເຖິງບ້ານອ້ອມຂ້າງ ຢູ່ເມືອງ ໄຊລູລີ ແລະ ອີກຫຼາຍບ້ານຢູ່ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຊິ່ງມີປະຊາຊົນຢູ່ເຂດດັ່ງກ່າວເກືອບ 1,000 ຄອບຄົວ.

ອີງຕາມຂໍ້ມູນຈາກຊາວບ້ານ, ໂຮງງານດັ່ງກ່າວ ເລີ່ມສົ່ງກິ່ນເໝັນແຕ່ທ້າຍປີ 2023 ເປັນຕົ້ນມາ. 

ກິ່ນເໝັນຈາກໂຮງງານ ເຮັດໃຫ້ຊາວບ້ານອ້ອມຂ້າງ ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງຫຼາຍຈົນ ເຂົາເຈົ້າໄດ້ຮ້ອງທຸກໄປເຖິງອໍານາດການປົກຄອງເມືອງໄຊບູລີ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ລົງມາຕິດຕາ ກວດກາຢ່າງຮີບດ່ວນ.

ຊາວບ້ານມະນີລາດ ອີກທ່ານນຶ່ງ ໄດ້ກ່າວວ່າ: 

ເໝັນຕັ້ງແຕ່ເລີ່ມຕັ້ງໂຮງງານເລີຍ ທົ່ວບ້ານ ທົ່ວເມືອງເລີຍ ມັນມີ 3-4 ໜອງ ນໍ້າກະເຕັມໜອງເລີຍເຂົາກະອົດກັ້ນຢູ່ແຫຼະ. ເຂົາໜ້າຈະບໍາບັດບໍ່ໄດ້ເລີຍແຫຼະໂຮງງານນີ້ນ່າ ແມ່ນໆ ບໍ່ໃຫຍ່ ບໍ່ລະດັບ 100 ຄູນ 100 ຂະໜາດຊ້ວງນີ້ ມັນບໍ່ມີມັນຕົ້ນແລ້ວ ແຕ່ວ່າ ມັນຍັງເຫຼືອນໍ້າຂັງຢູ່ 3-4 ໜອງ ກະຍັງບໍ່ບໍາບັດໄດ້ນ່າ.

ຊາວບ້ານບາງຄົນ ກໍຢູ່ຫ່າງຈາກໂຮງງານປະມານ 3-4 ກິໂລແມັດ ແຕ່ ກໍຍັງໄດ້ຮັບຜົລກະທົບຈາກກິ່ນເໝັນ ທັງກາງເວັນ ແລະ ກາງຄືນ.

ນອກຈາກນີ້ ຊາວບ້ານຢາກໃຫ້ທາງການລົງໄປແກ້ໄຂ ແລະ ຖ້າໂຮງງານແກ້ໄຂບໍ່ໄດ້ ຢາກໃຫ້ໂຮງງານປິດທໍາການຊົ່ວຄາວ ຫຼື ຍົກຍ້າຍໂຮງງານດັ່ງກ່າວອອກໄປ.​

ຊາວເມືອງໄຊບັ້ງໄຟ ນາງ ໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:

ຄັນເຂົາບໍ່ເລີກ ຢ້ານບໍ່ຢ່າແບບນີ້ແຫຼະ. ກະຢູ່ກະດົມໄປນີ້ແຫຼະ ເຮັດແນວໃດສາ ໂອ້ຍ...ເໝັ້ນຈົນເຈັບຮອດຫົວ ຮອດຫາງ ຄັນແມ່ນບໍ່ເລີກບໍ່ລາເລີຍ ກະຈັກຊິເຮັດແນວໃດ. ຂິວເຂົ້າສະໝອງເລີຍໄດ໋ ເໝັນຢູ່ໃນເຮືອນນອນກາງຄືນ ກໍຍັງເປີດແອຮອດແຈ້ງ ຮອດຕື່ນພຸ້ນໄດ໋.

ໃນວັນທີ 13 ມົກກະຣາ 2024 ທີ່ຜ່ານມາ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພາກາສ່ວນກ່ຽວຂ້ອງເມືອງໄຊບູລີ ໄດ້ລົງໄປກວດກາວຽກງານດ້ານສິ່ງແວດລ້ອມຕາມຫາງສຽງຈາກຊາຍບ້ານອ້ອມຂ້າງໂຮງງານ.

ໃນເວລາກວດກາ ກໍເຈົ້າໜ້າທີ່ກໍພົບເຫັນບັນຫາທີ່ສົ່ງຜົລກະທົບຕໍ່ສິ່ງແວດລ້ອມຫຼາຍຢ່າງ ເປັນຕົ້ນ ເກີດມີກິ່ນຂິວຈາກການຜະລິດ, ບັນຫານໍ້າເປື້ອນ ທີ່ໄຫຼຊຶມລົງໃສ່ແມ່ນໍ້າທໍາມະຊາດ, ບັນຫາຝຸ່ນລະອອງໃນເວລາຂົນສົ່ງ ແລະ ເກີດມີສຽງດັງ ໃນການດໍາເນີນງານຕອນກາງຄືນ.

ທາງການລາວ ໄດ້ແນະນໍາໃຫ້ໂຮງງານແປ້ງມັນຕົ້ນດັ່ງກ່າວ ເຮັດໃຫ້ທຸກວິທີທາງ ບໍ່ໃຫ້ນໍ້າເປື້ອນທີ່ບໍ່ໄດ້ບໍາບັດ ໄຫຼລົງໃສ່ແມ່ນໍ້າທໍາມະຊາດ, ໃຫ້ໂຮງງານປິດອ່າງເກັບນໍ້າເສັຽອ່າງທີ 2 ຈາກທັງໝົດ 4 ອ່າງ ໃຫ້ສໍາເລັດ ພາຍໃນ 1 ເດືອນ.

ຫຼ້າສຸດ ໃນວັນທີ 20 ມີນາ 2024 ທີ່ຜ່ານມາ, ທາງການ ແຂວງສວັນນະເຂດ, ອໍານາດການປົກຄອງເມືອງໄຊບູລີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເດີນທາງໄປໂຮງງານແປ້ງມັນຕົ້ນ ເພື່ອຕິດຕາມຄວາມຄືບໜ້າໃນການປັບປຸງບັນຫາດັ່ງກ່າວ ແຕ່ ປະກົດວ່າ ບັນຫາຕ່າງໆ ທີ່ເຄີຍສະເໜີໄປນັ້ນ ຍັງບໍ່ມີການປັບປຸງ ແລະ ແກ້ໄຂ ໂດຍສະເພາະ ກິ່ນເໝັນ ແລະ ຂິວ ຍັງຮຸນແຮງຢູ່ຄືເກົ່າ.

ທາງການແຂວງສວັນນະເຂດ ໄດ້ລົງໄປກວດກາໂຮງງານ ແລະ ໃຫ້ເວລາໂຮງງານອີກ 2 ເດືອນ ເພື່ອແກ້ໄຂກິ່ນເໝັນ ແລະ ໂຮງງານຈະຕ້ອງເຮັດບົດລາຍດງານ ການປັບປຸງແກ້ໄຂບັນຫາຕ່າງໆ ໃຫ້ທາງເຈົ້າໜ້າທີ່ ທາງການຮັບຮູ້.

ເຈົ້າໜ້າທີ່ຜແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:

ທາງໂຮງງານຂະເຈົ້າເອງ ຂະເຈົ້າກະເຮັດຢູ່ຄູ່ມື້ນີ້ ໝາຍຄວາມວ່າ ຂະເຈົ້າຫັ້ນ ເອົາກາດນໍ້າຕານ ແລ້ວກະພວກອັນ ປູນຂາວມາບໍາບັດ ແລ້ວຂະເຈົ້າສັ່ງນໍ້າຢາມາ ແຕ່ວຽດນາມແບບຊິນ່າ ແຕ່ວ່າ ມັນອ່າງໃຫຍ່ ມັນໃຫຍ່ອີ່ຫຼີ ແຫຼະ ມັນກະເລີຍວ່າ ຕ້ອງໃຊ້ເວລາໃນການບໍາບັດ ຂະເຈົ້າກະ ໄດ້ມີຄໍາແນະນໍາໃຫ້ ມີພະນັກງານທາງດ້ານສິ່ງແວດລ້ອມແລ້ວ ທາງໂຮງງານຂະເຈົ້າໄດ້ຂໍກໍານົດເວລາ 2 ເດືອນ ຂະເຈົ້າຊິແກ້ໄຂ.

ໂຮງງານແປ້ງມັນຕົ້ນດັ່ງກ່າວ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນເດືອນພຶສຈິກາ 2023 ທີ່ຜ່ານມາ ແລະ ໂຮງງານກໍມີການເກັບຊື້ມັນຕົ້ນ, ການຜະລິດແປ້ງມັນຕົ້ນ ເພື່ອສົ່ງອອກໄປຂາຍຢູ່ປະເທດວຽດນາມ ແລະ ຈີນ.

ໂຮງງານແປ້ງມັນຕົ້ນ ສາມາດຜະລິດແປ້ງມັນຕົ້ນໄດ້ປະມານ 350 ຕັນ ຕໍ່ມື້ ແລະ ຮັບຊື້ມັນຕົ້ນ ເພື່ອໃຊ້ເປັນວັດຖຸດິບໃນການຜະລິດ ຈາກຊາວບ້ານ ຢູ່ເມືອງໄຊບູລີ, ເມືອງອາດສະພອນ ແຂວງ ສວັນນະເຂດ, ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ແລະ ຮັບຊື້ມັນຕົ້ນຈໍານວນໜຶ່ງຈາກແຂວງໃກ້ຄຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.