ຊາວບ້ານລົ່ມສັກເໜືອ ໄດ້ຮັບຜົນກະທົບຈາກຂີ້ຝຸ່ນລານ ເກັບຊື້ມັນຕົ້ນ
2024.05.14
ປະຊາຊົນຢູ່ເຂດບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຮັບຜົນກະທົບຈາກຂີ້ຝຸ່ນໄງ່ ທີ່ເກີດຈາກບໍລິສັດ ເອໄອດີຊີ ການຄ້າ (AIDC Trading) ຈຳກັດຜູ້ດຽວເຊິ່ງເປັນບໍລິສັດ ເກັບຊື້ມັນຕົ້ນທີ່ມາເຮັດລານເກັບຊື້ມັນ ໃນໝູ່ບ້ານເຮັດໃຫ້ເຮືອນຊາວບ້ານ ທີ່ຢູ່ໃກ້ລານເກັບມັນເປິະເປື້ອນ ດ້ວຍຂີ້ຝຸ່ນ ແລະ ສົ່ງຜົນກະທົບຕໍ່ສຸຂະພາບ ປັດຈຸບັນຍັງບໍ່ສາມາດແກ້ໄຂໄດ້.
ເຖິງແມ່ນວ່າ ຖະໜົນບໍລິເວັນ ບໍລິສັດ ຮັບຊື້ຈະເປັນຖະໜົນດິນແດງ ແຕ່ຂີ້ຝຸ່ນນັ້ນກໍ່ເກີດ ຈາກການຖ່າຍເທມັນ ແລະ ການຮີບໂຮມມັນ ເປັນກອງໆ ຢູ່ບໍລິເວັນລານມັນຕົ້ນ ເປັນຫຼັກບໍ່ໄດ້ເກີດຈາກລົດຂົນສົ່ງມັນຕົ້ນ ທີ່ເຂົ້າ-ອອກ ລານຮັບຊື້ມັນໂດຍເຂດບ້ານລົ່ມສັກເໜືອ ຫຼັກ 10, ຫຼັກ 11 ແລະ ຫຼັກ 12 ຈະໄດ້ຮັບຜົນກະທົບ ຫຼາຍທີ່ສຸດຍ້ອນບໍລິສັດດັ່ງກ່າວ ຕັ້ງຢູ່ບໍລິເວນນີ້.
ດັ່ງຊາວບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶດສະພາ 2024 ນີ້ວ່າ:
“ເຂົາກໍໄດ້ຜົນກະທົບອິຫຼີ ມັນເຮືອນຊານບ້ານຊ່ອງມັນໄງ່ ມັນຫຍັງນີ້ແຫຼະຂີ້ຝຸ່ນ ເພາະວ່າປັດເຮືອນມື້ໜຶ່ງ 3-4 ຄັ້ງ. ຄັ້ງໜຶ່ງຂີ້ຝຸ່ນເປັນກຳເປັນກອບເປັນກຳມັນ ກໍ່ຊິມີຜົນກະທົບ ຢູ່ເຂົ້າໄປໃນມັນເປັນດິນແດງ ແຕ່ວ່າມັນໄງ່ມັນບໍ່ໄດ້ໄງ່ນຳດິນແດງ ມັນໄງ່ນໍາເຂົ້າມັນເດ້ເຂົາຂົນມັນໂດຍສະເພາະ ແລ້ວເຂົາຕາກມັນເຂົາຊື້ມັນດິບ ແລ້ວກໍຝານຢູ່ຫັ້ນແລ້ວເຂົາມາຕາກໃຫ້ມັນແຫ້ງ ແລ້ວເຂົາກໍ່ຂົນຂຶ້ນລົດ ອັນນີ້ມັນກໍ່ໄງ່.”
ຊາວບ້ານ ໃນເຂດທ່າພະລານໄຊ ທີ່ໄດ້ຮັບຜົນກະທົບຄືກັນກ່າວວ່າ ຜົນກະທົບຈາກຂີ້ຝຸ່ນ ທີ່ມາຈາກລານເກັບຊື້ມັນຕົ້ນ ໂດຍຝຸ່ນເຂົ້າທັງເຮືອນ ແລະໂຮງງານ.
ດັ່ງທ່ານກ່າວວ່າ:
“ປະຊາຊົນກໍ່ຢູ່ຍາກຫັ້ນແຫຼະຂີ້ຝຸ່ນຫຼາຍ ມັນກໍກະທົບໝົດບ້ານໝົດເມືອງຫັ້ນແຫຼະ ເຂົ້າເຮືອນເຂົ້າໂຮງງານຫັ້ນແຫຼະ ມັນກໍຮຸນແຮງຫັ້ນແຫຼະບ້ານເມືອງເຮົາ.”
ຊາວບ້ານລົ່ມສັກເໜືອ ຫຼັກ 9 ກ່າວວ່າ ບ້ານ ຂອງລາວນັ້ນ ບໍ່ໄດ້ຮັບຜົນກະທົບ ຈາກຂີ້ຝຸ່ນໄງ່ ຈາກລານເກັບຊື້ມັນຕົ້ນ ແຕ່ໄດ້ຮັບຜົນກະທົບຈາກລົດບັນທຸກ ທີ່ແລ່ນຜ່ານແຄມທາງໃຫຍ່ ໃນນີ້ເປັນລົດແກ່ມັນຕົ້ນນໍາ.
“ຂີ້ຝູ່ນກໍ່ຫຼາຍຄັນຊິເວົ້າ ແລ້ວຂີ້ຝຸ່ນທີ່ເຮົາໄດ້ຮັບຫັ້ນນ່າແມ່ນຈາກລົດ ກາຍທາງແລ່ນຫັ້ນນ່າ ເຈົ້າເພາະວ່າຮ້ານທີ່ເຮົາຢູ່ຫັ້ນ ມັນຢູ່ແຄມທາງໃຫຍ່ ແລ້ວມັນຈະມີລົດບັນທຸກແລ່ນກາຍ ຕະຫຼອດຫັ້ນນ່າຂີ້ຝຸ່ນ ມັນຈະມາຈາກນັ້ນຫຼາຍກ່ວາ ໂດຍແມ່ນແລ້ວຂີ້ຝຸ່ນຈາກລົດບັນທຸກທີ່ແລ່ນຜ່ານ ທາງບັນທຸກໍມັນກໍສິມີພວກແກ່ມັນຫັ້ນແຫຼະ ເຈົ້າທີ່ວ່າແລ່ນຜ່ານເຮົາຫັ້ນນ່າ.”
ທີ່ຜ່ານມາເຈົ້າໜ້າທີ່ ຂັ້ນບ້ານ ກໍໄດ້ໄປລົມກັບບໍລິສັດ ຊື້ມັນຕົ້ນເພື່ອແກ້ໄຂບັນຫານີ້. ໂດຍບໍລິສັດກໍ່ໄດ້ຕົກລົງວ່າ ຈະຂຶ້ນແຜນການປັບປຸງ ສະພາບແວດລ້ອມ ເພື່ອຫຼຸດຜ່ອນຂີ້ຝຸ່ນໄງ່ ແລະໄດ້ນໍາຜ້າກັນແສງມາກັ້ນໄວ້ບໍລິເວນລານມັນ ແຕ່ກໍ່ຍັງບໍ່ຊ່ວຍຫຼຸດຜ່ອນຂີ້ຝຸ່ນ. ສ່ວນວິທີການແກ້ໄຂອື່ນໆ ກໍ່ມີການຕິດອາຍນໍ້າ ແລະ ການປູກຕົ້ນໄມ້ບໍລິເວນລານມັນ.
ດັ່ງເຈົ້າໜ້າທີ່ຂັ້ນບ້ານ ເມືອງບາຈຽງ ຈະເລີນສຸກແຂວງຈຳປາສັກ ກ່າວວ່າ:
“ຄືໄດ້ຍິນວ່າມັນຮອດຂັ້ນສະພາ ແລ້ວໃດກໍທາງໜ່ວຍງານເພິ່ນກໍ່ລົງມາຕິດຕາມ ຢູ່ແຕ່ເຮົາກໍ່ບໍ່ເຫັນວ່າຊິແກ້ໄຂຫັ້ນນ່າ. ໜ່ວຍງານທີ່ກ່ຽວຂ້ອງທາງເມືອງ ທາງແຂວງເພິ່ນກໍ່ເຄີຍລົງມາດົນເຕີບແລ້ວເນາະ ແມ່ນເຮົາກໍ່ເຄີຍບອກເຄີຍເວົ້າກັບບໍລິສັດຂຶ້ ນແຜນປັບປຸງເພື່ອຫຼຸດຜ່ອນ ການໄງ່ເຂົາເຮັດຫຼັກການ ຜ້າກັນແສງນີ້ຫັ້ນນ່າມັນມີລະບົບ ອາຍນໍ້າແນ່ແລ້ວກໍປູກຕົ້ນໄມ້.”
ບໍລິສັດ ຊື້ມັນຕົ້ນໄດ້ເຂົາມາເປີດລານຮັບຊື້ມັນຕົ້ນ ເມື່ອປະມານ 2 ປີກ່ອນ ເມື່ອການເກັບຊື້ຂະຫຍາຍກໍ່ເລີ່ມເກີດມີຂີ້ຝຸ່ນ ຈາກລານມັນຂຶ້ນເບື້ອງຕົ້ນທາງພາກສ່ວນທີ່ກ່ຽວ ຂັ້ນບ້ານ ໄດ້ແຈ້ງໃຫ້ສະພາປະຊາຊົນແຂວງແລ້ວ. ສ່ວນຂັ້ນເມືອງ ແລະ ຂັ້ນແຂວງກໍຮັບຮູ້ບັນຫານີ້ ແຕ່ກໍ່ຍັງບໍ່ທັນແກ້ໄຂເຮັດໃຫ້ຊາວບ້ານ ບາງສ່ວນໄດ້ຮັບຜົນກະທົບ ດ້ານສຸຂະພາບເປັນຕົ້ນ ມີອາການເຄືອງຄໍ ແລະ ໄອຍ້ອນສູດດົມຝຸ່ນໄງ່ ທຸກມື້.
ອີງຕາມການລາຍງານ ຂອງບໍລິສັດ ເອໄອດີຊີ ການຄ້າ ເປັນບໍລິສັດຮັບຊື້ມັນຕົ້ນ ຂອງນັກທຸລະກິດຄົນລາວ ມີລານຄ່ຽນຖ່າຍສິນຄ້າ ແລະ ລານເກັບຊື້ ທັງໝົດ 34 ລານທົ່ວປະເທດ ສະເພາະໃນແຂວງຈຳປາສັກມີລານເກັບຊື້ທັງໝົດ 11 ລານ. ກ່ຽວກັບເລື່ອງນີ້ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍລິສັດ ເອໄອດີຊີ ການຄ້າ ທີ່ຕັ້ງຢູ່ເຂດບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ເພື່ອສອບຖາມຂໍ້ມູນເພີ່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ປັດຈຸບັນມັນຕົ້ນ ກາຍເປັນພືດເສດຖະກິດ ທີ່ສ້າງລາຍຮັບໄດ້ສູງສຸດ ຂອງການສົ່ງອອກສິນຄ້າ ໃນຂະແໜງກະສິກຳ ຂອງປະເທດລາວ. ສະເພາະໃນ 5 ເດືອນທໍາອິດຂອງປີ 2023 ປະເທດລາວ ໄດ້ສົ່ງອອກມັນຕົ້ນໄປຍັງຕ່າງປະເທດ ໂດຍສະເພາະປະເທດຈີນ, ຫວຽດນາມ ແລະ ອິດຕາລີ ເປັນມູນຄ່າ 408 ລ້ານໂດລ້າຣ໌ສະຫະລັດ.