ເຣື້ອງທີ່ເກັບບັນທຶກໄວ້
2022-06-30
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຮ່ວມກັບອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ກ່ຽວກັບ ການປ່ຽນແປງ ໃນແມ່ນ້ຳຂອງ ຊຶ່ງຈະສົ່ງຜົລກະທົບຕໍ່ ຊຸມຊົນ ລຸ່ມແມ່ນ້ຳຂອງ ແລະລະບົບ ນິເວດໃນແມ່ນ້ຳຂອງ.
2022-06-29
ນັກລົງທຶນຈີນ ຈະສືບຕໍ່ໂຄງການ ພັທນາ ເມືອງໃໝ່ ວັງວຽງເນື້ອທີ່ 7,000 ເຮັກຕ້າຣ໌ ມູນຄ່າ 5.3 ຕື້ໂດລ້າຣ໌ສະຫະຣັຖ ຂະນະທີ່ ປະຊາຊົນ ຜູ້ທີ່ອາດ ຖືກຜົລກະທົບ ສົ່ງໜັງສື ຮ້ອງຮຽນ ເຖິງຣັຖບານ ຂໍໃຫ້ຍົກເລີກ ໂຄງການດັ່ງກ່າວນີ້.
2022-06-29
ຊາວບ້ານ ບ້ານແປະເກົ່າ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທີ່ເສັຍດິນໃຫ້ໂຄງການ ພັທນາ ສວນວັທນະທັມແຂວງ ທັງໝົດ 156 ຄອບຄົວ, ໃນນີ້ 19 ຄອບຄົວ ບໍ່ຍອມຮັບເອົາ ຄ່າຊົດເຊີຽ ທີ່ທາງການຈ່າຍໃຫ້ ພຽງແຕ່ 15 ລ້ານກີບ ຕໍ່ເຮັກຕ້າຣ໌ ເຊິ່ງຊາວບ້ານ ຢາກໄດ້ 30 ລ້ານກີບຕໍ່ເຮັກຕ້າຣ໌ ຈຶ່ງຈະເໝາະສົມ.
2022-06-28
ອົງການ ຢູເນສໂກ ກັງວົນເຂື່ອນ ຫຼວງພຣະບາງ ອາດຈະກະທົບ ຕໍ່ເມືອງມໍຣະດົກໂລກ ແລະວິຖີຊີວິດ ຄວາມເປັນຢູ່ ຂອງປະຊາຊົນ ທີ່ຢູ່ພາຍໃນພື້ນທີ່ ຈຶ່ງຕ້ອງການໃຫ້ທາງການລາວ ທົບທວນໂຄງການ ແລະດຳເນີນການແກ້ໄຂ ຫຼືອາດຈະຖືກ ຖອດຖອນ ອອກຈາກ ເມືອງມໍຣະດົກໂລກໄດ້.
2022-06-27
ເຄືອຂ່າຍ ປະຊາຊົນໄທຍ 8 ແຂວງລຸ່ມ ແມ່ນໍ້າຂອງ ສົ່ົງໜັງສື ເຖິງຣັຖບານໄທຍ ຮຽກຮ້ອງ ໃຫ້ໂຈະການເຮັດສັນຍາ ຊື້-ຂາຍ ໄຟຟ້າ ຈາກເຂື່ອນ ແມ່ນໍ້າຂອງ ໃນປະເທດລາວ ໂດຍສະເພາະ ເຂື່ອນຫຼວງພຣະບາງ ແລະເຂື່ອນ ປາກລາຍ.
2022-06-24
ຊາວບ້ານ ຫລາຍຄອບຄົວ ຢູ່ບ້ານວັງຕັດໃຫຍ່ ແລະບ້ານໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ຈະຕ້ອງໄດ້ເສັຍດິນ ທໍາການຜລິຕ ຍ້ອນບໍຣິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ ຂອງວຽດນາມ ມີໂຄງການ ສ້າງທາງ ແລະ ແລວຕາຂ່າຍ ໄຟຟ້າ, ເພື່ອສະດວກ ໃນການຂຸດຄົ້ນ ແລະປຸງແຕ່ງ ແຮ່ທາດ ຕ່າງໆ.
2022-06-24
ໂຄງການ ເຂື່ອນຫຼວງພຣະບາງ ຄາດວ່າຈະໂຍກຍ້າຍ ຊາວບ້ານຫ້ວຍຢໍ້ ທີ່ໄດ້ຮັບຜົລກະທົບ ໂດຍຕຣົງ ອອກຈາກ ບ້ານເດີມ ທ້າຍປີ 2022 ນີ້, ຊຶ່ງຊາວບ້ານ ສເນີໃຫ້ທາງໂຄງການ ຈ່າຍເງິນຄ່າສົດເຊີຍທີ່ດິນ ໃນລາຄາ ທີ່ສົມເຫດ ສົມຜົລດ້ວຍ.
2022-06-22
ການອອກໃບຕາດິນ ກາຍເປັນເຣື່ອງຍາກ ເນື່ອງຈາກວ່າ ເຈົ້າໜ້າທີ່ບາງຄົນ ດຳເນີນການ ໃຫ້ຜູ້ທີ່ມີເງິນຈ້າງພິເສດ ເພື່ອເລັ່ງລັດໃຫ້ຕົນເອງໄດ້ໄວ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຜູ້ທີ່ ປະກອບເອກສານ ມາຕາມລຳດັບ ເກີດຄວາມຊັກຊ້າ ແກ່ຍາວເຖິງເຄິ່ງປີ ຫຼືດົນກວ່ານັ້ນ.
2022-06-22
ບັນຫາຜົລກະທົບ ເຣື່ອງທີ່ດິນ ລະຫວ່າງ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນສູນດົງບາກ ເມືອງສນາມໄຊ ແຂວງອັດຕະປື 200 ປາຍຄອບຄົວ ທີ່ບໍ່ສາມາດໄປປູກ ທຳການກະເສຕ ໃສ່ດິນທີ່ໄດ້ຮັບມາ ຈາກຄ່າຊົດເຊີຍ ນັ້ນໄດ້ ຍ້ອນຖືກຊາວບ້ານ ທີ່ເປັນເຈົ້າຂອງດິນ ແຕ່ດັ້ງເດີມບຸກລຸກ ພ້ອມທັງຂົ່ມຂູ່.
2022-06-21
ພະນັກງານ ບໍຣິສັດຢາງພາຣາ ຂອງຈີນ ຢູ່ເມືອງຂວາ ແຂວງຜົ້ງສາລີ ຖືກເຈົ້າໜ້າທີ່ ສຶກສາອົບຮົມ ແລະປັບໃໝ ເປັນເທື່ອທີ 2 ຍ້ອນໃຊ້ເຄື່ອງກີດຂວາງ ປິດເສັ້ນທາງ ບໍ່ໃຫ້ຊາວບ້ານນຳເອົາ ຢາງພາຣາໄປຂາຍ ຢູ່ແຂວງອຸດົມໄຊ.
2022-06-17
ຊາວບ້ານ ຢູ່ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໄດ້ຄ່າຊົດເຊີຍຍັງບໍ່ຄົບຖ້ວນ ເຖິງແມ່ນວ່າ ໂຄງການທາງຣົຖໄຟລາວ-ຈີນ ເປີດນຳໃຊ້ ເປັນເວລາ ເຄິ່ງປີແລ້ວກໍຕາມ ຊຶ່ງຊາວບ້ານ ຜູ້ເສັຍທີ່ດິນໃຫ້ກັບໂຄງການ ຫວັງວ່າຈະໄດ້ຮັບ ຄ່າຊົດເຊີຍທີ່ຍັງເຫຼືອຢູ່.
2022-06-16
ປະຊາຊົນຊາວໄທຍ ລຸ່ມແມ່ນ້ຳຂອງ ສເນີຂໍ້ກັງວົນ ຂອງຕົນກ່ຽວກັບ ໂຄງການກໍ່ສ້າງ ເຂື່ອນຊະນະຄາມ ຕໍ່ຜູ້ກວດກາແຜ່ນດິນ (ໄທຍ) ແລະ ຄະນະຂອງທ່ານ ໂດຍແມ່ນທາງການ ແຂວງເລີຍ ໄດ້ຈັດເວທີ ຮັບຟັງຄວາມຄິດເຫັນ ໃນຄັ້ງນີ້ ຊຶ່ງມີຊາວໄທຍ 6 ແຂວງລຸ່ມແມ່ນ້ຳຂອງ ແລະສະພາອົງກອນ ຊຸມຊົນ 7 ແຂວງລຸ່ມແມ່ນ້ຳຂອງ ເຂົ້າຮ່ວມ.
2022-06-09
ທາງການລາວ ອະນຸຍາດໃຫ້ ບໍຣິສັດລາວ-ຈີນ ພັທນາ ແຮ່ຫາຍາກພາກເໜືອ 2 ຈໍາກັດ ດໍາເນີນການ ສຳຣວດ, ຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກ ໃນເນື້ອທີ່ ຫຼາຍກວ່າ 45 ກິໂລຕາແມັດ ຢູ່ເຂດບ້ານອຸໄທ, ບ້ານສົບຊາຍ ເມືອງຫົວເມືອງ ແລະບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ.
2022-06-09
ຫລາຍປີຜ່ານໄປແລ້ວ ທີ່ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ແລະຈະບໍ່ຍອມຮັບຄ່າຊົດນັ້ນ ເນື່ອງຈາກວ່າ ທາງການ ຈະຊົດເຊີຍໃຫ້ພຽງແຕ່ 80,000 ກີບຕໍ່ແມັດມົນທົນ ຂະນະທີ່ຊາວບ້ານ ຮຽກຮ້ອງໃຫ້ຊົດເຊີຍ 250,000 ກີບຕໍ່ແມັດມົນທົນ.
2022-06-06
ເຈົ້າໜ້າທີ່ພາສີ ແລະກອງກວດກາປ່າໄມ້ ແຂວງບໍຣິຄໍາໄຊ ຍຶດໄມ້ທ່ອນ ຜິດກົດໝາຍໄດ້ 2.3 ປາຍແມັດກ້ອນ ທີ່ຖືກເຊື່ອງໄວ້ ຢູ່ພື້ນຣົຖບັນທຸກໃຫຍ່ ແລະຈັບຜູ້ຕ້ອງຫາ ຄົນລາວໄດ້ 1 ຄົນ ໃນມື້ວັນທີ 31 ພຶສພາ ຜ່ານມາ ຊຶ່ງຂະນະນີ້ ຍັງຢູ່ລະຫວ່າງການ ສືບສວນ-ສອບສວນຫາ ແຫຼ່ງທີ່ມາຂອງໄມ້ ຈຳນວນດັ່ງກ່າວ.