ເຈົ້າໜ້າທີ່ ແຂວງບໍຣິຄໍາໄຊ ຍຶດໄມ້ຜິດກົດໝາຍໄດ້ 2.3 ແມັດກ້ອນ

ຈຳປາທອງ
2022.06.06
ເຈົ້າໜ້າທີ່ ແຂວງບໍຣິຄໍາໄຊ ຍຶດໄມ້ຜິດກົດໝາຍໄດ້ 2.3 ແມັດກ້ອນ ຮູບໂຕຢ່າງ: ເຈົ້າໜ້າທີ່ລາວ ຍຶດໄມ້ຜິດກົດໝາຍ ທີ່ຈະສົ່ງອອກໄປຂາຍຕ່າງປະເທດ ແລະ ຄົນລາວທີ່ກ່ຽວຂ້ອງ ຖືກດຳເນີນຄະດີ ໃນກໍຣະນີນີ້.
ນັກຂ່າວ ພົລເມືອງ

ເຈົ້າໜ້າທີ່ພາສີ ແລະກອງກວດກາປ່າໄມ້ແຂວງບໍຣິຄໍາໄຊ ຍຶດໄມ້ຜິດກົດໝາຍຈໍານວນ 68 ໂຕ ຮວມທັງໝົດ  2.3 ປາຍແມັດກ້ອນ ຫລື 237 ກິໂລກຣາມ ທີ່ຊຸກເຊື່ອງໄວ້ຢູ່ໃນພື້ນຣົຖບັນທຸກຂນາດໃຫຍ່ ແລະຈັບຜູ້ຕ້ອງຫາທີ່ເປັນຄົນລາວໄດ້ 1 ຄົນ ໃນມື້ວັນທີ 31 ພຶສພາທີ່ຜ່ານມາ ຊຶ່ງຂະນະນີ້ຢູ່ລະຫວ່າງການສືບສວນ-ສອບສວນ, ອີງຕາມ ຄໍາເວົ້າຂອງທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີ ຜແນກການເງິນ ແຂວງບໍຣິ ຄໍາໄຊ ຕໍ່ສື່ມວນຊົນ ໃນມື້ວັນທີ 6 ມິຖຸນານີ້.

ໂດຍເຈົ້າຂອງຣົຖ ໄດ້ດັດແປງສະພາບດ້ານເຕັກ ຢ່າງລະອຽດແລະນຽບນຽນ ເພື່ອຫລົບຫລີກສາຍຕາ ຂອງເຈົ້າໜ້າທີ່ໃນການເຄື່ອນຍ້າຍໄມ້ຜິດກົດໝາຍ ໃນຄັ້ງນີ້ນັ້ນ ເຈົ້າໜ້າທີ່ຂອງພວກເຮົາ ທັງ 2 ພາກສ່ວນແມ່ນກໍາລັງດໍາເນີນຄະດີຂອງຜູ້ກະທໍາຜິດ ຕາມລະບຽບກົດໝາຍຢູ່.

ເຈົ້າໜ້າທີ່ພາສີ ແຂວງບໍຣິຄໍາໄຊເວົ້າວ່າ ໃນທ້າຍເດືອນພຶສພາຜ່ານມານີ້ ເຈົ້າໜ້າທີ່ພາສີແຂວງ ໄດ້ຮັບແຈ້ງວ່າ ຈະມີຣົຖຂົນສົ່ງເຄື່ອນຍ້າຍໄມ້ ຜິດກົດໝາຍ ຢູູ່ເມືອງທ່າພະບາດ ເຂດປາກກະດິງ ແລະຢູ່ເຂດເມືອງຄໍາເກີດ, ເຈົ້າໜ້າທີ່ພາສີແຂວງ ໄດ້ໄປຕິດຕາມ ຈົນຮອດມື້ວັນທີ 31 ພຶສພາ 2022 ຈຶ່ງໄດ້ພົບຣົຖເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ທີ່ກໍາລັງແລ່ນໄປຕາມເສັ້ນທາງ 13 ໃຕ້ ຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ເຈົ້າໜ້າທີ່ ຈຶ່ງຢຸດຣົຖໄດ້ ແລະຂໍກວດກາສິນຄ້າໃນ ຣົຖບັນທຸກຄັນນັ້ນ. ເບື່ອງຕົ້ນ ກວດບໍ່ພົບເຫັນສິນຄ້າຜິດກົດໝາຍ ແຕ່ດ້ວຍຄວາມສົງສັຍ ຈຶ່ງໄດ້ກວດຄົ້ນຕື່ມ ຍ້ອນຣົຖຄັນນັ້ນ ມີການດັດແປງສະພາບພື້ນຣົຖ ຈຶ່ງໄດ້ພົບໄມ້ທ່ອນຫລາຍຊນິດ ທີ່ຖືກຊຸກເຊື່ອງໄວ້ ມີທັງໄມ້ໝູນ ໄມ້ຄໍາພີ ໄມ້ດູ່ ແລະໄມ້ແຕ້ຂ່າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ພາສີ ຜແນກການເງິນແຂວງບໍຣິຄໍາໄຊ ອີກທ່ານນຶ່ງກໍເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຜູ້ຕ້ອງຫາທີ່ຈັບໄດ້ນັ້ນ ເປັນຄົນລາວ ຢູ່ແຂວງບໍຣິຄໍາໄຊ, ເຂົາກະທໍາຜິດກົດໝາຍ ແລະຄໍາສັ່ງຂອງນາຍົກຣັຖມົນຕຣີເລກທີ 15 ກ່ຽວກັບເຣື່ອງໄມ້. ສ່ວນເຣື່ອງຣາຍລະອຽດຍັງບໍ່ຮູ້, ຍັງບໍ່ຮູ້ວ່າ ຜູ້ຕ້ອງຫາຄົນນີ້ ເອົາໄມ້ມາແຕ່ໃສ ແລະຈະຂົນໄມ້ໄປໃສ ຊຶ່ງຂະນະນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ  ຍັງສືບສວນ-ສອບສວນຢູ່.

ເອີ ຄົນແຖວນີ້ແຫລະແຖວຢູ່ບ້ານເຮົານີ້ແຫລະ ກະຍັງບໍ່ຮູ້ ພວມສິເອົາຂຶ້ນຢູ່ ສືບສວນສອບສວນ ໄລຍະນີ້ແຫລະ.

ຊາວບ້ານຜູ້ນຶ່ງ ຢູ່ແຂວງບໍຣິຄໍາໄຊເວົ້າວ່າ ປັດຈຸບັນ ຍັງເຫັນຄົນຈໍານວນນຶ່ງ ຕັດໄມ້ເພື່ອເຮັດການກະເສດຢູ່ ແຕ່ບໍ່ຮູ້ວ່າ ເປັນຄົນມາຈາກໃສ, ໄດ້ຮັບສັມປະທານປ່າໄມ້ ຫລືບໍ່ ກໍບໍ່ຮູ້. ດັ່ງນັ້ນ ຈຶ່ງຢາກໃຫ້ເຈົ້ານ້າທີທທີ່ກ່ຽວຂ້ອງຂອງທາງການ ລົງຕິດຕາມ ກວດກາປ່າໄມ້ຢ່າງຕໍ່ເນື່ອງ ເພາະດຽວນີ້ ປ່າໄມ້ທັມມະຊາດ ຖືກບຸກລຸກຫລາຍ ແລະບາງຄົນກໍລັກຕັດໄມ້ ແບບບໍ່ຢ້ານລະບຽບກົດໝາຍ.

ກະຂ້ອນຂ້າງຖືກພັຍຂົ່ມຂູ່ຫັ້ນແລ້ວເນາະ ມັນຈະມີການລັກລອບ ການຫັນປ່ຽນເນື້ອທີ່ດິນບາງເທື່ອຫັ້ນນ່າ ແລ້ວກໍມີບາງກຸ່ມ ຕົວຢ່າງ ລັກລອບຕັດໄມ້.

ແລະຊາວບ້ານອີກຜູ້ນຶ່ງ ຢູ່ແຂວງບໍຣິຄໍາໄຊ ກໍເວົ້າໃນມື້ດຽວກັນນີ້ວ່າ ຫາກເປັນຄົນໃນພື້ນທີ່ ພວກເຂົາເຈົ້າຈະບໍ່ຕັດໄມ້ໄປຂາຍ ຫລືເພື່ອຜົລປໂຍດໃຫ້ຕົນເອງ ຍ້ອນວ່າຊາວບ້ານສ່ວນຫລາຍ ຍັງຕ້ອງເພິ່ງພາປ່າໄມ້ໃນການທໍາມາຫາກິນ, ຫາເຄື່ອງປ່າຂອງດົງໄປຂາຍພໍມີລາຍໄດ້ ແລະວ່າ ຜູ້ທີ່ລະເມີດກົດໝາຍ ແລະລັກຕັດໄມ້ ສ່ວນຫລາຍກໍແມ່ນທະຫານ ແລະພະນັກງານພັກ-ຣັຖຈໍານວນນຶ່ງ.

ເຂົາສິລັກຕັດແລ້ວເນາະ ເຮົາບໍ່ເຫັນເຂົານ່າ ສ່ວນຫລາຍກະມີແຕ່ທະຫານໄປ ທະຫານຜູ້ເຂົານິສັຍບໍ່ດີ ບໍ່ຊື່ ເຂົາກະໄປລັກມາຕັດມາຂາຍເນາະ.

ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ມິຖຸນານີ້ວ່າ ປັດຈຸບັນ ກຸ່ມຄົນທີ່ລັກຕັດໄມ້ຢູ່ແຂວງບໍຣິຄໍາໄຊນີ້ ຖືວ່າຫລຸດໜ້ອຍລົງແລ້ວ ເພາະເມື່ອປີ 2016​ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້ ເຮັດໃຫ້ປ່າໄມ້ໃນແຂວງນີ້ປົກຫຸ້ມ ພື້ນທີ່ເພີ່ມຂຶ້ນຫລາຍ.

ຈະເພີ່ມຂຶ້ນໄດ້ ເພີ່ມຂຶ້ນຈະຫລາຍກວ່າ ເພາະວ່າ 1 ເນາເຮົາກະບໍ່ມີການຕັດປ່າ ຫລືວ່າອອກອະນຸຍາດຂຸດຄົ້ນເດ້ເນາະ ມັນຈະບໍ່ຫລຸດລົງແນ່ນອນ.

ເມື່ອປີ 2020 ຣັຖບານລາວ ໄດ້ຣາຍງານວ່າ ກວດພົບການຍັກຍອກເງິນຫລາຍເຖິງ 1,561 ຕື້ກີບ. ໃນນັ້ນ ກວດພົບຂະບວນການຄ້າໄມ້ຜິດກົດໝາຍ ທີ່ເຮັດໃຫ້ຣັຖເສັຍຫາຍຫລາຍທີ່ສຸດ ຊຶ່ງນັກອະນຸລັກປ່າໄມ້ຂອງລາວ ຈໍານວນນຶ່ງ ເຊື່ອວ່າ ມີພະນັກງານພັກ-ຣັຖບາງຄົນ ອໍານວຍຄວາມສະດວກ ໃຫ້ມີການລັກຕັດໄມ້ ແລະສົ່ງໄມ້ອອກໄປຕ່າງປະເທດ ຢ່າງຫລວງຫລາຍ ແລະສາເຫດ ທີ່ເຮັດໃຫ້ພະນັກງານພັກ-ຣັຖ ມີສ່ວນກ່ຽວຂ້ອງກັບການລັກຕັດໄມ້ທໍາລາຍປ່າ ກໍອາຈເປັນຍ້ອນວ່າ ພະນັກງານພັກ-ຣັຖຈໍານວນນຶ່ງ ໄດ້ຮັບເງິນຕອບແທນ ຫລືເປັນຊັພສິນອັນມີຄ່າ ເພື່ອແລກກັບການອໍານວຍຄວາມສະດວກ ໃຫ້ບໍຣິສັດ ຫລືໂຄງການລົງທຶນ ໃນການສໍາປະທານທີ່ດິນ ຫລືການເຄື່ອນຍ້າຍໄມ້ ໂດຍບໍ່ຕ້ອງມີເອກສານເຄື່ອນຍ້າຍ ຫລື ບໍ່ຖືກກວດກາ ຈາກເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.