ຊາຍ 4 ຄົນ ທີ່ເຂົ້າໄປລັກຕັດໄມ້ ໃນປ່າຫວງຫ້າມ ຖືກຈັບໄດ້
2023.09.20

ໜ່ວຍງານລາດຕະເວນ ທະຫານແຂວງບໍ່ແກ້ວ ຮ່ວມກັບ ກອງກວດກາປ່າໄມ້ ຜແນກ ກະສິກັມ ແລະ ປ່າໄມ້ແຂວງ ຈັບຊາຍ 4 ຄົນ ທີ່ລັກຕັດໄມ້ ໃນປ່າຫວງຫ້າມ ຢູ່ເຂດພູ 106 ໃນເມືອງຫ້ວຍຊາຍ ໃນມື້ວັນທີ 14 ກັນຍາ 2023 ທີ່ຜ່ານມານີ້ ທັງໝົດນີ້ ຈະຖືກສອບສວນ ແລະ ດໍາເນີນຄະດີ ຕາມຣະບຽບກົດໝາຍ.
ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ກັນຍາ ນີ້ວ່າ:
“ພູ 106 ນີ້ ມັນຈະເປັນເຂດອັນປ່າສງວນ ຂອງແຂວງ ຢູ່ຕິດກັບແຂວງຫັ້ນແຫລະ ແລ້ວກະເປັນເຂດ ຫວງຫ້າມ ບາດນີ້ເຂົາທະລຸທາງໄປແລ້ວ ເຂົາໄປຕັດກະງ່າຍແດ່. ສະດວກແດ່ ເລີຍໄປລັກຕັດຫັ້ນນ່າ ແລ້ວກະມີທະຫານເຂົາກະໄປ ເຄື່ອນໄຫວຕລອດ ແຕ່ວ່າ ຜ່ານມາເຂົາກະໄກລັກຕັດຕລອດ ແຕ່ວ່າເຂົາໄປຈັບ ບໍ່ໄດ້.”
ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ການລັກຕັດໄມ້ໃນຄັ້ງນີ້ ມີຜູ້ຮ່ວມຂບວນການ ຈໍານວນ 6 ຄົນ ແຕ່ຈັບໄດ້ 4 ຄົນ ຫນີໄດ້ 2 ຄົນໃ ປັດຈຸບັນ ຢູ່ລະຫວ່າງການຕິດຕາມທັງ 2 ຄົນ ມາດໍາເນີນຄະດີ. ໂດຍຜູ້ຖືກກ່າວຫາທັງໝົດ ເປັນຄົນລາວ ທີ່ອາໄສຢູ່ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຜ່ານມາ ການເຂົ້າກວດຄົ້ນ ສາມາດຍຶດຂອງກາງໄດ້ຫລາຍຢ່າງ ຄື ຈັກສະຕິນ 4 ໜ່ວຍ, ຣົຖຈັກ 2 ຄັນ, ໄມ້ 1 ຕັບ, ຍາວປະມານ 2.5 ແມ້ດ, ໄມ້ດູ່ຕັດເປັນທ່ອນ 20 ກວ່າທ່ອນ ແລະ ຕັດໄວ້ຄາຕົ້ນ ອີກຈໍານວນນຶ່ງ. ພ້ອມນີ້ ຍັງກວດເຫັນ ອຸປະກອນເສບຢາບ້າ ແລະ ຢາບ້າ ຈໍານວນ 30 ເມັດ.
ຂະນະທີ່ຊາວບ້ານຜູ້ນຶ່ງ ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ ຄົນລັກຕັດໄມ້ຢູ່ເປັນປະຈໍາ ທັງທີ່ຖືກເຈົ້າໜ້າທີ່ຈັບໄດ້ ແລະ ຈັບບໍ່ໄດ້, ບາງຄົນກະລັກຕັດໄມ້ເຮັດເຮືອນ, ບາງຄົນຕັດໄປຂາຍໃຫ້ກັບໂຮງງານໄມ້ ຫລື ຕັດໄມ້ ຢູ່ໃນໄຮ່, ໃນສວນ ເອົາໄປຂາຍ ເພື່ອຫາລາຍໄດ້.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນກະຫລາຍຫັ້ນແຫລະ ຄັນຊິເວົ້າເຣື່ອງຕັດໄມ້ຫລາຍໆ ມັນເວົ້າບໍ່ໄດ້ດອກ ເພາະວ່າບ້ານພວກເຮົາຢູ່ນີ້ ມັນກະມີຫລາຍບ້ານ ແຕ່ວ່າເຂົາຊິເອົາໄປເຮັດຫຍັງນີ້ ບໍ່ຮູ້ເລີຍ ໂຕນີ້ ສ່ວນຫລາຍກະ ມັນໄມ້ໃນໄຮ່-ໃນນາ ຂະເຈົ້າເອງຫັ້ນແຫລະ. ເຂົາຂາຍໄດ້ເທົ່າໃດ ເຂົາກະເອົາຫັ້ນແຫລະ ດີ້ນຣົນຜູ້ໃດກະດາຍ.”
ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ ກໍຍັງພົບເຫັນ ກຸ່ມຄົນຈໍານວນນຶ່ງ ມີການລັກຕັດໄມ້ ຕາມເຂດປ່າສງວນ ແລະ ປ່າປ້ອງກັນ ແຕ່ສ່ວນໃຫຍ່ ຈະເປັນກຸ່ມຊາວບ້ານທົ່ວໄປ ທີ່ໄປລັກຕັດ ເພື່ອໄປເຮັດເຮືອນ; ບໍ່ແມ່ນ ເຮັດເປັນຂບວນການ ຫລື ທຸຣກິຈ. ໂດຍເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ສຶກສາ, ອົບຮົມ ແລະ ກ່າວເຕືອນ ກຸ່ມຊາວບ້ານເຫລົ່ານັ້ນ ບໍ່ໃຫ້ໄປລັກຕັດໄມ້ອີກ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມີຈໍານວນໜ້ອຍນຶ່ງ ແລ້ວກະເຮັດ ຊາວບ້ານເຮົານີ້ແຫລະ ໄປຊົມໃຊ້ ເຮັດເຮືອນນີ້ຊື່ໆດອກ ເຂົາລັກຕັດ ຜູ້ເລັກຜູ້ຫນ້ອຍຫັ້ນເນາະ ພາກັນໄປຫັ້ນນ່າ ບໍ່ແມ່ນເປັນ ທຸຣກິຈ ດອກ ເຮົາຈະມອບໃຫ້ບ້ານຮັກສາ ໃຫ້ເປັນຫູເປັນຕາໃຫ້.”
ເມື່ອວັນທີ 21 ກໍຣະກະດາ 2023 ທີ່ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງສະບັບເລຂທີ 11/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການປົກຄຸ້ມຄອງ, ປົກປັກຮັກສາ, ພັທນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນ-ປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກ ທໍາລາຍປ່າໄມ້, ທີ່ດິນ-ປ່າໄມ້ ແລະ ໄຟໄຫມ້ປ່າ. ໂດຍມີການຮຽກຮ້ອງໃຫ້ ກວດກາຄືນ ເຂດປ່າສງວນ ທີ່ບຸກຄົນ, ນິຕິບຸກຄົນ ໄດ້ບຸກລຸກເອົາໄປຄອບຄອງນັ້ນ ຕ້ອງໄດ້ ຖືກດໍາເນີນຄະດີ ແລະ ຍຶດຄືນພື້ນທີ່ດັ່ງກ່າວ ໃຫ້ເປັນເຂດປ່າສງວນແທ້ໆ. ທຸກຄົນຕ້ອງຢູ່ພາຍໃຕ້ກົດໝາຍ ຖ້າຍັງມີການຍົກເວັ້ນ ບໍ່ເຮັດແທ້ທໍາຈິງ ປະຊາຊົນຈະບໍ່ເຊື່ອຖື. ຂນະທີ່ຊາວລາວຜູ້ນຶ່ງ ໃນແຂວງອັດຕະປື ເຫັນວ່າ ການຕັດໄມ້ ທໍາລາຍປ່າ ຂອງຊາວບ້ານ ຍັງຖືວ່າ ບໍ່ຮຸ່ນແຮງ ແລະ ໜັກຫນ່ວງ ຄືກັບໂຄງການພັທນາ ຂນາດໃຫຍ່ ທີ່ຣັຖບານລາວ ເປັນຜູ້ອະນຸຍາດ. ໂຕຢ່າງ ຢູ່ເຂດເມືອງຊານໄຊ ແລະ ເມືອງພູວົງ ແຂວງອັດຕະປື ທີ່ເຄີຍອຸດົມສົມບູນ ໄປດ້ວຍປ່າໄມ້ ແລະ ສັດປ່າຫລາຍຊະນິດ ແຕ່ປັດຈຸບັນ ເນື້ອທີ່ປ່າໄມ້ເກືອບໝົດ ແລະແທນທີ່ດ້ວຍໂຄງການ ປູກໄມ້ເສຖກິຈ ເປັນຕົ້ນ ໂຄງການປູກອ້ອຍ, ໂຄງການປູກກ້ວຍ ແລະ ໂຄງການປູກໄມ້ວິກ ຂອງບໍຣິສັດວຽດນາມ ແລະ ຈີນ.
ດັ່ງ ຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕັດໝົດ ແລ້ວໄມ້ກະໝົດແລ້ວ ປູກອ້ອຍໝົດແລ້ວ ເພິ່ນປູກສວນວິກນີ້ກະ 200-300 ເຮັກຕ້າຣ໌ ໝົດນ່າ ຍັງຕະເລາະບ້ານເທົ່ານັ້ນເອງ. ງົວຄວາຍ ບໍ່ມີທີ່ຢູ່ແລ້ວ ດຽວນີ້ຫັ້ນ ບໍ່ມີບ່ອນອາໄສກິນ.”
ທາງດ້ານເຈົ້າໜ້າທີ່ ທ້ອງຖິ່ນ ໃນເເຂວງເຊກອງ ກ່າວວ່າ ເຖິງຈະມີຄໍາສັ່ງຫ້າມຕັດໄມ້, ທໍາລາຍປ່າ ແຕ່ກະຍັງເຫັນຊາວບ້ານບາງກຸ່ມ ທີ່ຍັງລັກໄປຕັດໄມ້ຂາຍ ໃຫ້ກັບນາຍທຶນ ຫລື ຮັບຈ້າງຕັດໄມ້ ເພື່ອພັທນາໂຄງການຕ່າງໆ ແຕ່ມາເບິ່ງຕົ້ນຕໍ ສາເຫດແທ້ຈິງແລ້ວ ການເຄື່ອນໄຫວດັ່ງກ່າວ ມາຈາກ ຄໍາສັ່ງຂອງຣັຖບານໂດຍຕຣົງ ຫລື ໜ່ວຍງານໃດນຶ່ງ ພາຍໃນແຂວງນັ້ນໆ ເປັນອະນຸຍາດ ໃຫ້ມີການຕັດໄມ້.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຫັນຢູ່ ແຕ່ກະບໍ່ສາມາດຊິເຮັດຫຍັງໄດ້ ເຊິ່ງວ່າປະຊາຊົນເອງ ຂະເຈົ້າກະເຂົ້າໃຈ, ກະມາຂາຍໃຫ້ກັບນາຍທຶນ ຫັ້ນແຫລະ ມັນອາດມີຜູ້ທີ່ວ່າຢູ່ເບື້ອງຫລັງ ໝາຍເຖິງວ່າ ນາຍທຶນ, ຮັຖ ຫລືວ່າ ພາກສ່ວນໃດນຶ່ງ ສາມາດ ອະນຸຍາດໄດ້ຊີ້ນ່າ.”
ໃນມື້ວັນທີ 6 ກຸມພາ 2023 ທີ່ຜ່ານມາ ທ່ານ ທອງພັດ ວົງມະນີ, ຮອງຣັຖມົນຕຣີ ກະຊວງ ກສິກັມ ແລະ ປ່າໄມ້ ໄດ້ຣາຍງານ ຜົລການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງປ່າໄມ້ ແລະ ປົກປັກຮັກສາປ່າໄມ້ ວ່າດ້ວຍ ການຄຸ້ມຄອງ ແລະ ປົກປັກຮັກສາ 3 ປະເພດປ່າໄມ້ ໃນໄລຍະຜ່ານມາ ຄື ປ່າສງວນ, ປ່າຜລິດ ແລະ ປ່າປ້ອງກັນ ຖືວ່າຍັງບໍ່ບັນລຸຕາມເປົ້າໝາຍ ເທົ່າທີ່ຄວນ ເນື່ອງຈາກວ່າ ຍັງມີບາງຂົງເຂດ ເຫັນວ່າ ມີການບຸກລຸກທີ່ດິນ-ປ່າໄມ້ ຂອງປະຊາຊົນ ໃນການປູກຝັງ, ລ້ຽງສັດ ແລະ ການສັມປະທານ ຂອງບໍຣິສັດຕ່າງໆ ຈຶ່ງບໍ່ສາມາດບັນລຸຕາມແຜນການ ທີ່ໃຫ້ເນື້ອທີ່ປ່າໄມ້ປົກຫຸ້ມ ໃຫ້ໄດ້ 70% ຂອງເນື້ອທີ່ປົກຫຸ້ມ ທົ່ວປະເທດໄດ້.
ຕາມການສໍາຣວດ ຂອງກະຊວງກສິກັມ ແລະ ປ່າໄມ້ ເມື່ອປີ 2023 ນີ້ ລະບຸວ່າ ໃນປີ 1940 ການປົກຫຸ້ມປ່າໄມ້ ໃນລາວ ມີປະມານ 70% ຂອງເນື້ອທີ່ທົ່ວປະເທດ, ມາຮອດປີ 2018 ເນື້ອທີ່ປ່າໄມ້ ຍັງເຫລືອພຽງແຕ່ 40% ເທົ່ານັ້ນ ແລະ ຄ່ອຍໆ ຫລຸດລົງໄປ ໃນແຕ່ລະປີ. ສະເພາະປີ 2013-2022 ຣັຖບານລາວ ໄດ້ໃຫ້ສັມປະທານທີ່ດິນ-ປ່າໄມ້ (ຜ່ານສະພາແຫ່ງຊາຕ ຮັບຮອງ) ທັງໝົດ 306 ໂຄງການ ກວມເອົາເນື້ອທີ່ ປະມານ 610,149 ເຮັກຕ້າຣ໌. ຂນະດຽວກັນ ທາງການລາວ ໄດ້ວາງຍຸທສາດປ່າໄມ້ ສະບັບໃໝ່ ໂດຍມີເປົ້າໝາຍ ຈະເຮັດໃຫ້ເນື້ອທີ່ປ່າໄມ້ ປົກຫຸ້ມເຖິງ 70% ພາຍໃນປີ 2035 ຈາກເປົ້າໝາຍເດີມປີ 2020 ທີ່ຜ່ານມາ ຄວາມໝາຍຄື ເລື່ອນອອກໄປຕື່ມອີກ 15 ປີ.