ແຂວງເຊກອງ ປະຕິເສດ ເຣື່ອງໃຫ້ບຸກຄົນ, ນິຕິບຸກຄົນ ຕັດໄມ້ຊະຊາຍ

ພອນ ພູມມີທອນ
2023.08.01
ແຂວງເຊກອງ ປະຕິເສດ ເຣື່ອງໃຫ້ບຸກຄົນ, ນິຕິບຸກຄົນ ຕັດໄມ້ຊະຊາຍ ຣົຖແກ່ໄມ້ (ຮູບຂວາມື) ແລະ ບ່ອນເກັບໄມ້ (ຮູບຊ້າຍມື) ຢູ່ແຂວງນຶ່ງທາງພາກໃຕ້ຂອງລາວ, ປີ 2021.
ນັກຂ່າວ ພົລເມືອງ

ທາງການແຂວງເຊກອງ ຢັ້ງຢືນວ່າ ບໍ່ໄດ້ອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ຕັດໄມ້ ຊະຊາຍ ພ້ອມກັນນັ້ນ ກໍຍັງ ເຂັ້ມງວດ ໃນການປະຕິບັດ ຄໍາສັ່ງ ເລຂທີ່ 15/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸຣະກິຈໄມ້.

ສ່ວນໄມ້ທ່ອນ ຈໍານວນຫລາຍ ທີ່ຖືກເຜີຍແຜ່ ຜ່ານສື່ສັງຄົມອອນລາຍນ໌ນັ້ນ ແມ່ນເປັນໄມ້ ທີ່ຖືກຕັດ ຈາກໂຄງການພັທນາເສັ້ນທາງ, ໂຄງການເຂື່ອນໄຟຟ້າ ແລະ ໂຄງການພັທນາອື່ນໆ ບໍ່ແມ່ນເປັນການຕັດໄມ້ ແບບຊະຊາຍ ຫລື ອະນຸຍາດ ໃຫ້ເຂົ້າໄປຕັດໄມ້ ໂດຍຕຣົງ.

ດັ່ງເຈົ້າໜ້າທີ່ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ່ 1 ສິງຫານີ້ວ່າ:

“ເອີ! ບໍຣິສັດ ເຂົ້າຊື້ເອົາເລີຍ ໃຫ້ເຂົາຂົນອອກເລີຍ ເຂົາມີຕລາດ ເຂົາເອງເດ້ ມີແຕ່ຂາຍພໍໄດ້ ສ້າງລາຍຮັບເຂົ້າມາຫັ້ນແນ່. ເສັຽປຽບລະດັບ 70%, ສ່ວນຫລາຍເອົາເມືອວຽດນີ້ ສ່ວນຫລາຍ ເປັນໄມ້ແປຮູບ ໄມ້ທ່ອນກໍຈຳນວນນຶ່ງດອກ ທາງສາຣະວັນ ເຊກອງ ສ່ວນຫລາຍກະຂອບເຂດ ທາງຊາຍແດນ ຫັ້ນເດ້.”

ທ່ານກ່າວຕື່ມອີກວ່າ ໄມ້ທ່ອນ ຈໍານວນຫລາຍ ທີ່ຖືກຕັດໄປນັ້ນ ແມ່ນເປັນການຄຸ້ມຄອງ ຂອງທາງການລາວ ແຕ່ທາງການລາວ ບໍ່ຢາກເກັບໄວ້ ຈຶ່ງຂາຍໄມ້ ຈໍານວນດັ່ງກ່າວ ໃຫ້ກັບ ບໍຣິສັດ ພັທນາໂຄງການ ຫລື ຂາຍໃຫ້ກັບໂຮງງານຜລິດໄມ້ແປຮູບ ເຊິ່ງສ່ວນຫໃຍ່ ກໍຈະເປັນບໍຣິສັດຈີນ ກັບ ບໍຣິສັດ ວຽດນາມ.

ເມື່ອທາງການລາວ ຂາຍໄມ້ ໃຫ້ກັບ ບໍຣິສັດ ຂອງຄົນວຽດນາມແລ້ວ ກໍຈະມີທັງໄມ້ທ່ອນຂນາດໃຫຍ່, ຂນາດກາງ ແລະ ໄມ້ແປຮູບ ແຕ່ໄມ້ທັງໝົດ ຈະຖືກສົ່ງໄປປະເທດວຽດນາມ ຜ່ານທາງດ່ານສາກົລ ລາວ-ວຽດນາມ, ແຕ່ຖ້າຂາຍໃຫ້ກັບ ບໍຣິສັດຈີນ ສ່ວນໃຫຍ່ ຈະນໍາໄປແປຮູບກ່ອນ ແລ້ວສົ່ງອອກໄປປະເທດຈີນ.​ ເພາະຖ້າທາງການລາວ ເກັບໄວ້ ກໍບໍ່ມີຄົນມາຊື້ ຫາກປະຖິ້ມໄວ້ດົນ ກໍຈະເຮັດໃຫ້ ລາຄາ ໄມ້ຕົກຖືກລົງ ບໍ່ເປັນລາຄາ ຈຶ່ງຂາຍໃຫ້ກັບ ບໍຣິສັດວຽດນາມ.

ເຖິງແມ່ນວ່າ ທາງການລາວ ຈະເປັນຜູ້ເກັບໄມ້ ເອົາໄວ້ທັງໝົດ ສຸດທ້າຍ ກະຕ້ອງປະມູນຂາຍ ແລະ ຜູ້ເຂົ້າຮ່ວມປະມູນ ສ່ວນໃຫຍ່ ກໍຈະເປັນບໍຣິສັດ ຂອງຄົນວຽດນາມ ເພາະບໍຣິສັດ ຄົນວຽດນາມ ມີຄວາມຕ້ອງການສູງ ແລະ ຍັງໃຫ້ລາຄາສູງນໍາດ້ວຍ.

ຂະນະທີ່ຊາວບ້ານຜູ້ນຶ່ງ ຢູ່ເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ໄມ້ທີ່ຖືກຕັດໄປນັ້ນ ສ່ວນໃຫຍ່ ຈະເປັນໄມ້ ຈາກພູດອຍ ເຊິ່ງມີຂນາດໃຫຍ່ ສາມາດນໍາໄປແປຮູບໄດ້ ຫລາຍຢ່າງ ເປັນຕົ້ນ ສ້າງເຮືອນ,​ ເຮັດບານປະຕູ ແລະ ປ່ອງຢ້ຽມ, ເຮັດເຟີນີເຈີ້,​ ໄມ້ແກະສລັກ ເຊິ່ງສ້າງມູນຄ່າໄດ້ ຢ່າງມະຫາສານ.

ຈໍານວນໄມ້ ທີ່ຖືກຕັດໄປນັ້ນ ສ່ວນໃຫຍ່ ຈະມາຈາກໂຄງການພັທນາເສັ້ນທາງ ແລະ ໂຄງການເຂື່ອນໄຟຟ້າ ເຊັ່ນ ໂຄງການເຂື່ອນເຊກະໝານ ຂອງບໍຣິສັດວຽດນາມ ທີ່ມີການຕັດໄມ້ເປັນຈຳນວນຫລາຍ ແລ້ວບໍຣິສັດ ກໍປະມູນຊື້ກັບທາງການ ກ່ອນຈະຂົນຍ້າຍອອກໄປປະເທດວຽດນາມເລີຍ.​

ດັ່ງຊາວລາວ ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໄມ້ຫລາຍເນາະ ເຊກອງເນາະ ແຕ່ກີ້ ເຂົາກະເວົ້າຊື່ໆດອກ ດໍາຣັດ 15 ບາດນີ້ ມັນຖືກໂຄງການ ກະຈໍາເປັນ ໄດ້ຕັດຫັ້ນແຫລະ ເຂົາເຮັດເຂື່ອນຫັ້ນນ່າ ຜົລກະທົບ ຈາກໂຄງການກໍ່ສ້າງ ສ່ວນຫລາຍ ນັກລົງທຶນ ມາແຕ່ບ່ອນອື່ນໝົດຫັ້ນແຫລະເອົາ ຊາວບ້ານເຮັດກະຍາກ ຊູ່ມື້ນີ້.”

ຊາວລາວ ອີກທ່ານນຶ່ງ ໃນແຂວງເຊກອງ ກ່າວວ່າ ການລັກຕັດໄມ້ ເພື່ອນໍາໄປຂາຍ ຫລື ນໍາໄປແປຮູບ ດຽວນີ້ ບໍ່ຄ່ອຍມີໃຫ້ເຫັນແລ້ວ ເພາະທາງການລາວ ກໍຂ້ອນຂ້າງເຂັ້ມງວດ ໃນການປະຕິບັດ ຄໍາສັ່ງ ເລຂທີ່ 15/ນຍ ເຮັດໃຫ້ຊາວບ້ານ ມີກັງວົນເຣື່ອງ ການປັບໃໝ.

ໃນທາງດ້ານ ກົງກັນຂ້າມ ທາງການລາວເອງ ພັດໄດ້ອະນຸຍາດ ໃຫ້ບໍຣິສັດ ເອກກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາພັທນາໂຄງການຕ່າງ ເປັນຕົ້ນ ການຂຸດຄົ້ນແຮ່ທາດ,​ ການພັທນາເສັ້ນທາງ, ໂຄງການເຂື່ອນໄຟຟ້າ ແລະ ໂຄງການປູກພືດເສຖກິຈຕ່າງໆ ເຊິ່ງໂຄງການເຫລົ່ານັ້ນ ໄດ້ມີການຕັດໄມ້ ທໍາລາຍປ່າ ເປັນຈໍານວນຫລາຍ ເຮັດໃຫ້ ຈໍານວນປ່າໄມ້ ຫລຸດລົງ ເປັນຈໍານວນຫລາຍ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊໍັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໂດຍລວມແລ້ວ ກະຊິເປັນນາຍທຶນ ໂດຍຕົງເອງ ແລ້ວກະຊຸມຊົນ ຫລືວ່າ ປະຊາຊົນ ຂະເຈົ້າ ຕັດຫັ້ນນ່າ ແຕ່ວ່າ ການຕັດໄມ້ ທໍາລາຍປ່າດຽວນີ້ ປະຊາຊົນ ຂະເຈົ້າກະບໍ່ຄ່ອຍໄປ ກົດໝາຍມັນຈະຄຸ້ມຄອງ ມັນຈະຮັດກຸມຂຶ້ນ ຈັ່ງຊີ້ນ່າ.”

ສ່ວນຊາວລາວ ອີກຜູ້ນຶ່ງ ໃນແຂວງເຊກອງ ກ່າວວ່າ ການຕັດໄມ້, ຖາງປ່າ ເພື່ອເຮັດການກະເສດ ຫລື ປຸກສ້າງເຮືອນຢູ່ອາໄສ ຖືເປັນເຣື່ອງປົກກະຕິ ຂອງຊາວບ້ານແລ້ວ ໂດຍສະເພາະ ກຸ່ມຊາວບ້ານຊົນເຜົ່າ ແຕ່ການຕັດໄມ້ ເພື່ອນໍາໄປຂາຍ ຫລື ສົ່ງອອກໄປຂາຍຢູ່ປະເທດວຽດນາມນັ້ນ ບໍ່ຄ່ອຍຮັບຮູ້ ຣາຍລະອຽດປານໃດ ເຫັນແຕ່ຂ່າວ ທີ່ຖືກເຜີຍແຜ່ ຜ່ານສື່ທາງອ໋ອນລາຍນ໌ ເທົ່ານັ້ນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີີ້ວ່າ:

“ເຣື່ອງຕັດໄມ້ ຕັດຫຍັງນີ້ ມັນກະທັມມະດາເນາະ ແຕ່ວ່າ ຕັດໄປຂາຍໄປຫຍັງນີ້ ມັນກະເຫັນຕາມຂ່າວຫັ້ນແຫລະ.”

ທາງດ້ານ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ຈໍານວນໄມ້ ທີ່ບໍຣິສັດວຽດນາມ ຂົນຍ້າຍອອກໄປນັ້ນ ແມ່ນໄດ້ຮັບອະນຸຍາດ ຕາມລະບຽບກົດໝາຍ ຂອງທາງການລາວແລ້ວ ແລະ ໄມ້ຈໍານວນດັ່ງກ່າວ ກໍເປັນໄມ້ທີ່ຖືກຜົລກະທົບ ຈາກໂຄງການ ພັທນາເຂື່ອນໄຟຟ້າ,​ໂຄງການພັທນາເສັ້ນທາງ ແລະ ໂຄງການພັທນາອື່ນໆ ບໍ່ແມ່ນໄມ້ ທີ່ມາຈາກການຕັດໄມ້ໂດຍຕຣົງ.

ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໄມ້ສ່ວນໃຫຍ່ ເປັນຄືໄມ້ທ່ອນ ເພາະວ່າ ມັນຍັງມີໄມ້ຕົກຄ້າງ ໄມ້ແບບລັກສະນະວ່າ ໄມ້ຖືກໂຄງການແລ້ວ ເຂົາເອົາມາປະມູນຂາຍຫັ້ນເດ້ ຄືເວົ້າແລ້ວນໍ້ ມັນກະຍາກຢູ່ ທີ່ຈະຄຸ້ມຄອງຫັ້ນນ່າ.”

ເມື່ອບໍ່ດົນມານີ້ ທ່ານ ຄໍາພັນ ພະສະແຫວງ, ຮອງຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ແຂວງເຊກອງ, ກໍໄດ້ອອກມາຊີ້ແຈງໃນມື້ວັນທີ່ 24 ກໍຣະກະດາ 2023 ທີ່ຜ່ານມາ ກ່ຽວກັບ ກໍຣະນີ ການຂຸດຄົ້ນໄມ້ ວ່າ ແຂວງເຊກອງ ອະນຸຍາດໃຫ້ຂຸດຄົ້ນໄມ້ ໃນປີ 2022 ແລະ ປີ 2023 ທັງໝົດ 16 ພັນກ່ວາແມັດກ້ອນແຕ່ມາຣອດ 6 ເດືອນຕົ້ນປີ 2023 ນີ້ ຕັດໄປແລ້ວ 5 ພັນກ່ວາແມັດກ້ອນ ຍັງເຫຼືອອີກ 11 ພັນແມັດກ້ອນ ຈະຕັດໃນທ້າຍປີນີ້ ແລະ ປີໜ້າ.

ສຳລັບໄມ້ທີ່ຖືກຕັດໄປແລ້ວນັ້ນ ເປັນໄມ້ຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າບີ 1, 2, 3 ປະຕິບັດໄດ້ 89 ກ່ວາແມັດກ້ອນໂຄງການກໍ່ສ້າງທາງລຽບຊາຍແດນ ລາວ-ວຽດນາມ ໄລຍະທີ 1 16 ກິໂລແມັດ ປະຕິບັດໄດ້ 617 ກ່ວາແມັດກ້ອນໂຄງການກໍ່ສ້າງທາງລຽບຊາຍແດນ ລາວ-ວຽດນາມ ໄລຍະທີ 1, ຈຳນວນ 55 ກິໂລແມັດ ປະຕິບັດໄດ້ 985 ກ່ວາແມັດກ້ອນໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍລະແງ ເຂດອ່າງນ້ຳຖ້ວມເຂດກໍ່ສ້າງ ແລະ ເຂດຕາມແລວສາຍສົ່ງ 220 ກິໂລວັດ ປະຕິບັດໄດ້ 1.333 ກ່ວາແມັດກ້ອນໂຄງການຍົກຍ້າຍ-ຈັດສັນ ບ້ານປາກໄຊ ແລະ ບ້ານຖ້ຳເດັ້ງ ປະຕິບັດໄດ້ 2.390 ກ່ວາແມັດກ້ອນ.

ສໍາລັບປີ 2024 ແມ່ນຈະຖືກສືບຕໍ່ປະຕິບັດໂກຕ້າ ທີ່ຍັງຕົກຄ້າງໃນປີ 2023 ແລະ ຂໍອະນຸມັດຂຸດຄົ້ນໃໝ່ 48,661 ແມັດກ້ອນ ໃນ 4 ໂຄງການ ໂດຍ ຄະນະຄຸ້ມຄອງ ພາກສະໜາມ ຈະໄດ້ເອົາໃຈໃສ່ຄຸ້ມຄອງກວດກາ ໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ຕາມລະບຽບການ ເພື່ອຫຼີກລຽງ ບໍ່ໃຫ້ມີການສວຍໂອກາດຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ທີ່ຢູ່ນອກເຂດ ໄດ້ຮັບອະນຸຍາດ ຢ່າງເດັດຂາດ.

ຂະນະດຽວກັນ ທ່ານສອນໄຊ ສີພັນດອນ,​ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງສະບັບໃໝ່ ເລຂທີ່ 11/ນຍ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັທນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າ, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ລົງວັນທີ່ 21 ກໍຣະກະດາ 2023 ນີ້ ໂດຍມີການຮຽກຮ້ອງໃຫ້ ກວດກາຄືນ ເຂດປ່າສງວນ ທີ່ມີບຸກຄົນ,​ ນິຕິບຸກຄົນ ໄດ້ບຸກລຸກເອົາໄປຄອບຄອງນັ້ນ ຕ້ອງໄດ້ຖືກດໍາເນີນຄະດີ ແລະ ຍຶດຄືນພື້ນທີ່ດັ່ງກ່າວ ໃຫ້ເປັນເຂດປ່າສງວນແທ້ໆ, ທຸກຄົນຕ້ອງຢູ່ພາຍໃຕ້ ກົດໝາຍ ຖ້າຍັງມີການຍົກເວັ້ນ ບໍ່ເຮັດແທ້ທໍາຈິງ ປະຊາຊົນ ຈະບໍ່ເຊື່ອຖື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.